Breaking News

Daily Archives: 28/02/2017

ນໍ້າຕົກຕາດເລາະ – ຕາດຮັງ

ໄປທ່ຽວທີ່ແຂວງ ສາລະວັນ ກໍຢ່າລືມໄປທ່ຽວທີ່ນີ້ເດີ້ ນໍ້າຕົກຕາດເລາະ – ຕາດຮັງ ເຊິ່ງຕາດທັງສອງນີ້ ຕັ້ງຢູ່ບ້ານແສນວັງ ເມືອງສາລະວັນ ຫ່າງຈາກຕົວເມືອງປະມານ 31 ກິໂລແມັດ ຖືກຄົ້ນພົບໃນປີ 1985 ແລະ ເປີດໃຫ້ເຂົ້າທ່ຽວຊົມຢ່າງເປັນທາງການເມື່ອປີ 1990 ເປັນຕົ້ນມາ ຄໍາວ່າ: “ ຕາດເລາະ ” ມີກົກເຄົ້າມາຈາກພາສາ ຂອງເຜົ່າທີ່ອາໄສຢູ່ແຖບນີ້ຄືຄໍາວ່າ: “ ໂລະ ” ມີຄວາມໝາຍວ່າອະໄວຍະວະເພດຊາຍ ໂດຍມີຕໍານານເລົ່າຂານເຖິງສອງສາວ ເອື້ອຍນ້ອງທີ່ໄດ້ເຮັດການພະນັນຂັນຕໍ່ທ້າ ໃຫ້ພໍ່ເຖົ້າໂຕນລົງນໍ້າຢູ່ຕາດນີ້ ຖ້າກ້າໂຕນພວກເຂົາຊິຍອມເປັນເມຍ ພໍ່ເຖົ້າຜູ້ນັ້ນກໍແກ້ເຄື່ອງປະເປືອຍ ຈົນເຫັນໂລະແຫ່ວຍານ ແລ້ວໂດດລົງໄປດົນເຕີບ ສອງນ້ອງເອື້ອຍພາກັນຄິດວ່າພໍ່ເຖົ້າຕາຍແລ້ວ ແຕ່ໂຊກເຂົ້າຂ້າງພໍ່ເຖົ້າດວງດີ ຄາດຊິໄດ້ເມຍສາວນ້ອຍ ສາມາດເງີຍຫົວຂຶ້ນມາຈາກນໍ້າຢ່າງປອດໄພ ຈຶ່ງເປັນອັນວ່າ ສອງສາວນັ້ນຈໍາຕ້ອງພາກັນປະຕິບັດຕາມສັນຍາ ຍອມເປັນເມຍພໍ່ເຖົ້າຜູ້ກ້າຫານນີ້ ຈຶ່ງເປັນທີ່ມາຂອງຕາດໂລະ ຫຼື ຕາດເລາະຈົນເທົ່າທຸກມື້ນີ້ ຂໍ້ມູນ: ກົມໂຄສະນາການທ່ອງທ່ຽວ ເຄຼດິດຮູບພາບ: google.com

Read More »

ສໍາເລັດໂຄງການອະນຸສາວະລີ ທ່ານ ຕູ້ຢ່າ ໄຊຈູ ທີ່ແຂວງຊຽງຂວາງ

  ໃນທ້າຍອາທິດຜ່ານມາໄດ້ຈັດ ພິທີມອບ-ຮັບໂຄງການກໍ່ສ້າງ, ຕິດຕັ້ງ ແລະ ຕົບແຕ່ງເດີ່ນສວນອະນຸສາວະລີ ທ່ານ ຕູ້ຢ່າ ໄຊຈູ ທີ່ບ້ານໂພນງາມໃຕ້ ເມືອງແປກ ແຂວງຊຽງຂວາງ ໃນການກ່າວມອບໂດຍທ່ານ ບຸນຂຽນ ສຸລິວົງ ຮອງຫົວໜ້າຄະນະ ຮັບຜິດຊອບພິພິທະພັນ ໄກສອນ ພົມວິຫານ ກ່າວຮັບໂດຍທ່ານ ຄຳແສນ ມະນີວົງ ຮອງເຈົ້າແຂວງໆຊຽງຂວາງ ໂດຍມີການນຳ ຂອງສູນກາງ, ແຂວງ, ເມືອງ, ພະນັກງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂຄງການດັ່ງກ່າວນີ້ ຮັບເໝົາກໍ່ສ້າງໂດຍບໍລິສັດ ສີວອນ ພັດທະນາກໍ່ສ້າງຈຳກັດຜູ້ດຽວ ໄດ້ລິເລີ່ມກໍ່ສ້າງ ມາແຕ່ທ້າຍປີ 2014 ໂດຍໄດ້ບຸກເບີກສະຖານທີ່ ຖົມດິນອັດແໜ້ນ ວຽກເບຕົງກໍ່ໂບກ ລານອະເນກປະສົງ, ກໍ່ແທ່ນຕິດຕັ້ງຫີນແກ່ຣນິກ ຕິດຕັ້ງຮູບຫລໍ່ໝົດຄີງ, ຕິດຕັ້ງໄຟຟ້າ ນໍ້າປະປາ, ມີເນື້ອທີ່ທັງໝົດ 8.568 ຕາແມັດ ລວມມູນຄ່າທັງໝົດ 14 …

