Breaking News

Daily Archives: 11/10/2016

ການຕັດໃຈຈາກຄົນຮັກ ມັນແສນຈະທໍລະມານ

ຄວາມໝົດຫວັງ, ຄວາມເສຍໃຈ ທຸກຄົນລ້ວນແລ້ວແຕ່ ເຄີຍປະສົບພົບພໍ້ກັນມາໝົດ ເພາະຊີວິດຂອງຄົນເຮົາທຸກຄົນ ບໍ່ມີໃຜດອກ ທີ່ຈະສົມຫວັງ 100% ແຕ່ເຮົາຈະສາມາດຮັບມືກັບສິ່ງເຫຼົ່ານັ້ນໄດ້ແບບໃດ ຖ້າສະໝອງຂອງເຮົາຍັງຈື່ຈໍາແຕ່ເລື່ອງທີ່ເຮັດໃຫ້ຈິດໃຈເຈັບຊໍ້າ ແລະການຕັດໃຈມັນກໍກາຍເປັນເລື່ອງທີ່ຕັດໃຈບາດດຽວບໍ່ໄດ້ ເພາະສະນັ້ນເຮົາຄວນຮຽນຮູ້ ທີ່ຈະໃຫ້ໂອກາດຕົວເອງ ປົດປ່ອຍເລື່ອງລາວ ແລະ ເລີ່ມຕົ້ນໃໝ່, ຮູ້ຈັກອອກໄປທ່ອງທ່ຽວກັບຄອບຄົວ ແລະ ໝູ່ເພື່ອນ, ສາມາດຮຽນຮູ້ສິ່ງໃໝ່ໆຢູ່ສະເໝີ, ອອກກໍາລັງກາຍ ເພາະຈະຊ່ວຍໃຫ່ສະໝອງເຮັດວຽກໄດ້ດີຂຶ້ນ, ໄປທ່ຽວໃນສະຖານທີ່ທີ່ບໍ່ເຄີຍໄປ ເພື່ອເປັນການເປີດໂອກາດໃຫ້ກັບຕົນເອງ ເມື່ອເຮົາຮູ້ວ່າເຈັບ ກໍຕ້ອງລະບາຍດ້ວຍການໄຫ້ອອກມາດັງໆ ເພາະການລະບາຍຄວາມເຈັບດ້ວຍການໄຫ້ ຈະເຮັດໃຫ້ເຮົາສະບາຍໃຈໃນເວລາຕໍ່ມາ ຫຼັງຈາກນັ້ນ ກໍໃຫ້ອະໄພຕົນເອງ ແລະ ໃຫ້ອະໄພກັບທຸກສິ່ງ ເພື່ອບໍ່ໃຫ້ຕົນເອງມີຄວາມທຸກໃຈ ແລ້ວກັບມາຕັ້ງໃຈເຮັດວຽກ ທຳໃຈໃຫ້ສະຫງົບເພາະຊີວິດຂອງເຮົາຕ້ອງດໍາເນີນຕໍ່ໄປຢ່າງເຂັ້ມແຂງ  

Read More »

Pretty Sweet ເກີບສີຫວານໆ ອອກແນວໜ້າຮັກ

ສະບາຍດີ ມື້ນີ້ເວັບໄຊ້ ວາລະສານ ຂວັນໃຈ ຈະມາແນະນຳແຟຼຊັ່ນ Pretty Sweet Shoe,  ສຳລັບສາວໆທ່ານໃດທີ່ກຳລັງຕ້ອງການເລືອກເກີບເພື່ອກຽມໃສ່ໄປງານລ້ຽງ, ງານດອງ ແລະ ງາມສັງສັນຕ່າງໆ ເຮົາຂໍແນະນຳໃຫ້ຊອກເກີບສີເຢັນໆ ຫວານໆ ອອກແນວໜ້າຮັກ ແລະ ແນ່ນອນອາດເພີ່ມຄວາມສົນໃຈໃຫ້ຕົວທ່ານພາຍໃນງານໄດ້ເປັນຢ່າງດີ…!

Read More »

ເຄື່ອງສໍາອາງທີ່ເຮົາໃຊ້ໝົດອາຍຸ ຫຼື ບໍ່?

ເຄື່ອງສໍາອາງທີ່ເຮົາໃຊ້ໝົດອາຍຸ ຫຼື ບໍ່? Mascara, eyeshadow, eyeliner: ໝົດອາຍຸພາຍໃນ 3 ເດືອນຫຼັງຈາກເປີດໃຊ້ ເພາະເກີດຈາກດ້າມທີ່ຢູ່ດ້ານໃນນັ້ນຕ້ອງຈຸ່ມເຂົ້າ-ອອກເຮັດໃຫ້ສໍາຜັດກັບອາກາດເລື່ອຍໆ ດັ່ງນັ້ນແລ້ວຄວນຫຼີກການອັດດ້າມລົງໄປໃນຫຼອດເລື່ອຍໆເພາະຈະເຮັດໃຫ້ເຄື່ອງສໍາອາງແຫ້ງໄວ ແລະ ໝົດອາຍຸໄວຂຶ້ນ. ຮອງພື້ນ: ຖ້າຫາກເປັນແບບປະສົມນໍ້າຈະໝົດອາຍຸພາຍໃນ 1 ປີຫຼັງຈາກເປີດໃຊ້ແຕ່ເຮົາສາມາດແກ່ຍາວອາຍຸການໃຊ້ງານໃຫ້ໄດ້ດົນຂຶ້ນໂດຍປິດຝາໃຫ້ແໜ້ນແລ້ວມ້ຽນໄວ້ໃນຕູ້ເຢັນ ແລະ ໃຊ້ຟອງນໍ້າແທນການສໍາຜັດຮອງພື້ນໂດຍກົງ. ແປ້ງຝຸ່ນທາໜ້າ ຫຼື ສີທາແກ້ມ: ໝົດອາຍຸພາຍໃນ 2 ປີຫຼັງຈາກເປີດໃຊ້ເຮົາສາມາດແກ່ຍາວອາຍຸການໃຊ້ງານໄດ້ດ້ວຍການໃຊ້ໄມ້ແປງປັດໜ້າແທນການໃຊ້ມືສໍາຜັດໂດຍກົງ. ລິບສະຕິກ: ໝົດອາຍຸພາຍໃນ 2 ປີຫຼັງຈາກເປີດໃຊ້ຄັ້ງທໍາອິດ Lip Gloss ມີອາຍຸການໃຊ້ງານພຽງ 1 ປີເທົ່ານັ້ນໂດຍສະເພາະແບບຈິ້ມຈຸ່ມເຮົາສາມາດແກ່ຍາວອາຍຸການໃຊ້ງານຂອງລິບສະຕິກໃຫ້ໄດ້ດົນຂຶ້ນໂດຍປິດຝາໃຫ້ແໜ້ນແລ້ວມ້ຽນໄວ້ໃນຕູ້ເຢັນ. ສໍແຕ້ມຄິ້ວ: ໝົດອາຍຸພາຍໃນ 2 ປີຫຼັງຈາກເປີດຝາໃຊ້. ຄຣີມ ຫຼື ໂລຊັ່ນບໍາລຸງຜິວ: ໝົດອາຍຸພາຍໃນ 1 ປີຫຼັງຈາກເປີດໃຊ້ຄັ້ງທໍາອິດ.  

Read More »