Breaking News

Daily Archives: 12/10/2016

ໜຸ່ມສຸດເຈົ້າຊູ້ ທີ່ມີຄວາມຮັກໃຫ້ກັບ “ຄົນຮັກ” ທີ່ສາວໆຕ້ອງອິດສາ

ຄຳອ້າຍ ແສງພະຈັນ (ອ້າຍ) ອາຍຸ 24 ປີ ຈົບປະລິນຍາຕີຄະນະເສດຖະສາດ-ບໍລິຫານທຸລະກິດ ແລະ ກຳລັງຮຽນພາສາຈີນ ເພື່ອສຶກສາຕໍ່ປະລິນຍາໂທ ຢູ່ນະຄອນຫຼວງຊຽງໄຮ ປະເທດຈີນ. ຜົນງານທີ່ຜ່ານມາເຄີຍຖ່າຍແບບໃຫ້ກັບ ຮ້ານ ມູ ເວີ ມ໋ອງ ຮ້ານຕັດຊຸດສູດສຳລັບທ່ານຊາຍ. ສຳລັບ ກິລາທີ່ມັກແມ່ນຕີດອກປີກໄກ່ ແລະ ເຂົ້າຟິດເນັດເປັນປະຈຳເພື່ອຮັກສາສຸຂະພາບ. ສິ່ງທີ່ເຮັດໃຫ້ອ້າຍມີຄວາມສຸກແມ່ນການທີ່ໄດ້ຢູ່ກັບຄອບຄົວ, ຄົນທີ່ຮັກ ແລະ ໝູ່ເພື່ອນທີ່ຮູ້ໃຈ.     ບໍ່ໄດ້ມັກຜູ້ຍິງທີ່ໜ້າຕາງາມ ແຕ່ມັກທີ່ຈິດໃຈຫຼາຍກວ່າ ເພາະຜູ້ຍິງທີ່ງາມໆ ແນ່ນອນຕ້ອງມີຄົນສົນໃຈ, ມາມັກ ມາຈີບຫຼາຍ ແລະ ອາດຈະເຮັດໃຫ້ເຮົາເສຍໃຈໃນອະນາຄົດ. ເພາະຄົນງາມ ອາດຈະເລືອກຄົນເຈົ້າຊູ້ກວ່າ, ຖານະດີກວ່າເຮົາກໍເປັນໄປໄດ້.  ເພາະວ່າ ອ້າຍ ຖ້າຕົກລົງຄົບໃຜ ຮັກໃຜແລ້ວ ກໍຢາກຈິງຈັງຈິງໃຈຕໍ່ກັນຕະຫຼອດໄປ ບໍ່ຢາກເສຍເວລາກັບຄົນທີ່ບໍ່ຮັກຈິງ. ນິຍາມຄຳວ່າຮັກສຳລັບຕົນເອງໃຫ້ຮູ້ແນ່? ຄວາມຮັກແມ່ນຄວາມຮູ້ສຶກພາຍໃນທີ່ຈະສາມາດບົ່ງບອກວ່າ ເມື່ອເຮົາຢູ່ນຳກັນແລ້ວບໍ່ອຶດອັດ, ສາມາດເປັນໂຕຂອງຕົນເອງ, ຢູ່ແລ້ວມີຄວາມສຸກ …

Read More »

