Breaking News

Daily Archives: 09/03/2017

ແມ່ຍິງລາວ ກັບວຽກງານໃນສັງຄົມ

ເພື່ອສຳເລັດພາລະບົດບາດ ແລະ ໜ້າທີ່ ໃນຊຸມປີຕໍ່ໜ້າ ສະຫະພັນແມ່ຍິງລາວ ໄດ້ວາງຄາດໝາຍສູ້ຊົນ, ທິດທາງລວມ ແລະ ທິດທາງລະອຽດ ເປັນຕົ້ນແມ່ນແມ່ຍິງມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຮັກສາໄດ້ຄຸນລັກສະນະ ທີ່ເປັນມູນເຊື້ອຂອງແມ່ຍິງລາວ, ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນຖັນແຖວແມ່ຍິງ ແລະ ຄອບຄົວ;  ຈັດຕັ້ງສະຫະພັນ ແມ່ຍິງແຕ່ລະຂັ້ນ ໄດ້ຮັບການປັບປຸງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງກວ້າງຂວາງ; ແມ່ຍິງ ໄດ້ຮັບການພັດທະນາດ້ານແນວຄິດຈິດໃຈ, ຮ່າງກາຍ, ການສຶກສາ, ວິຊາອາຊີບ ແລະ ສີມືແຮງງານ ແລະ ໄດ້ຮັບນາມມະຍົດ ດີເດັ່ນໃນທຸກສາຂາ ອາຊີບເພີ່ມຂຶ້ນ; ການປົກປ້ອງສິດຜົນປະໂຫຍດ ອັນຊອບທຳຂອງ ແມ່ຍິງ-ເດັກນ້ອຍ, ການສົ່ງເສີມ ຄວາມກ້າວໜ້າ ຂອງແມ່ຍິງ ແລະ …

Read More »

ກ້າວສູ່ປີທີ 6 ຂອງ “WOW Magazine”

    ໃນໂອກາດສະເຫຼີມສະຫຼອງຄົບຮອບ 5 ປີ ກ້າວເຂົ້າສູ່ປີທີ 6 ຂອງ WOW Magazine ໃນວັນສຸກ ທີ 3 ມີນາ 2017 ທີ່ຜ່ານມາ ທີ່ຮ້ານອາຫານ ສະເຕັກຈໍ້າກັບແຈ່ວ ແລະ ທາງວາລະສານ wow ໄດ້ຈັດກິດຈະກໍາເດີນ Fashion ເພື່ອເປັນການກຽມຄວາມພ້ອມ ກ່ອນຈະຮອດງານໃຫຍ່ ໃນງານ Vientiane WOW Fashion Week 2017 ທີ່ຈະຈັດຂຶ້ນໃນວັນທີ 18 ມີນາ 2017 ທີ່ໂຮງແຮມແລນມາກ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສົມສະໜຸກ ມີໄຊ ຮອງປະທານ ສະມາຄົມ ນັກຂ່າວແຫ່ງປະເທດລາວ, ທ່ານ ສຸວັດ ເທດສາລີ ປະທານກໍາມະການບໍລິຫານວາລະສານ WOW Magazine Society ພ້ອມດ້ວຍແຂກທີ່ມີກຽດ, …

Read More »

ປະມວນພາບຄອນເສີດ ນັກຮ້ອງຊື່ດັງ Joss Stone ທີ່ສະຖານທູດອັງກິດໃນວຽງຈັນ

ຢູ່ທີ່ສະຖານທູດອັງກິດ ໃນຄືນຂອງວັນທີ 6 ມີນາ 2017 ເວລາ 20:30-22:30 ໄດ້ມີງານຄອນເສີດຂອງ Joss Stone ນັກຮ້ອງ, ນັກແຕ່ງເພງ ແລະ ລະຄອນຍິງຈາກປະເທດອັງກິດ ນາງໄດ້ເລີ່ມສ້າງ  Albums ເປັນຂອງຕົວເອງຕັ້ງແຕ່ປີ 2003 ແລະ ໄດ້ຮັບລາງວັນ ໃນປີ 2004 ຈົນມາຮອດທຸກມື້ນີ້ Joss Stone ໄດ້ມີຜົນງານອອກມາໃຫ້ແຟນໆໄດ້ຮັບຟັງ ແລະ ຕິດຕາມເຖິງ 5 Albums  ການມາລາວໃນຄັ້ງນີ້ ກໍເປັນການມາພົບປະແຟນໆເປັນຄັ້ງພິເສດຂອງ Joss Stone ໃນນັ້ນແຟນໆທັງຄົນລາວ ແລະ ຕ່າງປະເທດໄດ້ເຂົ້າຊົມ ແລະ ໃຫ້ກໍາລັງໃຈ Joss Stone ເປັນຈໍານວນຫຼວງຫຼາຍ Joss Stone ເອງກໍໄດ້ຂົນເອົາເພງທີ່ໂດ່ງດັງໃນແຕ່ລະ Albums ມາຕ້ອນແຟນໆຢ່າງເຕັມທີ່, ພ້ອມກັບບັນຍາກາດຄວາມເປັນກັນເອງຂອງ Joss Stone …

Read More »

