Breaking News

Daily Archives: 22/12/2016

ຄັ້ງທຳອິດໃນປະຫວັດສາດ ສາວງາມຕົວແທນປະເທດລາວໄດ້ຮັບລາງວັນຈາກເວທີສາກົນ!!!

ຄັ້ງທຳອິດໃນປະຫວັດສາດ ສາວງາມຕົວແທນປະເທດລາວໄດ້ຮັບລາງວັນຈາກເວທີສາກົນ!!! ນາງ. ວາລິສະລາ ຕັງສຸວັນ ຕົວແທນຈາກປະເທດລາວໄດ້ຮັບລາງວັນ ນາງງາມມິດຕະພາບ MISS. FRIENDSHIP ຈາກເວທີປະກວດ MISS TOURISM QUEEN OF THE YEAR INTERNATIONAL 2016 ໃນວັນອາທິດ, ວັນທີ 18 ທັນວາ 2016 ທີ່ຜ່ານມາຢູ່ Happy Valley OCT Grand Theater ນະຄອນຫຼວງຊຽງໄຮ້, ປະເທດຈີນ. ງານດັ່ງກ່າວ ມີສາວງາມຈາກທົ່ວໂລກຈຳນວນ 55 ປະເທດເຂົ້າຮ່ວມປະກວດ. ໃນມື້ຮອບຕັດສິນວັນທີ 18 ທັນວາ 2016 ຍັງມີການຖ່າຍທອດສົດທາງໂທລະພາບ Shanghai TV, ເຊິ່ງສາວງາມຈາກປະເທດລາວເຮົາໄດ້ສວມໃສ່ຊຸດງາມທັງຊຸດລາວປະເພນີ ແລະ ສາກົນ ຈົນເຮັດໃຫ້ຕ້ອງຕາຕ້ອງໃຈຄະນະກໍາມະການ ແລະ ຜູ້ຊົມທົ່ວໂລກ. ປະເທດລາວເຮົາເປັນຄັ້ງທຳອິດໃນປະຫວັດສາດທີ່ໄດ້ຮັບລາງວັນໃນເວທີລະດັບສາກົນ ກໍຄືລາງວັນ …

Read More »

5 ວິທີປ່ຽນຄວາມຢ້ານໃຫ້ເປັນຄວາມຮັກດີໆ!!!

ສາວໆທັງຫຼາຍທີ່ບໍ່ກ້າທີ່ຈະຮັກ ບໍ່ກ້າທີ່ຈະເອົາຄົນອື່ນເຂົ້າມາເປັນສ່ວນໜຶ່ງໃນຊີວິດ ຮີບຟ້າວມາອ່ານທາງນີ້ເລີຍ ເພາະທີມງານຂັວນໃຈ ໄດ້ນໍາເອົາວິທີປ່ຽນຄວາມຢ້ານໃຫ້ເປັນຄວາມຮັກທີດີໆໄດ້ ວ່າຊິປ່ຽນແນວໃດແດ່ນັ້ນລອງໄປອ່ານພ້ອມໆກັນເລີຍ...

Read More »

