Breaking News

Daily Archives: 19/01/2017

ລົດຄັນຫຼູສຸດແພງ ຂອງນັກມວຍຊື່ດັງ….

ວ້າວ! Gossip Sport ໄດ້ນໍາເອົາ ລົດຄັນສຸດຫຼູຂອງນັກມວຍຊື່ດັງ ມາຝາກ ນອກຈາກຈະຕີມວຍເກັ່ງແລ້ວ ຍັງເປັນອີກໜຶ່ງໜຸ່ມນັກກິລາທີ່ມັກລົດ Sports ເຊິ່ງຫຼ້າສຸດ ບົວຂາວ ບັນຊາເມກ ນັກມວຍທີມີຊື່ສຽງໄປທົ່ວໂລກ ຍອມຈົກເງິນໃນກະເປົາຊື້ລົດ Sports ສຸດຫຼູ ຍີ່ຫໍ້ Porsche 718 Cayman  Racing Yellow ສີເຫຼືອງ ມາໄວ້ຂັບແບບໂກ້ໆເພື່ອອວດສາວໆ By: Gossip Sport ຂອບໃຈຮູບພາບຈາກ: A. Motors Group

Read More »

ຫລິວເຕີຫົວເກີດອຸບັດເຫດ!

ຫລິວເຕີຫົວ ຕົກມ້າໃນຂະນະຖ່າຍໂຄສະນາທີ່ປະເທດໄທ! ພະເອກລຸ້ນໃຫຍ່ເດີນທາງມາທີ່ ຈັງຫວັດ ນະຄອນລາຊະສີມາ ປະເທດໄທ ເພື່ອຖ່າຍໂຄສະນາຂອງທາງຮ່ອງກົງ ຊຶ່ງຕາມກໍານົດວັນຖ່າຍຕາມແຜນໃນວັນທີ 18-19 ມັງກອນ ແຕ່ກໍມາເກີດອຸບັດຕິເຫດຂຶ້ນ ເນື່ອງຈາກລາວໄດ້ຕົກຈາກຫຼັງມ້າ ຫຼັງຈາກນັ້ນ ທາງທີມງານໄດ້ເຂົ້າປະຖົມພະຍາບານປະກົດວ່າ: ໄດ້ຮັບບາດເຈັບບໍລິເວນກະດູກສັງຫຼັງ ແລະ ນໍາຕົວສົ່ງກັບຮ່ອງກົງເພື່ອຮັກສາຕົວ. ໃນຂະນະດຽວກັນດຽວກັນ ສື່ທາງຮ່ອງກົງລາຍງານວ່າ: ຫລິວເຕີຫົວກໍາລັງຮັກສາຕົວຢູ່ປະເທດໄທ ແລະ ຕອນນີ້ຍັງບໍ່ມີຂໍ້ສະຫຼຸບຊັດເຈນກ່ຽວກັບອາການບາດເຈັບຂອງນັກສະແດງທ່ານນີ້ ແຕ່ແນວໃດກໍຕາມອຸບັດຕິເຫດຄັ້ງນີ້ກໍບໍ່ສົ່ງຜົນກະທົບເຖິງການຖ່າຍໂຄສະນາແຕ່ຢ່າງໃດ ເພາະວ່າໄດ້ຖ່າຍສໍາເລັດໄປກ່ອນແລ້ວ.

Read More »

ມຊ ເອັຟຊີ ຈະບໍ່ມີນັກເຕະບານຄົນຕ່າງປະເທດ

ໃນມື້ນີ້ Gossip Sport ຈະນໍາເອົາຂ່າວກ່ຽວກັບ ມຊ ເອັຟຊີ ມາເວົ້າສູ່ທ່ານຜູ້ອ່ານທີ່ໜ້າຮັກທັງຫຼາຍຟັງ  ສະໂມສອນ ມຊ ເອັຟຊີ ໃນຖານະນ້ອງໃໝ່ທີ່ໄດ້ຄວ້າອັນດັບ 5 ໃນການແຂ່ງຂັນ ລາວພຣີເມຍລີກ 2016 ດ້ວຍກໍາລັງຂອງນັກເຕະບານຕ່າງປະເທດເກືອບ 10 ຄົນ ແຕ່ວ່າ ລາວພຣີເມຍລີກ 2017 ຈະບໍ່ຄືເກົ່າ ເພາະທາງສະໂມສອນໄດ້ປ່ອຍຕົວນັກເຕະບານຄົນຕ່າງປະເທດ ຈໍານວນ 7 ຄົນ ອອກຈາກທີມໄປໝົດແລ້ວ ແລະ ຈະຫັນມາເປີດໂອກາດໃຫ້ນັກເຕະບານລາວໄດ້ ເກັບກ່ຽວປະສົບການ ແລະ ໄດ້ສະແດງຄວາມສາມາດຢ່າງເຕັມທີ່ໃນການແຂ່ງຂັນ ລາວພຣີເມຍລີກ 2017 ລວມທັງຍັງສ້າງຄວາມຫວັງ ໃນການປັ້ນເປັນນັກເຕະຂອງ ມະຫາວິທະຍາໄລແຫ່ງຊາດ ທີ່ຈະໄປຮ່ວມການແຂ່ງຂັນລາຍການຕ່າງໆໃນລະດັບມະຫາວິທະຍາໄລ ອີກດ້ວຍ. By: Gossip Sport

