Breaking News

Daily Archives: 15/09/2016

ໜຸ່ມອາ​ລົມ​ດີ, ຕະຫຼົກ​ເຮ​ຮາ ​ຄຳ​ເວົ້າຄຳ​ຈາ​ສາມາດ​ດຶງ​ດູດ​ໃຈ​ຂອງສາວໆຫຼາຍໆ​ຄົນ

ທະນົງສິດ ດວງປັນຍາ (ບິກ) ອາຍຸ 24 ປີ ຮຽນຈົບການສຶກສາປະລິນຍາຕີທີ່ສະຖາບັນເສດຖະກິດ-ການເງິນ ດົງຄຳຊ້າງ ປີ 2015, ເປັນນັກເດີນແບບໃນເວທີຕ່າງໆ ເຊັ່ນ: ງານແນະນຳສິນຄ້າໃໝ່, ເຄື່ອງນຸ່ງ ແລະ ອື່ນໆ. ບິກ ເປັນຄົນທີ່ມີຄວາມຕັ້ງໃຈ ແລະ ຈິງຈັງກັບທຸກໆຢ່າງ ເຖິງວ່າບາງສິ່ງບາງຢ່າງຈະບໍ່ລື້ງເຄີຍ ແລະ ບໍ່ເກັ່ງ ແຕ່ ບິກ ກໍ່ຍັງຕັ້ງໃຈເຮັດສິ່ງນັ້ນໃຫ້ດີທີ່ສຸດ. ອະນາຄົດ ບິກ ຢາກເປັນພະນັກງານ, ຢາກມີທຸລະກິດຕົນເອງ ເປັນຮ້ານຂາຍເຄື່ອງນ້ອຍໆ ຢູ່ກັບຄອບຄົວ ແລະ ຢາກມີລູກ 3 ຄົນ.   ເຈົ້າຄິດແນວໃດ ທີ່ຜູ້ຍິງຢາກສັນຍະກຳ ? ໂດຍສ່ວນຕົວ ຕົນເອງເປັນຄົນບໍ່ມັກຜູ້ຍິງສັນຍາກຳ ແຕ່ຖາມວ່າຄິດແນວໃດກັບເລື່ອງນີ້ ກໍບໍ່ໄດ້ຄິດຫຍັງຫລາຍ ເພາະເຂົາເຈົ້າມີເງິນ ກໍຢາກເຮັດໃຫ້ຕົນເອງງາມຂຶ້ນ, ມີບຸກຄະລິກທີ່ດີ ແລະ ເພີ່ມຄວາມໝັ້ນໃຈ ເລື່ອງສັນຍາກຳໃນສະໄໝນີ້ …

Read More »