ຮ້ານຄໍາພູວົງ ແຈກຄໍາໜັກ 33 ບາດ

ຮ້ານຄໍາພູວົງ ແຈກຄໍາໜັກ 33 ບາດ ໃນຄໍ່າຄືນຂອງວັນທີ 21 ທັນວາ 2016 ທີ່ພັດທະຄານເຟື້ອງຟ້າ ນະຄອນຫຼວງວຽງຈັນ. ຮ້ານຄຳພູວົງໄດ້ຈັດງານສະເຫຼີມສະຫຼອງຄົບຮອບ 33 ປີ ພ້ອມກັບພິທີຈັບສະຫຼາກໂຊກຊັ້ນທີ 3 ລາງວັນໃຫຍ່ ຄໍາໜັກ 33 ບາດເພື່ອຄືນກຳໄລໃຫ້ລູກຄ້າ. ໃຫ້ກຽດຂຶ້ນເປີດງານໂດຍທ່ານ ພູວົງ ພະມີສິດ ປະທານໃຫຍ່ຮ້ານຄໍາ ພູວົງ ພ້ອມດ້ວຍຄອບຄົວ, ຍາດພີ່ນ້ອງ ແລະ ບັນດາລູກຄ້າເຂົ້າຮ່ວມຈໍານວນຫຼວງຫຼາຍ. ງານດັ່ງກ່າວ ຮ້ານຄໍາພູວົງຍັງໄດ້ຈັດກິດຈະກໍາການສະແດງແຟຊັ້ນໂຊທີ່ປະດັບດ້ວຍຄໍາຈາກນາງສາວລາວປີ 2016, ນາງສັງຂານນະຄອນຫຼວງ 2016 ແລະ ລາວຊຸບເປີໂມເດວ 2016. ພິເສດສຸດໃນງານ ຍັງໄດ້ຮັບເຊີນຈາກ ກ້ອງ ຫ້ວຍໄຣ່ ສິລະປິນຊື່ດັງຈາກເພື່ອນບ້ານທີ່ມາພ້ອມກັບບົດເພງ ໃສວ່າຊິບໍ່ຖິ້ມກັນ ແລະ ບົດເພງທີ່ກໍາລັງໂດ່ງດັງມີຄົນຟັງຫຼາຍທີ່ສຸດຄື: ຄູ່ຄອງ(ເພງປະກອບລະຄອນເຈົ້າແມ່ນາຄີ) ແລະ ບົດເພງອື່ນໆ ທີ່ມາສ້າງຄວາມມ່ວນຊື່ນຄຶກຄື້ນ ແລະ ຄວາມປະທັບໃຈໃຫ້ກັບຜູ້ທີ່ເຂົ້າຮ່ວມງານ. …

Read More »

ສູນການຄ້າວຽງຈັນເຊັນເຕີສະຫຼອງຄົບຮອບ 1 ປີ

ສູນການຄ້າວຽງຈັນເຊັນເຕີສະຫຼອງຄົບຮອບ 1 ປີ ໃນວັນທີ 21 ທັນວາ 2017, ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ໄດ້ຈັດງານ  “Thank you party” ເພື່ອຂອບໃຈສື່ມວນຊົນ, ໂດຍການເປັນປະທານງານຂອງ ທ່ານ ສົມບັດ ສິຣິພອນວິທະຍາ ຜູ້ອຳນວຍການໃຫຍ່ວຽງຈັນເຊັນເຕີ, ພ້ອມດ້ວຍບັນດາຫ້າງຮ້ານ, ແຂກທີ່ມີກຽດ ແລະ ສື່ມ່ວນຊົນຈຳນວນຫຼາຍ. ຈຸດປະສົງຂອງງານນີ້ ແມ່ນຂອບໃຈສື່ມວນຊົນ ທີ່ສະໜັບສະໜູນ ວຽງຈັນເຊັນເຕີ້ ຕະຫຼອດມາ ເຊິ່ງເປັນສ່ວນໜຶ່ງທີ່ສຳຄັນຊ່ວຍພັດທະນາໃຫ້ວຽງຈັນເຊັນເຕີ ຢູ່ຮອດຈົນເຖິງປະຈຸບັນ. ພາຍໃນງານມີຫຼາກຫຼາຍລາຍການເຊັ່ນ: ການເຕັ້ນຈາກລາວບັ້ງໄຟ , ການເດີນແບບ ແລະ ຊິມອາຫານຈາກຮ້ານອາຫານຫຼາຍກວ່າ 10 ຮ້ານ, ການຈັບສະຫຼາກເພື່ອຊິງໂຊກ ພ້ອມດຽວກັນນີ້ຍັງມີການມອບລົດຈາກບໍລິສັດ Tang Chung Motor (Nissan) ຈໍານວນ 2 ຄັນ ໃຫ້ກັບ ສູນການຄ້າວຽງຈັນເຊັນເຕີເຊິ່ງເປັນສັນຍາລັກແຫ່ງການຜູກມິດສຳພັນການຄ້າລະຫວ່າງ ບໍລິສັດ Tang …

Read More »

8 ວິທີແກ້ຂີ້ແຮ້ດຳແບບທຳມະຊາດ!!!