Read More »

ຫົວເຫວີຍແຈກລາງວັນໃຫ່ຍໃຫ້ຜູ້ໂຊກດີ

ລາງວັນລົດໃຫຍ່ Ford Fiesta ຜູ້ໂຊກດີແມ່ນ ນາງ ຈັນຄໍາ ພົນທອງສີ ປະຊາຊົນແຂວງຫຼວງນໍ້າທາ ໂດຍການເປັນກຽດມອບ ລາງວັນຄັ້ງນີ້ແມ່ນ ທ່ານ ຊູຈີຢອງ ຜູ້ອໍານວຍຍການຝ່າຍອຸປະກອນໂທລະສັບຂອງຫົວເຫວີຍປະຈໍາລາວ ແລະ ທ່ານ ຈຽງຟູ່ຫຼົງ ຜູ້ອໍານວຍການໃຫຍ່ ບໍລິສັດ MKE. ຜູ້ໂຊກດີທີ່ໄດ້ຮັບລາງວັນໃນຄັ້ງນີ້ກ່າວວ່າ: ເພີ່ນໄດ້ຊື້ ໂທລະສັບຫົວເຫວີຍ ລຸ້ນ GR5 2017 ຢູ່ທີ່ແຂວງຫຼວງນໍ້າທາ ເປັນຂອງຂວັນປີໃໝ່ໃຫ້ກັບລູກສາວ ພໍຂູດຊິງໂຊກພົບລາງວັນຕົວເອງກໍຕົກໃຈ ແລະ ບໍ່ຢາກເຊຶ່ອເລີຍ ຈຶ່ງໄດ້ໂທສອບຖາມກັບພະນັກງານ ແລະ ພະນັກງານກໍມີການຕິດຕໍ່ກັບໃຫ້ມາຮັບເອົາຂອງລາງວັນຢູ່ທີ່ນະຄອນຫຼວງວຽງຈັນ, ໃນໂອກາດນີ້ຂ້າພະເຈົ້າກໍຂໍຂອບໃຈທາງ ບໍລິສັດຫົວເຫວີຍ ທີ່ມີ “ໂປຼໂມຊັນ” ດີໆແບບນີ້ ຂ້າພະເຈົ້າເຊື່ອວ່າທ່ານໃດທີ່ຊື້ຫົວເຫວີຍເວົ້າໄດ້ເລີຍວ່າໄດ້ທັງມືຖື ຫົວເຫວີຍງາມໆໄປໃຊ້ ແລະ ໄດ້ທັງລົດງາມໆໄປຂັບອີກ. ທ່ານ ຊູຈີຢອງ ໄດ້ກ່າວວ່າ: ໃນປີທີ່ຜ່ານມາ, ຫົວເຫວີຍໄດ້ລົງທຶນຢ່າງມະຫາສານ ເຂົ້າໃນການຂະຫຍາຍຕະຫຼາດ, ພັດທະນາບຸກຄະລາກອນ ຈັດກິດຈະກໍາສົ່ງເສີມການຂາຍ …

Read More »

ມາເບິ່ງ! ຈາກອະດີດເຖິງປັດຈຸບັນຂອງນະຄອນຫຼວງວຽງຈັນ

ຫຼາຍໆຄົນອາດຈະລືມໄປແລ້ວ ວ່ານະຄອນຫຼວງວຽງຈັນ ໃນອາດີດເປັນແນວໃດ? ແລະຄົນລຸ່ນໃໝ່ຫຼາຍຄົນອາດຈະບໍ່ເຄີຍເຫັນ, ບໍ່ເຄີຍຮູ້ມາກ່ອນວ່າ ມື້ນີ້ “ລູກຊາວບ້ານ” ຈະພາທ່ານຮື້ຟື້ນຄວາມຊົງຈຳໃນອາດີດ ກ່ຽວກັບນະຄອນຫຼວງວຽງຈັນ ລອງປຽບທຽບເບິ່ງວ່າ ເມື່ອກ່ອນ ແລະ ປັດຈຸບັນແຕກຕ່າງກັນຫຼາຍປານໃດ? ດັ່ງຮູບພາບລຸ່ມນີ້: ປະຕູໄຊໃນອະດີດ ປະຕູໄຊໃນປະຈຸບັນ ທາດດຳໃນອະດີດ ທາດດຳໃນປະຈຸບັນ ທາດຫຼວງໃນອະດີດ ທາດຫຼວງໃນປະຈຸບັນ ບຸນຊ່ວງເຮືອນະຄອນຫຼວງວຽງຈັນປີ 1989 ບຸນຊ່ວງເຮືອນະຄອນຫຼວງວຽງຈັນໃນປະຈຸບັນ ການສັນຈອນໃນອະດີດ   ການສັນຈອນໃນປະຈຸບັນ

Read More »