Breaking News

Daily Archives: 16/11/2016

ຍອດຂາຍ Huawei P9 ຫຼາຍກວ່າ 9 ລ້ານໜ່ວຍແລ້ວທົ່ວໂລກ

ຫົວເຫວີຍ ປະກາດຄວາມສຳເລັດຫຼ້າສຸດກັບ ສະມາດທ໌ໂຟນຮຸ່ນທ໋ອບ Huawei P9 ທີ່ເປີດໂຕ ແລະວາງຈໍາໜ່າຍທົ່ວໂລກໃນເດືອນເມສາທີ່ຜ່ານມາ, ຫຼ້າສຸດນີ້ ກໍ່ສາມາດເຮັດຍອດຂາຍໄດ້ເກີນ 9 ລ້ານໜ່ວຍໄປແລ້ວ, ໂດຍໂຕເລກດັ່ງກ່າວ ເພີ່ມຂຶ້ນຈາກ 6 ລ້ານໜ່ວຍ ທີ່ເປັນຍອດຂາຍສະມາດທ໌ໂຟນ Huawei P9 ທີ່ ບັນທຶກໄວ້ເມື່ອເດືອນກັນຍາ (3 ລ້ານໜ່ວຍທີ່ເຫຼືອ ຖືກຈຳໜ່າຍພາຍໃນ ເວລາພຽງ 2 ເດືອນ) ຄວາມສຳເລັດຄັ້ງນີ້ເປັນອີກໜຶ່ງກ້າວສຳຄັນຂອງ Huawei ບໍລິສັດ ສັນຊາດ ຈີນ ທີ່ໃຊ້ເວລາຫຼາຍສົມຄວນໃນໄລຍະເລີ່ມຕົ້ນແຂ່ງຂັນກັບຜູ້ຜະລິດລາຍອື່ນ ກ່ອນທີ່ຈະສາມາດມີຊື່ສຽງໃນສະມາດໂຟນ ທີ່ເປັນທີ່ຮູ້ຈັກກັນທົ່ວໂລກ. ຄາດວ່າ Huawei ຈະສາມາດເຮັດຍອດຂາຍຂອງ Huawei P9 ໄດ້ເກີນ 10 ລ້ານໜ່ວຍພາຍໃນປີນີ້, ຈາກນັ້ນກໍຈະເປັນໄລຍະເວລາຂອງ Huawei Mate 9 ສະມາດທ໌ໂຟນຮຸ່ນທ໋ອບ ຈໍໃຫຍ່ທີ່ມາພ້ອມກ້ອງເລັນຄູ່ ຮຸ່ນທີສອງ ເຊິ່ງເປັນ …

Read More »

Bank ຊາຍໜຸ່ມທີ່ມັກຄວາມທ້າທາຍ ກ້າຄິດ, ກ້າສະແດງອອກ ແລະ ມີຄວາມໝັ້ນໃຈ

Bank ຊາຍໜຸ່ມທີ່ມັກຄວາມທ້າທາຍ ກ້າຄິດ, ກ້າສະແດງອອກ ແລະ ມີຄວາມໝັ້ນໃຈ ໃນຕົວເອງສູງ ອາຍຸ 22 ປີ ຈົບຈາກວິທະຍາໄລ ຮັຕນະບໍລິຫານທຸລະກິດ. ປັດຈຸບັນ, ເປັນນາຍເເບບຮັບງານທົ່ວໄປ ຖ່າຍແບບ, ເດີນແບບໃນງານຕ່າງໆ ຍ້ອນມັກຄວາມທ້າທາຍ ໃນດ້ານວົງການບັນເທີງ ແຕ່ສຳລັບຄວາມໃຝ່ຝັນ ແມ່ນຢາກເປັນເຈົ້າຂອງທຸລະກິດສ່ວນຕົວຄືກັບ ພໍ່ ແລະ ແມ່. ແບ້ງ ເອົາໃຈ ໃສ່ໃນການສຶກສາ ເພາະການສຶກສາແມ່ນການຮຽນຮູ້ຂອງທຸກສິ່ງທຸກຢ່າງເພື່ອນຳມາໃຊ້ໃນຊີວິດປະຈຳວັນ ແລະ ອະນາຄົດໄດ້. ກິລາທີ່ມັກ ແມ່ນກິລາປະເພດ ລຸຍລຸຍ ເເລະ ໃຊ້ກຳລັງ ເຊັ່ນ: Motocross ແລະ Fitness ເປັນຕົ້ນ ເພາະເປັນຜູ້ຊາຍສ່ວນຫຼາຍມັກຄວາມທ້າທາຍສະເໝີ. ໂກວິດ ມຸ່ຍອຸດົມເດດ Kovith MOUIOUDOMDETH (Bank)

