Breaking News

Daily Archives: 18/01/2017

ວາລະສານຂວັນໃຈ ຮູບແບບໃໝ່ສະບັບພິເສດໃນເດືອນ ມັງກອນ 2017

ວາລະສານ ຂວັນໃຈ ປະຈໍາເດືອນ ມັງກອນ 2017 ນີ້ ມາໃນຮູບແບບໃໝ່ ແລະ ພິເສດສຸດໃນ Cover ຄັ້ງທໍາອິດຂອງເຮົາ ທີ່ມີໜຸ່ມເຈົ້າຊູ້ມາຂຶ້ນປົກ degree ເຈົ້າຂອງຕໍາແໜ່ງຂັວນໃຈສາວໆ 2016 ພ້ອມຄວງ 4 DJ ສາວສະເໜ່ແຮງຈົນຫຼາຍຄົນຕ້ອງອິດສາ ແລະ ເປີດຄໍລໍາໃໝ່ Special Scoop ພົບກັບ 4 ສາວ Profile ເລີດ ມາພ້ອມກັບສິ່ງທີ່ມັກ ແລະ ຫຼົງໃຫຼ ຮັບຮອງວ່າຈະຊ່ວຍກະຕຸ້ນໃຫ້ສາວໆອອກໄປຕາມລ່າຫາຄວາມຝັນ ດ້ວຍແຮງບັນດານໃຈອັນລົ້ນເຫຼືອຢ່າງແນ່ນອນ (ລາຍລະອຽດ ສາມາດຊອກຊື້ອ່ານໄດ້ໃນ ວາລະສານ ຂັວນໃຈ  ໃນສະບັບທີ 114 ເດືອນມັງກອນ 2017 ຕາມຮ້ານເອັມພອຍ ທຸກສາຂາ ຫຼື ສອບຖາມຈອງເປັນ ສະມາຊິກ ໄດ້ທີເບີ 021 216 666)

Read More »

ດຣ່າມ່າ…ສະໝັກວຽກບໍ່ໄດ້ຍ້ອນເປັນ “ກະເທີຍ”

