Breaking News

Daily Archives: 06/10/2016

5 ວິທີສະແດງ ຄວາມຮັກ ແບບ ໂລແມນຕິກ (Romance)

ເພື່ອເຮັດໃຫ້ຄົນພິເສດຂອງທ່ານ ຮູ້ສຶກວ່າທຸກມື້ຄືວັນພິເສດ ດ້ວຍ ວິທີງ່າຍໆ ແຕ່ໄດ້ຜົນສະເໝີ ດ້ວຍການສະແດງອອກດັ່ງລຸ່ມນີ້: ທີ່ຈະເຮັດໃຫຄົນ ທີ່ທ່ານຮັກພໍໃຈ ແລະ ຮັບຮູ້ໄດ້ວ່າ ເຂົາຄືຄົນພິເສດຂອງທ່ານຕະຫຼອດເວລາ. ວາງແຜນກິນເຂົາແລງຢູ່ເຮືອນ ການກິນເຂົ້າຕອນແລງນຳກັນສອງຕໍ່ສອງ ດ້ວຍບັນຍາກາດທີ່ມີແສງທຽນ, ສຽງເພງມ່ວນໆ ເປັນສິ່ງທີ່ສະແດງ ໃຫ້ເຫັນເຖິງຄວາມຮັກ, ຄວາມເອົາໃຈໃສ່ໄດ້ດີທີ່ສຸດ ພາໄປທ່ຽວຫາດຊາຍ ແຄມຂອງ, ຫາດຊາຍ ທະເລ ຫຼື ຫາດຊາຍອື່ນໆ ລອງພາຄົນຮັກຂອງທ່ານໄປຍ່າງຫຼີ້ນ ຫາດຊາຍ ທີ່ຫງຽບສະຫງົບ ນັ່ງເບິ່ງດວງຕາເວັນຕົກດິນນໍາກັນ ແລະ ມອບຂອງຂວັນສຸດພິເສດໃຫ້ຄົນທີ່ທ່ານຮັກ. ສ້າງຄວາມປະທັບໃຈໃນວັນທີ່ພິເສດ ຊື້ເຄື່ອງທີ່ພິເສດ ສຳລັບຄົນຮັກຂອງທ່ານ ໂດຍບໍ່ໃຫ້ຮູ້ຕົວເຊັ່ນ: ດອກໄມ້, ຊຸດໃໝ່ ຫຼື ຂະໜົມທີ່ຄົນຮັກຂອງທ່ານມັກກິນ ນອກຈາກວັນທີ່ພິເສດແລ້ວ ການມອບຂອງຂວັນທີ່ສໍາຄັນ ໃນມືທຳມະດາ ກໍຈະເຮັດໃຫ້ຄົນຮັກຂອງທ່ານປະທັບໃຈຫຼາຍຍິ່ງຂຶ້ນ. ພຽງຄໍາເວົ້າ ກໍເຮັດໃຫ້ໃຈອ່ອນແລ້ວ ບາງຄັ້ງຄໍາເວົ້າ ກໍສື່ສານຄວາມໝາຍທຸກຢ່າງ ຈົ່ງໝັ່ນບອກຄວາມໃນໃຈຂອງທ່ານໃຫ້ຄູ່ຂອງທ່ານໄດ້ຮັບຮູ້ ແຕ່ຖ້າເຂີນ ຫຼື ອາຍກໍລອງບອກຜ່ານຂໍ້ຄວາມ …

Read More »

ທ່າອອກກໍາລັງກາຍຫຼຸດໜ້າທ້ອງ 5 ນາທີ

 ທ່າອອກກໍາລັງກາຍຫຼຸດໜ້າທ້ອງ 5 ນາທີ ທ່າອອກກໍາລັງກາຍເພື່ອຫຼຸດໜ້າທ້ອງທ່ານສາມາດເຮັດໄດ້ງ່າຍໆ ແລະ ແຕ່ລະທ່າອອກກໍາລັງກາຍພຽງ 50 ວິນາທີ ອີກ 10 ວິນາທີ ໃຫ້ພັກຜ່ອນແລ້ວຈຶ່ງເລີ່ມທ່າຕໍ່ໄປ. ທ່າທີ່ 1. ນອນຢຽດຊື່ ຢຽດແຂນຢູ່ເທິງຫົວ ອອກແຮງຢັນໂຕຂຶ້ນມາກອດເຂົ່າ ຢຽດໂຕລົງນອນສູ່ທ່າເລີ່ມຕົ້ນ ແລະ ຢັນຂຶ້ນມາກອດເຂົ່າອີກເທື່ອຈົນຄົບ 50 ວິນາທີ ພັກ 10 ວິນາທີ ທ່າທີ່ 2. ນອນລຽບລົງກັບຕຽງ ແຂນວາງຂ້າງລໍາຕົວ ເກ໋ງລໍາຕົວສ່ວນໜ້າທ້ອງ ຍົກຂາຂຶ້ນແລ້ວເອົາຂາໄຂ່ວໄປມາດັ່ງໃນຮູບ ສະລັບໄຂ່ວຂາຕໍ່ໄປຈົນຄົບ 50 ວິນາທີ ພັກຜ່ອນ 10 ວິນາທີ ທ່າທີ່ 3. ນອນອ້າຂາຢຽດຊື່ ດັນໂຕຂຶ້ນມາເອົາມືແຕະປາຍຕີນຂ້າງຊ້າຍ ລົ້ມຕົວລົງນອນສູ່ທ່າເລີ່ມຕົ້ນ ດັນຕົວຂຶ້ນມາເອົາມືແຕະປາຍຕີນຂ້າງຂວາ ສະລັບປ່ຽນໄປມາດັ່ງໃນຮູບຈົນຄົບ 50 ວິນາທີ ແລ້ວພັກຜ່ອນ 10 ວິນາທີ ທ່າທີ່ 4. …

Read More »