Breaking News

Daily Archives: 29/12/2016

ລັກສະນະຮີມສົບທວາຍນິດໄສ…!!!

ຖ້າທ່ານເປັນຄົນທີ່ຮີມສົບເທິງຍື່ນອອກມາຫຼາຍກວ່າຮີມສົບລຸ່ມ ໝາຍຄວາມວ່າທ່ານເປັນຄົນເວົ້າກົງໄປກົງມາມີຄວາມຊື່ສັດ ບໍ່ມັກຕົວະກັບຄົນທີ່ທ່ານຮັກ ແລະ ທ່ານກໍບໍ່ມັກໃຫ້ຄົນອື່ນມາເວົ້າສິ່ງທີ່ບໍ່ແມ່ນຄວາມຈິງກັບທ່ານເຊັ່ນກັນ...

Read More »

ມະຫາເສດຖີອິນເດຍ ຈັດພິທີແຕ່ງດອງໃຫ້ເຈົ້າສາວກຳພ້າ 236 ຄູ່!!!

ມະຫາເສດຖີອິນເດຍ ຈັດພິທີແຕ່ງດອງໃຫ້ເຈົ້າສາວກຳພ້າ 236 ຄູ່ ທ່ານ ມະເຫດ ສະວານີ ມາຫາເສດຖີເຈົ້າຂອງທຸລະກິດເຈຍລະໄນເພັດ-ພອຍຄົນອິນເດຍ ໄດ້ເປັນເຈົ້າພາບຈັດພິທີແຕ່ງດອງໃຫ້ແກ່ເຈົ້າສາວທີ່ກໍາພ້າພໍ່ 236 ຄູ່ ທີ່ລັດ ກູຊະຣາດ (Gujarat). ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ ທ່ານ ມະເຫດ ໄດ້ເປັນເຈົ້າພາບຈັດພິທີແຕ່ງດອງໝູ່ໃຫ້ເຈົ້າສາວກໍາພ້າພໍ່ມາແລ້ວກວ່າ 700 ຄູ່. ສໍາລັບພິທີງານແຕ່ງດອງຫຼ້າສຸດ ທ່ານ ມະເຫດ ໄດ້ຊື້ຄຳ ແລະ ເຄື່ອງໃຊ້ໃນຄົວເຮືອນ ລວມເປັນມູນຄ່າ 5 ແສນຣູປີ ໃຫ້ເຈົ້າສາວແຕ່ລະຄົນ. ໂດຍປົກກະຕິແລ້ວຄົນອິນເດຍຈະມີພິທີແຕ່ງດອງທີ່ເອີ້ນວ່າ: “ກັນຍາດານ” ໂດຍຜູ້ເປັນພໍ່ຂອງຝ່າຍຍິງ ຈະກຽມສິນສອດໄປສູ່ຂໍຝ່າຍຊາຍ ແລະ ທ່ານ ມະເຫດ ໄດ້ຮັບໜ້າທີ່ເປັນພໍ່ລ້ຽງໃຫ້ແກ່ເຈົ້າສາວທີ່ບໍ່ມີພໍ່ເຫຼົ່ານີ້. ທ່ານ ມະເຫດ ມະຫາເສດຖີມີລູກຊາຍ 2 ຄົນ ແລະ ຮ່ວມພິທີແຕ່ງດອງ ທີ່ຈັດຂຶ້ນໃນວັນທີ 26 ທັນວາທີ່ຜ່ານມາ …

Read More »

ອະລັງການງານແຕ່ງດອງລູກເສດຖີ!!!

ອະລັງການກະດໍ້!!! ງານດອງທີ່ເຂົາວ່າເປັນລູກເສດຖີລີສອດດັງໃນເມືອງ ວັງວຽງ  ທີ່ສັງຄົມອອນລາຍກຳລັງເວົ້າເຖິງຫຼາຍທີ່ສຸດໃນຕອນນີ້, ໄດ້ຍິນວ່າເພິ່ນຈັດຢູ່ໂຮງແຮມຫຼູ Landmark riverside ໃນວັນທີ 26 ທັນວາ 2016 ທີ່ຜ່ານມາ, ເຊິ່ງເງິນ ຄຳ ເຄື່ອງເພັດ ທີ່ເປັນຄ່າສິນສອດກໍບໍ່ທຳມະດາມີເທົ່າໃດກໍຂົນມາໜົດພຸ້ນລະ ແລະ ຍັງໄດ້ຍິນມາວ່າລວມໆກໍປະມານ 1 ຕື້ກີບ , ລົດທີ່ເພິ່ນໃຊ້ກໍແມ່ນລົດ ແລ໋ມໂບກິນີ້ (Lamborghini)ພຸ້ນຕົວ, ປາດຕິໂທ້!!! ແອດມິນກໍຢາກມີໂມເມ້ນແບບນີ້ເດ້ 555 ເອົ້າ…ບໍ່ຕ້ອງຝັນໄປມາເບິ່ງຮູບພາບແລ້ວຄອມເມ້ນໃຫ້ຟັງແດ່ຄິດຢ່າງໃດກັບງານດອງທີ່ເຂົາວ່າເປັນງານດອງທີ່ເລີດ…ສົ່ງທ້າຍປີ 2016 ນີ້.  