ດຣ່າມ່າ…ສະໝັກວຽກບໍ່ໄດ້ຍ້ອນເປັນ “ກະເທີຍ” ຊະນີIndy ມາແລ້ວຈະມາອັບເດດກະແສສັງຄົມໂຊ່ຊ່ຽວທີ່ມີການແຊຣກັນຢ່າງສະໜັ່ນຫວັນໄຫວ ກໍຄືເລື່ອງລາວຂອງກະເທີຍນ້ອຍຫອຍສັງຜູ້ໜຶ່ງທີ່ມີຄວາມນ້ອຍອົກນ້ອຍໃຈທີ່ບໍ່ສາມາດຜ່ານການສະໝັກວຽກໃນໄລຍະທີ່ເພິ່ນຮຽນຈົບໄດ້ຍ້ອນຄວາມທີ່ເພິ່ນເປັນເພດທີ່ 3 (ກະເທີຍ) ຈຶ່ງບໍ່ໄດ້ຮັບໂອກາດເທົ່າທຽມຈາກສັງຄົມ, ໂອ້ຍໆໆ ຊະນີIndy ໄດ້ເຫັນນາງໂພສແບບນີ້ແລ້ວຄິດອີ່ດູຕົນສົງສານເລີຍເກັບເອົາມາແຊຣໃຫ້ເພື່ອນໆໄດ້ຮູ້ນຳກັນວ່າມັນຍັງມີຄວາມບໍ່ເທົ່າທຽມທາງເພດຢູ່! ນີ້ເປັນຂໍ້ຄວາມທີ່ນາງໄດ້ໂພສໄວ້: ມື້ນີ້ມີເລື່ອງສິມາເລົ່າສູ່ຟັງໃນຫົວຂໍ້ຄຳວ່າ “ກະເທີຍ“ “ໃນຕອນທີ່ຂ້ອຍຮຽນຈົບປະລີນຍາຕີໃໝ່ໆຂ້ອຍໄດ້ໄປຢືນສະມັກວຽກໃນບໍລິສັດແຫ່ງໜື່ງ ເຊິ່ງມີຍາດພີ່ນ້ອງເປັນຜູ້ແນະນຳແລະພີ່ນ້ອງບອກວ່າໄດ້ເຮັດແນ່ນອນແຕ່ຂ້ອຍລືມຄິດໄປວ່າໂລກນີ້ບໍ່ມີຫຍັງແນ່ນອນແຕ່ພໍໄປຢືນເອກະສານແລ້ວ ມີຜູ້ຊາຍຄົນໝື່ງລາວເປັນພະນັກງານຢູ່ບໍລິສັດນັ້ນ ລາວເຫັນຂ້ອຍເຂົ້າໄປສະມັກວຽກລາວຖາມຂ້ອຍວ່າລາວເຄີຍເຫັນຂ້ອຍຢູ່ໃນ Facebook ແລ້ວຂ້ອຍຕອບວ່າແມ່ນຫວາແລ້ວຫຼັງຈາກນັ້ນລາວໄດ້ເປີດFacebook ຂື້ນມາແລ້ວເປິດprofileຂອງຂ້ອຍໃຫ້ພະນັກງານທຸກຄົນເບິ່ງແລ້ວສາຍຕາທັງຍິງແລະຊາຍກໍຈັບຈ້ອງມາທີ່ຂ້ອຍບາງຄົນກະຫົວບາງຄົນກະເບິ່ງແຕ່ຫົວຈົນຈຳຕີນ ແລ້ວຫຼັງຈາກຢືນເອກະສານແລ້ວຂ້ອຍກໍກັບມາບ້ານ ຜ່ານໄປຫຼາຍເດືອນກໍບໍ່ມີຄຳຕອບຫຍັງກັບມາຂ້ອຍກໍເລີຍບອກພໍ່ຂອງຂ້ອບໂທໄປຖາມພີ່ນ້ອງວ່າເຂົາເຈົ້າກະຍັງສິຮັບຂ້ອຍເຮັດວຽກຢູ່ຫວາແລ້ວພີ່ນ້ອງຂ້ອຍໄດ້ຕອບກັບມາວ່າ ໄດ້ໆ ແລ້ວຜ່ານໄປອີກຫຼາຍ1ເດືອນຍັງບໍ່ມີການຕິດຕໍ່ກັບມາຈາກບໍລິສັດນັ້ນ ພໍ່ຂ້ອຍກໍ່ໄດ້ໂທໄປຖາມພີ່ນ້ອງອີກເທື່ອໝື່ງວ່າເຂົາກະຮັບຢູ່ຫວາ ພີ່ນ້ອງຂ້ອຍໄດ້ຕອບພໍ່ຂ້ອຍວ່າ ເອີ້! ລືມບອກເຂົາເອົາຄົນອື່ນມາແທນລະເດ ເຂົາວ່າລູກເຈົ້າເປັນກະເທີຍເຂົາຢ້ານບໍ່ມີຄວາມສາມາດໃນການເຮັດວຽກຍ້ອນວ່າເປັນກະເທີຍແລ້ວພໍ່ຂ້ອຍວາງໂທລະສັບແລ້ວລາວຕອບວ່າເຂົາບໍ່ເອົາ ແລ້ວລູກຖ້າໄປສະມັກ ບ່ອນໃໝ່ເອົາເນາະ ແລ້ວຂ້ອຍກໍບອກພໍ່ວ່າລູກຂໍໂທດທີ່ເຮັດໃຫ້ພໍ່ກັບແມ່ຜິດຫວັງຫຼັງຈາກນັ້ນຂ້ອຍກໍໄດ້ໄປສະມັກຢູ່ຫຼາຍບ່ອນກະບໍ່ມີຄຳຕອບຫຍັງ ກັບມາຈາກບໍລິສັດໃດໆ ຂ້ອຍກໍຮູ້ສຶກທໍ້ຈົນມາຮອດບໍລິສັດສຸດທ້າຍທີ່ໄດ້ຮັບການແນະນຳຈາກລູກຂອງປ້າກໍເລີຍປະກອບເອກະສານໄປສະມັກແລ້ວຮອດມື້ທີ່ເຂົາເຈົ້ານັດໄປສຳພາດ ແລ້ວຂ້ອຍກໍໄປພໍໄປຮອດກຳລັງຍ່າງຈະເຂົ້າໄປໃກ້ຕຶກບໍລິສັດໄດ້ຍິນພະນັກງານລົມກັນວ່າມື້ນີ້ສິມີຄົນມາສະມັກງານໄດ້ຍິນວ່າເປັນກະເທີຍວ່າຊັ້ນ ແລ້ວເຂົາເຈົ້າກະຫົວສະອິກສະອ້ອຍພໍເຂົ້າໄປໃນຫ້ອງສຳພາດຂ້ອຍລໍຖ້າປະມານ30ນາທີແລ້ວມີພະນັກງານມາບອກວ່າຖ້າແປ໊ບໝື່ງເດີຫົວໜ້າ ຄາປະຊຸມຂ້ອຍກໍຕອບວ່າໂດຍໆ…ແລ້ວຜ່ານໄປອີກ1ຊົ່ວໂມງກໍຍັງບໍ່ໃຜເຂົ້າມາຂ້ອຍກໍເລີຍຢ່າງອອກມາຖາມພະນັກງານວ່າຫົວໜ້າປະຊຸມແລ້ວລະຫວາອ້າຍລາຕອບວ່າຖ້າອີກແປ໊ບ ດຽວເດີນ້ອງອີກ30ນາທີຂ້ອຍກໍຕອບລາວວ່າໂດຍໆ ແລ້ວຂ້ອຍກໍຖາມລາວວ່າອ້າຍຫ້ອງນໍ້າຢູ່ໃສນ້ອງຂໍເຂົ້າຫ້ອງນໍ້າແດ່ ລາວວ່າຍ່າງໄປທາງຊ້າຍມືເດີແລ້ວຂ້ອຍກໍຍ່າງໄປຕາມທີ່ລາວບອກພໍໄປຮອດຫ້ອງນໍ້າຂ້ອຍກໍເຂົ້າໄປ ແລ້ວໄດ້ມີພະນັກງານຜູ້ຊາຍຍ່າງມາເຂົ້ຫ້ອງນໍ້າຄືກັນ ໄດ້ຍິນເຂົາເຈົ້າລົມກັນວ່າມື້ນີ້ໄດ້ຍິນວ່າມີຄົນມາສະມັກງານຫວາ ແລ້ວຜູ້ຊາຍອີກຄົນໜື່ງຕອບວ່າເອີແມ່ນແລ້ວຫລານບັກໂຕ້ຫັ້ນ ເດ້ທີ່ວ່າເປັນກະເທີຍຫັ້ນເດ້ແລ້ວຜູ້ຊາຍອີກຄົນຫນື່ງກະບອກວ່າເອົ້າຫວາລາວເປັນກະເທີຍວະຫັ່ນເອີໆ ຕາຍກູແນວນີ້ກະແນວມີ ເນາະເປັນກະເທີຍເສຍຊາດເກີດລ້າໆ ແລ້ວຜູ້ຊາຍຄົນນັ້ນກໍບອກວ່າ ກະຫັ້ນລ່ະ ທີ່ຈິງຫົວໜ້າບໍ່ໄດ້ປະຊຸມໃດຫັ້ນຫົວໜ້າບໍ່ຢາກມາສຳພາດຫົວໜ້າບໍ່ເອົາໃາເຮັດວຽກນຳດອກພວກບໍ່ສົມປະກອບ ລະກະຫົວເຢາະເຢີ້ຍອອກໄປ …

