Breaking News

Daily Archives: 17/02/2017

ຈ່ອນນີ້ ໝຸ່ມລາວໃນລາຍການ “Take me out Thailand” ຝາກມາບອກວ່າ…

ໃກ້ຈະໄດ້ຮູ້ກັນແລ້ວວ່າ ໝຸ່ມໂສດ ຈ່ອນນີ່ ສິຣິວັນ ໄຊຍະສານ  ໝຸ່ມໂສດສຸດເຈົ້າຊູ້ດູດີ ມີດີກຼີເປັນເຖິງຊາຍແບບ ຈາກປະເທດລາວທີ່ໄປເລືອກຄູ່ໃນລາຍການ “Take me out Thailand” ວ່າໜຸ່ມຄົນນີ້ຈະໄດ້ສາວໂສດຄົນໃດໄປອອກເດດ ຫຼື ວ່າຈະຖືກ Black-Out ຫຼືບໍ່? ຫຼ້າສຸດໜຸ່ມ ຈ່ອນນີ້ ກໍໄດ້ໂພສຮູບພາບ ແລະ ຂຽນຄຳອະທິບາຍທີ່ວ່າ: “ວັນສຸກແລ້ວ….ເຮົາມີນັດກັນວັນເສົາເດີ້ໃຜຈະເປັນຄູ່ລຸ້ນນຳຊ່ວຍກັນແນ່“ ແລະ ກໍມີແຟນໆຂອງໜຸ່ມຈ່ອນນີ້ໄປໃຫ້ກຳລັງໃຈ ກົດໄລ້ກົດແຊຣກັນລົວໆ… ຖ້າໃຜຢາກໃຫ້ກຳລັງໃຈໜຸ່ມໂສດຄົນນີ້ວ່າຈະໄດ້ສາວໂສດຄົນໃດໄປອອກເດດ ສາມາດຕິດຕາມໄດ້ເລີຍທີ່ລາຍການ  “Take me out Thailand” ຈະອອກອາກາດໃນວັນທີ 18 ກຸມພາ 2017 ນີ້… ຂໍຂອບໃຈຮູບພາບຈາກ: Johnny Xayyasan

Read More »

ປະຫວັດຄວາມເປັນມາຂອງວັດສີເມືອງ

ໃນມື້ນີ້ ທີມງານ ຂວັນໃຈ ຈະຂໍມາແນະນໍາໃຫ້ທ່ານຜູ້ອ່ານທີ່ໜ້າຮັກທັງຫຼາຍ ໄດ້ຮູ້ຈັກກັບປະຫວັດຂອງວັດສີເມືອງ ທີ່ເປັນທີ່ເພິ່ງທາງໃຈຂອງຊາວລາວເຮົາ ເມື່ອເອີ່ຍຊື່ວັດສີເມືອງຂຶ້ນມາ ທ່ານຜູ້ອ່ານທີ່ໜ້າຮັກທຸກທ່ານຄົງຈະຮູ້ເລີຍເນາະວ່າຕັ້ງຢູ່ໃສ ແລະ ຈະເປັນແນວໃດໃດນັ້ນເຮົາໄປອ່ານພ້ອມໆກັນເລີຍ ວັດສີເມືອງ ເປັນທີ່ຕັ້ງຂອງເສົາຫລັກເມືອງວຽງຈັນ ຕັ້ງຢູ່ເຂດບ້ານສີເມືອງ ເມືອງຈັນທະບູລີ ເຊິ່ງໄດ້ມີປະຫວັດຄວາມເປັນອັນເກົ່າແກ່ທີ່ເລົ່າຂານສືບຕໍ່ກັນມາວ່າ: ໃນສະໄໝກ່ອນຕອນທີ່ຊາວເມືອງພວມກໍາລັງເຮັດພິທີປັກຫລັກເມືອງຢູ່ນັ້ນກໍມີແມ່ຍິງຄົນໜຶ່ງຊື່ວ່າ: ນາງສີ ເຊິ່ງກໍາລັງຖືພາໄດ້ສະຫຼະຊີບໂດດລົງໄປໃນຂຸມນັ້ນ ນາງໄດ້ຖືກຝັງໄປພ້ອມກັບຫຼັກເມືອງ ແລະ ກາຍເປັນຜີຫຼັກເມືອງ ຈຶ່ງກາຍເປັນທີ່ມາຂອງຊື່ວັດສີເມືອງແຫ່ງນີ້. ຍ້ອນວັດສີເມືອງເປັນສະຖານທີ່ສັກສິດຈຶ່ງໄດ້ກາຍເປັນທີ່ເພິ່ງທາງໃຈໃຫ້ແກ່ຊາວລາວ ແລະ ເປັນສະຖານທີ່ ທີ່ຊາວຕ່າງຊາດໃຫ້ຄວາມສົນໃຈເຂົ້າມາສຶກສາ ແລະ ທ່ຽວຊົມເປັນຈໍານວນຫຼວງຫຼາຍ ປັດຈຸບັນປະຊາຊົນທັງພາຍໃນ ແລະ ຕ່າງປະເທດກໍໄດ້ເຂົ້າມາສັກກາລະບູຊາ-ກາບໄຫ້ວວັດສີເມືອງທຸກໆມື້ ໂດຍສະເພາະວັນອັງຄານ ແລະ ວັນສິນ ຄົນສ່ວນໃຫຍ່ແມ່ນມັກມາຂໍພອນ, ເສຍເຄາະ ບູຊາໂຊກ, ມາບະ-ມາບົນນໍາເຈົ້າແມ່ສີເມືອງໃນສິ່ງທີ່ຕົນປາດຖະໜາ ແລະ ເມື່ອສົມຫວັງແລ້ວກໍມາແກ້ບະຢູ່ນີ້ຕາມຄວາມເຊື່ອຂອງແຕ່ລະຄົນ. ທຸກໆປີໃນມື້ຂຶ້ນ 15 ຄໍ່າເດືອນ 12 ຂອງລາວເຊິ່ງກົງກັບມື້ບຸນນະມັດສະການພຣະທາດຫຼວງ ຈະມີພິທີແຫ່ຜະສາດເຜິ້ງ ເຊິ່ງເລີ່ມຕົ້ນແຫ່ຈາກວັດສີເມືອງແຫ່ງນີ້ໄປຫາພຣະທາດຫຼວງວຽງຈັນ,ວັດສີເມືອງສ້າງຂຶ້ນໃນປີ ພສ. 2106 ໂດຍເຈົ້າໄຊຍະເສດຖາທິລາດ …

