Breaking News

Daily Archives: 07/10/2016

ຊີວິດສົດໃສ ​ໃນ​​ເກາະ  Gili ອິນ​ໂດ​ເນ​ເຊຍ

ຖ້າໃຜຄິດຢາກຈະໄປພັກຜ່ອນໃນບ່ອນງຽບສະຫງົບ, ຮົ່ມເຢັນ ພ້ອມທຳມະຊາດທາງທະເລທີ່ສວຍງາມ, ໄດ້ສະໜຸກສະໜານກັບຫາດຊາຍສີຂາວທີ່ລະອຽດ ແລະ ນໍ້າທະເລໃສ…ເຊິ່ງອາທິດນີ້ ຈະພາທ່ານຜູ້ອ່ານໄປຮູ້ຈັກກັບ ໝູ່ເກາະກີລີ Gili Islands ເປັນເກາະທີ່ນັກທ່ອງທ່ຽວຈາກທົ່ວໂລກນິຍົມໄປສຳພັດກັບບັນຍາກາດແຫ່ງນີ້ຫຼາຍທີ່ສຸດ ກ່ອນອື່ນໝົດ ມາຮູ້ຈັກເກາະກີລີກ່ອນເນາະ ! ເກາະກີລີ ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອຂອງເກາະ ລອມບອກ lombok ໃນປະເທດອິນໂດເນເຊຍ ໝູ່ເກາະກີລີ ລວມມີ 3 ເກາະຄື:  Gili Trawangan, Gili Meno ແລະ Gili Air ໂດຍທັງໝົດຕັ້ງຮຽງກັນຕາມແຄມຝັ່ງຂອງເກາະ ອ້ອມຮອບໄປດ້ວຍທະເລສີຟ້າສົດໃສ ເຫັນພື້ນນໍ້າທະເລສີຟ້າ ຕອນກາງເວັນໝູ່ເກາະເຫຼົ່ານີ້ຈະງຽບສະຫງົບດີ ນັກທ່ອງທ່ຽວສ່ວນຫຼາຍມັກນອນພັກຜ່ອນ ແລະ ອາບແສງແດດຢູ່ຫາດຊາຍຂາວ ຫຼື ອອກໄປລອຍນໍ້າ ແລະ ດຳນໍ້າເບິ່ງປາກາລັງຕາມເກາະ. ສຳລັບເກາະທີ່ໃຫຍ່ກວ່າໝູ່ແມ່ນເກາະ Gili Trawangan ຫ່າງຈາກເກາະ Gili Meno 1 ກິໂລແມັດ ເຊິ່ງເປັນເກາະທີ່ຕັ້ງຢູ່ລະຫວ່າງກາງຂອງ …

Read More »

ກຽມແຂ່ງຂັນຮູບເງົາສັ້ນ ວຽງຈັນນານ 2017 ລອງສະໝັກເບິ່ງເດີ້ ໃຜທີ່ມີຄວາມຝັນ

ງານແຂ່ງຂັນຮູບເງົາສັ້ນ ວຽງຈັນນານ (Vientianale)ກັບມາແລ້ວ! ເຊີນທຸກໆຄົນເຂົ້າມາຮ່ວມແຂ່ງຂັນຮູບເງົາສັ້ນນຳກັນຫຼາຍໆ ຮັບສະໝັກລົງທະບຽນ ການແຂ່ງຂັນດັ່ງກ່າວ ເປີດໃຫ້ ທຸກໆຄົນທີ່ດຳລົງຊີວີດຢູ່ໃນ ສປປ.ລາວ, ໂດຍບໍ່ຈໍາແນກສັນຊາດ ແລະຄວາມສາມາດປະສົບການໃນການຜະລິດຮູບເງົາ. ການແຂ່ງຂັນ ປີນີ້ ບໍ່ມີຫົວຂໍ້, ດັ່ງນັ້ນ ພວກເຮົາຈື່ງເຊີນຊວນໃຫ້ທຸກຄົນນໍາໃຊ້ຈິນຕະນາການຂອງຕົນເອງເຕັມທີ່. ຄະນະກຳມະການອິດສະຫຼະ ຈະເປັນຜູ້ເລືອກ ຮູບເງົາສັ້ນທີ່ດີທີ່ສຸດ 3 ເລື່ອງໂດຍມີລາງວັນດັ່ງລຸ່ມນີ້: ລາງວັນທີ່ 1: 8,000,000 ກີບ ລາງວັນທີ່ 2: 5,000,000 ກີບ ລາງວັນທີ່ 3: 3,000,000 ກີບ ຮູບເງົາທີ່ສົ່ງເຂົ້າປະກວດຈະໄດ້ຮັບການສາຍໃນ ມື້ສຸດທ້າຍຂອງ ງານເທດສະການຮູບເງົາ ວຽງຈັນນານ. ເຊິ່ງໃນມື້ນັ້ນ, ຜູ້ທີ່ເຂົ້າຊົມກໍ່ສາມາດເລືອກໃຫ້ຄະແນນຮູບເງົາທີ່ມັກ ແລະ ສົນໃຈ ເພື່ອໃຫ້ ລາງວັນຮູບເງົາຂັວນໃຈຜູ້ຊົມ. ປິດຮັບສະໝັກ: ວັນສຸກ ທີ່ 31 ມັງກອນ 2017 ຮູບເງົາທີ່ສົ່ງເຂົ້າປະກວດຈະຕ້ອງປະຕິບັດຕາມເງື່ອນໄຂ …

Read More »

