Breaking News

Daily Archives: 13/09/2016

ອົກຫັກມັນບໍ່ຕາຍດອກ ເລີ່ມຕົ້ນໃໝ່ໃຫ້ສົດໃສດີກວ່າ

ເມື່ອໃດທີ່ເຮົາສາມາດ ອອກຈາກເຮືອນໄດ້ ໂດຍອາລົມເບີກບານມ່ວນຊືື່ນແລ້ວ ສະແດງວ່າເຮົາພ້ອມທີ່ຈະເລີ່ມຕົ້ນຊີວິດໃໝ່ດ້ວຍຕົນເອງ ແລະ ເພື່ອບໍ່ຢາກໃຫ້ຕົນເອງ ຍັງມີຄວາມອາໄລອາວອນຢາກກັບໄປຫາແຟນເກົ່າ ເຮົາກໍຕ້ອງມີຄວາມຕັ້ງໃຈເຮັດໃຫ້ລື່ມດ້ວຍການ ອອກຈາກເຮືອນໄປພົບກັບຄົນທີ່ນິດໄສດີ, ພົບປະຄົນແປກໜ້າ, ສ້າງຄວາມຮູ້ຈັກກັບກຸ່ມຄົນໂສດ ໃຫ້ອາການດີຂຶ້ນມາຈັກໜ່ອຍ, ເມື່ອຮູ້ສຶກວ່າດີຂຶ້ນແລ້ວ ກໍລອງຄົບຫາຄົນໃໝ່ລອງເບິ່ງ. ແຕ່ຢ່າຄິດຊອກຫາຄົນມາຢາໃຈໃນລະຫວ່າງທີ່ກໍາລັງເຈັບຊໍ້າ ກັບຮັກທີ່ຫາກໍລົ້ມລະລາຍ ເພາະຊ່ວງນີ້ຄົນເຮົາຈະເບາະບາງຫຼາຍ ແລະ ມັກຈະຕັດສິນໃຈເຮັດສິ່ງທີ່ຜິດພາດ ເນື່ອງມາຈາກຄວາມຄຽດ ດັ່ງນັ້ນ ຄວນຮັກສາບາດແຜໃຈໃຫ້ຫາຍດີກ່ອນ ຈຶ່ງຈະເລີ່ມຕົ້ນໃໝ່ກັບຄົນອື່ນ ເພາະການຊອກຄົນອື່ນມາຢາໃຈຕົນເອງ ໃນຍາມເຈັບຢູ່ນີ້ ຜົນທີ່ອອກມາບໍ່ຄ່ອຍຈະດີປານໃດ.

Read More »

ເທນສ໌ຮິດ ກະເປົ໋າ ເກ໋ໆ ທີ່ສາວໆທັນສະໄໝຕ້ອງມີໄວ້ໃນຄອບຄອງ!!!

ສະບາຍດີສາວໆທຸກຄົນ ໃນມື້ນີ້ ຂວັນໃຈ ຈະນຳສາວໆທຸກທ່ານມາຮູ້ຈັກກັນ Fashion  15 ກະເປົ໋າ ທີ່ສຸດຂອງຄວາມເກ໋ໄກ ສາວໆຄົນໃດຊື້ມາໃຊ້ຖືວ່າວ່າ High Fashion ສຸດໆ ມາເບິ່ງກັນເລີຍ:                                                         ເປັນຢ່າງໃດກັນແດ່ກັບ Fashion ກະເປົ໋າທີ່ທາງ ຂວັນໃຈ ເຮົາໄດ້ນຳມາຝາກຖ້າຖືກໃຈກໍ່ຢ່າລືມ ກົດໄລ້-ກົດແຊຣ ໄປໃຫ້ໝູ່ເພື່ອນທຸກຄົນໄດ້ຮິດຕິດເທນສ໌ນຳກັນເດີ້.

Read More »

ເຕັກນິກໃນການກິນອາຫານໃຫ້ສຸຂະພາບດີ!!!

ເຕັກນິກໃນການກິນອາຫານໃຫ້ສຸຂະພາບດີ ຄຳວ່າ “ ອາຫານ ”ກັບ “ສຸຂະພາບ ”ເປັນສິ່ງທີ່ຄູ່ກັນບໍ່ວ່າໃຜໆກໍຢາກມີສຸຂະພາບທີ່ດີ ການກິນເພື່ອສຸຂະພາບຄືສິ່ງທີ່ຈຳເປັນທີ່ຈະຕ້ອງໃຫ້ຄວາມສົນໃຈ ເພາະການກິນບໍ່ແມ່ນການສະໜອງຄວາມຕ້ອງການຫຼືໃຫ້ອີ່ມທ້ອງເທົ່ານັ້ນຍັງຕ້ອງຄິດເຖິງຜົນທີ່ມີຕໍ່ສຸຂະພາບອີກດ້ວຍມື້ນີ້ ວາລະສານ ຂັວນໃຈ ກໍ່ມີເຄັດລັບໃນການກິນເພື່ອໃຫ້ໄດ້ສຸຂະພາບທີ່ດີມາຝາກ: ກິນເຂົ້າເຊົ້າເປັນປະຈຳ ເພາະເຂົ້າໃນຕອນເຊົ້າສຳຄັນທີ່ສຸດ ແລະ ຄວນກິນໃຫ້ຄົບ 5 ໝູ່ໃນປະລິມານທີ່ເໝາະສົມ ເພາະນອກຈາກຈະຊ່ວຍເພິ່ມເຕີມພະລັງໃຫ້ຮ່າງກາຍ ແລະ ສະໝອງແລ້ວຍັງຊ່ວຍຫຼຸດລະດັບຄໍເລດເຕີຣໍ (cholesterol) ໃນເສັ້ນເລືອດຊ່ວຍໃຫ້ການເຜົາຜານພະລັງງານໄດ້ດີ. ເລືອກອາຫານຈາກທຳມະຊາດເຊັ່ນ: ເຂົ້າກ່ອງ, ເຂົ້າບາເລຼ່, ຖົ່ວ, ສາລີເປັນຕົ້ນ ເຊິ່ງອາຫານເຫຼົ່ານີ້ມີຄຸນຄ່າທາງໂພຊະນາການສູງເປັນແຫຼ່ງລວມຂອງແຮ່ທາດ, ວິຕາມິນ, ໂປຣຕີນທີ່ບໍ່ມີຄໍເລດເຕີຣອນ (cholesterol) ແລະ ຄາໂບໄຮເດດ (Carbohydrate), ຊ່ວຍຫຼຸດຄວາມສ່ຽງພະຍາດຫົວໃຈ, ຫຼຸດຄໍເລດເຕີຣອນ (cholesterol) ແລະ ຄວາມດັນເລືອດໄດ້ ຫຼື ອາດເລືອກອາຫານທີ່ມີສ່ວນປະກອບຂອງພືດເປັນຕົ້ນ. ກິນຜັກ, ໝາກໄມ້ ແລະ ອາຫານ ກິນເປັນປະຈຳເພື່ອເພິ່ມວິຕາມິນ, ເກືອແຮ່ ແລະ ສານອື່ນໆທີ່ຈຳເປັນຕໍ່ຮ່າງກາຍ, …

Read More »