Breaking News

Daily Archives: 17/11/2016

ຮ້ານອາຫານ 3 ສາວ (3 Sao Hotpot) ບໍລິການດີເລີດ ສຸດແສນປະທັບໃຈ

ອາຫານ ແຊບຈົນຕ້ອງບອກຕໍ່! ການບໍລິການດີເລີດ ສຸດແສນປະທັບໃຈ ບັນຍາກາດດີ ແອເຢັນສະບາຍ ສະອາດສົດໃຫມ່ ມີໃຫ້ເລືອກຫລາກຫລາຍເມນູ. ວາລະສານຂວັນໃຈ ສະບັບນີ້ ຂໍແນະນຳ ຮ້ານອາຫານ 3 ສາວ Hotpot ຮ້ານອາຫານປະເພດຈຸ່ມ ສຸກີ້ ເປັນຮ້ານອາຫານໃໝ່ ສຳລັບໃຜທີ່ຕ້ອງການກິນຈຸ່ມຮ້ອນໆແຊບໆ ຕ້ອງໄປກິນໃຫ້ໄດ້!  ບອກໄດ້ເລີຍວ່າ ຈຸດພິເສດແມ່ນຢູ່ທີ່ ນໍ້າຊຸບ 3 ຣົດຊາດຄື: ນໍ້າຊຸບມາລ້າ (ນໍ້າຊຸບເຄື່ອງເທດຈີນ), ນໍ້າຊຸບສາມສາວ (ນໍ້າຊຸບໃສ, ນໍ້າຕົ້ມຜັກ), ນໍ້າຊຸບປາແຫ້ງ ນອກຈາກຈະຂື້ນຊື່ເລື່ອງນໍ້າຊຸບແລ້ວ ນໍ້າແຈ່ວກະບໍ່ໄດ້ນ້ອຍໜ້າມີ 3 ຣົດຊາດໃຫ້ເລືອກ ຖືວ່າມາຮ້ານດຽວມີທັງອາຫານເພື່ອສຸຂະພາບ ແບບກິນເຈ ຫຼື ສຳລັບໃຜທີ່ມັກຣົດຊາດເດັດເຜັດຮ້ອນ ເຊິ່ງມີຄົບໝົດທຸກຣົດຊາດໃຫ້ທ່ານສາມາດເລືອກກິນໄດ້ຕາມຄວາມມັກ. ຈຸດພິເສດອີກຢ່າງໜຶ່ງຂອງຮ້ານແມ່ນການຕົກແຕ່ງ, ບັນຍາກາດພາຍໃນຮ້ານ ແມ່ນອີງໃສ່ໃຫ້ເປັນບັນຍາກາດຂອງຮ້ານຈຸ່ມສຸກີ້ ຮູບແບບລັກສະນະໃຫ້ມັນແທດເໝາະ ບໍ່ວ່າຈະເປັນອຸປະກອນ, ໂຕະຕັ່ງ ທີ່ມີຄວາມສະດວກສະບາຍໃຫ້ກັບລູກຄ້າທີ່ມາກິນ. ໂລໂກ້, ສີສັນຂອງຮ້ານເຂົ້າກັນໄດ້ຢ່າງລົງຕົວເບິິ່ງແລ້ວສົດໃສສະບາຍໆຕາ ສົດຊື່ນ …

Read More »

ຢາກເປັນຜູ້ຍິງທີ່ໜ້າຄົ້ນຫາຄວນເຮັດແບບໃດ? ມາເບິ່ງເຄັດລັບກັນ!!

