Breaking News

Daily Archives: 29/09/2016

ຮ້ານອາຫານ ລາວ-ຫຼວງພະບາງ

ສຳລັບໃຜທີ່ຢາກກິນອາຫານທ້ອງຖິ່ນແຂວງຫຼວງພະບາງ ບໍ່ຈຳເປັນຕ້ອງໄປຮອດຫຼວງພະບາງກໍໄດ້ແລ້ວເດີ ເພາະຢູ່ໃນນະຄອນຫຼວງກໍສາມາດກິນໄດ້. ໃຜທີ່ເບື່ອອາຫານແບບອີຕາລີ, ຈີນ, ໄທ ອາຫານແບບສາກົນ ແນະນໍາໃຫ້ລອງມາຮ້ານນີ້ ຮັບຮອງຄວາມແຊບແບບທ້ອງຖິ່ນຕົ້ນຕຳລັບຣົດຊາດຈາກຫຼວງພະບາງແທ້ໆ ພ້ອມທັງວັດຖຸດິບ, ເຄື່ອງ ປຸງຕ່າງໆ ເຊັ່ນ: ປາແດກ, ໝາກກອກ, ໝາກເຂືອ… ແມ່ນສົ່ງມາຈາກຫຼວງພະບາງເມືອງມໍລະດົກໂລກ. ຮ້້ານອາຫານລາວ-ຫຼວງພະບາງ ທາງທີມງານຂວັນໃຈແມ່ນຢາກແນະນຳສຸດໆ ເພາະໄດ້ໄປທົດລອງຊີມມາແລ້ວຮັບຮອງຄວາມແຊບ, ສະອາດ ແລະ ການບໍລິການດີ ເປັນກັນເອງ ຕັ້ງຢູ່ຈຸດໃຈກາງເມືອງ ຫຼັງພະທາດຫຼວງວຽງຈັນ ສະຖານທີ່ສຳຄັນຂອງນະ ຄອນຫຼວງວຽງຈັນນີ້ເອງ. ຈຸດເດັ່ນທີ່ແຕກຕ່າງຈາກຮ້ານອາຫານອື່ນໆໃນນະຄອນຫຼວງແມ່ນ ມີແຕ່ສະເພາະອາຫານທາງພາກເໜືອແຂວງຫຼວງພະບາງເທົ່ານັ້ນ. ເມນູອາຫານກໍຫຼາກຫຼາຍຢ່າງ ເຊັ່ນ: ອາຫານປະເພດຕໍາ, ປະເພດໝົກ ຕາມລະດູການ ເຊັ່ນ: ໝົກໄຄ, ໝົກໝາກເຜັດ, ໝົກດອກແຄ, ໝົກປານໍ້າຂອງ, ເອາະຫລາມ, ໝ້ຽງປາແດກ….ສ່ວນເມນູພິເສດທີ່ຢາກແນະນຳ ເມືອມາຮອດຮ້ານອາຫານລາວ-ຫຼວງພະບາງແລ້ວຕ້ອງກິນແມ່ນ ຕໍາຫຼວງພະບາງ, ອົ່ວສີໄຄ, ອົ່ວຫຼວງພະບາງ, ໝົກປາຟອກ, ພິເສດສຸດແມ່ນ ເອາະຫລາມ, ເອາະບອນ, …

Read More »

