Breaking News

Daily Archives: 27/01/2017

ກິຕ້າ ສາວລາວມີຄວາມໂດດເດ່ນໃນ “Take me out Thailand”

  ທ້າຍອາທິດແບບນີ້ ເປັນມື້ສະບາຍຂອງເພື່ອນໆທຸກຄົນ ແຕ່ນັກຂຽນຢ່າງ ຊະນີIndy ບໍ່ມີມື້ພັກ ເພາະມີພາລະກິດໄປຊອກຂ່າວສານມາອັບເດດໃຫ້ໝູ່ເພື່ອນທຸກໆຄົນໄດ້ເກາະຕິດກະແສ ສ່ວນວ່າມື້ນີ້ຈະພາເພື່ອນໆທຸກຄົນໄປອັບເດດເລື່ອງລາວຂອງສາວ ພັດທະສອນ ມະນີດາລັດ (ກິຕ້າ) ສາວລາວຄົນທໍາອິດທີ່ສາມາດໄປຮ່ວມໃນລາຍການເລືອກຄູ່ຊື່ດັງຂອງປະເທດເພື່ອນບ້ານ “Take me out Thailand” ຈົນກາຍເປັນ “Talk of the town” ໃນເວລາຂ້າມຄືນ ຈົນມີແຟນໆເຂົ້າມາຄອມເມັ້ນ ກົດໄລ້ ກົດແຊຣ ກັນຢ່າງສະໜັ່ນຫວັນໄຫວ ແລະ ສາວຄົນນີ້ກໍໄດ້ຖືກຍົກຍ້ອງຈາກສັງຄົມອອນລາຍທັງພາຍໃນປະເທດລາວເຮົາ ແລະ ປະເທດເພື່ອນບ້ານວ່ານາງມີຄວາມໜ້າຮັກ ແຖມເຊັກຊີ່ຂື້ດື້ ມີຄວາມໂດດເດ່ນ ຈົນເຮັດໃຫ້ນາງກາຍເປັນຄົນດັງໃນຊົ່ວພິບຕາຈົນມີຫຼາຍໆລາຍການເຊີນນາງໄປເປັນແຂກຮັບເຊີນ, ດັ້ງນັ້ນ! ຢ່າຊ້າມາເບິ່ງຮູບພາບຂອງນາງແລ້ວຄອມເມັ້ນບອກແດ່ວ່າສາວກິຕ້າມີຄວາມໜ້າຮັກ ປົນເຊັກຊີ່ຂີ້ດື້ແທ້ບໍ່? ຢ່າລືມ! ກົດໄລ້ ກົດແຊຣເປັນກຳລັງໃຈໃຫ້ສາວກິຕ້າກັນແດ່ເດີ້!   ຂໍຂອບໃຈຮູບພາບຈາກ: Kitar Phatthasone Manydalath

Read More »

ຍິນດີກັບຄູ່ສ້າງຄອບຄົວໃໝ່…

ອາຍຸເປັນພຽງໂຕເລກ ຂໍພຽງມີໃຈຮັກ ແລະ ເຂົ້າໃຈກັນກໍພຽງພໍແລ້ວ ຖືວ່າເປັນພາບປະທັບໃຈ ແລະ ຂໍສະແດງຄວາມຍິນດີນໍາຄູ່ສ້າງຄອບຄົວໃໝ່. ໂດຍ: “ລູກຊາວນາ”

Read More »

ທ່ານຜູ້ອ່ານທີ່ໜ້າຮັກທັງຫຼາຍເຮົາໄປທ່ຽວນຳກັນເທາະ!!

