Breaking News

Daily Archives: 06/02/2017

ສາວລາວງາມທັງໜ້າຕາ ແລະ ຈິດໃຈ!

  ແລງໆ…ແບບນີ້ຮອດເວລາມາຝອຍນຳກັນກັບ ຊະນີIndy ເນື່ອງຈາກວ່າກະແສໂຊຊ່ຽວໃນມື້ທີ່ຜ່ານມີເຟັກບຸກສ່ວນຕົວຂອງສາວງາມຄົນໜຶ່ງຊື່ວ່າ ມິນຕາ ລາດຊະວົງ ໄດ້ໂພສຮູບໄປທ່ຽວສະຖານທີ່ທ່ອງທ່ຽວຊື່ດັງ ມ.ວັງວຽງ ແລະ ໃນການໄປທ່ຽວຫຼິ້ນເທື່ອນີ້ກໍຖືເປັນການໄປທ່ຽວຕາມພາສາໄວລຸ້ນລາວເຮົາທົ່ວໄປ ແຕ່ທີ່ສະດຸດຕາ ຊະນີIndy ເຂົ້າແບບກົງໆກໍຄືສາວງາມແກ້ງນີ້ໄດ້ໄປຢ້ຽມຢາມພໍ່ຕູ້ທີ່ຂ້ອນຂ້າງລຳບາກ ອາໄສຢູ່ຄົນດຽວໃນຕູບຮ້າງໆຫົວຂົວ ບ້ານນາມອນ ມ.ວັງວຽງ ເຊິ່ງນາງກໍໄດ້ໂພສຮູບພາບໄປຢາມພໍ່ຕູ້ແບບຍົກແກ້ງ ພ້ອມຂຽນແຄບຊັ່ນເທິງຮູບທີ່ວ່າ: “ໄປຫຼິ້ນວັງວຽງເທື່ອນີ້ຄຸ້ມຫຼາຍ ດີໃຈທີ່ໄດ້ຊ່ວຍພໍ່ຕູ້ສຳລັບໃຜທີ່ມີແຜນຈະໄປຫຼິ້ນວັງວຽງ ແລະ ຢາກເອົາອາຫານ ນ້ຳ ເຄື່ອງນຸ່ງ ຫຼື ແລ້ວແຕ່ສັດທາ ໄປໃຫ້ພໍ່ຕູ້ແວ່ມາຫາເພິ່ນໄດ້ເດີ້ທາງຜ່ານພໍດີ ພໍ່ຕູ້ເພິ່ນເຖົ້າແລ້ວອາໄສຢູ່ຄົນດຽວກະຕູບຂ້າງຂົວນາມອນ ໄກ້ກັບຕະຫຼາດຂາຍປາແຫ້ງ ຊ່ວຍກັນຄົນລະເລັກລະໜ້ອຍກໍໄດ້ ” ຈົນເຮັດໃຫ້ມີແຟນໆເຂົ້າມາກົດໄລ້ກົດແຊຣ ແລະ ຄອມເມັ້ນຍົກຍ້ອງສາວໆແກ້ງນີ້ວ່າທັງງາມ ແລະ ມີຈິດໃຈດີກັນເປັນຈຳນວນຫຼາຍ… ຢ່າງໃດ ຊະນີIndy ແລະ ແຟນໆກໍຂໍອະນຸໂມທາບຸນນໍາເດີ້ #ແຊຣໄປໃຫ້ໂລກຮູ້ວ່າສາວລາວທັງງາມທັງໃຈດີ ມາເບິ່ງຮູບພາບງາມໆຂອງສາວໆແກ້ງນີ້ກັນເລີຍ ຂໍຂອບໃຈຮູບພາບຈາກ: Minta Lardsavong ແລະ KY Ramangkoun  

Read More »