5 ວິທີໃນການຮຽນຮູ້ຄວາມຮັກ ເພື່ອຮັກທີ່ຍືນຍາວ

ບໍ່ວ່າເລື່ອງໃດໆ ຖ້າເຮົາຮີບຮ້ອນເກີນໄປ ຜົນທີ່ໄດ້ກໍມັກຈະອອກມາບໍ່ດີ ແຕ່ຖ້າຫາກຄ່ອຍໆເລີ່ມຕົ້ນແບບຊ້າໆ ພຽງໃຊ້ເວລາ ເຮົາກໍຈະເຂົ້າໃຈ ແລະ ປະສົບຜົນສຳເລັດໃນເລື່ອງນັ້ນໄດ້ ໂດຍສະເພາະເລື່ອງຄວາມຮັກ ທີ່ຕ້ອງໃຊ້ເວລາ ເພື່ອຮຽນຮູ້ເຊິ່ງກັນ ແລະກັນ ແລະ ຄ່ອຍໆ ພັດທະນາໃຫ້ຮັກຂອງທ່ານຍາວນານໝັ້ນຄົງດ້ວຍ ວິທີ່ຮັກສາຄວາມຮັກໃຫ້ດົນນານໄດ້ ລອງອ່ານເບິ່ງ ແລ້ວຄວາມຮັກຂອງທ່ານຈະເປັນຄວາມຮັກທີ່ໝັ້ນຄົງ. ຄ່ອຍເປັນຄ່ອຍໄປ ບໍ່ຕ້ອງຮີບຮ້ອນ ຍ່າລືມວ່າຄວາມຮັກບໍ່ແມ່ນການຊື້ເຄື່ອງ ຢ່າເຊື່ອຈາກສິ່ງທີ່ເຫັນ ແລ້ວ ຢ່າຄິດຈິນຕະນາການໄປເອງ ຢຸດຄໍາເວົ້າຢູ່ທີ່ວ່າ “ມັກ” ກ່ອນ ແລ້ວຄ່ອຍສຶກສາກັນຕໍ່ໄປ ຄວນຈົ່ງພື້ນທີ ໃຫ້ມີຄວາມເປັນສ່ວນຕົວຂອງກັນ ແລະ ກັນ ຢ່າລືມວ່າທ່ານເອງກໍມີຊີວິດຂອງຕົວເອງຄືກັນ ກັບມາສົນໃຈເລື່ອງຂອງຕົນເອງດີກວ່າ ເບິ່ງແຍງເອົາໃຈໃສ່ຕົວເອງໃຫ້ດີ ກ່ອນທີ່ຈະ ໄປສົນໃຈເລື່ອງຂອງຄົນອື່ນ. ບໍ່ຄວນຄິດເລື່ອງອະນາຄົດໄກເກີນໄປ ຍ້ອນອະນາຄົດບໍ່ແນ່ນອນ ທ່ານບໍ່ສາມາດຮູ້ໄດ້ວ່າອີກ 5 ປີ ຄວາມຮັກຂອງທ່ານ ຈະຍັງຄືເກົ່າ ຫຼືບໍ່ ຖ້າຄິດໄປໄກເຖິງ ການໃຊ້ຊີວິດຮ່ວມກັນ ຫາກວ່າ ຄວາມເປັນຈິງມັນບໍ່ເປັນດັ່ງທີ່ເຮົາຄາດຫວັງ ອາດຈະເຮັດໃຫ້ຕົວທ່ານເອງຜິດຫວັງ …

Read More »

ວິທີບໍາລຸງມື ແລະ ຕີນ

ວິທີບໍາລຸງມື ແລະ ຕີນ ມື ແລະ ຕີນເປັນອະໄວຍະວະສ່ວນສໍາຄັນຂອງຮ່າງກາຍ ຕີນເຮັດໜ້າທີ່ຮັບນໍ້າໜັກ ແລະ ມີການເຄື່ອນໄຫວຢູ່ຕະຫຼອດເວລາ ສ່ວນມືກໍ່ໃຊ້ເຮັດກິດຈະກໍາຕ່າງໆຕະຫຼອດມື້ ແຕ່ອະໄວຍະວະທັງສອງພາກສ່ວນນີ້ພັດໄດ້ຮັບການເບິ່ງແຍງໜ້ອຍກວ່າອະໄວຍະວະສ່ວນອື່ນໆ, ໃນມື້ນີ້ເວັບໄຊ້ ວາລະສານ ຂັວນໃຈ ໄດ້ນໍາເອົາສູດບໍາລຸງມື ແລະ ຕີນ ດ້ວຍໝາກນັດ ແລະ ໄຂ່ແດງມາຝາກເຊິ່ງໝາກນັດ ແລະ ໄຂ່ແດງມີຄຸນສົມບັດທີ່ຊ່ວຍໃຫ້ມື ແລະ ຕີນນຽນນຸ້ມ ບໍ່ແຫ້ງ ເບິ່ງແລ້ວມີສຸຂະພາບດີ ເຊິ່ງສູດນີ້ບໍ່ພຽງແຕ່ບໍາລຸງມື ແລະ ຕີນເທົ່ານັ້ນຍັງບໍາລຸງເລັບ ແລະ ຜິວໜັງອ້ອມໆເລັບໃຫ້ມີຄວາມນຽນນຸ້ມ ເປັນເງົາງາມມີຄວາມແຂງແຮງ. ສ່ວນປະສົມໃນການບຳລຸງມີດັ່ງນີ້: ໝາກນັດ 1/4 ໜ່ວຍ. ໄຂ່ໄກ່ 1 ໜ່ວຍ. ຂັ້ນຕອນ ແລະ ວິທີເຮັດ: ແຍກໄຂ່ແດງອອກຈາກໄຂ່ຂາວ ຈາກນັ້ນນໍາມາຕີໃຫ້ຟູ. ນໍາເອົາໝາກນັດມາຄັ້ນເອົາແຕ່ນໍ້າ. ເອົານໍ້າໝາກນັດມາປະສົມກັບໄຂ່ແດງຄົນໃຫ້ເຂົ້າເປັນເນື້ອອັນດຽວ. ຖອກນໍ້າໝາກນັດ ແລະ ໄຂ່ແດງທີ່ປະສົມໄວ້ລົງໄປ ໃຊ້ສໍາລີຈຸ່ມນໍ້າໝາກນັດທີ່ປະສົມໄວ້ທາໃຫ້ທົ່ວຕີນທັງສອງຂ້າງຕັ້ງແຕ່ບໍລິເວນ …

Read More »