ທ່ານຜູ້ອ່ານທີ່ໜ້າຮັກທັງຫຼາຍ ໃນໄລຍະອາກາດໜາວໆແນວນີ້ ທີມງານ ຂວັນໃຈ ຈະມາແນະນໍາສະຖານທີ່ທ່ອງທ່ຽວທາງພາກເໜືອ ໃຫ້ຜູ້ອ່ານທີ່ໜ້າຮັກທັງຫຼາຍໄດ້ໄປຊົມຄວາມງາມຂອງທະເລໝອກ, ໄປຂໍພອນ ແລະ ມື້ນີ້ຈະມາແນະນໍາສະຖານທີ່ທ່ອງທ່ຽວ ຢູ່ແຂວງຫຼວງນໍ້າທາ ນັ້ນກໍຄື: ພຣະທາດຫຼວງຊຽງຕຶງ ນັ້ນເອງ ໝຸ່ມໆສາວໆຫຼາຍທ່ານກໍອາດຈະເຄີຍໄປທ່ຽວມາແລ້ວເນາະ ແຕ່ທີມງານ ພວກເຮົາເຊື່ອວ່າ ເມື່ອໄດ້ໄປມາກໍຕ້ອງຢາກກັບໄປທ່ຽວອີກ ແຕ່ກ່ອນທີ່ຈະໄປຮູ້ຈັກ ພຣະທາດຫຼວງຊຽງຕຶງ ເຮົາໄປຮູ້ຈັກກັບເມືອງສິງກ່ອນເນາະ ເມືອງສິງ ເປັນໜຶ່ງໃນຫ້າເມືອງຂອງແຂວງຫຼວງນໍ້າທາ, ເມືອງສິງຍັງມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ໜ້າສົນໃຈ ແຕ່ສິ່ງທີ່ພົ້ນເດັ່ນກໍແມ່ນສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທໍາເຊິ່ງມີຫຼາຍກວ່າສິບແຫ່ງ, ເມືອງສິງເປັນເມືອງນ້ອຍໆທີ່ມີພື້ນທີ່ອັນອຸດົມສົມບູນທີ່ໂອບອ້ອມໄປດ້ວຍສາຍພູ ມີສາຍນໍ້າຍວນ ແລະ ນໍ້າມ່າທີ່ຄອຍຫຼໍ່ລ້ຽງ.ໃນອະດີດເຄີຍເປັນເມືອງອູ່ເຂົ້າອູ່ນໍ້າທີ່ສໍາຄັນ ເຖິງແມ່ນວ່າເມືອງສິງຈະປະກອບມີປະຊາຊົນຫຼາຍຊົນ­ເຜົ່າອາ­ໄສຢູ່ເປັນຕົ້ນແມ່ນ:ລື້, ຢ້າວ, ອາຄ່າ, ມົ້ງ, ໄທດຳແລະໄທເໜືອແຕ່ເຂົາ­ເຈົ້າສ່ວນໃຫຍ່ແມ່ນນັບ­ຖືສາ­ສະ­ໜາພຸດເຊິ່ງສະ­ແດງອອກໃນຄວາມສັດ­ທາທາງສາສະໜາຂອງປະຊາ­ຊົນ ໂດຍມີວັດວາອາຮາມລວມທັງໝົດຈຳ­ນວນ 23 ແຫ່ງ. ພ້ອມນັ້ນພຣະ­ທາດຊຽງຕຶງກໍປຽບສະເໝືອນພຣະ­ທາດຄູ່ບ້ານຄູ່ເມືອງຂອງຊາວເມືອງສິງ ເມື່ອຮູ້ຈັກກັບເມືອງສິງແລ້ວເຮົາໄປຮູ້ຈັກກັບ ພຣະທາດຫຼວງຊຽງຕຶງ ພ້ອມໆກັນເລີຍ. ພຣະທາດຫຼວງຊຽງຕຶງຕັ້ງຢູ່ເທິງຈອມພູທາງທິດຕາເວັນຕົກສ່ຽງໃຕ້ຂອງເມືອງສິງ ຫ່າງຈາກເທສະບານແຂວງຫຼວງນໍ້າທາ 5 ກິໂລແມັດ ໂດຍມີເສັ້ນທາງຂຶ້ນໄປຮອດຕົວພຣະທາດສອງເສັ້ນທາງຄື: ທາງຍ່າງແມ່ນຂຶ້ນຂັ້ນໄດທີ່ມີຄວາມຍາວປະມານ 750 ແມັດ …

