Breaking News

Daily Archives: 08/11/2016

90% ຂອງຄູ່ຮັກ ເລີກກັນຍ້ອນເລື່ອງເງິນ

ຮັກແທ້ແຕ່ຍັງຜິດກັນຍ້ອນເງິນ!! ເລື່ອງເງິນ-ຄໍາ ເຖິງວ່າມັນຈະບໍ່ສຳຄັນທີ່ສຸດໃນຊີວິດ ແຕ່ມັນກໍເປັນສິ່ງຈໍາເປັນທີ່ສຸດໃນຊີວິດ ຂອງທຸກຄົນ ເພາະສະນັ້ນ ຄວນຕົກລົງກັນ ກ່ອນຈະມີບັນຫາພາຍຫຼັງຕັດສິນໃຈໃຊ້ຊີວິດຮ່ວມກັນ. ສາວໆທີ່ກໍາລັງຈະຕັດສິນໃຈ ໃຊ້ຊີວິດຄູ່ ກະລຸນາ ຄິດໜ້ອຍໜຶ່ງກ່ອນເນາະ! ຢ່າເກງໃຈທີ່ຈະຖາມເຖິງການວາງແຜນເລື່ອງເງິນ ຂອງຄົນຮັກ ຖ້າບໍ່ຢາກຜິດກັນພາຍຫຼັງ ຄວນຖາມເຂົາກ່ຽວກັບການເງິນ ແລະ ຊ່ວຍກັນວາງແຜນຫຼືຕົກລົງເລື່ອງເງິນກ່ອນຕັດສິນໃຈໃຊ້ຊີວິດຄູ່ ຖ້າຫາກຕົກລົງກັນໃຫ້ເຂົ້າໃຈດີແລ້ວ ເຊື່ອໄດ້ວ່າເລື່ອງເງິນຈະບໍ່ມາເຮັດໃຫ້ຄວາມຮັກຂອງທ່ານມີບັນຫາແນ່ນອນ ໃຜຈະເປັນຄົນກໍາເງິນ?? ເປັນຄໍາຖາມທໍາອິດທີ່ຈະຕ້ອງລົມກັນໃຫ້ເຂົ້າໃຈທີ່ສຸດ ຖ້າຈະຕົກລົງແຕ່ງດອງກັນແລ້ວ ລາຍໄດ້ ແລະ ຊັບສິນຫຼັງຈາກແຕ່ງດອງ ຄວນຈະຕົກເປັນກອງກາງທັນທີ່ ການບໍລິຫານລາຍຮັບ-ລາຍຈ່າຍ ຄວນບໍລິຫານຮ່ວມກັນ ເພື່ອທັງສອງຈະໄດ້ມີສ່ວນຮັບຜິດຊອບຮ່ວມກັນ. ຕົກລົງກັນແລ້ວກໍຄວນມີຂໍ້ຈໍາກັດໃນການໃຊ້ເງິນ. ເພື່ອບໍ່ໃຫ້ມີບັນຫາກັນໃນໄລຍະຍາວ ທັງສອງຄວນລົມກັນເລື່ອງລາຍຈ່າຍໃນຊີວິດປະຈໍາວັນວ່າ ມີຫຍັງແດ່? ອັນໃດທີ່ຄວນເພີ່ມ-ຄວນຫຼຸດ ຫຼື ຄວນອອກກັນ ເພື່ອຄວາມສົມດຸນຂອງຊີວິດຄູ່. ເລື່ອງໜີ້ເປັນສິ່ງສຳຄັນທີ່ສຸດ!! ເລື່ອງໜີ້ ຫຼາຍຄົນເກືອບຕາຍຍ້ອນບໍ່ຮູ້ວ່າ ຄົນຮັກຂອງຕົນເປັນໜີ້ຫຼາຍປານໃດ ຖ້າຮັກກັນແທ້ ຄວນຍອມຮັບວ່າ ມີໜີ້ຫຍັງແດ່? ເທົ່າໃດ? ຍ້ອນຫຍັງຈິ່ງເປັນໜີ້? ຄວນບອກກັນໃຫ້ລະອຽດ ບໍ່ແມ່ນມາບອກຫຼັງແຕ່ງດອງ ເພາະຖ້າຮູ້ຫຼັງແຕ່ງດອງວ່າເປັນໜີ້ …