Read More »

ຮ້ານອາຫານ 3434 ຟັງແຕ່ຊື່ຮ້ານ ກໍຢາກໄປລອງນັ່ງ ຊິວໆ!! ແລ້ວ

ສະບາຍດີມື້ນີ້ ຂວັນໃຈ Food ຂໍມາແນະນຳຮ້ານອາຫານ ທີ່ໄດ້ຮັບຄວາມນິຍົມ ຂອງຊາວນະຄອນຫຼວງວຽງຈັນ ຊື່ວ່າ ຮ້ານ 3434 ເຊິ່ງເພິ່ນຫາກໍຂະຫຍາຍສາຂາທີ 2 ຫວ່າງບໍ່ດົນມານີ້. ສ່ວນສາຂາທີໜຶ່ງແມ່ນຕັ້ງຢູ່ບ້ານດອນກອຍ ເປີດໃຫ້ບໍລິການໄດ້ປະມານ 2 ປີແລ້ວ ລູກຄ້າຂອງເພິ່ນກໍເພີ່ມຂຶ້ນຢ່າງຕໍ່ເນື່ອງ. ດັ່ງນັ້ນ ເພື່ອເອົາໃຈລູກຄ້າທີ່ໜ້າຮັກ ຈຶ່ງເປີດສາຂາ 2 ເຊິ່ງຕັ້ງຢູ່ບ້ານວັງຊາຍ ນີ້ເອງ ໃຜຢູ່ໃກ້ກໍລອງແວ່ໄປຊິມເບິ່ງເດີ້ ຮ້ານສາຂາ 2 ແມ່ນເລີ່ມເປີດບໍລິການແຕ່ວັນທີ  19 ກັນຍາ 2016 ເປັນຕົ້ນມາ. ກ່ອນຈະໄດ້ຊື່ຮ້ານວ່າ 3434 ເຈົ້າຂອງຮ້ານຄົນງາມ ມະນີຕາວັນ ບຸນນະວົງ ຫຼື ອາລິ່ງ ໄດ້ເລົ່າໃຫ້ຟັງວ່າ: ໄດ້ຈາກເລກປ້າຍລົດສະປອດຄັນທຳອິດ ຂອງຄອບຄົວ ຕໍ່ມາຊື້ຄັນທີສອງ ກໍຍັງໄດ້ປ້າຍຄືເກົ່າ 3434 ອີກ ກໍເລີຍຄິດວ່າເລກນີ້ ເປັນເລກນໍາໂຊກລາບໃຫ້ຄອບຄົວ ແລະ ທຸລະກິດ. ຈຸດເລີ່ມຕົ້ນຂອງການເປີດຮ້ານອາຫານ …

Read More »