ພົບທະວີບທີ່ສາບສູນ ໃນມະຫາສະໝຸດອິນເດຍ

ຮືຮາ ທີມນັກວິທະຍາສາດໃນແອັບຟຣິກາໃຕ້ ພົບຫຼັກຖານໃໝ່ ພົບທະວີບທີ່ສາບສູນໃນມະຫາສະມຸດອິນເດຍ ຢູ່ໃຕ້ເກາະມໍລິເຊຍ ຈຶ່ງຕັ້ງຊື່ເກາະວ່າ: ທະວີບມໍລີເຊີຍ ເຊື່ອວ່າ: ກໍາເນີດຈາກລາວາພູເຂົາໄຟ ກ່ອນຈະຖືກນໍ້າໃນມະຫາສະໝຸດກືນກິນຈົນສາບສູນໄປຈາກແຜນທີ່ໂລກ 84 ລ້ານປີກ່ອນ. ວັນທີ 6 ກຸມພາ ສື່ຕ່າງປະເທດ ແລະ ສໍານັກຂ່າວ ຊີເອັນເອັນ ລາຍງານເລື່ອງທີ່ສ້າງຄວາມຮືຮາໃຫ້ແກ່ຊາວໂລກໃນຍຸດປັດຈຸບັນ ເມື່ອທີມນັກວິທະຍາສາດຂອງມະຫາວິທະຍາໄລເວີດສະແລນ ໃນແອັບຟຣິກາໃຕ້ ໄດ້ພົບຫຼັກຖານສໍາຄັນພົບທະວີບທີ່ສາບສູນຢູ່ໃຕ້ມະຫາສະໝຸດອິນເດຍເມື່ອ 84 ລ້ານປີກ່ອນ ແລະ ໄດ້ຕັ້ງຊື່ວ່າ “ມໍລີເຊຍ” ເນື່ອງຈາກບໍລິເວນທີ່ພົບທະວີບສາບສູນ ຢູ່ໃຕ້ເກາະ ມໍລິເຊຍ ເກາະທ່ອງທ່ຽວຊື່ດັງໃນມະຫາສະມຸດອິນເດຍຍຸດນີ້ ແລະ ທະວີບມໍລິເຊຍໄດ້ຖືກກືນກິນສາບສູນຈາກນໍ້າໃນມະຫາສະມຸດ. ທີມນັກວິທະຍາສາດກ່າວວ່າ: ຈາກການສຶກສາວິໄຈແຮ່ທາດຈາກກ້ອນຫີນທີ່ພົ້ນຈາກໜ້ານໍ້າໃນມະຫາສະມຸດອິນເດຍ ເຮັດໃຫ້ຮູ້ວ່າ: ທະວີບດັ່ງກ່າວນີ້ ເກີດຈາກລາວາຂອງພູເຂົາໄຟທີ່ເກີດລະເບີດໃນອະດີດ ແລະ ອີກຫຼັກຖານທີ່ສໍາຄັນຄື: ພົບແຮ່ຊີຄອນ ໃນກ້ອນຫີນອາຍຸ 3 ພັນລ້ານປີ ຊຶ່ງມີອາຍຸແກ່ກວ່າແຮ່ທາດທີ່ພົບໃນເກາະມໍລິເຊຍໃນປັດຈຸບັນ ທີ່ພົບກ້ອນຫີນຢູ່ເກາະແຫ່ງນີ້ອາຍຸດົນກວ່າ 9 ລ້ານປີ. ຈາກການວິໄຈຍັງພົບອີກວ່າ: …

Read More »

ທ່ຽວດິນແດນປະຫວັດສາດ…

ຖ້າເວົ້າເຖິງໄຫຫີນ ທຸກຄົນກໍ່ຈະຄິດພາບອອກທັນທີເລີຍ ວ່າຕັ້ງຢູ່ແຂວງຊຽງຂວາງ ແຕ່ໄຫຫີນທີ່ເຮົາເຫັນກັນເລື້ອຍໆ ທາງສິ່ງພິມ, ໂທລະພາບ ຫລື ອິນເຕີເນັດ ສ່ວຍຫຼາຍມັກຈະມາຈາກ ທົ່ງໄຫຫີນເມືອງ ແປກ ຫລື ເອີ້ນອີກຊື່ວ່າ ທົ່ງໄຫຫີນ1. ທົ່ງໄຫຫີນຢູ່ຊຽງຂວາງ ມີຫລາຍກວ່າ 1 ແຫ່ງ: ເຊິ່ງມີຢູ່ທັງເມືອງແປກ, ເມືອງ ຜາໄຊ, ເມືອງ ຄູນ ຫລື ແມ່ນແຕ່ຢູ່ເມືອງຄໍາ ກໍ່ມີ. ແຕ່ໄດ້ຮັບການສໍາຫລວດ ແລະ ພັດທະນາເປັນບ່ອນທ່ອງທ່ຽວແລ້ວມີ 3 ແຫ່ງຄື: ໄຫຫີນ1​ ຢູ່ເມືອງແປກ ໃກ້ກັບເດີ່ນຍົນ ສ່ວນທົ່ງໄຫຫີນ2 ແລະ 3​ແມ່ນຢູ່ເມືອງ ຜາໄຊ ເຊິ່ງກໍ່ບໍ່ໄກຈາກເມືອງແປກ ຫຼື ໂພນສະຫວັນຫຼາຍປານໃດ ສໍາລັບມື້ນີ້ ຈະມາແນະນໍາໃຫ້ຜູ້ອ່ານທີ່ໜ້າຮັກໄດ້ຮູ້ຈັກກັບທົ່ງໄຫຫີນ 1 ກ່ອນເນາະ ເຊິ່ງຫຼາຍທ່ານກໍອາດຈະເຄີຍໄປທ່ຽວມາແລ້ວ ໄຫຫີນໃຫຍ່ຈໍານວນຫຼາຍຮ້ອຍກວ່າໄຫ ທີ່ຢັ່ງຢາຍໄປທົ່ວທົ່ງຫຍ້າອັນຂຽວງາມແຫ່ງນີ້ ເປັນເວລາຫຼາຍພັນປີແລ້ວ ແຕ່ສິ່ງທີ່ຍັງເປັນປິດສະໜາໜ້າງຶດງໍ້ອັດສະຈັນໃຈ …

