Breaking News

Daily Archives: 22/02/2017

ນູ່ນີ່ ສາວລາວໃນລາຍການ “Take me out Thailand” ໄດ້ໂພສບອກວ່າ…(ມີຄຣິບ)

    ຫຼັງຈາກທີ່ສາວລາວໜ້າຮັກ  ນູ່ນີ່ ຂຸນພົນພັກດີ ໄດ້ໄປອອກລາຍ  “Take me out Thailand”  ຈົນສ້າງກະແສຮືຮາໃນໂລກສັງຄົມອອນລາຍມາແລ້ວ, ຫຼ້າສຸດ ນູ່ນີ່ ນາງກໍໄດ້ໂພສຮູບພາບພ້ອມຄຳອະທິບາຍໃນເຟັກບຸກ ແລະ ອິນສະຕາແກມ ສ່ວນຕົວຂອງນາງວ່າ: “ຝາກຕິດຕາມ ເສົາໜ້າແດ່ເດີ້ ວ່ານູ່ນີ່ຊິໄດ້ຄູ່ເດດ ຫຼື ບໍ່…?” , ຈົນມີແຟນໆຂອງນາງທັງ ລາວ ແລະ ໄທ ອອກມາຄອມເມັ້ນໃຫ້ກຳລັງໃຈນາງແບບລົວໆ… ຈັ່ງໃດກໍເປັນກຳລັງໃຈໃຫ້ເດີ້ ແລະ ເພື່ອນໆທີ່ຢາກຕິດຕາມສາວລາວຄົນນີ້ວ່ານາງຈະໄດ້ໝຸ່ມຄົນໃດໄປເປັນຄູ່ເດດ ກໍຢ່າລືມຕິດຕາມນາງທີ່ລາຍການ “Take me out Thailand” ໃນວັນເສົາ ວັນທີ 25 ກຸມພາ 2017 ນີ້…! #ແຊຣໄປໃຫ້ໂລກຮູ້ວ່າສາວລາວເຮົາງາມຫຼາຍ ສ່ວນໝູ່ເພື່ອນຄົນໃດທີ່ພາດຍັງບໍ່ໄດ້ເບິ່ງຕອນທຳອິດທີ່ສາວ ນູ່ນີ່ ປະກົດຕົວໃນລາຍການສາມາດເບິ່ງຍ້ອນຫຼັງໄດ້ເລີຍ!   ที่จริงเฮามักน้าเน็ก น้าโดนสาวนุนีสารภาพรักกลางรายการ ถึงกับออกอาการแบบนี้!! ดูแม่จ๋าอีกคนเถอะ ดูหวงๆนะนั่น #tmo11 #takemeoutthailandถ้าไม่อยากพลาดความสนุกของเทคมีเอาท์ กดนี่ไว้เลย …

Read More »

ປະຫວັດ ຫໍໄຕຣປີດົກເກົ່າ ( ໜອງລໍາຈັນ )