ວິທີ​ທ້ອນ​ເງິນ​ ແບບພະນັກງານເງິນ​ເດືອນ

ການໃຊ້ຊີວິດໂດຍປາສະຈາກການວາງແຜນ ຖືເປັນຊີວິດທີ່ອ່າວສ່ຽງ ໂດຍສະເພາະໃນເລື່ອງການເງິນ ຖ້າບໍ່ມີການຈັດລະບົບກັນໃຫ້ດີ ເມື່ອຮູ້ຕົວກໍອາດຈະສວາຍເກີນໄປ ເພາະກຳລັງປະສົບກັບບັນຫາທາງການເງິນແບບຫຼີກບໍ່ໄດ້ ຕ້ອງຍອມຮັບວ່າ ຄົນເຮັດວຽກລໍຖ້າເງິນເດືອນນີ້ ສ່ວນໜຶ່ງຍັງບໍ່ສາມາດບໍລິຫານເງິນໄດ້ດີເທົ່າທີ່ຄວນ ແຕ່ເຊື່ອວ່າເຮົາສາມາດຮັບມືກັບມັນໄດ້ ຖ້າຮູ້ຈັກວາງແຜນ ແລະ ໃສ່ໃຈກັບອະນາຄົດທາງດ້ານການເງິນຂອງຕົນເອງໃຫ້ຫຼາຍຂຶ້ນ ເພາະໃນແຕ່ລະມື້ມີຄ່າໃຊ້ຈ່າຍເພີ່ມຂຶ້ນເລື້ອຍໆ ຈົນບໍ່ຮູ້ວ່າຈະເລີ່ມ ຈາກຈຸດໃດດີ ລອງມາອ່ານວິທີການວາງແຜນທ້ອນເງິນທີ່ບໍ່ຍາກເກີນ ຄວາມສາມາດຂອງທ່ານດອກເນາະ! ຫຼຸດຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ. ຄົນເຮັດວຽກທຸກຄົນອາດຈະຮູ້ສຶກວ່າ ທຸກສິ່ງທຸກຢ່າງທີ່ຢູ່ອ້ອມຕົວເຮົາ ມັນເປັນສິ່ງທີ່ຈຳເປັນທັງໝົດ ເຮັດໃຫ້ຕັດສິນໃຈໄດ້ຍາກ ແຕ່ເມື່ອຮອດເວລາຕ້ອງວາງແຜນການເງິນ ເຮົາກໍຈະເຫັນໂລດວ່າ ສິ່ງໃດຈຳເປັນທີ່ສຸດ ເຊັ່ນ: ອາຫານລາຄາແພງ, ຊື້ເຄື່ອງນຸ່ງທີ່ໃຊ້ພຽງເທື່ອດຽວ ຖ້າເຮົາສາມາດຄວບຄຸມຄ່າໃຊ້ຈ່າຍທີ່ບໍ່ຈຳເປັນໄດ້ ເຮົາກໍຈະເຫັນເງິນຢ່າງແນ່ນອນ. ທ້ອນກ່ອນ ຈຶ່ງຈ່າຍ ຫຼາຍຄົນເລືອກທີ່ຈະໃຊ້ຈ່າຍກ່ອນ ເຫຼືອເທົ່າໃດແລ້ວຈຶ່ງທ້ອນ ເຊິ່ງມັນອາດຈະບໍ່ແມ່ນວິທີທີ່ຖືກຕ້ອງປານໃດ ເຮົາຄວນປ່ຽນມາໃຊ້ວິທີທ້ອນກ່ອນແລ້ວຈຶ່ງຈ່າຍ ຈະເຮັດໃຫ້ເຮົາມີເງິນເຫຼືອຫຼາຍຂຶ້ນ ເພາະເຮົາໄດ້ເອົາເງິນສ່ວນໜຶ່ງອອກໄປແລ້ວ ເຮົາກໍຈະໃຊ້ເງິນໄດ້ແບບອຸ່ນໃຈຫຼາຍຂຶ້ນ ເຮົາອາດຈະໃຊ້ຮູບການເປີດບັນຊີເງິນຝາກປະຈຳຮ່ວມ ເພື່ອຊ່ວຍທ້ອນເງິນໂດຍບໍ່ເອົາເງິນສ່ວນນີ້ມາໃຊ້ຈ່າຍ ແລະເປັນການສ້າງນິດໄສການທ້ອນເງິນໃຫ້ກັບຕົນເອງ. ຕັ້ງເປົ້າໝາຍໃນການທ້ອນເງິນ ໃນໄລຍະທີ່ເຮົາເລີ່ມຕົ້ນທ້ອນເງິນ ໃຫ້ບັນທຶກລາຍຮັບ-ລາຍຈ່າຍນຳອີກ ເພື່ອໃຫ້ເຫັນວ່າ ໃນແຕ່ລະມື້ໄດ້ຈ່າຍເງິນໄປເທົ່າໃດແລ້ວໃຫ້ເລີ່ມຕັ້ງເປົ້າໃນການທ້ອນເງິນໃຫ້ກັບຕົວເອງວ່າ ເຮົາຈະເອົາເງິນໄປຊື້ລົດ, ຊື້ເຮືອນ …

Read More »

ສິ່ງທີ່ຄວນຮູ້ກ່ຽວກັບອາຫານເສີມເພື່ອສຸຂະພາບ

  ຂໍ້ຄວນຮູ້ກ່ຽວກັບອາຫານເສີມເພື່ອສຸຂະພາບ ຫຼື ຜະລິດຕະພັນເສີມອາຫານ ອາຫານເສີມເພື່ອສຸຂະພາບ: ອາຫານເສີມ ຫຼື ຜະລິດຕະພັນເສີມອາຫານຊະນິດນີ້ມີການຜະລິດຂຶ້ນມາແພ່ຫຼາຍເປັນເວລາດົນແລ້ວ ແລະ ເປັນທີ່ນິຍົມໃນກຸ່ມຄົນທົ່ວໄປ ໂດຍການຮັບປະທານອາຫານເສີມຊະນິດນີ້ມັກຈະຫວັງຜົນເພື່ອໃຫ້ຮ່າງກາຍຂອງເຮົາມີປະສິດທິພາບດີຂຶ້ນ ທົນຕໍ່ສະພາບຄວາມເຄັ່ງຕຶງ, ຄວາມອິດເມື່ອຍທີ່ເກີດຈາກການເຮັດວຽກໄດ້ ອາຫານເສີມເຫຼົ່ານີ້ມັກຈະປະກອບໄປດ້ວຍວິຕາມິນແຮ່ທາດທີ່ຈໍາເປັນຕ່າງໆຂອງຮ່າງກາຍ, ສານຕ້ານອະນຸມູນອິດສະລະຕ່າງໆ ສານສະກັດຕ່າງໆທີ່ໂຄສະນາວ່າຊ່ວຍໃນເລື່ອງກ່ຽວກັບບັນຫາສຸຂະພາບຕ່າງໆເຊັ່ນ: ບໍາລຸງສະໝອງໃນກຸ່ມຄົນທີ່ຮຽນຫຼາຍ, ໃຊ້ຄວາມຄິດຫຼາຍ, ພົບກັບຄວາມຕຶງຄຽດເປັນປະຈໍາ ຄົນທີ່ມີພະຍາດປະຈໍາຕົວຕ່າງໆທີ່ຕ້ອງການອາຫານເສີມເພື່ອບັນເທົາພະຍາດຂອງຕົນ ທັງນີ້ການເລືອກອາຫານເສີມຄວນຄໍານຶງເຖິງປະສິດທິພາບທີ່ແທ້ຈິງ, ຄວາມປອດໄພຂອງອາຫານເສີມເປັນຫຼັກ.    

Read More »