ເອັມມ່າ ສະໂຕນສ໌ “ນັກສະແດງນຳຍິງດີເດັ່ນ” ໃນເວທີ Oscars 2017

  ປະກາດຜົນກັນໄປເປັນທີ່ຮຽບຮ້ອຍແລ້ວສຳລັບລາງວັນຈາກເວທີ Oscars  ຄັ້ງທີ 89 ປະຈຳປີ 2017, ຮຸບເງົາທີ່ໄດ້ຮັບລາງວັນ ຮູບເງົາດີເດັ່ນ ປະຈຳປີນີ້ກໍຄືຮູບເງົາເລື່ອງ Moonlight, ນັກສະແດງນຳຊາຍດີເດັ່ນໄດ້ແກ່ Casey Affleck ຈາກເລື່ອງ Manchester by the Sea ແລະ ສຳລັບລາງວັນນັກສະແດງນຳຍິງດີເດັ່ນກໍເປັນໄປຕາມຄາດ ເຊິ່ງນັກສະແດງຍິງທີ່ໄດ້ຮັບລາງວັນນີ້ກໍຄື Emma Stone ຈາກຮູບເງົາເລື່ອງ La La Land ແລະ ຍັງມີລາງວັນອື່ນໆອີກຢ່າງຫຼວງຫຼາຍ ນັກສະແດງ ຫຼື ຜູ້ກຳກັບຈາກຮູບເງົາເລື່ອງໃດຈະໄດ້ຮັບລາງວັນໃດແດ່ນັ້ນ ມາເບິ່ງກັນເລີຍ… ຮູບເງົາດີເດັ່ນຄືຮູບເງົາເລື່ອງ Moonlight ນັກສະແດງນຳຊາຍດີເດັ່ນຄື Casey Affleck ຈາກເລື່ອງ Manchester by the Sea ນັກສະແດງນໍາຍິງດີເດັ່ນຄື Emma Stone ຈາກຮູບເງົາເລື່ອງ La La Land ແລະ ລາງວັນອື່ນໆມີລາຍລະອຽດດັ່ງລຸ່ມນີ້… ນັກສະແດງສົມທົບຊາຍດີເດັ່ນຄື ມາເຮີຊາຣາ ອາລີ ຈາກເລື່ອງ Moonlight ນັກສະແດງສົມທົບຍິງດີເດັ່ນຄື …

Read More »

ສາວນັກສຶກສາ ຄົນງາມ ງາມແທ້ ຫຼືບໍ່?

ສາວໆ ແລະ ແຟນໆຂວັນໃຈມື້ນີ້ກໍແມ່ນມື້ສຸດທ້າຍຂອງເດືອນ ກຸມພາແລ້ວ ມື້ສຸດທ້າຍຂອງເດືອນແຫ່ງຄວາມຮັກແລ້ວ ສໍາລັບຄົນທີ່ຍັງໂສດກໍໃຊ້ຊີວິດກັບຕົວເອງໃຫ້ມີຄວາມສຸກ ສ່ວນຄົນມີຄູ່ກໍຈົ່ງໃຊ້ຊີວິດຄູ່ຢ່າງມີຄວາມສຸກເດີ້ ຊີວິດມີຄວາມສຸກແລ້ວກໍຢ່າລືມຕິດຕາມຂວັນໃຈແນ່ເດີ້ເພື່ອຈະໄດ້ຂໍ້ມູນ ແລະ ສາລະດີໆເພີ່ມຕື່ມເຮັດໃຫເຮົາທັນໂລກ ທັນເຫດການຕ່າງໆທີ່ເກີດຂຶ້ນນັ້ນເອງ. ເອົາລ່ະມື້ນີ້ກໍປົກກະຕິຄືເກົ່າທີ່ຕ້ອງໄປຊອດສ່ອງຊາວບ້ານແລ້ວນໍາເອົາເລື່ອງລາວຕ່າງໆນັ້ນມາຕ້ອນສາວໆ ອາດຈະມີຄວາມສ່ຽງແນ່ແຕ່ກໍຍອມເພື່ອສາວໆ ແລະ ແຟນໆຂວັນໃຈ (ງານດຣາມ່າກໍມາ 555) ຫຼັງຈາກທີ່ໄປສອດສ່ອງມາກໍໄດ້ເລື່ອງລາວວ່າແນວນີ້ ສາວນັກສຶກສາລາວຄືມີແຕ່ຜູ້ງາມໆແທ້ ເຫັນແລ້ວເປັນຕາສະອອນຫຼາຍໆ ເລີຍເອົາມາໃຫ້ສາວໆແຟນຂວັນໃຈຕັດສິນຊ່ວຍກັນວ່າງາມຄືກັບທີ່ BeautyGuru ເຫັນບໍ່ ຫຼືວ່າແອດສາຍຕາບໍ່ດີ. ໄປເບີ່ງຊ່ວຍກັນແນ່ວ່າງາມແທ້ບໍ່? ຖ້າໃຜເຫັນວ່າສາວໆນັກສຶກສາຂອງລາວເຮົາງາມກໍຢ່າລືມ C.M  Like & Share ໃຫ້ໂລກຮັບຮູ້ແນ່ວ່າສາວລາວງາມບໍ່ແພ້ຊາດໃດໃນໂລກ ໂດຍສະເພາະສາວນັກສຶກສາທີ່ທັງງາມ ທັງເກັ່ງເຫຼົ່ານີ້ By: BeautyGuru ເຄຼດິດຮູບພາບຈາກ: ສາວລາວ Lao girl

Read More »