Breaking News

Daily Archives: 14/02/2017

ເຄບີ ໂຄລາວ ເຊົ່າສິນເຊື່ອ ເລີ່ມດຳເນີນທຸລະກິດຢູ່ໃນ ສປປ ລາວ

ງານເປີດໂຕ ບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ຈຳກັດ ຈັດຂຶ້ນ ໃນວັນທີ 13 ກຸມພາ 2017  ຢູທີ່ຕຶກອາລຸນໃໝ່ ຊັ້ນ 7 ບ້ານໜອງບອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ໄດ້ຈັດງານລ້ຽງສະເຫຼີມສະຫຼອງ ການເປີດໂຕ ຢ່າງເປັນທາງການ ໃນຕອນຄໍ່າຂອງມື້ດຽວກັນ ຢູ່ທີ ໂຮງແຮມ ແລນມາກມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ຍູນກັງຮ່ອນ ທ່ານເອກອັກຄະລັດຖະທູດ ຂອງ ສ.ເກົາຫຼີ ປະຈຳ ສປປ ລາວ, ທ່ານ ໂອເຊຢອງ ປະທານກຸ່ມບໍລິສັດໂຄລາວ, ທ່ານ ຢູນຈົງກຽວ …

Read More »

ວັນແຫ່ງຄວາມຮັກໄປທ່ຽວໃສດີ? ຖ້າຄິດບໍ່ອອກໄປທ່ຽວນີ້ເລີຍ…

ໃນວັນແຫ່ງຄວາມຮັກແບບນີ້ ແລະ ໃນໄລຍະລະດູໜາວແບບນີ້ ທາງທີມງານ ຂວັນໃຈ ຈະຂໍແນະນໍາສະຖານທີ່ທ່ອງທ່ຽວໃຫ້ທ່ານຜູ້ອ່ານທີ່ໜ້າຮັກໄດ້ໄປທ່ຽວຊົມ ຫຼື ໄປພັກຜ່ອນແບບຄອບຄົວ ແລະ ສະຖານທີ່ທີ່ເຮົາຈະມາແນະນໍາໃຫ້ທຸກທ່ານກໍຄື ສວນ “ສະຕໍເບີຣີ່” ພູຄູນ ນັ້ນເອງ ເມື່ອເອີ່ຍເຖິງສວນ “ສະຕໍເບີຣີ່” ພູຄູນແລ້ວ ຫຼາຍໆທ່ານກໍຄົງຈະເຄີຍໄດ້ຍິນ ຫຼື ບາງທ່ານກໍອາດໄດ້ໄປທ່ຽວຊົມມາແລ້ວສາມແຍກພູຄູນ ຫຼື ເມືອງພູຄູນ ເປັນເມືອງໜຶ່ງທີ່ເປັນທາງສາມແຍກໄປວຽງຈັນ – ຫຼວງບາງ – ຊຽງຂວາງ ແລະ ເປັນເມືອງທີ່ມີສາມລະດູ ໃນມື້ໜຶ່ງໆຈະມີທັງລະດູຝົນ, ລະໜາວ ແລະ ລະດູຮ້ອນ ຈົນຫຼາຍຄົນທີ່ມາທ່ຽວຊົມໃນສະຖານທີ່ແຫ່ງນີ້ບໍ່ສາມາດປັບຕົວໄດ້ທັນເລີຍ ສວນພູຄູນ ”ສະຕໍເບີຣີ່” ຕັ້ງຢູ່ບ້ານ ສາມແຍກພູຄູນ ທາງເຂົ້າຕິດກັບປໍ້ານໍ້າມັນພູຄູນ ຫ່າງຈາກເສັ້ນທາງ 13 ເໝືອ ພຽງ 300 m ເຊິ່ງຫ່າງຈາກນະຄອນຫຼວງວຽງຈັນ 250 km, ຈາກຫຼວງພະບາງ 135 …

Read More »

