Breaking News

Daily Archives: 08/02/2017

ປະກາດ! ເຈົ້າຂອງເພສ ເຟສບຸກຕ່າງໆ ໃຫ້ເອົາໃຈໃສ່ຕໍ່ລະບຽບກົດໝາຍ

ເຈົ້າໜ້າທີ່ສະເພາະກິດຂອງກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວໄດ້ເປີດເຜີຍໃນວັນທີ 7 ກຸມພາ 2017 ນີ້ວ່າ: ມີເຟສບຸກຈໍານວນຫຼວງຫຼາຍຍັງບໍ່ທັນໄດ້ເຂົ້າມາແຈ້ງເຈດຈໍານົງ ແລະ ລົງທະບຽນຂອງຕົນເອງໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເປັນທາງການຕໍ່ລັດຖະບານລາວກໍຄືກະຊວງກ່ຽວຂ້ອງໂດຍສະເພາະໂທລະໂຄ່ງ THOLAKHONG, ລາວໂພສຕ໌ Laopost,  ABC Laos news ສຳນັກຂ່າວເອບີຊີລາວ,  ຄິດອອກ kidork.com, una studio – ຢູ່ນາສະຕູດິໂອ ແລະ ອື່ນໆ ຂະນະທີ່ເຟສບຸກດັ່ງກ່າວໄດ້ສ້າງຂຶ້ນເພື່ອຈຸດປະສົງເຜີຍແຜ່ ແລະ ນໍາສະເໜີຂໍ້ມູນຂ່າວສານຕໍ່ສັງຄົມເປັນວົງກວ້າງໃນຮູບແບບການດໍາເນີນທຸລະກິດແບບອິດສະຫຼະໂດຍບໍ່ເຄົາລົບຕາມກົດລະບຽບ ກົດໝາຍ ແລະ ບໍ່ເສຍພັນທະອາກອນໃຫ້ລັດ. ເຈົ້າໜ້າທີ່ຈາກກະຊວງກ່ຽວຂ້ອງຍັງຊີ້ແຈ້ງວ່າ: ກົດໝາຍວ່າດ້ວຍສື່ມວນຊົນສະບັບປັບປຸງກໍານົດຢ່າງຈະແຈ້ງວ່າອົງການໃດ, ບຸກຄົນໃດ ແລະ ນິຕິບຸກຄົນມີຈຸດປະສົງຕ້ອງການສ້າງຢາກສ້າງເວບໄຊ, ເຟສບຸກ ແລະ ສື່ອອນລາຍອື່ນໆຕ້ອງໄດ້ໄປແຈ້ງລົງທະບຽນນໍາກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຕ່ກໍລະນີຖ້າຢາກສ້າງຂຶ້ນເພື່ອນໍາສະເໜີຂໍ້ມູນຂ່າວສານ ແລະ ສາລະໜ້າຮູ້ເພື່ອຈຸດປະສົງທຸລະກິດ ແລະ ເຜີຍແຜ່ຂໍ້ມູນຢ່າງເປັນທາງການຕໍ່ສັງຄົມໃນວົງກວ້າງນັ້ນຕ້ອງໄປແຈ້ງໃຫ້ກະຊວງຖະແຫລງ ວັດທະນະທໍາ ແລະ …

Read More »

ມາເບິ່ງ! ຫວານໃຈຂອງ ແກ້ວຕາ Net idol

  ສະບາຍດີ ໝູ່ເພື່ອນທຸກໆຄົນ ບ່າຍໆແບບນີ້ກິນເຂົ້າທ່ຽງແລ້ວກໍກຽມມາຝອຍກັນໄດ້ເລີຍເນາະ ແບບຈະບໍ່ເວົ້າອ້ອມຄ້ອມໃຫ້ມັນຍືດຍາວປານສາຍແມ່ນໍ້າຂອງ (ຮະຮ່ະ) ເຂົ້າປະເດັນກັນເລີຍຄືວ່າມື້ນີ້ ຊະນີIndy ໄດ້ໄປເຂ່ຍເຟັກບຸກຫຼິ້ນຈຶ່ງໄປເຫັນຮູບຄູ່ທີ່ນ້ອງແກ້ວຕາເນັດໄອດໍ້ສາວລາວຂອງເຮົາໄດ້ໂພສຮູບພາບລົງເຟັກບຸກສ່ວນຕົວຂອງນາງ ແລະ ໄດ້ເຫັນຮູບຄູ່ລະຫວ່າງນາງ ແລະ ຜູ້ຊາຍຂອງນາງ (ແຟນ) ໂອະໆໂອ້ຍ…ຈັ່ງແມ່ນມາອິດສາຄົນມີຄູ່ແທ້ເດ,  ໃນແຕ່ລະຮູບພາບກໍມີການຂຽນຄຳບັນຍາຍເທິງຮູບພາບແບບຍອກໃຍກັນໄປມາອີກໃດ ຍິ່ງເຮັດໃຫ້ແຟນໆຂອງທັງສອງເຂົ້າໄປກົດໄລ້ລົວໆ ແຖມຄອມເມັ້ນອີກໃດວ່າຄູ່ນີ້ໜ້າຮັກຈັ່ງຊັ້ນຈັ່ງຊີ້ ແຕ່ເບິ່ງໆໄປແລ້ວກໍແມ່ນຄວາມແຟນໆທີ່ໄປຄອມເມັ້ນແທ້ໃດ, ຊະນີIndy ບໍ່ໄດ້ມາເວົ້າ ລອຍໆເດີ້ແຕ່ຍັງເອົາຮູບຄູ່ ແລະ ຄຣິບທີ່ທັງສອງໂພສມາຝາກນໍາອີກ ມາເບິ່ງກັນເລີຍ…!!! ເພື່ອນໆສາມາດເບິ່ງຄຣິບຂອງຄູ່ນີ້ໄດ້ເລີຍຈາ…   https://www.facebook.com/kaowta.pornprasert.3/videos/751369975039501/   ຂໍຂອບໃຈຮູບພາບ ແລະ ຄຣິບຈາກ: Keota Pornprasert ແລະ Pern Rmc St

