Breaking News

Daily Archives: 16/09/2016

“ມຸມໄບ” (Mumbai) ໜຶ່ງໃນສິບເມືອງ ໜ້າທ່ອງທ່ຽວທີ່ສຸດໃນໂລກ ສໍາລັບປີ 2016

ສາວໆຄົນໃດ ທີ່ຍັງບໍ່ໄດ້ວາງແຜນໃນການອອກເດີນທາງໄປທ່ອງທ່ຽວຕ່າງປະເທດໃນປີຜ່ານມາ , ໃນປີນີ້ລອງຂຶ້ນແຜນໄປທ່ອງທ່ຽວ ເມືອງ “ມຸມໄບ” ເຊິ່ງເປັນເມືອງຍອດນິຍົມ ທີ່ສຸດໃນໂລກ ທາງດ້ານການທ່ອງທ່ຽວ ສຳລັບປີ 2016. ຂໍແນະນໍາສະຖານທີ່ທ່ອງທ່ຽວໃນເມືອງມຸມໄບ ຂອງປະເທດອິນເດຍ ໃຫ້ຮູ້ຈັກໜ່ອຍໜຶ່ງເນາະ!  ກ່ອນອື່ນຕ້ອງໃຫ້ຮູ້ວ່າ: ເມືອງມຸມໄບ ເປັນເມືອງທີ່ມີຄວາມສໍາຄັນອີກເມືອງໜຶ່ງ ຂອງປະເທດອິນເດຍ ຕັ້ງຢູ່ແຄມທະເລ ອາຣັບ ເປັນເມືອງແຫ່ງສາຍນ້ຳ ແລະ ເປັນສູນກາງທາງເສດຖະກິດ, ການຄ້າ, ການສຶກສາ, ການທ່ອງທ່ຽວ ພ້ອມທັງເປັນເມືອງທີ່ມີຄວາມບັນເທີງໃນທຸກຮູບແບບ ສິ່ງເຫຼົ່ານີ້ຫຼະ ທີ່ເຮັດໃຫ້ນັກທ່ອງທ່ຽວມັກມາຢ້ຽມຢາມ “ມຸມໄບ” ແບບບໍ່ຂາດໄລຍະ ເພາະໄດ້ຮັບຄວາມມ່ວນຊື່ນເພີດເພີນ ບໍ່ຊໍ້າກັນ ເປັນປະສົບການທີ່ແຕກຕ່າງ ແລະ ແປກໃໝ່. ສະຖານທີ່ທ່ອງທ່ຽວສຳຄັນມີຄື: ພິພິທະພັນ (Prince of Wales Museum) ຖືວ່າເປັນພິພິທະພັນດີທີ່ສຸດແຫ່ງໜຶ່ງຂອງອິນເດຍ ທີ່ຈັດສະແດງເຄື່ອງວັດຖຸບູຮານຕ່າງໆ , ປະຕູໄຊ ອິນເດຍ (Gateway of India) …

Read More »

5 ນັກສະແດງຊາຍ ຮ໋ອດ ຂອງເກົາຫຼີ ໃນຊຸດຮັນບົກ ຈະມີໃຜແດ່ແລະຈະຮ໋ອດປານໃດນໍ້!!!

ສຳລັບເທດສະການຊູຊອກຂອງເກົາຫຼີ ເປັນທໍາມະດາທີ່ເຮົາຈະເຫັນເຊເລບ ອອກມາພົບແຟນໆ ດ້ວຍຊຸດຮັນບົກ! ຊູດຮັນບົກ ເປັນຊຸດປະຈໍາຊາດຂອງເກົາຫຼີມາແຕ່ດົນນານແລ້ວ ຄວາມງາມຂອງວັດທະນະທໍາຈະຖືກຖ່າຍທອດອອກມາຜ່ານທາງພາບຖ່າຍຜ່ານການແຕ່ງກາຍໃນຊຸດຮັນບົກ ເພື່ອໃຫ້ເຂົ້າກັບເທດສະການ ເຮົາໄປຊົມພາບເຫຼົ່ານັກສະແດງເກົາຫຼີໃນມາດຊຸດຮັນບົກກັນເລີຍ!!!!! ອີມຶນໂຮ ຈາງເຮຍອກ ຄຶມຊູຍອນ ຊອງຈຸງກຶ ອີຈຸນກຶ

Read More »