ເມນູ ສຸດພິເສດຕ້ອງຮັບວັນແຫ່ງຄວາມຮັກ

ເມນູ ສຸດພິເສດຕ້ອງຮັບວັນແຫ່ງຄວາມຮັກ ມາຮູ້ຈັກກັບເມນູສຸດພິເສດ ແລະ ສຸດແປກຕ້ອນຮັບ “Valentine’s day” ບາແຫ່ງໜຶ່ງໃນໃຈກາງເມືອງໂຕກຽວ ຈັດກິດຈະກໍາແບບພິເສດໆ ສະຫຼອງວັນແຫ່ງຄວາມຮັກດ້ວຍເມນູຂອງຫວານ ຄີມເຄັກ ແລະ cocktail ທີ່ເສີບມາພ້ອມກັບແມງໄມ້ ໂດຍຜູ້ຈັດກິດຈະກໍາບອກວ່າ: ເມນູດັ່ງກ່າວດຶງດູດລູກຄ້າເຂົ້າຮ້ານໄດ້ເກືອບຮ້ອຍຄົນ ແລະ ລູກຄ້າຍັງບອກອີກວ່າ: ກິດຈະກໍານີ້ຊ່ວຍໃຫ້ຜູ້ທີ່ຍ້ານແມງໄມ້ ບໍ່ຍ້ານອີກຕໍ່ໄປ.   ສ່ວນເມນູທີ່ໄດ້ຮັບຄວາມນິຍົມຄື: Cocktail Cranberry ທີ່ປະສົມແມງດາ ແລະ ເພີ່ມລົດຊາດຄ້າຍຄືກັບ ຄາຣາເມວດ້ວຍດ້ວງກັບ Walnuts ຊຶ່ງມີລາຄາ 800-1.000 ເຍນ ຫຼື ປະມານ 75.000 ກີບຕໍ່ແກ້ວ .

Read More »

ບ໋ອບ ຟີແມນ ປ່ອຍຄຣິບສຸດຮາຕ້ອນຮັບວັນ “ວາເລັນທາຍ”

  ຕ້ອນຮັບວັນທີ 14 ກຸມພາ 2017  ວັນແຫ່ງຄວາມຮັກ (Valentine’s Day) ບ໋ອບ ຟີແມນ ໄດ້ປ່ອຍຄຣິບສຸດຮາເຖິງ 2 ຄຣິບ ແຕ່ລະຄຣິບໄດ້ສ້າງຄວາມຮືຮາໃຫ້ແຟນໆຈົນເຮັດໃຫ້ມີຍອດໄລ້ ຍອດແຊຣກັນຢ່າງຫຼວງຫຼາຍ ຈະຮາຊໍ່າໃດມາເບິ່ງກັນເລີຍ: Happy ວາເລັນທາຍ #ສາຍສຽບ #ສາຍhurt #ສາຍເຫງົາ #ສາຍໂສດ   Happy ວາເລນທາຍ #ສາຍສຽບ #ສາຍhurt #ສາຍເຫງົາ #ສາຍໂສດ โพสต์โดย Bob Freeman บน 13 กุมภาพันธ์ 2017   Catty doggy ວາເລັນທາຍນີ້ .. ເເຫງຫີ້ #ສຸກສັນວັນເເຫ່ງຄວາມຮັກ #ເບິ່ງຄັກໆ #ເເມ່ນວັນເສຍໂຕ   Catty doggy ວາເລັນທາຍນີ້ .. …

Read More »

ຂ່າວດີ! ສຳລັບຜູ້ພິການ ແຕ່ກຳເນີດ

​ເລີ່​ມແຕ່ວັນທີ 07-20 ກຸມພາ 2017 ເປັນເວລາ 2 ອາທິດ. ຄະ​ນະ​ທີມ​ແພດອາສາສະໝັກຈາກອົງການ ການ​ແພດ Interplast ຈາກ​ປະ​ເທດ ອົດສະຕາລີ ແລະ ນິວຊີແລນ ໄດ້ເດີນທາງມາເຖິງໂຮງໝໍມະໂຫສົດ ນະຄອນຫຼວງວຽງຈັນ ເພື່ອດຳເນີນໂຄງການໃຫ້ຄຳປຶກສາ ແລະ ການຜ່າຕັດ ​ໂດຍ​ບໍ່​ເສຍ​ຄ່າ ໃຫ້​ແກ່ ຜູ້ທີ່ມີອາການ​ດ້ານ​ຄວາມພິການແຕ່ກຳເນີດ ແລະ ຈາກການຈະເລີນເຕີບໂຕ. ໂຄງການດັ່ງກ່າວ, ໄດ້ຮັບການສະໜັບສະໜູນ ບໍລິສັດ ພູເບັ້ຍ ມາຍນິງ (PBM) ແລະ ກຸ່ມແມ່ຍິງສາກົນ (WIG) ເຊິ່ງ​ເປັນ​ການສືບຕໍ່ ການຈັດຕັ້ງໂຄງການທີ່​ທາງ ບໍ​ລິ​ສັດ ໄດ້ຮ່ວມທຶນ​ຮອນ​ກັບ Interplast​ ນັບແຕ່ປີ 2012. ທີມອາສາສະໝັກຂອງ Interplast ທີ່ປະກອບດ້ວຍແຜນຜ່າຕັດ​ໃສຍະກຳ ແລະ ຕົບແຕ່ງ, ແພດວາງຢາສະລົບ ແລະ ພະຍາບານ ໄດ້ດຳເນີນການປະເມີນກ່ອນຜ່າຕັດ ​ເຊິ່ງຈະປະຕິບັດວຽກຮ່ວມ …

Read More »