Read More »

ອາຍຸ 94 ແລ້ວຍັງແຂງແຮງຢູ່!

ແມ່ຕູ້ ສຸດແຂງແຮງ ຝຶກກັງຟູ ມາເປັນເວລາ 90 ປີ ມາຮຽນຮູ້ກັບສູດອາຍຸຍືນຍາວ ແລະ ສຸຂະພາບທີ່ແຂງແຮງຂອງແມ່ຕູ້ຄົນຈີນຜູ້ນີ້. ແມ່ຕູ້ທວດຜູ້ນີ້ຊື່ວ່າ: ຈາງ ເຫີສຽນ ອາໄສຢູ່ໃນເຂດໜິງໄຫ່ ມົນທົນເຈີຈຽງ ລາວໄດ້ເປີດເຜີຍວ່າ: ຝຶກສິລິປະກັງຟູຕັ້ງແຕ່ອາຍຸ 4 ປີໂດຍການແນະນໍາຂອງພໍ່ ແລະ ຝຶກມາເລື້ອຍໆຈົນຮອດອາຍຸ 90 ປີ ຈົນທຸກມື້ນີ ລາວໄດ້ກາຍເປັນທີຮູ້ຈັກ ໃນສາຍາວ່າ “ແມ່ຕູ້ທວດກັງຟູ” ຊຶ່ງລາວຍັງໄດ້ບອກອີກວ່າ: ບ້ານທີ່ລາວອາໄສຢູ່ຕັ້ງແຕ່ຍັງນ້ອຍຖືກເອີ້ນວ່າ: “ບ້ານແຫ່ງສິລະປະການຕໍ່ສູ່” ເພາະຄົນໃນບ້ານຮຽນຝຶກວິຊາກັງຟູກັນໝົດທຸກຄົນ ແລະ ລາວກໍໄດ້ຮຽນສິລະປະການຕໍ່ສູ່ຂັ້ນພື້ນຖານແຕ່ຍັງນ້ອຍໆ. ລູກຊາຍລາວບອກວ່າ: ແມ່ຂອງລາວນັ້ນຕື່ນແຕ່ເຊົ້າໆເພື່ອບໍລິຫານຮ່າງກາຍ ແລະ ແລ່ນອ້ອມຮອບບ້ານເປັນປະຈໍາ ແຖມຍັງເປັນຄົນດີນໍາອີກ ມັກຊ່ວຍເຫຼືອຜູ້ອຶ່ນແຖມແມ່ຄູ້ທວດຜູ້ນີ້ຍັງເປັນຄົນທີ່ມີອາລົມດີ, ຄິດບວກຕະຫຼອດເວລາ ຈຶ່ງເຮັດສຸຂະພາບທາງກາຍ ແລະ ຈິດໃຈແມ່ຂອງລາວແຂງແຮງເຖິງວ່າ ອາຍຸຈະຮອດ 94 ປີແລ້ວ.