Read More »

ວິທີແຕ້ມອາຍໄລເນີສຸດເລີດ ເຄັດລັບທີ່ບໍ່ມີໃຜເຄີຍຮູ້ມາກ່ອນ!!!

ວິທີແຕ້ມອາຍໄລເນີສຸດເລີດ ເຄັດລັບທີ່ບໍ່ມີໃຜເຄີຍຮູ້ມາກ່ອນ!!! ການແຕ້ມອາຍໄລເນີເປັນທັກສະຂອງການແຕ່ງໜ້າ ບໍ່ແມ່ນວ່າສາວໆທຸກທ່ານຈະເຮັດອອກມາໄດ້ດີໝົດ ບາງຄົນກໍໃຊ້ຕົວຊ່ວຍຫຼາຍໆຢ່າງ ທັງເປີດເບິ່ງວິທີຈາກມືອາຊີບ ແຕ່ຜົນງານອອກມາກໍຍັງບໍ່ຄ່ອຍພໍໃຈປານໃດ ແຕ່ຖ້າຮູ້ວິທີທີ່ເຮົາກໍາລັງຈະບອກຕໍ່ໄປນີ້ເຊື່ອເທາະວ່າວຽກທີ່ຍາກຈະກາຍເປັນວຽກທີ່ງ່າຍພາຍໃນວິນາທີ ສິ່ງທີ່ທ່ານຕ້ອງມີ: ແນ່ນອນວ່າຈະແຕ້ມອາຍໄລເນີ ກໍຕ້ອງມີອາຍໄລເນີທີ່ທ່ານມັກ ແລະ ທີ່ຂາດບໍ່ໄດ້ກໍຄືແວ່ນແຍງນັ້ນເອງ. ວິທີແຕ້ມ: ເມື່ອມີອຸປະກອນແລ້ວກໍມາເບິ່ງວິທີແຕ້ມກັນເລີຍເລີ່ມຈາກການວາງແວ່ນແຍງໄວ້ບ່ອນທີ່ຕໍ່າກວ່າຕົວທ່ານເຊັ່ນ ເທິງໂຕະ ທ່ານຈະຕ້ອງເບິ່ງລົງຕໍ່າໃນຂະນະທີ່ແຕ້ມຂອບຕາ ວິທີນີ້ຈະເຮັດໃຫ້ທ່ານແຕ້ມລາຍເສົ້ນໄດ້ຢ່າງຊັດເຈນສະໝໍ່າສະເໝີ ເສັ້ນບໍ່ຂາດກັນ ວິທີນີ້ໃຫ້ງໍຫົວໂປ້ຕີນໃນເວລາທີ່ທ່ານກໍາລັງແຕ້ມອາຍໄລເນີ ຂໍບອກວ່າເປັນຄວາມຈິງ. ວິທີນີ້ໄດ້ຜົນແບບໃດ: ເຕັກນິກທີ່ອະທິບາຍໄປວ່າ ເມື່ອເຮົາງໍຫົວໂປ້ຕີນສ່ວນອື່ນຂອງຮ່າງກາຍຈະຜ່ອນຄາຍ ໂດຍສະເພາະມື ດັ່ງນັ້ນເສັ້ນທີ່ອອກມາຈຶ່ງສະໝໍ່າສະເໝີທ່ານອາດຈະລອງທົດລອງດ້ວຍຕົວເອງກັບການແຕ້ມຕາທັງສອງເບຶ້ອງເບິ່ງກໍໄດ້ ແລ້ວທ່ານຈະເຫັນຄວາມແຕກຕ່າງເອງ.  

Read More »