Read More »

ເບິ່ງແຍງເລັບໃຫ້ແຂງແຮງດ້ວຍນໍ້າໝາກນາວ

ເບິ່ງແຍງເລັບໃຫ້ແຂງແຮງດ້ວຍນໍ້າໝາກນາວ ໝາກນາວມີສັບພະຄຸນດີຕໍ່ເລັບຫຼາຍປະການທັງກົດອ່ອນໆເຮັດໃຫ້ເລັບມີສີຂາວ ນໍ້າມັນຈາກເປືອກໝາກນາວ ແລະ ວິຕາມິນຊີຊ່ວຍບໍາລຸງເລັບໃຫ້ແຂງແຮງເງົາງາມບໍ່ຫັກງ່າຍເຊິ່ງວິທີ່ເຮັດກໍ່ງ່າຍໆດັ່ງນີ້: ວິທີທີ່ 1: ນໍ້າໝາກນາວ + ນໍ້າສົ້ມສາຍຊູ: ແກ້ໄຂບັນຫາເລັບເຫຼືອງ. ບີບໝາກນາວໃຫ້ໄດ້ນໍ້າປະມານ 3 ບ່ວງແກງໃສ່ອ່າງ ລ້າງມືໃຫ້ສະອາດເຊັດໃຫ້ແຫ້ງແຊ່ປາຍນິ້ວມືລົງນໍ້າໝາກນາວປະໄວ້ປະມານ 5 ນາທີແລ້ວຍົກມືຂຶ້ນ ເພີ່ມນໍ້າສົ້ມສາຍຊູ 1 ບ່ວງແກງ ແລະ ນໍ້າອຸ່ນປະມານ 3 ບ່ວງແກງລົງໄປໃນນໍ້າໝາກນາວ ຄົນໃຫ້ເຂົ້າກັນໃຊ້ໄມ້ແປງຖູແຂ້ວຂົນນຸ່ມຈຸ່ມສ່ວນປະສົມທີ່ໄດ້ນໍາມາຂັດເລັບໃຫ້ທົ່ວແລ້ວລ້າງອອກດ້ວຍນໍ້າສະອາດ ເຮັດມື້ລະ 1 ເທື່ອ. ວິທີທີ່ 2 : ນໍ້າໝາກນາວ + ນໍ້າມັນໝາກກອກ: ບໍາລຸງໜັງຂອບເລັບໃຫ້ອ່ອນ ເພີ່ມຄວາມແຂງແຮງໃຫ້ເລັບ. ປະສົມນໍ້າໝາກນາວ 1 ບ່ວງແກງກັບນໍ້າມັນໝາກກອກ 3 ບ່ວງແກງຄົນໃຫ້ເຂົ້າກັນ ຈຸ່ມສໍາລີລົງໃນສ່ວນປະສົມແລ້ວນໍາມາພັນໄວ້ຮອບໆປາຍນິ້ວມື ປະໄວ້ 10 ນາທີ ເຮັດມື້ລະ 1 ເທື່ອ ຖ້າຫາກເລັບບາງຫຼາຍໃຫ້ເຮັດມື້ລະ 2 …

Read More »