Breaking News

Daily Archives: 24/02/2017

ึຂີ່ເຮືອເລາະທ່ຽວຊົມຄວາມງົດງາມຂອງທໍາມະຊາດ

ມື້ນີ້ ຈະນໍາເອົາຮູບພາບຄວາມງົດງາມ ຂອງອ່າວຮາລ່ອງຂອງປະເທດຫວຽດນາມ ມາໃຫ້ທ່ານຜູ້ອ່ານທີ່ໜ້າຮັກໄດ້ຊົມ ທ່ານຜູ້ອ່ານທີ່ໜ້າຮັກ ບາງທ່ານກໍອາດຈະເຄີຍໄປທ່ຽວມາແລ້ວກໍມີເນາະ ອ່າວຮາລ່ອງຖືວ່າເປັນອ່າວໜຶ່ງໃນພື້ນທີ່ຂອງ ອ່າວຕັງເກຍທາງຕອນເໜືອ ຂອງປະເທດຫວຽດນາມ ໃກ້ຊາຍແດນຕິດຕໍ່ກັບປະເທດຈີນ ແລະ ເປັນໜຶ່ງໃນມໍລະດົກໂລກທາງທໍາມະຊາດຂອງປະເທດຫວຽດນາມ ເຊິ່ງໄດ້ປະກາດໃຫ້ເປັນມໍລະດົກໂລກທາງທໍາມະຊາດ ຈາກອົງການຍູເນສໂກ ໃນປີ 1995 ຄວາມງົດງາມຂອງອ່າວຮາລ່ອງນີ້ ຢູ່ບ່ອນວ່າເປັນທະເລອັນສວຍງາມ ແລະ ເກາະຫີນປູນເປັນພັນເກາະທີ່ພົ້ນນໍ້າອອກມາໃຫ້ເຮົາໄດ້ເຫັນໄດ້ຊົມ ແລະ ຍັງມີຖໍ້ານ້ອຍໃຫຍ່ອີກຫຼາກຫຼາຍ ຖ້າທ່ານມີໂອກາດໄດ້ໄປທ່ຽວທີ່ປະເທດຫວຽດນາມ ກໍຢ່າລືມໄປທ່ຽວສະຖານທີ່ທ່ອງທ່ຽວແຫ່ງນີ້ລອງເບິ່ງເດີ້ ຮັບຮອງວ່າບໍ່ຜິດຫວັງຢ່າງແນ່ນອນ ອ່າວຮາລ່ອງນັ້ນຈະມີຄວາມງົດງາມປານໃດ ເຮົາໄປຊົມຮູບພາບພາບພ້ອມໆກັນເລີຍ!! ເຄຼດິດຮູບພາບ: google.com

Read More »

ທຳລາຍໄຮ່ຢາຝິ່ນ 38 ເຮັກຕາ

  ເຈົ້າໜ້າທີ່ ປກສ ທຳລາຍໄຮ່ຢາຝິ່ນ 38 ເຮັກຕາ ປກສ ແຂວງບໍ່ແກ້ວ, ສົມທົບກັບ ປກສ ເມືອງປາກທາ ແລະ ທະຫານເມືອງປາກທາ ລົງປະຕິບັດໜ້າທີ່ທຳລາຍໄຮ່ຢາຝິ່ນຂອງປະຊາຊົນຢູ່ເຂດເມືອງ ປາກທາ…ກົດເຂົ້າໄປອ່ານລາຍລະອຽດ… ໃນລະຫວ່າງວັນທີ 10-19 ກຸມພາ 2017 ນີ້. ຄະນະຄວບຄຸມຢາເສບຕິດ ປກສ ແຂວງບໍ່ແກ້ວ, ສົມທົບກັບ ປກສ ເມືອງປາກທາ ແລະ ທະຫານເມືອງປາກທາ ລົງປະຕິບັດໜ້າທີ່ທຳລາຍໄຮ່ຢາຝິ່ນຂອງປະຊາຊົນຢູ່ເຂດເມືອງ ປາກທາ ແຂວງບໍ່ແກ້ວ ຈໍານວນ 38 ເຮັກຕາ. ໃນນີ້, ໄຮ່ຝິ່ນເກັບກູ້ແລ້ວ 2 ເຮັກຕາ ສາມາດກັກຜູ້ຖືກຫາໄດ້ 5 ຄົນ, ກວດພົບຢາບ້າ 400 ເມັດ ແລະ ປືນລ່າເນື້ອ 6 ກະບອກ. ເຈົ້າໜ້າທີ່ ປກສ …

Read More »