ຢາກເປັນຜູ້ຍິງທີ່ໜ້າຄົ້ນຫາຄວນເຮັດແບບໃດ? ມາເບິ່ງເຄັດລັບກັນ!! ການສ້າງແຮງດຶງດູດຕໍ່ເພດກົງກັນຂ້າມ ໃນອີກຮູບແບບໜຶ່ງ ຄືການເຮັດໃຫ້ຕົນເອງໜ້າຄົ້ນຫາ, ມີສະເໜ່ ສາວໆສາມາດສ້າງໄດ້ຈາກການວາງຕົວ ແລະ ປັບທັດສະນະຄະຕິ. ເປັນຄົນເບິ່ງແຍງຕົນເອງ ເຮັດໃນສິ່ງທີ່ຕົນເອງຮັກ ຮັບປະທານອາຫານດີໆ, ແຕ່ງຕົວດູດີ ອອກກໍາລັງກາຍໃຫ້ເບິ່ງເປັນຄົນສົດຊື່ນ ຕະລອດເວລາ ບໍ່ເວົ້າຟຸມເຟືອຍ ເວົ້າເລື່ອງທີ່ຢູ່ໃນປະເດັນ ການເວົ້າຫຼາຍເກີນໄປກໍເຮັດໃຫ້ໜ້າເບື່ອຫຼືເປັນການຮຽກຮ້ອງບາງຢ່າງ ແຕ່ງກາຍແບບລຽບງ່າຍ ການແຕ່ງກາຍທີ່ພໍດີ ຖືກກັບກາລະ-ເທສະ ຈຶ່ງບໍ່ເຮັດໃຫ້ທ່ານເປັນຄົນເປີດເຜີຍຫຼາຍເກີນໄປ ຕາຈ້ອງຕາ ເບິ່ງຄູ່ສົນທະນາດ້ວຍສາຍຕາທີ່ຜ່ອນຄາຍ ເພື່ອໃຫ້ຄູ່ສົນທະນາຮູ້ສຶກຕົກຢູ່ໃນຄວາມຮູ້ສຶກດຽວກັບທ່ານ ໝັ້ນໃຈໃນຕົວເອງ ແຕ່ຕ້ອງສະແດງອອກໃນສິ່ງທີ່ຖືກຕ້ອງ ບໍ່ແມ່ນວ່າເຮັດໃນສິ່ງທີ່ຜິດແຕ່ກໍຍັງໝັ້ນໃຈໂດຍບໍ່ສົນໃຈຄົນອື່ນ ມີຄວາມເປັນສ່ວນຕົວ ມີສັງຄົມຂອງຕົນເອງ ມີຄວາມສົນໃຈສະເພາະເລື່ອງ ເຮັດສິ່ງໃດສິ່ງໜຶ່ງດ້ວຍຕົນເອງ ເຮັດຕົວມີຄວາມລັບ ຢ່າເປີດເຜີຍຫຼາຍເກີນໄປ ຢ່າໃຫ້ເຂົາເດົາທ່ານໄດ້ທຸກອາລົມ ທຸກຄວາມຮູ້ສຶກ

Read More »

ແປ້ງບໍ່ປະສົມຮອງພື້ນ ດີແທ້ຊໍ່າໃດ? ມາເບິ່ງ…

ແປ້ງບໍ່ປະສົມຮອງພື້ນ ຕົວຊ່ວຍໜ້ານຽນໃສ Chanel Les Beiges Healthy Glow Sheer Powder SPF15 PA++ ພຽງເຫັນກັບມັນກໍ່ຕ້ອງຮ້ອງແລ້ວ ເພາະເບິ່ງມັນແລ້ວມັນຫຼູຫຼາໄຮໂຊ ຕົວນີ້ເປັນແປ້ງບໍ່ປະສົມຮອງພື້ນທີ່ທາແລ້ວຄ້າຍຄືວ່າບໍ່ໄດ້ທາ ແຕ່ຊ່ວຍປັບໃຫ້ໜ້ານຽນເປັນທໍາມະຊາດ ຄືວ່າເປັນຄົນທີ່ມີຜິວພັນດີມາແຕ່ເກີດວ່າຊັ້ນສາ. Physicians Formula Youthful Wear Cosmeceutical Youth Boosting Spotless Powder SPF 15 ນີ້ລະຄືແປ້ງໜ້າເດັກຕົວຮ໋ອດຕົວຮິດ ເນື້ອແປ້ງບາງເບົາທາແລ້ວສະບາຍໜ້າ ແລະ ຍັງຊ່ວຍປົກປິດຮິ້ວຮອຍ ແລະ ຈຸດດ່າງດໍາໄດ້ດີອີກດ້ວຍ ສິ່ງທີ່ສໍາຄັນທີ່ສຸດຄືມີສານກັນແດດພ້ອມອີກຄຸນສົມບັດ. Rimmel Stay Matte Pressed Powder ແປ້ງບໍ່ປະສົມຮອງພື້ນກັບປະຫຼາດ ແຕ່ບອກເລີຍວ່າຄຸນນະພາບດີເລີດ ເພາະເຖິງແມ່ນວ່າຈະເປັນກັບກົມບໍ່ມີແວ່ນ ແຕ່ສາວໆຫຼາຍຄົນເທໃຈໃຫ້ວ່າມັນຄືແປ້ງທີ່ຄວບຄຸມຄວາມມັນໄດ້ດີ. Laura Mercier Pressed Setting Powder ຂຶ້ນຊື່ເລື່ອງງານແປ້ງເພື່ອຜິວພັນນຽນງາມຢູ່ແລ້ວ ແລະ …

Read More »