Air Asia ຈະມອບລາງວັນໃຫ້ນາງສາວມີສະເໜໃນເວທີ Miss lao 2016

ໃນງານຖະແຫຼງຂ່າວ Air Asia ກ່າວວ່າ: ຈະມອບລາງວັນໃຫ້ແກ່ນາງສາວ ທີ່ໄດ້ຕໍາແໜ່ງ ນາງສາວມີສະເໜ ໂດຍຈະໄດ້ຂີ່ຍົນຟຣີກັບແອເອເຊຍ ເປັນເວລາ 1 ປີ ລວມມີສອງນາງສາວທີ່ຈະໄດ້ຮັບລາງວັນນີ້ຄື: ຈະມອບໃຫ້ຜູ້ທີ່ຊະນະເລີດນາງສາວລາວ 2016 ແລະສ່ວນອີກລາງວັນໜຶ່ງ ຈະມອບໃຫ້ຜູ້ທີ່ມີຄຸນສົມບັດທີ່ໄດ້ເປັນ ນາງສາວມີສະເໜ ເຊິ່ງຜູ້ທີ່ຈະໄດ້ຮັບຕໍາແໜ່ງນາງສາວມີສະເໜ ບໍ່ຈຳເປັນຕ້ອງງາມເລີດ ແລະ ງາມທີ່ສຸດ ພຽງແຕ່ ນໍາເອົາຄວາມມີສະເໜນັ້ນ ອອກມາປະກອບໃສ່ໃນກິລິຍາການປາກເວົ້າ, ສີໜ້າ ແລະ ແວວຕາ ໃຫ້ທຸກຢ່າງມີສະເໜໂດດເດັ່ນທີ່ສຸດ.     ເຊິ່ງ Air Asia ກໍອີກເປັນບໍລິສັດໜຶ່ງທີ່ໃຫ້ການສະໜັບສະໜູນຫຼັກໃນໂຄງການປະກວດ ນາງສາວລາວ 2016 (Miss lao 2016) ແລະປີນີ້ກໍເປັນປີທໍາອິດທີ່ Air Asia ໄດ້ໃຫ້ການສະໜັບສະໜູນ ນອກນັ້ນ ໃນໄລຍະຜ່ານມາ Air Asia ກໍໄດ້ໃຫ້ການສະໜັບສະໜູນໃນຫຼາຍໆເວທີທັງພາຍໃນປະເທດໄທ ແລະ ຕ່າງປະເທດ ງານຖະແຫຼງຂ່າວດັ່ງກ່າວ …

Read More »

ເລື່ອງເລັບ ເລື່ອງນ້ອຍ…!

ເລື່ອງເລັບ ເລື່ອງນ້ອຍ…! ຫຼາຍຄົນມີບັນຫາກັບການທາເລັບເວົ້າໄດ້ວ່າຄວາມຢາກງາມຕ້ອງຍອມເສຍເງິນເຂົ້າຮ້ານເຮັດເລັບແພງໆ ບໍ່ກ້າທີ່ຈະແຕ່ງເລັບທາເລັບດ້ວຍຕົນເອງ ແຕ່ອັນທີ່ແທ້ແລ້ວການທາລັບເປັນເລື່ອງທີ່ງ່າຍສຸດໆ ພຽງແຕ່ຕ້ອງມີເຕັກນິກການທາເລັບໜ້ອຍໜຶ່ງ ມາເບິ່ງກັນເລີຍ.     1.  ເຕັກນິກການທາເລັບ   ບີບນໍ້າໝາກນາວ ຫຼື ນໍ້າສົ້ມສາຍຊູລົງໃນອ່າງນໍ້າ ປະໄວ້ບຶດໜຶ່ງແລ້ວນໍາມືລົງໄປແຊ່ຈະຊ່ວຍໃຫ້ເລັບອ່ອນນຸ່ມຂຶ້ນ. ໃຊ້ນໍາຢາຮອງພື້ນທາເລັບໃນຂັ້ນທໍາອິດ ເພື່ອເປັນການເບິ່ງແຍງເລັບຂັ້ນຕົ້ນ ເພາະຖ້າຫາກເຮົາທາເລັບສີຈັດຈະເຮັດໃຫ້ເລັບເຫຼືອງໄດ້. ການລົງສີທາເລັບບໍ່ຄວນປ້ານເກີນ 3 ເທື່ອເພາະສີຈະຈັບເປັນກ້ອນບໍ່ລຽບສະເໝີກັນ ແລະ ຢ່າລົງສີເລັບເກີນ 2 ຊັ້ນເພາະຈະເບິ່ງໜາຈົນເກີນໄປ. ຫຼັງຈາກລົງສີທາເລັບຮຽບຮ້ອຍແລ້ວຄວນປິດທ້າຍດ້ວຍການທານໍ້າຢາເຄືອບເລັບເພາະຈະຊ່ວຍເພິ່ມຄວາມເງົາງາມ, ວິບວັບໃຫ້ກັບເລັບ ແລະ ຍັງປ້ອງກັນສີເລັບຈາງຈາກແສງແດດໄດ້. 2.  ວິທີການເກັບມ້ຽນສີເລັບ ການເກັບມ້ຽນນໍ້າຢາທາເລັບທີ່ດີໃຫ້ຢູ່ກັບເຮົາໄດ້ດົນໆຈະຕ້ອງປິດຝາໃຫ້ແໜ້ນ ແລະ ເກັບໄວ້ໃນບ່ອນເຢັນ, ຫ່າງໄກແສງແດດເຊັ່ນ: ບ່ອນນ້ອຍໆໃນຕູ້ເຢັນ ການເລືອກຢາທາເລັບຄວນເບິ່ງສ່ວນປະສົມຄື: ຢາທາເລັບທີ່ດີບໍ່ຄວນມີແອວກໍຮໍ ເພາະວ່າແອວກໍຮໍຈະເປັນຕົວເຮັດໃຫ້ເລັບແຫ້ງ ແລະ ຈີກງ່າຍ.    3. ການເລືອກສີຢາທາເລັບໃຫ້ເໝາະສົມກັບສີຜິວພັນ ສາວຜິວພັນຂາວອົມເຫຼືອງ: ເໝາະສົມກັບຢາທາເລັບສີບົວອົມສົ້ມ, ສີນໍ້າຕານທອງແຈ້ງ ຫຼື ສີສົດໆ.ສາວຜົວພັນຂາວອົມບົວ: ເໝາະສົມກັບຢາທາເລັບສີບົວນໍ້າຕານ, …

Read More »