Breaking News

Daily Archives: 01/03/2017

ຖ້າໃຜມາທ່ຽວນະຄອນຫຼວງວຽງຈັນ ຕ້ອງໄປທ່ຽວນີ້ເລີຍ

ທ່ານຜູ້ອ່ານທີ່ໜ້າຮັກທັງຫຼາຍ ໃນມື້ນີ້ ທີມງານ ຂວັນໃຈ ໄດ້ນໍາເອົາ 10 ສະຖານທີ່ທ່ອງທ່ຽວ ໃນນະຄອນຫຼວງວຽງຈັນ ທີ່ທ່ານໃດໄດ້ມາຮອດ ມາເຖິງນະຄອນຫຼວງວຽງຈັນ ແຕ່ບໍ່ໄດ້ໄປທ່ຽວ 10 ສະຖານທີ່ນີ້ ທ່ານຮູ້ບໍວ່າທ່ານພາດສຸດໆແລ້ວ ເພາະ 10 ສະຖານທີ່ນີ້ ລວ້ນແລ້ວແຕ່ມີຄວາມໝາຍຄວາມສໍາຄັນ  ແລະ ຄວາມງົດງາມ ທີ່ເປັນເອກະລັກຂອງນະຄອນຫຼວງວຽງຈັນນັ້ນເອງ ວ່າແລ້ວທ່ານຜູ້ອ່ານຢາກຮູ້ບໍວ່າ ຈະມີສະຖານທີ່ໃດແດ່ ຖ້າຢາກຮູ້ເຮົາໄປເບິ່ງພ້ອມໆກັນເລີຍ ພຣະທາດຫຼວງວຽງຈັນ 2. ປະຕູໄຊ 3. ຫໍພຣະແກ້ວ 4. ວັດຊຽງຄັວນ 5. ສວນເຈົ້າອານຸວົງ 6. ວັດສີສະເກດ 7. ວັດສີເມືອງ 8. ຫໍຫຼັກເມືອງວຽງຈັນ 9. ທາດດຳ 10. ຫໍທະມະສະພາ ເຄຼດິດຮູບພາບ: google.com

Read More »

ອົງການ NEDA ຊ່ວຍໃຫ້ປະຊາຊົນເຂົ້າເຖິງແຫຼ່ງນໍ້າສະອາດ

  ໃນວັນທີ 28 ກຸມພາ 2017  ຢູ່ທີ່ແຂວງສະຫວັນນະເຂດໄດ້ຈັດພິທີມອບ-ຮັບແລະເປີດໂຄງການພັດທະນາລະບົບນໍ້າປະປາໃນ 5 ເມືອງ ເຊິ່ງເປັນໂຄງການຮ່ວມມືລະຫວ່າງລັດຖະບານລາວ-ໄທ,  ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ເນວິນ ສິນສິຣິ ຜູ້ອໍານວນການສໍານັກງານຄວາມຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ ຫຼື NEDA ພ້ອມດ້ວຍຕາງໜ້າຈາກ 5 ເມືອງ ແລະ ປະຊາຊົນເຂົ້າຮ່ວມ. ໂຄງການພັດທະນາລະບົບນໍ້າປະປາແມ່ນໄດ້ສຸມໃສ່ 5 ເມືອງຄື: ເມືອງ ແບງ, ເມືອງ ຄອບ, ເມືອງ ຫ້ວຍຊາຍ, ເມືອງ ໄຊບູລີ ແລະ ເມືອງ ໂຂງ ໂດຍ NEDA ໄດ້ໃຫ້ການສະໜັບສະໜູນເງິນກູ້ຈໍານວນ 305 ລ້ານບາດ ແລະ ເງິນໃຫ້ຊ່ວຍເຫຼືອລ້າອີກ 5 ລ້ານບາດ ເພື່ອເປັນງົບປະມານ …

Read More »

ງາມຫຼາຍ! ວັນໃໝ່ ສາວປະເພດສອງ ກຽມພ້ອມແລ້ວກັບການປະກວດ “Miss International Queen” (ມີຄຣິບ)

  ງາມຫຼາຍ! ຄົງຈະບໍ່ມີໃຜທີ່ຈະປະຕິເສດວ່ານ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ອາຍຸ 21 ປີ ສາວປະເພດສອງຈາກແຂວງ ສະຫວັນນະເຂດ ນັ້ນມີຄວາມງາມ ແລະ ຖ້າບໍ່ບອກກໍຄົງບໍ່ຮູ້ວ່າເປັນສາວປະເພດສອງ. ວັນໃໝ່ ມົນຈຳປາ ມີຄວາມກຽມພ້ອມແລ້ວທີ່ຈະເຂົ້າແຂ່ງຂັນໃນເວທີ “Miss International Queen 2016” ໃນວັນສຸກ ວັນທີ 10 ມີນາ 2017 ທີ່ຈະເຖິງນີ້, ຂໍເປັນກຳລັງໃຈໃຫ້ ນ້ອງ ວັນໃໝ່ ຈົ່ງເຮັດໃຫ້ດີທີ່ສຸດ ສູ້ໆເດີ້… ແລະ ຈົ່ງນຳເອົາວັດທະນະທຳອັນດີງາມຂອງລາວເຮົາໄປເຜີຍແຜ່ເພື່ອໃຫ້ຊາວຕ່າງຊາດໄດ້ຮັບຮູ້ເຖິງຮີດຄອງປະເພນີອັນດີງາມຂອງຊາດລາວເຮົາແດ່ເດີ້. #ແຊຣໄປໃຫ້ໂລກຮູ້ວ່າສາວປະເພດສອງຈາກລາວເຮົາກໍງາມບໍ່ແພ້ຊາດໃດໃນໂລກ ທຸກໆທ່ານສາມາດຕິດຕາມການປະກວດຂອງນ້ອງ ວັນໃໝ່ ມົນຈຳປາ ໄດ້ທີ່ທາງໂທລະພາບຊ່ອງ 7 (ປະເທດໄທ) ໃນວັນທີ 10 ມີນາ 2017 ເວລາ 21:00-23:30 ຫຼື ທ່ານສາມາດເປັນກຳລັງໃຈຮ່ວມໂຫວດໃຫ້ນ້ອງ ວັນໃໝ່  ໝາຍເລກ …