ຫຼາຍໆທ່ານອາດເຄີຍໄປທ່ຽວມາແລ້ວເນາະ ຫໍໄຕຣປີດົກເກົ່າ ແຕ່ອາດຈະບໍ່ຮູ້ວ່າມີປະຫວັດຄວາມເປັນມາແນວໃດ ແລະ ໃນມື້ນີ້ ທີມງານ ຂວັນໃຈ ຈະຂໍນໍາເອົາປະຫວັດຂອງ ຫໍໄຕຣປີດົກເກົ່າ ( ໜອງລໍາຈັນ ) ມາເລົ່າໃຫ້ບັນດາທ່ານຜູ້ອ່ານທີ່ໜ້າຮັກໄດ້ຮູ້ຈັກ ຫໍໄຕຣປີດົກເກົ່າ ( ໜອງລໍາຈັນ ) ຕັ້ງຢູ່ບ້ານໜອງລໍາຈັນ ເມືອງຈໍາພອນ ຢູ່ຫ່າງຈາກເທສະບານເມືອງປະມານ 28 ກິໂລແມັດຫໍໄຕຣປີດົກ ທີ່ວັດຈັນທະສາໂຣ ຫຼື ຊາວບ້ານເອີ້ນກັນວ່າ ວັດໜອງລໍາຈັນ ເປັນສະຖາປັດຕະຍະກໍາເຄື່ອງໄມ້ທີ່ສະທ້ອນເຖິງສີໄມ້ລາຍມືຂອງຊາວຊ່າງລ້ານຊ້າງໃນອະດີດ ຫໍໄຕຣປີດົກແຫ່ງນີ້ ໄດ້ກໍ່ສ້າງຂຶ້ນແຕ່ສັດຕະວັດທີ 17 ເຊິ່ງແມ່ນ ຍາທ່ານ ຫຼັກຄໍາພາ ເປັນຜູ້ນໍາພາສ້າງ ເຊິ່ງສ້າງດ້ວຍໄມ້ໝົດທັງຫຼັງ ສ້າງຂຶ້ນໂດຍບໍ່ໃຊ້ຕະປູກຈັກດອກ ຕົວເຮືອນຢູ່ເທິງເສົາໄມ້ສູງ 6 ແມັດ ຕັ້ງຢູ່ກາງໜອງລໍາຈັນ ເພື່ອບໍ່ໃຫ້ປວກ ແລະ ແມງໄມ້ກັດກິນ ຕໍ່ມາຫໍໄຕຣປີດົກແຫ່ງນີ້ກໍໄດ້ປະຕິສັງຂອນ ໃໝ່ອີກໃນ ສັດຕະວັດທີ 19 ນັບແຕ່ນັ້ນມາກໍ່ມີຍາທ່ານຂຽວ, ຍາທ່ານ ພຸ່ນ, …

Read More »

ເປັນການລໍຄອຍມາ 20 ກວ່າປີແລ້ວ ແລະ ສຸດແສນດີໃຈ ທີ່ຈະໄດ້ເສັ້ນທາງເບຕົງໃໝ່

ໂຄງການສ້າງເສັ້ນທາງສາມແຍກຈີ່ນາຍໂມ້ ຫາ ສາມແຍກສີຖານໃຕ້ ຈະໃຫ້ສໍາເລັດໃນທ້າຍປີນີ້ ເປັນການລໍຄອຍມາ 20 ກວ່າປີແລ້ວ ແລະ ສຸດແສນດີໃຈ ທີ່ຈະໄດ້ເສັ້ນທາງເບຕົ້ງໃໝ່. ໂຄງການເພີ່ນກໍມີຄວາມເອົາໃຈໃສ່ດີ ເມື່ອສ້າງເສັ້ນທາງສຳເລັດ ກໍຈະເຮັດໃຫ້ການໄປມາ ຫາສູ່ຂອງປະຊາຊົນສະດວກສະບາຍຂຶ້ນ. ໂຄງການສ້າງເສັ້ນທາງເບຕົ້ງເສີມເຫລັກ ແຕ່ສາມແຍກຈິນາຍໂມ້ ຫາສາມແຍກ ບ້ານທ່າແຂກ (ເມືອງຫາດຊາຍຟອງ) ນະຄອນຫລວງວຽງຈັນ, ທີ່ມີຄວາມຍາວ 14 ກິໂລແມັດ, ມີ 4 ຊ່ອງທາງການສັນຈອນ, ກວ້າງ 12 ແມັດ ແລະ ທາງຍ່າງເບື້ອງລະ 1,50 Cm ມີມູນຄ່າການກໍ່ສ້າງທັງໝົດ 50 ລ້ານໂດລາ ໂດຍບໍລິສັດຫາຍຫານ ການທຸລະກິດ ຈຳກັດ ໂດຍເລີ່ມລົງມືການກໍ່ສ້າງມາແຕ່ເດືອນ 4 ປີ 2016 ແລະ ຄາດວ່າຈະສໍາເລັດ ໃນທ້າຍປີ 2017 ນີ້. ທ່ານ ພຸນສົມບັດ …

Read More »

ອົງການ UNICEF ສຸມໃສ່ 7 ແຜນງານໃຫຍ່ (ມີຄຼິບ)

