Breaking News

Daily Archives: 12/12/2016

ວິທີເຮັດວຽກໃຫ້ຖືກໃຈຫົວໜ້າ!!!

       ສາວໆທັງຫຼາຍມື້ນີ້ເຮົາມາເບິ່ງວິທີທີ່ຈະເຮັດວຽກໃຫ້ຖືກໃຈຫົວໜ້າກັນເທາະວ່າມີຫຍັງແດ່!! 1 ຮຽນຮູ້ນິດໄສສ່ວນໂຕຂອງຫົວໜ້າ:ຫົວໜ້າຂອງເຮົາເປັນແນວໃດ? ໃຈຮ້ອນ, ໃຈເຢັນ, ມັກຫຍັງ, ບໍ່ມັກຫຍັງ? ເຊິ່ງເຮົາຕ້ອງໄດ້ຮຽນຮູ້ ເພື່ອເຮົາຈະໄດ້ບໍ່ເຮັດໃນສິ່ງທີ່ບໍ່ຖືກໃຈ, ເຮົາຈະຕ້ອງໄດ້ປ່ອຍວາງຄວາມເປັນສ່ວນຕົວຂອງເຮົາແດ່ຈັກໜ້ອຍ ຫຼືປັບນິດໄສບາງຢ່າງ ຖ້າຫົວໜ້າເປັນຄົນໃຈຮ້ອນ ເຮົາຕ້ອງປັບໂຕໃຫ້ເວົ້າໄວຂຶ້ນ ຫຼືຖ້າຫົວໜ້າເປັນຄົນໃຈເຢັນ ເຮົາຕ້ອງເວົ້າຊ້າໆໃນການສະແດງຄວາມຄິດເຫັນເປັນຕົ້ນ. 2 ຮຽນຮູ້ນິໄສການເຮັດວຽກຂອງຫົວໜ້າ:ວ່າກັນວ່າ ຄົນເຮັດວຽກໄວ ຫຼື ຊ້າ ເຮັດວຽກໃຫ້ເຖິງທີ່ສຸດ ຫຼື ເຮັດວຽກທັນໃຫ້ກໍານົດ ມັກໃຫ້ສະແເດງຄວາມຄິດເຫັນ ຫຼືມັກເຮັດຕາມຄໍາສັ່ງ  ມັກແກ້ໄຂວຽກງານ ຫຼື ເຊື່ອສີມືຂອງລູກນ້ອງ ສິ່ງຕ່າງໆເຫຼົ່ານີ້ ເຮົາມີໜ້າທີ່ສຶກສາ ລວມເຖິງປັບວິທີການເຮັດວຽກໃຫ້ເຂົ້າກັບຫົວໜ້າເຊັ່ນ: ຖ້າຫົວໜ້າເປັນຄົນທີ່ຕ້ອງການວຽກຮີບດ່ວນ  ແລະ ມັກໃຫ້ເຮັດຕາມຄໍາສັ່ງ ກໍຕ້ອງປັບໂຕໃຫ້ເປັນຄົນຮັບຄໍາສັ່ງໂດຍຮີບດ່ວນ, ເຮັດວຽກໃຫ້ໄວ ແລະ ພິຈາລະນາຄໍາສັ່ງທັນທີ. 3 ກວດກາວຽກໃຫ້ລະອຽດກ່ອນສົ່ງ:ໂຕເຮົາເອງຈະເຮັດໃຫ້ຫົວໜ້າໄວ້ວາງໃຈຂຶ້ນອີກ ຖ້າຫາກວຽກທີ່ສົ່ງໄປບໍ່ມີຈຸດບົກພ່ອງ ທີ່ເກີດຈາກການຜິດພາດຂອງການເຮັດວຽກ ພິມເອກະສານຜິດ, ວຽກບໍ່ຄົບ ເຫຼົ່ານີ້ເປັນຕົ້ນ ໂຕເຮົາເອງລອງຄິດເບິ່ງວ່າຖ້າຫາກວຽກທີ່ເຮົາສົ່ງໄປແຕ່ລະເທື່ອນັ້ນພິມຜິດຫຼາຍບ່ອນ ລາຍລະອຽດບໍ່ຄົບຖ້ວນ ຫົວໜ້າຂອງເຈົ້າຈະຮູ້ສຶກແບບໃດ? ແລະ …

Read More »

ໄຂຂໍ້ຂ້ອງໃຈ!!! ກິນຢາຄຸມສຸກເສີນຕອນມີປະຈຳເດືອນໄດ້ບໍ່ ແລະ ຈະເປັນອັນຕະລາຍຫຼືບໍ່?

ຂໍ້ຂ້ອງໃຈກ່ຽວກັບການກິນຢາຄຸມສຸກເສີນ ຖ້າສາວໆຈະກິນຢາຄຸມສຸກເສີນລະຫວ່າງມີປະຈຳເດືອນຈະໄດ້ບໍ່? ການມີເພດສຳພັນແບບບໍ່ໄດ້ປ້ອງກັນໃນຂະນະທີ່ເຮົາຍັງບໍ່ພ້ອມມີລູກ ເຮັດໃຫ້ຫຼາຍຄົນເລືອກໃຊ້ວິທີການກິນຢາ...

Read More »