Breaking News

Daily Archives: 26/10/2016

ວິທີ​ບໍລິຫານ​ເງິນ​ແບບ​ງ່າຍໆ ​​ມີ​ເຫຼືອ​ເກັບ​ສົມ​ໃຈ

ການສ້າງຖານະທີ່ໝັ້ນຄົງກໍຄືການບໍລິຫານເງິນທີ່ມີປະສິດທິພາບນັ້ນເອງ ສະບັບນີ້ວາລະສານຂວັນໃຈ ຂໍຍົກເອົາວິທີການບໍລິຫານເງິນແບບງ່າຍໆ ທີ່ທຸກຄົນສາມາດເຮັດໄດ້ມາຝາກ ໂດຍແບ່ງລາຍຮັບທັງໝົດອອກເປັນ 6 ສ່ວນ ດັ່ງນີ້ : ເງິນສຳລັບໃຊ້ຈ່າຍທີ່ຈຳເປັນໃນຊີວິດປະຈຳວັນ ( Necessity Account ) 55% ຂອງລາຍໄດ້ທັງໝົດ ເງິນໃນສ່ວນນີ້ ເປັນເງິນທີ່ຖືກແບ່ງໄວ້ເພື່ອໃຊ້ຈ່າຍເປັນ ຄ່າອາຫານ, ເຄື່ອງນຸ່ງ, ການເດີນທາງ, ສິນຄ້າອຸປະໂພກ-ບໍລິໂພກ ຫຼື ຈ່າຍຄ່ານ້ຳ, ຄ່າໄຟ, ຄ່ານ້ຳມັນລົດ ແລະ ໜີ້ສິນຕ່າງໆ ເງິນສຳລັບໃຊ້ຈ່າຍສ່ວນຕົວຕາມໃຈມັກ ( Play Account ) : 10% ຂອງລາຍໄດ້ທັງໝົດ 10% ໃນສ່ວນນີ້ ຖືເປັນລາງວັນສຳລັບຄວາມອິດເມື່ອຍໃນການເຮັດວຽກຂອງແຕ່ລະເດືອນ ເປັນເງິນທີ່ເຮົາສາມາດໃຊ້ໄດ້ຢ່າງອິດສະລະ ໂດຍບໍ່ຕ້ອງຫ່ວງໜ້າຫ່ວງຫຼັງ ເງິນສຳລັບການລົງທຶນ ( Financial Freedom Account ) : 10% ຂອງລາຍໄດ້ທັງໝົດ …

Read More »

ເຊັນສັນຍາຮ່ວມມືສ້າງຮູບເງົາ ລະຫວ່າງ ສປປ ລາວ-ສປ ຈີນ

ບໍລິສັດ ຈົງສື້ຢາໄທ(ປັກກິ່ງ)ສື່ວັດທະນະທໍາ ສາກົນຈໍາກັດ ໄດ້ເຊັນສັນສາຮ່ວມມືຖ່າຍທໍາຮູບເງົາເລື່ອງ: “ດອກຈໍາປາບານ” ກັບ ກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຂຶ້ນໃນວັນທີ 25 ຕຸລາ 2016 ທີ່ ໂຮງແຮມດອນຈັນພາເລດ. ໂດຍຕ່າງໜ້າເຊັນສັນຍາລະຫວ່າງທ່ານ ວິທູນ ສຸນດາລາ ວ່າການຫົວໜ້າກົມຮູບເງົາ ກັບ ທ່ານ ໂຈຢັນ ຫົວໜ້າບໍລິສັດ ຈົງສື້ຢາໄທ ແລະ ໃຫ້ກຽດໃນການເຂົ້າຮ່ວມເປັນສັກຄີພິຍານຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມີບັນດາແຂກທີ່ຖືກເຊີນພ້ອມດ້ວຍສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. ຮູບເງົາເລື່ອງ: “ດອກຈໍາປາບານ” ເປັນຮູບເງົາທີ່ພັນລະນາເຖິງຄວາມຮັກທີ່ສວຍງາມຂອງນ້ອງສາວລາວ ແລະ ອ້າຍບ່າວຈີນ ທີ່ສະແດງໃຫ້ເຫັນເຖິງການຜູກມິດສຳພັນທີ່ດີ, ທໍາມະຊາດທີ່ສວຍສົດງົດງາມ, ວັດທະນະທໍາ ຮີດຄອງປະເພນີ ອັນດີງາມ ຂອງສອງຊາດລາວ-ຈີນ. ການຮ່ວມມືສ້າງຮູບເງົາໃນຄັ້ງນີ້ ເປັນເລື່ອງທໍາອິດໃນການພົວພັນລາວ-ຈີນຄົບຮອບ 55 ປີ …

Read More »