Read More »

ປະເພນີ ວັດທະນະທໍາອັນດີງາມຂອງຊາດລາວ ທີ່ສືບທອດກັນມາຄວນຮັກສາໄວ້ເປັນມູນເຊື້ອອັນດີງາມຕະຫຼອດໄປ

ວັດທະນະທໍາ ປະເພນີອັນດີງາມຂອງຊາດຄວນແກ່ການຮັກສາ ສະບາຍດີຕອນເຊົ້າຂອງມື້ທໍາອິດ ຂອງເດືອນມີນາ ເດີ້ສາວໆຜ່ານພົ້ນໄປແລ້ວສໍາລັບເດືອນກຸມພາ ເຮົາກໍສືບຕໍ່ປະຕິບັດໜ້າທີ່ວຽກງານຂອງເຮົາຕໍ່ໄປ ມື້ນີ້ BeautyGuru ກໍໄດ້ເອົາເລື່ອງລາວຂອງ ວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດລາວທີ່ຄວນແກ່ການຮັກສາ ໂດຍທຸກຄົນທີ່ເປັນຄົນລາວກໍສາມາດເຮັດໄດ້ບໍ່ຍາກ ເພາະວັດທະນະທໍາທີ່ຈະຍົກໃຫ້ເຫັນໃນມື້ນີ້ໄດ້ແກ່ ວັດທະນະທໍາການນຸ່ງຖືໄປວັດຟັງທໍາຂອງແມ່ຍິງລາວນັ້ນເອງ ເຊິ່ງວັດທະນະທໍານີ້ແມ່ນໄດ້ສືບທອດກັນມາແຕ່ສະໄໝປູ່ຍ່າຕາຍາຍເຮົາແລ້ວ ແລະ ມາຮອດປັດຈຸບັນນີ້ສາວໆເຄີຍສັງເກດບໍ່ວ່າເວລາເຂົ້າວັດຟັງທໍາ, ໄປເຮັດບຸນຕ່າງກໍຈະເຫັນໄດ້ວ່າ ແມ່ຍິງລາວເຮົານັ້ນແມ່ນມີການນຸ່ງສິ້ນໄໝ ຫຼືສິ້ນຝ້າຍ, ໃສ່ເສຶ້ອໄໝ ຫຼືເສຶ້ອສຸພາບ ບ່ຽງແພ ບາງຄົນກໍມີການເກົ້າຜົມນໍານັ້ນກໍສະແດງເຖິງຄວາມເປັນເອກະລັກວັດທະນະທໍາຂອງລາວທີ່ດີທີ່ສຸດ ອັນນີ້ກໍຂໍຊົມເຊີຍນໍາຜູ້ທີ່ຍັງຮັກສາວັດທະນະທໍາທີ່ດີງາມນີ້ໄວ້ ແຕ່ທີ່ BeautyGuru ຍົກມາໃຫ້ເຫັນນີ້ບໍ່ໄດ້ໝາຍຄວາມວ່າຈະໃຫ້ສາວໆໄປປະຕິບັດຕາມແບບລາວດັ້ງເດີມເປະໆດອກ ພຽງແຕ່ເອົາມາໃຫ້ອ່ານວ່າເມື່ອກ່ອນເຂົາປະຕິບັດກັນມາແນວໃດ ແຕ່ຖ້າເປັນໄປໄດ້ກໍຢາກຈະແນະນໍາເວລາເຂົ້າວັດເຂົ້າພຽງແຕ່ຢ່າແຕ່ງຕົວ ຫຼືນຸ່ງເຄື່ອງທີ່ມັນ Sexy ເກີນໄປກໍພໍແລ້ວ ແລະ ຖ້າເປັນໄປໄດ້ອີກກໍຢາກແນະນໍາໃຫ້ນຸ່ງສີ້ນກໍພໍ ສ່ວນວ່າເສື້ອໄໝ ເກົ້າຜົມບ່ຽງແພນັ້ນກໍແລ້ວແຕ່ບຸກຄົນທີ່ມັກກໍແລ້ວກັນເນາະສາວໆ ແຕ່ວ່າຕອນນີ້ເຮົາໄປເບີ່ງກັນດີກວ່າ ການທີ່ແຕ່ງຕົວໄປວັດຕາມແບບສະບັດຂອງຄົນລາວດັ້ງເດີມນັ້ນຈະງາມພຽງໃດ? By: BeautyGuru ເຄຼດິດຮູບຈາກ: Sk Dony

Read More »