ໜຸ່ມ​ໜ້າ​ຫວານ, ຫຸ້ນ perfect ທີ່​ສາວໆ​ຢາກ​ຮູ້ຈັກ

ສະຖາພອນ ສີລິພອນ (ຕູ່)  ອາຍຸ 25 ປີ ຈົບການສຶກສາທີ່ ສະຖາບັນທະນາຄານ ປີ 2015 ປັດຈຸບັນ ເປັນ Trainer ປະຈໍາຢູ່ ສູນອອກ ກຳລັງກາຍ (Fitness) ຣັດສະໝີ. ນອກນີ້, ໝຸ່ມຄົນນີ້ ຍັງມີວຽກງານການບັນເທີງທີ່ເຫັນຢູ່ຫຼາຍໆເວທີເດີນແບບຊື່ດັງຂອງລາວ ເປັນນາຍແບບ, ເດີນແບບ, ຖ່າຍແບບຂຶ້ນປົກວາລະສານຂອງລາວ. ແຕ່ກ່ອນ ຕູ່ ເຄີຍເປັນນັກກິລາເຕະບານຂອງທີມສະຖາບັນການທະນາຄານ (ຜູ້ຮັກ ສາປະຕູ) ໂດຍສ່ວນຕົວແມ່ນມັກຫຼິ້ນກິລາຕີບານ. ແຕ່ປັດຈຸບັນແມ່ນ ມີແຕ່ເຂົ້າ Gym fitness ຫຼິ້ນກິລາແອບກ້າມຢ່າງດຽວ. ແຮງບັນດານໃຈອັນໃດທີ່ຢາກໃຫ້ ຕູ່ ເລີ່ມຟິດຫຸ່ນແບບນີ້ ? ແຕ່ກີ້ແມ່ນມີຄົນທ້ວງຕົນເອງວ່າ ສູງແຕ່ຈ່ອຍໂພດ ຖ້າມີກ້າມ, ມີເນື້ອມີໜັງຕື່ມຈະເບິ່ງງາມດີກວ່ານີ້ ກໍເລີຍຄິດມີໃຈຢາກຟິດຫຸ່ນຕົນເອງຕັ້ງແຕ່ນັ້ນມາ ກໍເປັນເວລາຫຼາຍປີແລ້ວ. ເທັກນິກໃນການຮັກສາຫຸ່ນຂອງຕູ່ແມ່ນຫຍັງ? ແມ່ນໄດ້ສຶກສາຕາມ Google, youtube ແລະ …

Read More »

ໜຸ່ມເຈົ້າ​ຊູ້ ທີ່​ມີໜ້າ​ຕາ​ເປັນ​ເອກະ​ລັກ ມີຄວາມຮັກເປັນສິ່ງຜູກພັນ

ກິດຊະນະ ຈຸນລະມຸນຕີ (ບອຍ) ອາຍຸ 20 ປີ  ປັດຈຸບັນ, ກໍາລັງສຶກສາຢູ່ ວິທະຍາໄລຄອມເຊັນເຕີ ສາຂາບໍລິຫານທຸລະກິດ ປີທີ 3, ເຈົ້າຂອງຜົນງານເພງ Magic ຫຼື ເວດມົນ, ບອຍ ມີຜົນງານດ້ານການບັນເທີງຫຼາຍຢ່າງບໍ່ວ່າຈະເປັນການເດີນແບບ, ຖ່າຍແບບຂຶ້ນປົກວາລະສານ. ນອກຈາກນີ້, ຍັງເປັນນັກສະແດງຮູບເງົາເລື່ອງ The Anniversary “ວັນຄົບຮອບ” ຂອງ miracle film ເຊິ່ງໄດ້ຮັບບົດເປັນແຟນເກົ່າຂອງນາງເອກ ທີ່ກໍາລັງຈະສາຍພາຍໃນປີ 2016 ນີ້. ອະນາຄົດ ບອຍ ມີຄວາມໃຝ່ຝັນຢາກເຮັດຫຍັງ ? ຄວາມໃຝ່ຝັນໃນອະນາຄົດຂອງ ບອຍ  ມີຢູ່ 2 ຢ່າງຄື: ເລື່ອງວຽກງານດ້ານການບັນເທີງ ແລະ ວຽກງານດ້ານທຸລະກິດສ່ວນຕົວແມ່ນຢາກເຮັດອັນໃດອັນໜຶ່ງມີບໍລິສັດເປັນຂອງຕົນເອງໃຫ້ປະສົບຜົນສຳເລັດ, ມີຜະລິດຕະພັນ, ສິນຄ້າເປັນ ຍີ່ຫໍ້ຂອງຕົນເອງ. ວຽກງານການບັນເທິງອັນໃດທີ່ເຮັດໃຫ້ບອຍມີຄວາມປະທັບໃຈທີ່ສຸດ? ສິ່ງທີ່ປະທັບໃຈທີ່ສຸດແມ່ນການໄດ້ເປັນນັກສະແດງໃນຮູບເງົາ The Anniversary …

Read More »

ຄຸນປະໂຫຍດຂອງ Vaseline ທີ່ທ່ານຕ້ອງຮູ້!!!