Read More »

ຄຣິບໝາແສນຮູ້ຊ່ວຍຊີວິດໝູ່

ຄຣິບໝາຊ່ວຍຊີວິດໝູ່ຂອງມັນ ທີ່ມີຄົນ Share ຫຼາຍທີ່ສຸດໃນ ໂຊຊ່ຽວ ມື້ນີ້ “ລູກຊາວບ້ານ” ຈະພາມາຮູ້ຈັກກັບ ໝາໜ້າຮັກໂຕໜຶ່ງທີ່ຊ່ວຍໝູ່ກໍາລັງຕົກນໍ້າ. ໝາໂຕໜຶ່ງກໍາລັງແລ່ນລົງໄປນໍ້າຄາບກິ່ງໄມ້ ແຕ່ປາກົດວ່າ: ກະແສນໍ້າແຮງໄດ້ພັດໝາໄຫຼໄປ ແຕ່ມີໝູ່ຂອງມັນອີກໂຕໜຶ່ງໃຊ້ປາກງັບກິ່ງໄມ້ທີຄາບເອົາໄວ້ຢູ່ ເຮັດໃຫ້ສາມາດຊ່ວຍຊີວິດໝາທີ່ຕົກນໍ້າໄວ້ໄດ້ ແລະ ຂຶ້ນຝັ່ງຢ່າງປອດ. ແຕ່ແນວໃດ ກໍຕາມກໍມີຜູ້ຄົນຈໍານວນຫຼາຍອອກມາວິພາກວິຈານເຈົ້າຂອງຄຣິບດັ່ງກ່າວ ທີ່ມົວແຕ່ຖ່າຍຮູບ ເປັນຫຍັງບໍ່ຊ່ວຍໂຕໝາກ່ອນ.  

Read More »

ສຸດຍອດ! ສາວຄົນນີ້ແມ່ນໃຜນໍ?

  ຊະນີIndy ຂີ້ຝອຍມາແລ້ວໆ ມື້ນີ້ຈະມາເວົ້າເລື່ອງສາວງາມຄົນໜຶ່ງທີ່ມັກໂພສຮູບງາມໆ ເຊັກຊີ່ໆ ແລະ ນາງກໍມີແຟນໆຕິດຕາມນາງຫຼາຍພໍສົມຄວນ ເປັນທີ່ສະດຸດຕາເຂົ້າແບບຈັງໆເທົ່າທີ່ ຊະນີIndy ໄດ້ໄປສອດສ່ອງ Profile ຂອງສາວຄົນນີ້ມາເລີຍໄດ້ຮູ້ຊື່ສຽງຮຽງນາມຂອງເພິ່ນມາວ່າຊື່ ນາງ ອະລິວັນດາ ສິຣິພົງ (ອາລີ) ແລະ Life style ຂອງນາງກໍຈະເປັນສາວສາຍ Party ອອກງານຕະຫຼອດ ແຖມນາງຍັງເປັນສາວສາຍມັກສວຍມັກງາມ ແບບວ່າໝໍເກັ່ງໆນາງຈະຮູ້ໝົດ (ມື້ໜ້າແນະນຳ ຊະນີIndy ແດ່), ສ່ວນວ່າໜຸ່ມໆຕ້ອງອົດທົນເດີ້ເພາະວ່າສາວຄົນນີ້ນາງມີຫວານໃຈແລ້ວຈ້າ…ຮີ້ວໆໆໆ ກົດໄລ້ ກົດແຊຣໄປໃຫ້ໂລກຮູ້ວ່າສາວລາວງາມເລີດສຸດໆ…! ຂໍຂອບໃຈທີ່ມາຮູບພາບຈາກ: Alee Alivanhda Siliphong

Read More »