Read More »

ຮ້ານກາເຟທີ່ແຊບທີ່ຊຸດໃນນະຄອນຫຼວງ

ລະດູໜາວເລີ່ມເຂົ້າມາເຮັດໃຫ້ຮ່າງກາຍຂອງຫຼາຍຄົນຂາດຄວາມອົບອຸນ ຖ້າຫາກທ່ານຕ້ອງການຄວາມອົບອຸນໂດຍການດືື່ມນໍ້າກາເຟແຊບໆຮ້ອນໆຈັກຈອກ ເພື່ອບັນເທົາຄວາມໜາວເຢັນ ທ່ານຄິດວ່າຮ້ານໃດທີ່ເໝາະສົມລັບທ່ານ ຫຼື ຮ້ານໃດທີ່ທ່ານຄິດວ່າແຊບທີ່ສຸດສຳລັບທ່ານ ຈົ່ງບອກຄວາມຮູ້ສຶກຂອງທ່ານເພື່ອໃຫ້ຄົນອື່ນໄດ້ຮັບຮູ້ນໍາ

Read More »

ການສີດຜິວພັນໃຫ້ຂາວ ຊ່ວຍໃຫ້ຜິວພັນຂາວໃສໄດ້ງ່າຍແທ້ ຫຼື ບໍ່?

ການສີດຜິວພັນໃຫ້ຂາວ ຊ່ວຍໃຫ້ຜິວພັນຂາວໃສໄດ້ງ່າຍແທ້ ຫຼື ບໍ່? ໃນປະຈຸບັນກະແສນິຍົມເທຣນເກົາຫລີຫຼາຍຂຶ້ນເລື່ອຍໆ ບໍ່ມີຕົກເຮັດໃຫ້ຄົນລາວເຮົາເລີ່ມທີ່ຈະຮຽນແບບຄົນເກົາຫລີຫຼາຍຍິ່ງຂຶ້ນ ໂດຍສະເພາະການແຕ່ງຊົງຜົມ ແລະ ຮູບຮ່າງເຊິ່ງການຮຽນແບບພາຍນອກ ສາມາດເຮັດໄດ້ຢ່າງງ່າຍດາຍ ແຕ່ສີຜິວພັນ ແລະ ຮູບຮ່າງພາຍໃນທີ່ບໍ່ສາມາດຮຽນແບບໄດ້ກໍຕ້ອງເພິ່ງພາອາຫານເສີມ ແລະ ການສັນຍາກໍາຕ່າງໆ. ຜິວພັນອາດຈະບໍ່ຂາວນຽນຄືດັ່ງຜິວພັນຂອງຄົນເກົາຫລີ ດັ່ງນັ້ນການສີດຜິວພັນຈຶ່ງເປັນອີກວິທີໜຶ່ງທີ່ສາມາດປ່ຽນສີຜິວພັນເກົ່າໃຫ້ກາຍເປັນຜິວພັນທີ່ຂາວຂຶ້ນ ຕາມສະຕາຍສາວເກົາຫລີໄດ້ເຊິ່ງຄົນລາວເຮົາເລີ່ມນິຍົມວິທີການສີດຜິວພັນໃຫ້ຂາວຂຶ້ນເລື່ອຍໆ ໂດຍສະເພາະສາວໆທີ່ມີຜິວພັນສອງສີທີ່ຄິດວ່າຜິວພັນຂອງໂຕເອງບໍ່ງາມ ບໍ່ມີຄວາມເປັ່ງປະກາຍ.

Read More »