ສາລະພັດປະໂຫຍດຈາກ  Vaseline…!       ສາວໆເຄີຍຮູ້ບໍ່ວ່າ ວາສະລິນ (Vaseline) ນອກຈາກຈະໃຊ້ບໍາລຸງຜິວພັນ, ບໍາລຸງປາກແລ້ວນັ້ນ ຍັງມີປະໂຫຍດອີກຫຼາຍຢ່າງ ທີ່ສາວໆບໍ່ເຄີຍຮູ້ມາກ່ອນເຊິ່ງມື້ນີ້ ວາລະສານຂັວນ ໄດ້ນໍາເອົາປະໂຫຍດຂອງວາສະລິນມາແນະນໍາດັ່ງນີ້: ປະສົມເປັນສະລິບຕິກ ຖືວ່າເປັນເລື່ອງທີ່ດີ ເພາະວ່າວາສະລິນສາມາດນໍາໄປປະສົມກັບ Eyeshadow ສີທີ່ສາວໆມັກ ສ່ວນວິທີເຮັດກໍ່ງ່າຍໆພຽງແຕ່ຂູດ Eyeshadow ທີ່ມັກແລ້ວນໍາມັກປະສົມລວມກັບວາສະລີນແລ້ວຄົນໃຫ້ເຂົ້າເປັນເນື້ອດຽວກັນພຽງເທົ່ານີ້ສາວໆກໍ່ຈະໄດ້ສະລິບຕິກທີ່ຊ່ວຍເພິ່ມຄວາມຊຸມຊື່ນໃຫ້ກັບຮີບປາກຂອງເຮົາໄດ້ຢ່າງຍາວນານເພິ່ມຫຼາຍຂຶ້ນອີກດ້ວຍ.   ຈະເຮັດສີຜົມ ຫຼື ທາເລັບກໍ່ບໍ່ເປື້ອນ ຂໍ້ນີ້ກໍ່ເປັນອີກໜຶ່ງເຕັກນິກງ່າຍໆແບບໃກ້ຕົວ ສໍາລັບສາວໆທີ່ມັກໃນການປ່ຽນສີຜົມດ້ວຍຕົວເອງ ຫຼື ທາສີເລັບຕະຫຼອດ ພຽງແຕ່ໃຊ້ວາສະລິນທາບໍລິເວນຜິວໜັງອ້ອມເລັບ ຫຼື ບໍລິເວນຮອບໜ້າ ແລະ ຫຼັງຫູເວລາຍ້ອມຜົມກໍ່ຈະຊ່ວຍໃຫ້ສີບໍ່ເປື້ອນບໍລິເວນທີ່ເຮົາທາວາສະລິນໄວ້.   ຈັດແຕ່ງຄິ້ວ ຫຼື ເພິ່ມຄວາມດົກງາມໃຫ້ຂົນຕາ ວາສະລິນສາມາດຈັດແຕ່ງຄິ້ວຂອງຄົນເຮົາໃຫ້ເຂົ້າຮູບທີ່ເປັນລະບຽບໄດ້ ແລະ ຍັງສາມາດເພິ່ມລູກຫຼິ້ນໃຫ້ກັບໜ່ວຍຕາເຮົາໄດ້ດີ ພຽງແຕ່ໃຊ້ວາສະລິນທາລົງທີ່ໄມ້ມາດຄາຣ່າ (Mascara) ແລ້ວປັດຂົນຕາກໍ່ຈະຊ່ວຍເພິ່ມຄວາມໜາ ແລະ ຄວາມຍາວຂອງຂົນຕາໄດ້ອີກດ້ວຍ.   ກໍາຈັດຮອຍລິບສະຕິກ ສາວໆຄົນໃດທີ່ເຄີຍພົບກັບບັນຫາລິບສະຕິກເປື້ອນເສື້ອ …

Read More »