ລູກນໍ້າ ທິດາລັດ ງາມທັງໜ້າຕາ ແລະ ຈິດໃຈ

    ງາມເດ…ງາມທັງໜ້າຕາ ແລະ ຈິດໃຈ…ຖ້າຈະເວົ້າເຖິງສາວ ລູກນໍ້າ ທິດາລັດ ວົງສິຣິ ນອກຈະມີໜ້າຕາ ແລະ  ຮູບຮ່າງທີ່ງົດງາມແລ້ວ ນາງຍັງມີຈິດໃຈດີ  ມັກເຮັດບຸນ ເຂົ້າວັດ ຟັງທຳເປັນປະຈຳ ຈົນໄດ້ສາຍາມາວ່າ: “ນາງງາມໃຈບຸນ” ມາແລ້ວ ກໍຈະບໍ່ໃຫ້ໄດ້ສາຍາໄດ້ແນວໄດ ເນື່ອງຈາກທີມງານ ຂວັນໃຈ ໄດ້ໄປສ່ອງອິນສະຕາແກມສ່ວນຕົວຂອງນາງມາແລ້ວ ນອກຈາກສາວ ລູກນໍ້າ ຈະໂພສຮູບງາມໆຕາມແບບຂອງນາງແລ້ວ ນາງກໍຍັງມັກໂພສຮູບພາບໄປເຮັດບຸນ ເຊິ່ງແຕ່ລະງານກໍເວົ້າໄດ້ເລີຍວ່າເປັນງານເຮັດບຸນຂະໜາດໃຫ່ຍສຸດໆ ນອກຈາກຈະເຮັດບຸນໃສ່ບາດແລ້ວນາງກໍຍັງມັກໄປເຮັດບຸນບໍລິຈາກເຄື່ອງໃຫ້ເດັກນ້ອຍຜູ້ດ້ອຍໂອກາດ, ຍັງດີທີ່ຍັງມີໄວໜຸ່ມລາວເຮົາຢ່າງສາວງາມຄົນນີ້ທີ່ນາງຍັງຮູ້ຈັກຮັກສາວັດທະນະທຳມູນເຊື້ອ ຮີດຄອງປະເພນີທີ່ດີງາມຂອງຊາດລາວເຮົາ. ຂໍຊົມເຊີຍສາວ ລູກນໍ້າ ເດີ້, ມື້ໜ້າຖ້າມີງານເຮັດບຸນບໍ່ວ່າໃຫ່ຍ ຫຼືນ້ອຍ ກໍສາມາດມາຊວນ ຊະນີIndy ແລະ ແຟນໆ ຂວັນໃຈ ແດ່ເດີ້! #ແຊຣໄປໃຫ້ໂລກຮູ້ວ່າຄົນລາວເຮົາຄົນໃຈດີ ຂໍຂອບໃຈຮູບພາບຈາກ: louknum_misslaos

Read More »

ຍີ່ປຸ່ນ ສົນໃຈຢາກມາລົງທຶນ ຂະແໜງການ ບໍລິການໃນລາວ

ປັດຈຸບັນ ນັກລົງທຶນຈາກປະເທດຍີ່ປຸ່ນພວມໃຫ້ຄວາມສົນໃຈ ຢາກ​ມາ​ລົງທຶນ​ຢູ່ ສປປ ລາວ​ ​ໃນ​ຫຼາຍ​ຂະ​ແໜງ​ການ ​ເປັນ​ຕົ້ນ​ຂະ​ແໜງ​ການ​ບໍລິການ, ອຸດສາຫະກໍາ, ກະສິກໍາ, ການຄ້າ-ການ​ລົງທຶນ ​ແລະ ອື່ນໆ​. ວັນ​ທີ 22 ກຸມພາ 2017 ນີ້, ທ່າ​ນນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ກະຊວງ​ອຸດສາ ຫະກຳ ​ແລະ ການ​ຄ້າ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ ຄະນະ​ນັກ​ລົງທຶນ​ຈາກ​ປະ​ເທດຍີ່ປຸ່ນ ນຳ​ໂດຍ​ທ່ານ Tatsuhiro SHINDO ຮອງປະທານ ອົງການສົ່ງ​ເສີມ​ການ​ຄ້າ​ຍີ່ປຸ່ນ (JETRO) ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ. ​ໃນໂອກາດ​ດັ່ງກ່າວ, ທ່ານ​ນາງ ​ເຂັມ​ມະນີ ພົນ​ເສນາ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງ ຕໍ່ຄະນະ​ນັກ​ລົງທຶນ​ຍີ່ປຸ່ນ ທີ່​ເດີນທາງມາ​ຢ້ຽມ​ຢາມ ສປປ ລາວ​ ໃນ​ຄັ້ງ​ນີ້ ​ເຊິ່ງເປັນໂອກາດອັນດີ …

