Breaking News

Daily Archives: 14/12/2016

ກົດ 8 ຂໍ້ ຂອງຄົນຢາກລວຍ!!!

ສາວໆມາອ່ານທາງນີ້ເລີຍຖ້າສາວໆຢາກມີເງິນທ້ອນກັບກົດ 8 ຂໍ້ ຂອງຄົນຢາກລວຍ ເຊິ່ງຈະມີຫຍັງແດ່ນັ້ນໄປອ່ານພ້ອມໆກັນເລີຍສາວໆ. ກວດສອບດອກເບ້ຍທະນາຄານ ໝັ່ນກວດສອບເບິ່ງອັດຕາດອກເບ້ຍຂອງທຸກທະນາຄານ ເພາະທະນາຄານມີດອກເບ້ຍທີ່ແຕກຕ່າງກັນ ແລະ ກວດສອບໃຫ້ລະອຽດວ່າທະນາຄານໃດທີ່ໃຫ້ອັດຕາດອກເບ້ຍທີ່ສູງ. ບໍ່ກິນເຂົ້າຢູ່ຮ້ານ ຖ້າຢຸດການອອກໄປກິນເຂົ້າຢູ່ຮ້ານອາຫານໄດ້ຈະເປັນການດີທີສຸດ ຈະເປັນການປະຢັດໄດ້ຫຼາຍໆທາງເຊັ່ນ: ຄ່າອາຫານ, ຄ່ານໍ້າມັນ ວິທີທີ່ດີຄື ການປຸຸງແຕ່ງອາຫານກິນເອງແມ່ນສາມາດປະຢັດໄດ້ດີທີ່ສຸດ. ສ້ອມແປງເຄື່ອງໃຊ້ ເມື່ອເວລາມີເຄື່ອງເປ່ເພຢູ່ໃນຄົວເຮືອນ ລອງພະຍາຍາມສ້ອມແປງສິ່ງຂອງເຫຼົ່ານັ້ນໃຫ້ກັບມາໃຊ້ງານໃຫ້ໄດ້ຄືເກົ່າ ດີກວ່າຈະເອົາເງິນໄປຊື້ສິ່ງຂອງໃໝ່ໆມາໃຊ້ແທນ. ບໍ່ເອົາເງິນຕິດໂຕຫຼາຍ ຈົ່ງຢ່າເອົາເງິນຕິດໂຕໄປນໍາຫຼາຍ ຖ້າບໍ່ມີຈຸດປະສົງທີ່ຈະຊື້ເຄື່ອງຂອງທີ່ລາຄາແພງ ໃຫ້ນໍາຕິດໂຕໄປໜ້ອຍດຽວພໍທີ່ຈະຊື້ສິ່ງຂອງທີ່ຈໍາເປັນໃນຂະນະນັ້ນ. ເອົາອາຫານທ່ຽງໄປກິນຢູ່ຫ້ອງການ ລອງຄໍານວນຄ່າອາຫານທ່ຽງໃນທິດໜຶ່ງ ສາວໆອາດເສຍເງິນໄປຫຼາຍເລີຍແຫຼະ! ແນະນໍາໃຫ້ກຽມອາຫານມາເອງ ເພື່ອເປັນການປະຢັດເງິນ ແລະຍັງໄດ້ກິນອາຫານທີ່ສະອາດຈາກຜົນງານຂອງຕົນນໍາອີກ. ຊໍາລະຄ່າບໍລິການຕ່າງໆຜ່ານອອນລາຍ ບໍ່ຈໍາເປັນເລີຍທີທ່ານຈະເສຍເງິນຄ່ານໍ້າມັນເພື່ອໄປຈ່າຍຄ່າຊົມໃຊ້ໃນຄອບຄົວ ເພາະທ່ານສາມາດຈັດການກັບບັນຫາເຫຼົ່ານີ້ຜ່ານທາງອິນເຕີເນັດໄດ້ເຊັ່ນ: ຄ່ານໍ້າ, ຄ່າໄຟ ແລະ ຄ່າໂທລະສັບ. ຊອກກິດຈະກໍາຍາມຫວ່າງທີບໍ່ໄດ້ໃຊ້ເງິນ ກິດຈະກໍາຍາມຫວ່າງທີບໍ່ໄດ້ເສຍຄ່າໃຊ້ຈ່າຍ ແລະ ດີຕໍ່ສຸຂະພາບນັ້ນກໍຄື ການໄປຍ່າງຫຼິ້ນສວນສາທາລະນາ ເພາະຈະເຮັດເຮົາເພີດເພີນໄປກັບທໍາມະຊາດ ແລະ ກິດຈະກໍາກາງແຈ້ງ. ລ້າງລົດດ້ວຍຕົວເອງ ເມື່ອທ່ານມີລົດ ທ່ານຕ້ອງເສຍເງິນຄ່ານໍ້າມັນ ແລ້ວເປັນຫຍັງ? …

Read More »

ນັກບິນສາວ ສຸດເກັ່ງທີ່ເດີນທາງຮອບໂລກເພື່ອຫຼິ້ນໂຍຄະ!!!

