Breaking News

Daily Archives: 16/02/2017

ສື່ມວນຊົນ ສໍາເລັດເຄື່ອນໄຫວມອບເຄື່ອງໃຫ້ຜູ້ດ້ອຍໂອກາດ

ໃນໂອກາດເດີນທາງ ໄປເກັບກໍາຂໍ້ມູນຂ່າວສານ ຢູ່ 4 ແຂວງພາກໃຕ້, ສື່ມວນຊົນ ຈາກຂ່າວສານປະເທດລາວ ກໍໄດ້ ມອບເຄື່ອງໃຫ້ປະຊາຊົນຜູ້ທຸກຍາກ ຢູ່ບ້ານຫຼັກ 52, ບ້ານຂຸມຄໍາ ເມືອງສາມັກຄີໄຊ ແຂວງອັດຕະປື ແລະ ສືບຕໍ່ເດີນທາງໄປມອບ ອຸປະກອນການສຶກສາ ໃຫ້ນ້ອງນັກຮຽນຜູ້ດ້ອຍໂອກາດ ຢູ່ໂຮງຮຽນປະຖົມສົມບູນບ້ານແບງ ເມືອງລະມາມ ແຂວງເຊກອງ ເຊິ່ງເຄື່ອງທີ່ນໍາມອບຄັ້ງນີ້ ໂດຍໄດ້ຮັບການສະໜັບສະໜູນ ຈາກບໍລິສັດ, ຫ້າງຮ້ານ, ບຸກຄົນ ແລະ ອື່ນໆລວມມູນຄ່າ 10 ລ້ານກວ່າກີບ.

Read More »

ເອເອັຟຊີ ປະກາດລົງໂທດນັກເຕະບານລາວ ຈາກກໍລະນີລົ້ມບານ ຫ້າມແຂ່ງຕະຫຼອດຊີວິດ!

ສະຫະພັນເຕະບານອາຊຽນ ຫຼື (AFC)  ປະກາດລົງໂທດນັກເຕະບານຂອງລາວ ກໍລະນີລົ້ມບານ ໃນວັນທີ 15 ກຸມພາ 2017 ທີ່ກົວລາລໍາເປີ ປະເທດ ມາເລຍເຊຍ ຄະນະກໍາມະການສະຫະພັນເຕະບານອາຊຽນ AFC ໄດ້ແຈ້ງການລົງໂທດ ຫ້າມແຂ່ງຂັນຕະຫຼອດຊີວິດ ນັກເຕະບານ ແລະ ຄູເຝິກສອນຂອງ ສປປ ລາວ ແລະ ກໍາປູເຈຍ ຈໍານວນ 22 ຄົນ ໃນຂໍ້ຫາ ເຮັດຜິດການແຂ່ງຂັນ ຊຶ່ງນັກເຕະລາວຈາກສະໂມສອນ Lao Toyota FC ປະກອບດ້ວຍ: ທ້າວ ວັດທະນາ ແກ້ວດວງເດດ, ທ້າວ ໂອດຽນ ສີຫາລາດ, ທ້າວ ສິດທິເດດ ກັນທະວົງ, ທ້າວ ອະນຸໄຊ ນ້ອຍວົງ, ທ້າວ ເທນທອງ ພົນເສດຖາ, ທ້າວ ປະເສີດສັກ ສິລິຍະວົງ, …

Read More »

ຖະແຫລງ ການຈັບກຸມ ແລະ ມ້າງກຸ່ມຄ້າຂາຍຢາເສບຕິດ-ອາວຸດເສິກລາຍໃຫຍ່

ກົມຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ, ກົມໃຫຍ່ຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ເປັນເຈົ້າການດຳເນີນວຽກງານວິຊາສະເພາະຂອງຕົນ ເພື່ອເກັບກຳຂໍ້ມູນຢ່າງເປັນລະບົບ, ຈາກນັ້ນ ໄດ້ປະສານສົມທົບລະຫວ່າງ ເຈົ້າໜ້າທີ່ຕຳຫລວດຢູ່ສູນກາງ ກັບທ້ອງຖິ່ນບັນດາແຂວງ ໃນທົ່ວປະເທດ, ພ້ອມກັບອົງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທຸກຂັ້ນ ຈຶ່ງໄດ້ດຳເນີນການແກ້ໄຂ ເຄື່ອຂ່າຍກຸ່ມເປົ້າໝາຍຊື້-ຂາຍ ຢາເສບຕິດ ແລະ ຕິດພັນກັບອາວຸດເສີກ, ແຕ່ພາກເໜືອ ລົງຮອດ ພາກໃຕ້ ແລະ ສາມາດຈັບຕົວຜູ້ຖືກຫາທັງໝົດ ໄດ້ 33 ຄົນ, ຍິງ 11 ຄົນ. ທ່ານ ທອງເຫລັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ຖະແຫລງ ກ່ຽວກັບເຫດການດັ່ງກ່າວ ໃນວັນທີ 16 ກັນຍາ 2016 ເຖິງ ວັນທີ 24 ມັງກອນ 2017 ທີ່ຜ່ານມາວ່າ: ກຸ່ມທີ 1: …