ຕ້ອນຮັບຢ່າງອົບອຸ່ນ! ຣາຊີນີປະເທດແບນຊິກຢ້ຽມຢາມ ສປປ ລາວ ພະຣາຊີນີ ມາທິນເດີ ແຫ່ງປະເທດແບນຊິກ ປະທານກິດຕິມະສັກຄະນະກໍາມະການແຫ່ງຊາດ ສໍາລັບອົງການອຸຍນີເຊັບຂອງປະເທດແບນຊິກ ພ້ອມດ້ວຍຄະນະ ໄດ້ເດີນ ທາງຢ້ຽມຢາມ ສປປ ລາວ ແຕ່ວັນທີ 20-23 ກຸມພາ 2017 ໃນຂອບການຮ່ວມມືຂອງອົງການ ອຸຍ ນິເຊັບ ໃນໂອກາດນີ້ ທ່ານນາງ ບົວຈັນ ສີຫານາດ ຮອງປະທານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ນາງ ຮົງເວຍ ກາວ ຜູ້ຕ່າງໜ້າ ອຸຍນິເຊັບ ປະຈຳ ສປປ ລາວ ໄດ້ນຳພາຄະນະ ພະລາຊີນີ ແຫ່ງ ປະເທດແບນຊິກເຂົ້າຢ້ຽມຂໍ່ານັບ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ, ເຂົ້າພົບປະທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ …

Read More »

ຕາສະອອອນສາວຄູລາວ ເຫັນແລ້ວຢາກກັບໄປຮຽນອີກຄັ້ງ…

ສະບາຍດີຕອນເຊົ້າວັນ ພຸດ ເດີ້ສາວໆ ແລະ ແຟນໆທີ່ໜ້າຮັກຂອງຂວັນໃຈທັງຫຼາຍ ມາພົບກັບ BeautyGuru ຄົນຜູ້ຮ້າຍໃຫຍ່ອີກແລ້ວ ມາພົບກັນມື້ນີ້ກໍປົກກະຕິຕາມເຄີຍຕ້ອງມີເລື່ອງເມົ້າມອຍຊາວບ້ານມາຕ້ອນກັນ ເອີ່ຍ! ບໍ່ແມ່ນເລື່ອງຂອງຄົນອື່ນທີ່ງາມກວ່າຕົນເອງ (ແລ້ວມັນຕ່າງກັນບ່ອນໃດລ່ະ 555) ແລະ ມື້ນີ້ BeautyGuru ຈະພາສາວຂວັນໃຈໄປເບີ່ງບັນດາສາວຄູທີ່ງາມຂອງລາວກັນ ສາວຄູເຫຼົ່ານີ້ນອກຈາກຈະງາມແລ້ວຈິດໃຈຍັງເຕັມໄປດ້ວຍຄວາມອ່ອນນ້ອມ, ໂອບເອື້ອາລີ, ຮັກເດັກນ້ອຍ, ຮັກປະເທດຊາດບ້ານເມືອງດ້ວຍການສອນໃຫ້ເດັກນ້ອຍຜູ້ທີ່ຈະເປັນອະນາຄົດຂອງຊາດໃຫ້ມີຄວາມຮູ້ຄວາມກ້າວໜ້າ ເພື່ອທີ່ຈະມາພັດທະນາປະເທດຊາດເຮົາໃນອະນາຄົດ (ຕົບມືດັງໆໃຫ້ເພີ່ນແນ່ເດີ້ສາວ) ໂອ໋ຍ…ເຫັນບັນດາສາວຄູລາວງາມໆແບບນີ້ແລ້ວໜຸ່ມທັງຫຼາຍຄົງມີຄວາມຄິດໃນຫົວວ່າ ຢາກກັບໄປຮຽນອີກເດ້ຢ່າງແນ່ນອນ ເອົ້າເພື່ອເະປັນການບໍ່ເສຍເວລາເຮົາໄປເບີ່ງພ້ອມກັນເລີຍໄປ… By: BeautyGuru ເຄຼດິດຮູບຈາກ: ສາວລາວ

Read More »