Breaking News

Daily Archives: 18/11/2016

ຂໍ້ຄວນຮູ້ຂອງອາຫານເສີມຫຼຸດນໍ້າໜັກ

ຂໍ້ຄວນຮູ້ຂອງອາຫານເສີມຫຼຸດນໍ້າໜັກ      ອາຫານເສີມຫຼຸດນໍ້າໜັກ: ແບ່ງເປັນກຸ່ມໃຫຍ່ 4 ປະເພດຄື: ກຸ່ມທີ່ຊ່ວຍຫຼຸດການດູດຊຶມໄຂມັນ, ກຸ່ມທີ່ຊ່ວຍເພີ່ມການເຜົາຜານພະລັງງານ, ກຸ່ມທີ່ຊ່ວຍດຶງແປ້ງ ຫຼື Carbohydrate ມາເປັນພະລັງງານ ແລະ ກຸ່ມອາຫານໄຂມັນຕໍ່າ. ກຸ່ມອາຫານເສີມທີ່ຫຼຸດການດູດຊຶມໄຂມັນ ມັກມີສ່ວນປະກອບຂອງສານທີ່ຊ່ວຍໃຫ້ໄຂມັນທີ່ເຮົາຮັບກິນເຂົ້າໄປບໍ່ຖືກດູດຊຶມ ໂດຍຈັບເປັນກັບດັກຈັບໄຂມັນ ແລະ ຂັບຖ່າຍອອກມາ ດັ່ງນັ້ນການກິນອາຫານທີ່ມີໄຂມັນສູງເທົ່າໃດກໍຂັບຖ່າຍອອກມາໝົດກໍເລີຍຊ່ວຍຫຼຸດຄວາມຕຸ້ຍ ການຮັບປະທານອາຫານເສີມກຸ່ມນີ້ຕ້ອງລະວັງແຮ່ທາດໃນຮ່າງກາຍບໍ່ສົມດຸນເພາະສານອາຫານບາງຢ່າງໃນຮ່າງກາຍກໍຕ້ອງການໄຂມັນມາຊ່ວຍດູດຊຶມນັ້ນເອງ. ກຸ່ມອາຫານເສີມທີ່ຊ່ວຍນໍາແປ້ງ ຫຼື Carbohydrate ທີ່ຮັບປະທານເຂົ້າໄປປ່ຽນເປັນພະລັງງານແທນທີ່ຈະເປັນໄຂມັນ ອາຫານເສີມຫຼຸດໄຂມັນ ອາຫານເສີມຫຼຸດນໍ້າໜັກນີ້ຖືວ່າເປັນວິທີການຫຼຸດຄວາມຕຸ້ຍທີ່ປອດໄພວິທີໜຶ່ງ ຖ້າອອກກໍາລັງກາຍປະສິດທິພາບການເຜົາຜານໄຂມັນເປັນພະລັງງານຈະເພີ່ມເປັນສອງເທົ່າເຮັດໃຫ້ຮ່າງກາຍແຂງແຮງຫຼາຍຂຶ້ນ ເພາະຮ່າງກາຍມີພະລັງງານມາໃຊ້ພຽງພໍ ກຸ່ມອາຫານເສີມໄຂມັນຕໍ່າ: ອາຫານເສີມຊະນິດນີ້ສ່ວນໃຫຍ່ມັກແນະນຳໃຫ້ກິນແທນອາຫານບາງມື້ ໂດຍອ້າງວ່າອາຫານເສີມຊະນິດນີ້ໄດ້ຄິດສູດທີ່ມີສານອາຫານພຽງພໍ ໄຂມັນຕໍ່າເໝາະສົມແກ່ການຫຼຸດນໍ້າໜັກ ແຕ່ສິ່ງທີ່ຄວນລະວັງຄືອາຫານເສີມສູດຕ່າງໆນີ້ອາດບໍ່ພຽງພໍ ຫຼື ເໝາະສົມຕໍ່ຄວາມຕ້ອງການຂອງຮ່າງກາຍຂອງເຮົາ ອາດຈະເກີດຜົນເສຍຕາມມາ ແລະ ບໍ່ສາມາດກິນໄດ້ດົນ.

Read More »