Read More »

ງາມແບບມີຄຸນຄ່າ…”ຊຸດໄໝລາວ”

ງາມແບບມີຄຸນຄ່າກັບ “ຊຸດໄໝລາວ” ມາພົບກັນອີກແລ້ວສາວໆກັບ BeautyGuru ຄົນຜູ້ຮ້າຍໃຫຍ່ແຕ່ມັກຄວາມສວຍງາມວ່າຊັ້ນຊະ ແລະ ມື້ນີ້ກໍບໍ່ເວັ້ນມາພ້ອມກັບຄວາມງາມທີ່ສາວໆຫຼາຍຄົນມີ (ຍົກເວັ້ນ BeautyGuru ມີຄວາມຮູ້ສຶກນ້ອຍໃຈ) ຄວາມງາມນັ້ນເຮົາສາມາດແຕ່ງເຕີມໄດ້ບໍ່ວ່າຈະເປັນດ້ວຍເຄຶ່ອງສໍາອາງ ຫຼືເຄຶ່ອງນຸ່ງກໍມີສ່ວນ ແລະ ມື້ນີ້ຈະພາສາວໆໄປເບິ່ງຄວາມງາມທີ່ມີຄຸນຄ່າ, ງາມແບບບໍ່ເບຶ່ອ, ງາມຈົນໃຜເຫັນແລ້ວຍັງເກີດຄວາມອິດ…ອິດສາຂຶ້ນມາ ນັ້ນກໍຄືຄວາມງາມແບບສາວລາວນັ້ນເອງ ງາມແບບມີຄຸ່ນຄ່າກັບສິ້ນໄໝ, ເສຶ້ອໄໝ, ເກົ້າຜົມ, ບ່ຽງແພ ເຫັນບໍ່ສາວໆງາມແບບມີຄຸນຄ່າສໍ່າໃດ (ທັງໝົດນີ້ກໍລ້ານປາຍກີບເປັນຢ່າງຕໍ່າແລ້ວບໍ່ມີຄູນຄ່າຊິໄປໃສ​ 555) ສາວໆລອງຄິດເບິ່ງການທີ່ເຮົາແຕ່ງຕົວນຸ່ງເຄຶ່ອງແບບລາວໆນີ້ຄົນຕ່າງປະເທດ, ນັກທ່ອງທ່ຽວທີ່ເຂົ້າມາເຫັນເຂົາຍັງຍົກຍ້ອງໃນຄວາມງາມຂອງຊຸດໄໝບ້ານເຮົາ, ບາງຄົນຕິດໃຈແຮງຈົນຕ້ອງໄດ້ນຸ່ງ ຫຼືບາງຄົນກໍຊື້ເອົາກັບປະເທດໄປນໍາ ແລ້ວແບບນີ້ເຮົາເປັນຄົນລາວແທ້ໆຊິບໍ່ໃຫ້ຄິດວ່າຊຸດໄໝຂອງລາວເຮົາມີຄຸ່ນຄ່າໄດ້ແນວໃດ ອີກຢ່າງມັນກໍເປັນມໍລະດົກຕົກທອດຈາກສະໄໝປູ່ຍ່າ, ຕາທວດເຮົາອີກອັນໜຶ່ງດັ່ງນັ້ນເຮົາທຸກຄົນໃນນາມທີ່ເປັນຄົນລາວ, ໂດຍສະເພາະສາວໆທັງຫຼາຍຢ່າໄດ້ເບິ່ງຂ້າມສິ່ງທີ່ມີຄຸນຄ່າສິ່ງນີ້ໄປ ແລະ ມື້ນີ້ BeautyGuru ກໍໄດ້ນໍາເອົາຮູບທີ່ສາວລາວນຸ້່ງຊຸດໄໝລາວທີ່ແສນຈະງາມ ແລະ ມີຄຸນຄ່າມາຕ້ອນກັນວ່າແລ້ວກະໄປເບິ່ງກັນເລີຍ. By; BeautyGuru ເຄຼດິດຮູບຈາກ: ສາວລາວ Lao girl

Read More »