Breaking News

Daily Archives: 09/02/2017

ງານມະຫາກໍາບຸນຊ້າງ

ງານມະຫາກໍາບຸນຊ້າງ ຖືໄດ້ວ່າເປັນງານບຸນປເພນີປະຈໍາປີຂອງແຂວງ ເມື່ອເວົ້າເຖິງບຸນຊ້າງທ່ານຜູ້ອ່ານທີ່ໜ້າຮັກທັງຫຼາຍ ກໍຄົງຈະຄິດອອກເລີຍເນາະວ່າຢູ່ແຂວງໃດ ເຊິ່ງເປັນງານບຸນທີ່ມີຊື່ສຽງຂອງແຂວງໄຊຍະບູລີເລີຍກໍວ່າໄດ້ ແລະ ມື້ນີ້ ທີມງານ ຂວັນໃຈ ຈະມາແນະນໍາໃຫ້ທ່ານຜູ້ອ່ານທີ່ໜ້າຮັກໄດ້ຮູ້ຈັກກັບ ງານມະຫາກໍາບຸນຊ້າງ ແຂວງໄຊຍະບູລີ ພ້ອມໆກັນເລີຍ ແຂວງໄຊຍະບູລີ ເຄີຍຂຶ້ນຊື່ວ່າເປັນແຂວງ ທີ່ມີຝູງຊ້າງຫຼາຍທີ່ສຸດໃນປະເທດລາວ ເຊິ່ງເພິ່ນໄດ້ມີການຈັດງານມະຫາກໍາບຸນຊ້າງຂຶ້ນ ໃນທຸກໆປີລະຫວ່າງວັນທີ 17 – 19 ກຸມພາ ເພື່ອເປັນການສົ່ງເສີມການອະນຸລັກຮັກສາຊ້າງທີ່ເປັນສັດຄູ່ບ້ານຄູ່ເມືອງຂອງຊາວລາວ ໃນງານບຸນດັ່ງກວ່າປະກອບມີກິດຈະກໍາຫຼາຍຢ່າງບໍ່ວ່າຈະເປັນການປະກວດນາງສາວທິດາບຸນຊ້າງ, ວິທີການເຝິກຊ້າງນ້ອຍ( ເອົາຊ້າງເຂົ້າເຂື່ອນ), ສາທິດການນໍາໃຊ້ແຮງງານຊ້າງ, ການບໍລິການຂີ່ຊ້າງ, ການອາບນໍ້າຊ້າງ ແລະ ອື່ນໆ ໃນແຕ່ລະປີຈະມີຊ້າງເຂົ້າຮ່ວມຫຼາຍກວ່າ 60 ເຊືອກ ນອກຈາກນີ້ແລ້ວຍັງມີ ການສະແດງສິລະປະວັນນະຄະດີ ແລະ ການສາຍຮູບເງົາສາລະຄະດີກ່ຽວກັບຊ້າງ ພ້ອມທັງການສະແດງສິນຄ້າຕ່າງໆຈາກພາຍໃນ ແລະ ຕ່າງປະເທດ ເຊິ່ງເປັນທີ່ດຶງດູດໃຈຂອງນັກທ່ອງທ່ຽວ ຈາກທົ່ວທຸກສາລະທິດໃຫ້ຫຼັ່ງໄຫຼໄປຮ່ວມງານມະຫາກໍາບຸນຊ້າງໃນແຕ່ລະປີ ແລະ ນັບມື້ນັບຫຼາຍຂຶ້ນ ໃກ້ໆຈະຮອດແລ້ວງານບຸນແລ້ວ ຖ້າຍັງບໍ່ທັນວາງແຜນໄປທ່ຽວໃສລອງໄປທ່ຽວ ງານບຸນມະຫາກໍາບຸນຊ້າງ ລອງເບິ່ງເດີຮັບຮອງທ່ານຜູ້ອ່ານທີ່ໜ້າຮັກຈະບໍ່ຜິດຫວັງຢ່າງແນ່ນອນ

Read More »

ຂ່າວດີສໍາລັບແມ່ຍິງຖືພາ ແລະ ເດັກນ້ອຍອາຍຸຕໍ່າກວ່າ 5 ປີ

ຂ່າວດີສໍາລັບແມ່ຍິງຖືພາ ແລະ ເດັກນ້ອຍອາຍຸຕໍ່າກວ່າ 5 ປີ ຂ່າວດີສໍາຫຼັບແມ່ຍິງຖືພາຝາກທ້ອງໂດຍບໍ່ໄດ້ເສຍຄ່າ ແລະ ເດັກນ້ອຍອາຍຸຕໍ່າກວ່າ 5 ປີລົງມາ ທີມີອາການເຈັບໜັກສາມາດປິ່ນປົວ ແລະ ຮັກສາໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ ຢູ່ທີ່ໂຮງໝໍເມືອງ ໄຊທານີ (ທ່າງ່ອນ) ນະຄອນຫຼວງວຽງຈັນ.

Read More »

ຜູ້ຢູ່ເບື້ອງຫຼັງໃນການສ້າງດາລາແຫ່ງວົງການບັນເທິງລາວ!