Read More »

ເມ ວາລິສະລາ ຕັງສຸວັນ ມີຄວາມຮ້ອນແຮງ!

ຂໍຍອມ (ໂຕ ມ ລ້ານໂຕ) ຈະບໍ່ໃຫ້ ຊະນີIndy ຍອມໄດ້ແນວໃດ ເນື່ອງຈາກວ່າສາວ ເມ ວາລິສະລາ ຕັງສຸວັນ ນາງງາມຄົນທຳອິດຂອງລາວເຮົາທີ່ສາມາດຄວ້າລາງວັນຈາກເວທີລະດັບສາກົນ  MISS TOURISM QUEEN OF THE YEAR INTERNATIONAL 2016 ເຊິ່ງສາວເມນາງກໍໄດ້ລາງວັນ “ສາວງາມມິດຕະພາບ” ມາຝາກຄົນລາວເຮົາທຸກຄົນຈົນເປັນກະແສດັງທົ່ວບ້ານທົ່ວເມືອງມາແລ້ວໃນຊ່ວງທ້າຍປີກ່ອນ ແລະ ທີ່ວ່າ ຂໍຍອມ ກໍເພາະວ່າສາວເມໄດ້ມີໂອກາດມາຮ່ວມງານກັບ ວາລະສານ ຂວັນໃຈ ເຮົາ ແລະ ໄດ້ຖ່າຍແບບຂຶ້ນປົກໃນເດືອນ ກຸມພາ 2017 ນີ້ ເຊິ່ງໃນເດືອນນີ້ຈະມາໃນຄອນເຊັບ ວາເລັນທາຍ ແລະ ເປັນສາວໝັ້ນທີ່ລຶກລັບ ໜ້າຄົ້ນຫາ ເບິ່ງຢ່າງໃດກໍຮ້ອນແຮງ ແບບວ່າ Hot ເວີ້ທຸກອົງສາກັນເລີຍ! ບໍ່ເຊື່ອແມ່ນບໍ່? ດັ່ງນັ້ນໝູ່ເພື່ອນລອງມາເບິ່ງຮູບພາບທີ່ສາວເມໄດ້ຖ່າຍເບິ່ງເດີ້ຮັບຮອງຕ້ອງຍອມຮັບວ່າຮ້ອນແຮງອີ່ຫຼີ! ສຸດຍອດເລີຍແມ່ນບໍ່? ແບບວ່າຮ້ອນແຮງອີຫຼີ ຖ້າໝູ່ເພື່ອນທ່ານໃດທີ່ຍາກຕິດຕາມສາວເມໃນ Look …

Read More »

ພັດທະນາຜະລິດຕະພັນທ່ອງທ່ຽວລາວ ເຂົ້າສູ່ສາກົນ (ມີຄຼິບ)

ທ່ານ ບົວເງິນ ຊາພູວົງ ຮອງລັດ ຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວໃນການຈັດສຳມະນາ ກ່ຽວກັບການພັດທະນາຜະລິດຕະພັນ ການທ່ອງທ່ຽວຂອງລາວ ໃຫ້ສາມາດເຊື່ອມໂຍງ ກັບຜະລິດຕະພັນການທ່ອງທ່ຽວ ຂອງປະເທດມຽນມາ, ກຳປູເຈຍ ແລະ ຫວຽດນາມ ຄັ້ງນີ້ວ່າ: ດັ່ງທີ່ຮູ້ກັນດີແລ້ວ          ວ່າຜະລິດຕະພັນການທ່ອງທ່ຽວ ເປັນບັນຫາຕົ້ນຕໍ ທີ່ເຮັດໃຫ້ນັກທ່ອງທ່ຽວ ຕັດສິນໃຈເດີນທາງ ໄປຍັງຈຸດໝາຍປາຍທາງການທ່ອງທ່ຽວໃດໜຶ່ງ ສປປ ລາວ ເປັນປະເທດໜຶ່ງທີ່ມີຊາຍແດນຕິດຈອດ ກັບປະເທດໃກ້ຄຽງ ມີຊາຍແດນສາກົນ ທັງໝົດຈຳນວນ 27 ແຫ່ງ, ສາມາດເອົາວີຊາກັບດ່ານໄດ້ 22 ແຫ່ງ, ມີສະໜາມບິນສາກົນ 4 ແຫ່ງ. ສິ່ງທີ່ຄວນເອົາໃຈໃສ່ແມ່ນຈຳນວນນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວໃນ ສປປ ລາວ ປະມານ 62% ແມ່ນເດີນທາງມາຈາກປະເທດກຳປູເຈຍ, ຫວຽດນາມ ແລະ ສປ ຈີນ,  52% …

Read More »