Read More »

ສາວລາວລຸ່ມ, ລາວສູງ, ລາວເທິງ ໃຜຈະງາມກວ່າກັນ!!

ສະບາຍດີສາວໆຂັວນໃຈທີ່ໜ້າຮັກທັງຫຼາຍ ມື້ນີ້ BeautyGuru ມາພ້ອມກັບຄວາມງາມບໍ່ແພ້ຊາດໃດຂອງແມ່ຍິງລາວທັງສາມຊົນເຜົ່າ ອັນນີ້ຄົງບໍ່ຕ້ອງບອກເນາະວ່າມີຊົນເຜົ່າຫັຍງແດ່ນັ້ນສາວໆຄົງຈະຮູ້ກັນຢູ່ແລ້ວ ເພາະວ່າໃນປະເທດລາວເຮົານັ້ນປະກອບດ້ວຍຫຼາຍຊົນຊາດຊົນເຜົ່າແຕ່ສະເພາະຊົນເຜົ່າໃຫຍ່ໆໃນລາວນັ້ນກໍມີພຽງສາມຊົນເຜົ່າເທົ່ານັ້ນຄື: ຊົນເຜົ່າທີໜຶ່ງກໍແມ່ນຊົນເຜົ່າລາວລຸ່ມ, ທີສອງຄືຊົນເຜົ່າລາວສູງ (ເຜົ່າມົ້ງ) ແລະ ທີສາມກໍແມ່ນຊົນເຜົ່າລາວເທິງນັ້ນເອງ (ວ່າຊິບໍ່ບອກແຕ່ກະເຜີບອກໄປແລ້ວ) ທັງສາມຊົນເຜົ່ານີ້ມີເອກະລັກວັດທະນະທໍາ, ວາດການດໍາລົງຊີວິດທີ່ແຕກຕ່າງກັນໃນເມຶ່ອກ່ອນ ແຕ່ມາຮອດປັດຈຸບັນນີ້ກໍເກຶອບວ່າແຍກບໍ່ອອກເລີຍ ເພາະຫຼາຍຊົນເຜົ່າໄດ້ມາດໍາລົງຊີວິດຢູ່ຮ່ວມກັນ, ມີຄວາມສາມັກຄີ, ຮັກແພງກັນຄືດັ່ງເປັນອ້າຍ, ເອຶ້ອຍ, ນ້ອງກັນແທ້ໆ ແຕ່ກໍຍັງມີເອກະລັກບາງຢ່າງທີ່ແຕກຕ່າງກັນກໍຄືການນຸ່ງຖືທີ່ເປັນເອກະລັກໃນຍາມບຸນປະເພນີຂອງໃຜມັນນັ້ນເອງ ແລະ ມື້ນີ້ BeautyGuru ກໍໄດ້ຮວບຮວມເອົາຊຸດທີ່ເປັນເອກະລັກຂອງແຕ່ລະຊົນເຜົ່ານັ້ນມາໃຫ້ສາວໆໄດ້ເຫັນກັນ ແລະ ສ່ວນວ່າຊຸດຂອງແຕ່ລະຊົນເຜົ່ານັ້ນຈະງາມຂະໜາດໃດເຮົາໄປເບິ່ງພ້ອມກັນເລີຍ. ງາມສາວລາວລຸ່ມ ງາມສາວລາວສູງ (ສາວມົ້ງ) ງາມສາວລາວເທິງ ສາວລາວທັງສາມເຜົ່າງາມທີ່ສຸດເລີຍ ສະໄໝກ່ອນຍັງງາມ By: BeuatyGuru ເຄຼດິດຮູບຈາກ: ສາວໂພສ LaosPost ແລະ Google.com

Read More »