Read More »

ມາເບິ່ງ!!! ຊີວິດສຸດຫຼູ ກັບ ເຄື່ອງໃຊ້ແສນແພງຂອງ ໄຮໂຊ…

ມື້ນີ້ Beauty Guru ຈະພາໄປສ່ອງຊີວິດສຸດຫຼູ ກັບ ເຄື່ອງໃຊ້ລາຄາແສນແພງໆໆ ຂອງ “ເມເມ” ໄຮໂຊສະຫວັນກັນ!!! ກ່ອນອື່ນກະຂໍແນະນໍາສໍາລັບໄຮໂຊສາວຄົນນີ້ກັນກ່ອນເນາະ! ເມເມ ເປັນໄຮໂຊສາວ ທີ່ຢູ່ທາງແຂວງ ສະຫວັນນະເຂດ ເຊິ່ງປັດຈຸບັນເພິ່ນເຮັດວຽກເປັນ Manager ຢູ່ທີ່ Savan Diamond ດ້ວຍທີ່ວ່ານາງເປັນໄຮໂຊຄົນໜຶ່ງໃນປະເທດລາວ ທີ່ມີການໃຊ້ຊີວິດຢ່າງຫຼູຫຼາ ເປັນທີ່ໜ້າອິດສາຂອງສາວໆຫຼາຍຄົນ ເຊິ່ງ Beuaty Guru ຂໍບອກກ່ອນວ່າ ກະເປົາບາງໜ່ວຍຂອງນາງນັ້ນ ລາຄາຫຼາຍໝື່ນໂດລາ!!! ແລະ ຊີວິດຂອງນາງຈະຫຼູຫຼາພຽງໃດ ເຄື່ອງໃຊ້ທີ່ແສນແພງໆໆ ຂອງນາງ ຈະອະລັງການຂະໜາດໃດນັ້ນ ເຮົາໄປເບິ່ງພ້ອມກັນເລີຍ!!! By: Beauty Guru ເຄຼດິດຮູບຈາກ: May May Savan

Read More »

ສາວລາວມີຄວາມກ້າຫານ ເດີນທາງໄປແຂ່ງຂັນຮ້ອງເພງຢູ່ປະເທດໄທ!

ສາວລາວມີຄວາມກ້າຫານ ເດີນທາງໄປແຂ່ງຂັນຮ້ອງເພງຢູ່ປະເທດໄທ! ນາງ ທັນຍາພອນ ສຸວັນນະລາດ (ຕ້າ) ສາວລາວຈາກແຂວງສະຫວັນນະເຂດ ຂໍເຮັດຕາມຄວາມຝັນເດີນທາງໄປແຂ່ງຂັນຮ້ອງເພງທີ່ ປະເທດ ໄທ ໃນລາຍການແຂ່ງຂັນຮ້ອງເພງຊື່ດັງ “ສຶກວັນດວນເພງ” ແລະ ໃນເທື່ອນີ້ສາວຕ້າໄດ້ໂຊສຽງຊົງພະລັງໃນເພງທຳນອງໝໍລຳພື້ນບ້ານ ຈົນເຮັດໃຫ້ກຳມະການທັງ 3 ທ່ານຕົກຕະລຶງໃນນ້ຳສຽງທີ່ເປັນເອກະລັກ, ແຕ່ກໍເປັນອັນໜ້າເສຍດາຍທີ່ນາງບໍ່ສາມາດເອົາຊະນະແຊ໋ມເກົ່າໄດ້ ແຕ່ຖືວ່າເຮັດດີທີ່ສຸດແລ້ວເດີ້ ເພາະການທີ່ເຮັດຕາມຄວາມຝັນບໍ່ມີສິ່ງໃດທີ່ຜິດ ຖືວ່າເປັນການໄປເກັບກ່ຽວເອົາປະສົບການເພື່ອມາພັດທະນາເຮົາໃນມື້ໜ້າເດີ້ ເປັນກຳລັງໃຈໃຫ້ ສູ້ໆ! ຢ່າລືມກົດໄລ້-ກົດແຊຣ ໃຫ້ກັບຄົນທີ່ມີຄວາມສາມາດ ແລະ ຕາມຫາຄວາມຝັນຢ່າງນີ້ແດ່ເດີ້! ຂໍຂອບໃຈຮູບພາບຈາກລາຍການ: ສຶກວັນດວນເພງ

Read More »