Read More »

“ນາງຟ້າເທິງດິນ” ແມ່ນຊື່ຂອງໃຜ? (ຢາກໃຫ້ອ່ານ)

ສະບາຍດີສາວແຟນໆຂວັນໃຈ ສະບາຍດີກັບຕອນເຊົ້າວັນສຸກ ວ້າວ…ມື້ສຸດທ້າຍຂອງການເຮັດວຽກແລ້ວບໍນີ້ ເວລາມັນຜ່ານໄປໄວເນາະວ່າບໍ່ສາວໆ ບຶດດຽວຮອດວັນຈັນ ແລະ ອີກບຶດດຽວກໍຮອດວັນສຸກແລ້ວ ແລະ ອີກບຶດດຽວກໍໝົດເດືອນ, ອີກບຶດດຽວກໍໝົດປີ ເວລາມັນບໍ່ຄອຍຖ້າໃຜແທ້ລະສາວໆ ດັ່ງນັ້ນຖ້າໃຜທີ່ຄິດຢາກຈະເຮັດຫຍັງຮີບຟ້າວລົງມືເຮັດແຕ່ຕອນນີ້ເປັນຕົ້ນໄປຢ່າລໍຖ້າໂອກາດ ແລະ ເວລາທີ່ເໝາະສົມເພາະບາງເທື່ອໂອກາດ ແລະ ເວລາທີ່ເໝາະສົມມັນອາດຈະບໍ່ມາພ້ອມກັນ ມັນຈຶ່ງອາດຈະເຮັດໃຫ້ເຮົາພາດໂອກາດດີໆກໍເປັນໄດ້ ການທີ່ສາວໆເປັນຄົນກ້າຄິດ, ກ້າເຮັດ, ກ້າສະແດງອອກນັ້ນ ເຖິງຈະບໍ່ປະສົບຜົນສໍາເລັດໃນບາງເທື່ອ ແຕ່ມັນກໍເປັນບົດຮຽນທີ່ດີ ແລະ ມີຄ່າທີ່ສຸດໃນການປະຕິບັດວຽກງານຄັ້ງຕໍ່ໄປ. ເວົ້າໄປມັນກະອາດຈະຍາວເນາະສາວໆເຮົາມາເວົ້າເລື່ອງທີ່ BeautyGuru ເອົາມາຕ້ອນກັນດີກວ່າເພາະອັນທີ່ເວົ້າມານັ້ນບໍ່ກ່ຽວຂ້ອງຫຍັງກັບສິ່ງທີ່ເອົາມາຕ້ອນກັນໃນມື້ນີ້ເລີຍ ແຕ່ກໍຄືວ່າຫັ່ນລະຄິດຫຍັງດີ ແລະ ເປັນປະໂຫຍດໄດ້ກໍຢາກຈະມາສະເໜີໃຫ້ສາວໆໄດ້ຮູ້ໄປນໍາກັນ ເອົາລະເຮົາມາເຂົ້າເລື່ອງມື້ນີ້ກັນດີກວ່າ ເລື່ອງທີ່ເອົາມາຕ້ອນກັນໃນມື້ນີ້ນັ້ນກໍຄື: “ນາງຟ້າເທິງດິນ” ທີ່ເຮົາເຄີຍເວົ້າກັນ ແລະ ປະໂຫຍກນີ້ກໍອາດຈະບໍ່ພາດໄປຈາກບັນດາສາວກຸ່ມນີ້ເລີຍ ສາວແອ ນັ້ນເອງ ເຫດຜົນທີ່ວ່າເປັນຫຍັງຈຶ່ງເອີ້ນສາວແອວ່າ: “ນາງຟ້າເທິງດິນ” ກໍເພາະວ່າສາວແອນັ້ນມີທັງຄວາມງາມ, ເວົ້າຈາສຸພາບ, ກິລິຍາທ່າທາງອ່ອນນ້ອມຖ່ອມຕົວ, ຮັກຜູ້ໂດຍສານ ດ້ວຍເຫດຜົນເຫຼົ່ານີ້ພວກເຮົາຈຶ່ງມັກເອີ້ນສາວແອວ່າ: ນາງຟ້າເທິງດິນ ແລະ ມື້ນີ້ BeautyGuru ກໍໄດ້ຮວບຮວມເອົາຮູບບັນດາສາວໆແຕ່ລະສາຍການບິນມາຕ້ອນກັນນໍາ …

Read More »