ຂໍ້ເສຍຂອງການສີດຜິວຂາວ

ຂໍ້ເສຍຂອງການສີດຜິວຂາວ ຄ່າໃຊ້ຈ່າຍແພງເພາະຕ້ອງສີດຜິວພັນໃຫ້ຂາວເປັນປະຈໍາ ເມື່ອຢຸດສີດຜິວພັນທີ່ຂາວຈະກັບໄປເປັນຄືເກົ່າ. ຜິວພັນຈະແຫ້ງງ່າຍສ່ຽງຕໍ່ການເປັນມະເຮັງຜິວໜັງ ເພາະການສີດສານກລູຕ້າໄຮໂອນຈະເຮັດໃຫ້ເມັດເມລານິນຈາງລົງເຊິ່ງເມັດເມລານິນທີ່ຈາງລົງເປັນສ່ວນທີ່ປ້ອງກັນຈາກລັງສີ ຫຼື ສິ່ງເປິະເປື້ອນຕ່າງໆ ເຮັດໃຫ້ຜິວໜັງໄດ້ຮັບແສງແດດຫຼາຍຂຶ້ນຈົນເຮັດໃຫ້ເກີດມະເຮັງຜິວໜັງໄດ້. ຄວາມສ່ຽງຕ່າງໆລະຫວ່າງການສີດຜິວພັນໃຫ້ຂາວເຊັ່ນ: ສານທີ່ເຮັດໃຫ້ຜິວພັນຂາວນັ້ນເມື່ອສີດເຂົ້າໄປສູ່ຮ່າງກາຍບໍ່ມີຄຸນນະພາບ ຜູ້ທີ່ສີດສານບໍ່ແມ່ນແພດທີ່ຊໍານານເຊິ່ງອາດຈະພາໃຫ້ເກີດອັນຕະລາຍແກ່ຮ່າງກາຍໄດ້.

Read More »

ຫົວເຫວີຍ ຈະເປັນສະມາດໂຟນອັນດັບໜຶ່ງໃນອາຊີ ປາຊີຟິກ

ຕາມການລາຍງານຫຼ້າສຸດ ໃນການຄາດຄະເນຂອງໜ່ວຍກົນລະຍຸດ ສະມາດໂຟນແບບໄຮ້ສາຍ (WSS): ການຄາດຄະເນຂອງການຈັດສົ່ງ ສະມາດໂຟນທົ່ວໂລກ ຕາມຜູ້ຈໍາໜ່າຍ ຕາມຂົງເຂດ ຕາມໄຕມາດ 2015-2017, ຫົວເຫວີຍຈະເໜືອກວ່າ Samsung ແລະ ກາຍເປັນ ຜູ້ຈໍາໜ່າຍ ສະມາດໂຟນທີ່ໃຫຍ່ທີ່ສຸດໂດຍປະລິມານໃນອາຊີປາຊີຟິກ ໃນປີ 2017 ດ້ວຍສ່ວນແບ່ງການຕະຫຼາດ 11%. ອາຊີປາຊີຟິກ ຍັງຄົງເປັນຂົງເຂດທີ່ໃຫຍ່ທີ່ສຸດສໍາລັບຫົວເຫວີຍ, ມີຜົນເຖິງ 65% ຂອງສ່ວນແບ່ງປະລິມານສະມາດໂຟນໃນໄລຍະເຄິ່ງປີທໍາອິດຂອງປີ 2016. ພວກເຮົາເຊື່ອວ່າ ອາຊີຍັງຈະສືບຕໍ່ສ້າງ Lion’s Share ໃນຮູບພາບ ລະດັບໂລກຂອງຫົວເຫວີຍ. ແນວໃດກໍ່ຕາມ, ຜູ້ຈໍາໜ່າຍຊາວຈີນນີ້ ກໍາລັງ ເພີ່ມປະລິມານຢ່າງວ່ອງໄວໃນ ເອີລົບຕາເວັນຕົກ ແລະ ອາຟຣິກາ ຕາເວັນອອກກາງໃນໄລຍະສອງສາມປີທີ່ຜ່ານມາ. ຫົວເຫວີຍຢູ່ພາຍໃຕ້ຂະບວນການຂອງການສ້າງຕົວເອງໃຫ້ເປັນຜູ້ຫຼິ້ນ ສະມາດໂຟນຂັ້ນສູງໃນລະດັບໂລກ ແລະມັນຊ່ວຍໃຫ້ຫຼຸດຄວາມເຊື່ອໝັ້ນ ໃນຕະຫຼາດຈີນທີ່ມີການແຂ່ງຂັນກັນຢ່າງດຸເດືອດ. ໃນພື້ນຖານການ ຂະຫຍາຍໂຕດັ່ງກ່າວ ແມ່ນຊ່ວຍຍົກລະດັບການຮັບຮູ້ໃນຄວາມເປັນ ຫົວເຫວີຍ, ກົນລະຍຸດຂະຫຍາຍຊ່ອງທາງທີ່ມີປະສິດທິພາບ, ຜົນງານທີ່ມີ …

Read More »