8 ວິທີແກ້ຂີ້ແຮ້ດຳແບບທຳມະຊາດ… ສະບາຍດີ ສາວໆ ພວກເພິ່ນກຳລັງມີບັນຫາ ແລະ ບໍ່ມີຄວາມໜັ້ນໃຈ ກ່ຽວກັບ ຂີ້ແຮ້ ຢູ່ແມ່ນບໍ່ ເພາະບາງຄົນອາດຈະມີບັນຫາເລື່ອງຂີ້ແຮ້ດຳ ແລະ ບາງຄົນກໍມີບັນຫາເລື່ອງຂີ້ແຮ້ເປັນຕຸ່ມບໍ່ລຽບນຽນ, ດັ່ງນັ້ນມື້ນີ້ທາງ ຂວັນໃຈ ເຮົາໄດ້ໄປຊອກເອົາວິທີເດັດໆເພື່ອເຮັດໃຫ້ຂີ້ແຮ້ຂາວ ແລະ ລຽບນຽນ ເພື່ອຈະໄດ້ໂຊກ້ອງແຂນໄດ້ຢ່າງໝັ້ນໃຈ!!! ໝາກນາວ ເອົາໝາກນາວສົດມາຝານເປັນປ່ຽງເອົາແກ່ນອອກໃຫ້ຮຽບຮ້ອຍ ຈາກນັ້ນເອົາປ່ຽງໝາກນາວຖູເບົາໆບໍລິເວນຂີ້ແຮ້ແລ້ວປະໄວ້ປະມານ 5-10 ນາທີແລ້ວລ້າງອອກ ເມຶ່ອເຮັດເປັນປະຈຳເຊວຜິວເກົ່າທີ່ຕາຍແລ້ວຈະຫຼຸດອອກ ຈະເຮັດໃຫ້ຜິວໜັງໃຕ້ວົງແຂນຂາວງາມອອກງ່າຍໆ. ໝາກຂາມປຽກ ເອົາໝາກຂາມປຽກມາປະສົມກັບນ້ຳທີ່ສະອາດ ຄັ້ນໃຫ້ເປັນເນື້ອດຽວຈາກນັ້ນປະສົມນ້ຳເຜິ້ງລົງໄປໜ້ອຍໜຶ່ງຄົນໃຫ້ເຂົ້າກັນແລ້ວໃຫ້ເອົາມາພອກແລະຂັດເບົາໆບ່ອນກ້ອງວົງແຂນປະໄວ້ປະມານ 5-10 ນາທີແລ້ວລ້າງອອກເຮັດເປັນປະຈຳ ຈະຊ່ວຍກຳຈັດຜິວໜັງບໍລິເວນຂີ້ແຮ້ທີ່ດຳໃຫ້ຂາວງາມຂຶ້ນ. ໝາກຫຸ່ງ ເອົາໝາກຫຸ່ງເຫຼືອງທີ່ຍັງບໍ່ສຸກມາປອກເປຶອກແລ້ວຝານອອກເປັນປ່ຽງ ຈາກນັ້ນເອົາໝາກຫຸ່ງມາຖູຂີ້ແຮ້ ປະມານ 5-10 ນາທີແລ້ວລ້າງອອກເຮັດເປັນປະຈຳທຸກມື້ ເອັນໄຊຂອງໝາກຫຸ່ງຈະຊ່ວຍເຮັດໃຫ້ຂີ້ແຮ້ຂາວຂຶ້ນໄດ້. ມັນຝຣັ່ງ ເອົາມັນຝຣັ່ງມາປອກເປືອກອອກແລ້ວຊອຍເປັນຕອນນ້ອຍໆ ຈາກນັ້ນເອົາໄປຟັກ ຫຼື ປັ່ນໃຫ້ລະອຽດ ແລ້ວເອົາມາພອກບໍລິເວນຂີ້ແຮ້ປະໄວ້ປະມານ 5-10 ນາທີ ແລ້ວລ້າງອອກວິີທີນີ້ຈະເຮັດອາທິດລະເທຶ່ອ ເອັນໄຊຈາກທຳມະຊາດທີ່ຢູ່ນຳມັນຝຣັ່ງຈະຊ່ວຍແກ້ຂີ້ແຮ້ດຳໃຫ້ກັບມາຂາວງາມຂຶ້ນໄດ້. ໝາກແຕງ …

Read More »