ນັກບິນສາວ Malin Rydqvist ສັນຊາດ ສະວີເດັນ ງານຫຼັກໆຄືຂັບເຮືອບິນ Boeing 737 ນອກນັ້ນ;ນາງ ຍັງເປັນນັກຫຼິ້ນໂຍຄະ (Yoga) ທີມີຊື່ສຽງນໍາອີກ ໂດຍນາງມັກຖ່າຍຮູບທ່າຍາກໆໃນເວລາທີ່ຫຼິ້ນໂຍຄະ ຢູ່ຕາມສະຖານທີ່ຕ່າງໆທີ່ງົດງາມ ແລະ ໂພສລົງ IG ສ່ວນໂຕຢູ່ເປັນປະຈໍາ ຊຶ່ງຍອດການຕິດຕາມ IG ຂອງນາງມີຄົນ Follow  ເປັນຈຳນວນຫຼາຍເອີ້ນໄດ້ວ່າ: ທັງງາມ ທັງເກັ່ງ ແຖມຍັງມີທ່າໂຍຄະຍາກໆນໍາອີກ.  

Read More »

ຂໍ້ຄວນຮູ້!!! ສຳລັບສາວໆທີ່ທາເລັບເປັນປະຈຳ

ເອົາໃຈສາວໆທີ່ມັກເຂົ້າຮ້ານທາເລັບ ຫຼື ມັກທາສີເລັບເປັນປະຈຳ ເຮົາຂໍແນະນຳໃຫ້ທ່ານໃສ່ໃຈກັບເລັບຫຼາຍກ່ວາປົກກະຕິເພາະການທາເລັບ ແລະ ລ້າງເລັບດ້ວຍຢາສານເຄມີຕ່າງໆຈະເຮັດໃຫ້ Cuticle ຂອງເລັບຫຼຸດອອກໄປໄດ້ ແລະ ເຮັດໃຫ້ເກີດການຕິດເຊື້ອພະຍາດ ເຊິ່ງສິ່ງທີ່ທ່ານຄວນລະວັງຄື ຄວນເລືອກຮ້ານທີ່ສະອາດ ແລະ ຄວນໃຊ້ອຸປະກອນທີ່ຂ້າເຊື້ອພະຍາດແລ້ວ, ເພາະຜົນທີ່ຕາມມາຂອງການທາເລັບດ້ວຍນ້ຳຢາເຄມີກໍຄືບັນຫາເລັບແຕກຈີກ ເຊິ່ງສຳລັບຄົນທີ່ກຳລັງພົບບັນຫານີ້ ເຮົາຂໍສະເໜີວິທີປ້ອງກັນດັ່ງຕໍ່ໄປນີ້:     ຄວນຕັດເລັບໃຫ້ສັ້ນຢູ່ຕະຫຼອດໂດຍຄວນຕັດໃຫ້ເປັນຮູບຊົງ ແນະນຳໃຫ້ຕັດເລັບຫຼັງຈາກອາບນ້ຳ ແລະ ເມື່ອຕັດເລັບແລ້ວຄວນໃຊ້ຄຣີມທາເພື່ອໃຫ້ເກີດຄວາມຊຸ່ມຊື່ນ. ຄວນທາຄຣີມຫຼັງຈາກທີ່ມືປຽກເພາະຜິວທີ່ປຽກຈະຊ່ວຍໃຫ້ຄຣີມແຊກຊືມເຂົ້າສູ່ຜິວໄດ່້ດີຫຼາຍກ່ວາ. 3. ຄວນທາຜະລິດຕະພັນທີ່ເສີມຄວາມແຂງແຮງໃຫ້ແກ່ເລັບ ຫຼີກລ່ຽງຜະລິດຕະພັນທີ່ມີສ່ວນປະກອບຂອງ Toluene sulfonamide ຫຼື Formaldehyde ເພາະສານເຄມີເຫຼົ່ານັ້ນຈະເຮັດໃຫ້ເກີດອາການຄັນໄດ້ ແລະ ຖ້າເປັນໄປໄດ້ຄວນເລືອກໃຊ້ສານທີ່ເປັນທຳມະຊາດທີ່ສຸດ. 4. ຄວນໃຊ້ຜະລິດຕະພັນປະເພດ Nail-polish ຈະຊ່ວຍເກັບຄວາມຊຸ່ມຊື່ນໄວ້ໃຫ້ເລັບໄດ້ດີ ໂດຍຄວນລ້າງ Nail polish ອອກ ແລະ ທາໃໝ່ທຸກອາທິດ. 5. ຫຼີກລ່ຽງການໃຊ້ນ້ຳຢາລ້າງເລັບທີ່ມີສ່ວນປະກອບຂອງ Acetone ເພາະຈະເຮັດໃຫ້ເລັບແຫ້ງ ແລະ ບໍ່ຄວນໃຊ້ຫຼາຍກ່ວາ …

Read More »