Breaking News

Daily Archives: 21/11/2016

ຂໍ້ເສຍການຜ່າຕັດຕາສອງຊັ້ນແບບປາດ

  ຂໍ້ເສຍການຜ່າຕັດຕາສອງຊັ້ນແບບປາດ     ສໍາລັບສາວໆ ທ່ານໃດທີ່ຄິດຈະຜ່າຕັດເຮັດຕາສອງຊັ້ນ ຄວນຄິດເຖິງຜົນເສຍຂອງມັນສາກ່ອນ ເຊິ່ງ ວາລະສານຂັວນໃຈ ໄດ້ນໍາເອົາຂໍ້ເສຍຂອງເຮັດຕາສອງຊັ້ນມາຝາກດັ່ງນີ້: ໃຫ້ເຂົ້າໃຈກັນແບບງ່າຍໆ ແລະ ເຫັນແບບຈະແຈ້ງໄດ້ເລີຍນັ້ນກໍ່ຄື ຮອຍປະບາດທີ່ບໍລິເວນເປືອກຕາໃນເວລາທີ່ຫຼັບຕາເຮົາສາມາດເຫັນໄດ້ເລີຍວ່າໃຜຜ່າຕັດເຮັດຕາສອງຊັ້ນ. ຊັ້ນຕາທັບຊ້ອນກັນຫຼາຍກວ່າ 2 ຊັ້ນ ເກີດຈາກການຜ່າຕັດທີ່ສ້າງຂຶ້ນ ກັບຕາທີ່ມີຕາມທໍາມະຊາດ ເພາະມັນຄົນລະແບບ ແລະ ກໍ່ໃຫ້ເກີດຮອຍພັບຊ້ອນ 2 ແບບ ໂດຍມັກເຫັນຢູ່ບໍລິເວນຫົວຕາ ແລະ ປາຍຫາງຕາ. ຫຼັບຕາບໍ່ແຈບດີຫຼັງຈາກການຜ່າຕັດຜ່ານໄປໄດ້ຫຼາຍເດືອນ. ຊັ້ນຕາຫຼຸດ ຫຼື ຊັ້ນຕາບໍ່ແຈ້ງ ເລື່ອງນີ້ຂໍໃຫ້ເຂົ້າໃຈກັນໃໝ່ວ່າຊັ້ນຕາຫຼຸດ ຫຼື ບໍ່ຫຼຸດບໍ່ໄດ້ກ່ຽວກັບການຜ່າຕັດວິທີໃດ. ມືນຕາຂຶ້ນຍາກ ຫຼັງຈາກການຜ່າຕັດມາແລ້ວຈະເຮັດໃຫ້ຕາເບິ່ງເຫັນບໍ່ແຈ້ງ ຫຼື ເຮັດມາແລ້ວກໍ່ຈະເບິ່ງຄືວ່າຕາຢາກນອນຢູ່ຕະຫຼອດ.

Read More »