  ຊະນີIndy ມາແລ້ວຈ້າ….ບ່າຍໆແບບນີ້ມາເວົ້າມາລົມກັນ ມື້ນີ້ຈະມາແນະນຳໃຫ້ແຟນໆໄດ້ຮູ້ກັບ ນັກປັ້ນດາລາແຫ່ງວົງການບັນເທິງລາວ ທະວີໄຊ ໄຊທິລາດ ຫຼື ຕ້າ ເອແພັກ ເພິ່ນເປັນສີລະປິນ ນັກຮ້ອງ ນັກແຕ່ງເພງ ລວມເຖິງຜູ້ຢູ່ເບື້ອງຫຼັງໃນການສ້າງດາລາສີລະປິນຫຼາຍໆຄົນມາແລ້ວບໍ່ວ່າຈະເປັນ ລູກນໍ້າ ທິດາລັດ, ຄຣິດຕິນ້າ, ບິນລີ່, ຕຸ່ນ ດີວ້າ, ຕິກ ພິ້ນເຊັດ ແລະ ຍັງມີນ້ອງໆອີກຫຼາຍໆຄົນທີ່ກຳລັງຈະມາເສີດສາຍສະແດງຄວາມສາມາດໃນວົງການບັນເທິງບ້ານເຮົາທີ່ນັບມື້ນັບໂດດເດ່ນ ແລະ ຫຼ້າສຸດ ຕ້າ ເອແພັກ ຍັງໄດ້ເປັນກຳມະການຮ່ວມຕັດສິນນ້ອງໆທີ່ມາຮ່ວມແຂ່ງຂັນໃນໂຄງການ ‘ຄົ້ນຫາໄວລຸ້ນຍຸກໃໝ່ສະໄຕສເກຣດ A’ ອີກດ້ວຍ, ຂໍຕົບມືແບບລົວໆໃຫ້ເລີຍເນາະ ແບບວ່າເກັ່ງສຸດຍອດ. #ແຊຣໄປໃຫ້ໂລກຮູ້ວ່າຄົນລາວເຮົາເກັ່ງບໍ່ດ້ອຍກວ່າຊາດອື່ນ ມາເບິ່ງ! ຮູບພາບທີ່ຖ່າຍຮ່ວມກັບສີລະປິນ… ຂໍຂອບໃຈທີ່ມາ ແລະ ຮູບພາບຈາກ: Tar Apacts Thavixay  ແລະ TAR APACTS  

Read More »

8 Step ໃນການແຕ້ມຄິ້ວໃຫ້ເປັນທໍາມະມຊາດທີ່ສຸດ ສາວໆຫ້າມພາດ!!!

8 Step ໃນການແຕ້ມຄິ້ວໃຫ້ເປັນທໍາມະມຊາດທີ່ສຸດ ມາພົບກັນອີກແລ້ວສາວໆກັບ BeautyGuru ຄົນຜູ້ຮ້າຍໃຫຍ່ແຕ່ມັກຄວາມສວຍຄວາມງາມ ແລະ ມື້ນີ້ກໍບໍ່ພາດອີກຕາມເຄີຍກັບພາລະກິດນໍາພາສາວໆຍຸກໃໝ່ງາມໄປພ້ອມກັນກັບ 8 Step ຂອງການແຕ້ມຄິ້ວທີ່ຈະເຮັດໃຫ້ສາວໆງາມແບບທໍາມະຊາດເພາະວ່າຄິ້ວູືມົງກຸດຂອງໜ້າ ຖ້າຄິ້ວງາມກໍຈະເຮັດໃຫ້ສາວໆນັ້ນມີໃບໜ້າທີ່ງາມໄປພ້ອມນັ້ນເອງວ່າແລ້ວເຮົາຢ່າລໍຊ້າ ໄປງາມພ້ອມກັນເລີຍ ເຮັດຄວາມສະອາດຄິ້ວ ດ້ວຍການລ້າງໜ້ານັ້ນລະສາວໆ 2. ຫວີເສັ້ນຄິ້ວໃຫເຮຽງກັນເປັນຊົງທີ່ຕ້ອງການ 3. ຄ່ອຍໆເອົາສໍຂຽນຄິ້ວແຕ້ມຢ່າງເປັນທໍາມະຊາດຈາກຫົວຄິ້ວໄປຫາຫາງຂອງຄິ້ວເຮົາ ແຕ່ບໍ່ຕ້ອງຂຽນຫົວຄິ້ວໃຫ້ເຂັ້ມກວ່າຖ້າບໍ່ຢາກເປັນຊີນຈັງ!! 4.​ ແຕ້ມໃຫ້ຄິ້ວເຕັມ ລະວັງບໍ່ໃຫ້ເຂັ້ມຈົນເກີນໄປ ຈື່ໄວ້ວ່າເຮັດມືເບົາໆ 5. ໃຊ້ແປງຂຽນຄິ້ວຫົວມົນ ແລະ ຫົວຕັດໃນການຂຽນຄິ້ວແບບຝຸ່ນພະຍາຍາມເລຶອກສີນໍ້າຕານໃຫ້ເປັນທໍາມະຊາດເດີ້ 6. ໃຊ້ແປງຂຽນຄິ້ວຫົວມົນເຂ່ຍສີຄິ້ວໃຫ້ສະເໝີກັນ ແລະ ໃຊ້ແປງຫົວຕັດເພີ່ມຄວາມຄົມໃຫ້ກັບຄອບຄິ້ວ 7. ຄ່ອຍໆລົງຝຸ່ນໃຫ້ເຕັມຄິ້ວ ແລະ ຫົວຄິ້ວທີ່ປະໄວ້ ລະວັງຢ່າໃຫ້ເຂັ້ມຈົນເກີນໄປຈື່ໄວ້ວ່າຄ່ອຍໆເບົາມື 8. ໃຊ້ແປງປັດຝຸ່ນຂຽນຄິ້ວອອກເພາະຈະໄດ້ທາອາຍແຊໂດສີທໍາມະຊາດໃສ່ເປຶອກຕາຈັກໜ້ອຍ ເພຶ່ອໃຫ້ຕາເບິ່ງມີມິຕິຂຶ້ນ ງ່າຍໆພຽງເທົ່ານີ້ສາວໆກໍໄດ້ຄິ້ວທີ່ງາມໆແບບເປັນທໍາມະຊາດແລ້ວ By: BeautyGuru

Read More »