Read More »

ບິນລັດຟ້າໂກອິນເຕີ້ເຮັດວຽກກັບສາຍການບິນກາຕ້າຄົນທໍາອິດ

ສົມກັບຄຳວ່າ ແມ່ຍິງລາວເກັ່ງບໍ່ນ້ອຍໜ້າຊາດໃດໃນໂລກແທ້ໆ ຂໍສະແດງຄວາມຊົມເຊີຍ ແລະ ຍິນດີນໍາ ນາງ ສຸມາໄລ ໂພທິສານ (ປຸ) ລູກເຮືອຍິງ ຄົນລາວຜູ້ທໍາອິດ ທີ່ເຮັດວຽກຢູ່ສາຍການບິນ ກາຕ້າ ແອເວ Qatar Airways ເຊິ່ງສາຍການບິນໂດ່ງດັງອັນດັບ 5 ດາວດີເດັ່ນຂອງໂລກ. ສາຍການບິນ Qatar Airways ເປັນສາຍການບິນ 5 ດາວຂອງໂລກ (ສູງສຸດຄື 5 ດາວ).   ເຊິ່ງສາຍການບິນທີ່ໄດ້ 5 ດາວກໍມີ 9 ສາຍການບິຄື: All Nippon Airways (ຍີ່ປຸ່ນ), Asiana Airlines (ເກົາຫລີ), Cathay Pacific Airways (ຮົງກົງ), Eitihad Airways (UAE), EVA Air (ໄຕ້ຫວັນ), …

Read More »

ຊໍາຊຸງຈັດກິດຈະກໍາສົ່ງເສີມການຂາຍ

  ໃນວັນທີ 4 ກຸມພາ 2017 ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ໄດ້ມີງານກິດຈະກຳເປີດໂຕ Samsung Galaxy A 2017ໃນຫົວຂໍ້ “ຖ່າຍພາບໄດ້ໃຈ ລຸຍໄປທຸກບ່ອນ ແລະ ຄົ້ນຫາໄວລຸ້ນຍຸກໃໝ່ສະໄຕສເກລດ A ກັບ Grade A Young Talent Contest”ເຊິ່ງງານໄດ້ຈັດຂຶ້ນທັງໝົດ 2 ມື້ຄືວັນທີ 4 ແລະ 5 ກຸມພາ 2017, ທ່ານ ນາງ ສະຣັນຢາ ໄພບູນນຸກູນກິດ ຫົວໜ້າພະແນກ IT & Mobile Communication ບໍລີສັດລາວຊໍາຊຸງເອເລັກໂຕນິກ ຈໍາກັດ ຜູ້ດຽວ ໄດ້ຂຶ້ນກ່າວເປີດງານ ແລະ ຕ້ອນຮັບບັນດາແຂກ. ພາຍໃນງານຍັງມີການສະແດງ, ການເປີດຕົວພີເຊັນເຕີໜ້າໃໝ່ສໍາລັບມີຖືລຸ້ນນີ້ນັ້ນກໍຄືໄວໜຸ່ມໜ້າໃສທ້າວ ວົງພະຈັນ ກູ້, ທ້າວ ສຸກສົມຫວັງ …

Read More »