ເຄັດລັບເບິ່ງແຍງໜ້າໃສກ່ອນນອນ

ເຄັດລັບເບິ່ງແຍງໜ້າໃສກ່ອນນອນ ເຄັດລັບໜ້າໃສມີຢູ່ຫຼາຍຮູບແບບ ຕັ້ງແຕ່ສະໝຸນໄພບູຮານທີ່ຊອກຫາໄດ້ງ່າຍໃນຫ້ອງຄົວ ຄີມບໍາລຸງສູດຕ່າງໆ, ເຄື່ອງສໍາອາງແຕ້ມສີສັນເທິງໜ້າໄປຈົນເຖິງນະວັດຕະກໍາທຣີດເມ້ນຜິວໜ້າໃຫ້ງາມສົດໃສ, ແຕ່ຫຼາຍທ່ານຄົງຈະລືມໄປວ່າ ການເບິ່ງແຍງຜິວພັນໜ້າໃຫ້ໃສນັ້ນບໍ່ແມ່ນພຽງແຕ່ບໍາລຸງຢ່າງດຽວ ຄວນໄດ້ຮັບການພັກຜ່ອນເບິ່ງແຍງຮັກສາຄວາມສະອາດເຊິ່ງຖືວ່າເປັນສິ່ງທີ່ສໍາຄັນທີ່ບໍ່ແພ້ການເບິ່ງແຍງຜິວພັນແບບອື່ນໆ ໂດຍສະເພາະກ່ອນນອນທ່ານໄດ້ເບິ່ງແຍງຜິວພັນໜ້າທ່ານເປັນຢ່າງດີແລ້ວ ຫຼື ຍັງ ເຮົາມີເຄັດລັບການເບິ່ງແຍງເຮັດຄວາມສະອາດຜິວພັນໜ້າຢ່າງຖືກວິທີມາແນະນໍາ ເພື່ອທີ່ຈະໄດ້ມີໃບໜ້າທີ່ງາມໃສບໍ່ມີໃຫ້ຮິ້ວຮອຍ. ເຄັດລັບໜ້າຂາວໃສ: ຂັ້ນຕອນທີ 1: ການບໍາລຸງຜິວໜ້າຂຶ້ນຢູ່ກັບການເລືອກຜະລິດຕະພັນທີ່ເໝາະສົມກັບຜິວໜ້າຂອງແຕ່ລະຄົນ. ຂໍ້ແນະນໍາເພີ່ມເຕີມສໍາລັບຄົນທີ່ມີຜິວໜ້າແຫ້ງ ຫຼື ຜິວພັນທີ່ແພ້ງ່າຍໃຫ້ເລືອກໃຊ້ຜະລິດຕະພັນທີ່ມີສ່ວນປະສົມຂອງນໍ້ານົມເປັນຫຼັກ ເພາະຈະຊ່ວຍເຮັດຄວາມສະອາດ ແລະ ເພິ່ມຄວາມຊຸ່ມໃຫ້ກັບຜິວເຮົາອີກດ້ວຍ ສໍາລັບຄົນຜິວໜ້າມັນໃຫ້ເລືອກໃຊ້ຜະລິດຕະພັນທີ່ມີສ່ວນປະສົມຂອງນໍ້າເຜິ້ງເປັນຫຼັກ ຈະຊ່ວຍຄວບຄຸມຄວາມມັນເທິງໃບໜ້າໄດ້ອີກດ້ວຍ. ຂັ້ນຕອນທີ 2: ການເຮັດຄວາມສະອາດໃບໜ້າມີເລື່ອງທີ່ຕ້ອງໃສ່ໃຈຢູ່ 2 ເລື່ອງຄື: ການໃຊ້ Cleansing ໃຫ້ນວດທາປະໄວ້ 30 ວິນາທີ – 60 ວິນາທີ ເພື່ອໃຫ້ເນື້ອຄີມລະລາຍສິ່ງເປິະເປື້ອນເຄື່ອງສໍາອາງ, ຄາບໄຂມັນອຸດຕັນ. ການລ້າງໜ້າ ຄວນລ້າງໜ້າຄ່ອຍທີ່ສຸດ, ບໍ່ຂັດຖູແຮງເພາະຈະເຮັດໃຫ້ເກີດຮິ້ວຮອຍໄດ້ງ່າຍ ຢ່າໃຊ້ນິ້ວຊີ້ກັບນິ້ວໂປ້ເພາະຈະມີແຮງເນັ້ນຫຼາຍ ອັນເປັນສາເຫດຂອງຮິວຮອຍໃຊ້ພຽງນິ້ວກາງ ແລະ ນິ້ວນາງໂດຍເລິ່ມໝຸນນິ້ວມືອອກເປັນວົງອ້ອມ ເລີ່ມຈາກບໍລິເວນຄາງນວດຄ່ອຍໆໄລ່ຂຶ້ນໄປຕາມແກ້ມໄລ່ຈາກບໍລິເວນຈຸດກາງໄປຕາມລາຍກ້າມຊີ້ນອອກໄປທາງດ້ານຂ້າງໄລ່ໄປທີ່ໜ້າຜາກເປັນການຕ້ານແຮງໂນ້ມອາດຈະເນັ້ນບໍລິເວນຮ່ອງດັງເພື່ອປ້ອງກັນການເກີດສິວສ້ຽນ ສ່ວນວິທີການລ້າງອອກນັ້ນໃຫ້ກອບເອົານໍ້າແປະຜິວໜ້າລູບຄ່ອຍໆຫ້າມຖູເພາະຈະເຮັດໃຫ້ເກີດຮິ້ວຮອຍເຊັ່ນກັນ. ຈາກນັ້ນປ່ອຍໃຫ້ຜິວໜ້າເຮົາໄດ້ພັກຜ່ອນດ້ວຍການເຂົ້ານອນແຕ່ຫົວຄໍ່າເພື່ອໃຫ້ຮ່າງກາຍໄດ້ຟື້ນຟູສະພາບຜິວພັນ …

Read More »