ໜຸ່ມລາວຜູ້ມີຄວາມຝັນ ເຂົ້າຮ່ວມແຂ່ງຂັນຮ້ອງເພງໃນລາຍການດັງຂອງປະເທດໄທ (ມີຄຣິບ)

  ໃນວັນທີ 7 ມີນາ 2017 ທີ່ຜ່ານມາລາຍການແຂ່ງຂັນຮ້ອງເພງຊື່ດັງຂອງປະເທດເພື່ອນບ້ານລາຍການ “ສຶກວັນດວນເພງ” ໄດ້ເຮັດການແຂ່ງຂັນເພງໂດຍມີໜຸ່ມລາວຈາກແຂວງ ໄຊຍະບູລີ, ມີຊື່ວ່າ ທ້າວ ແດນ ຄຳຫຼ້າ ເຂົ້າຮ່ວມແຂ່ງຂັນປະຊັນສຽງເພງກັບໜຸ່ມໄທ, ເຊິ່ງ ແດນ ຄຳຫຼ້າ ກໍໃຫ້ສຳພາດໃນລາຍການວ່າຕົນເອງເປັນຄົນສູ້ຊີວິດຈາກບ້ານມາເພື່ອມາເຮັດວຽກຢູ່ທີ່ປະເທດໄທ ເພື່ອເກັບເງິນກັບໄປຫາແມ່ ແລະ ເປີດຮ້ານລາບຢູ່ທີ່ບ້ານເກີດຕົນ ແລະ ໝຸ່ມ ແດນ ຄຳຫຼ້າ ກໍຍັງບອກອີກວ່າຕົນເອງມີຄວາມມັກຮັກໃນການຮ້ອງເພງເປັນຊີວິດຈິດໃຈ ແລະ ຢາກເປັນນັກຮ້ອງອາຊີບ ຈຶ່ງຢ່າງຕາມຄວາມຝັນລອງສະໝັກເຂົ້າມາຮ່ວມແຂ່ງຂັນໃນລາຍການດັ່ງກ່າວ ເຖິງຢ່າງໃດກໍຕາມເຖິງແມ່ນວ່າ ແດນ ຄຳຫຼ້າ ຈະບໍ່ສາມາດເອົາຊະນະໃນການແຂ່ງຂັນເທື່ອນີ້ໄດ້ ແຕ່ເຮົາຂໍເປັນກຳລັງໃຈໃຫ້ ແລະ ຂໍໃຫ້ເຮັດຕາມຄວາມຝັນຕໍ່ໄປເດີ້. #ແຊຣໄປໃຫ້ໂລກຮູ້ວ່າຄົນລາວເຮົາມີຄວາມສາມາດຫຼາກຫຼາຍຢ່າງ ມີຄຮິບຈາກລາຍການ “ສຶກວັນດວນເພງ” ມາຝາກແຟນໆນຳເດີ້ ມາເບິ່ງກັນເລີຍ:     ຂໍຂອບໃຈຮູບພາບຈາກ: ศึกวันดวลเพลง ຄຣິບລາຍການຈາກ: one31

Read More »

ພິທີເປີດ ຮ້ານລາວສຸດຍອດ ຜະລິດຕະພັນຂອງຄົນລາວ

ໃນຕອນເຊົ້າຂອງວັນເສົາທີ 4 ມີນາ 2017 ໄດ້ມີພິທີເປີດຮ້ານ ລາວສຸດຍອດຢ່າງເປັນທາງການ ຢູ່ທີ່ຕໍ່ໜ້າ ໄອເຕັກຕຶກໃໝ່ ໂດຍການເປັນປະທານຂອງທ່ານ ນາງ ລັດສະໝີ ເວດສະພົງ ຜູ້ບໍລິຫານບໍລິສັດແມ່ຂອງຂາອອກ-ຂາເຂົ້າ ແລະ ຮ້ານລາວສຸດຍອດ ເປັນກຽດເຂົ້າຮ່ວມໃນງານດັ່ງກ່າວຍັງມີທ່ານ ດຣ ມາດາມ ອີນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ, ບັນດາແຂກຈາກຫຼາຍພາກສ່ວນທັງໃນ ແລະ ຕ່າງປະເທດ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ ຈຸດປະສົງໃນການເປີດຮ້ານ Lao Best ຫຼືລາວສຸດຍອດນີ້ ທ່ານ ນາງ ລັດສະໝີ ເວດສະພົງ ຜູ້ບໍລິຫານ ບໍລິສັດແມ່ຂອງຂາອອກ-ຂາເຂົ້າ ແລະ ຮ້ານລາວສຸດຍອດກ່າວວ່າ: ຄົນລາວແມ່ນຄົນທີ່ມີຫົວຄິດປະດິດສ້າງມາແຕ່ດົນນານແລ້ວ, ຄົນລາວສາມາດປະດິດສິ່ງທີ່ເປັນເອກະລັກຂອງຄົນລາວທີ່ບໍ່ຄືຊາດໃດ ແລະ ສິ່ງປະດິດດັ່ງກ່າວກໍໄດ້ຮັບຄວາມຍົກຍ້ອງຈາກຊາວຕ່າງຊາດທີ່ເຂົ້າມາທ່ອງທ່ຽວໃນບ້ານເຮົາໄດ້ເປັນຢ່າງດີ, ແຕ່ສິ່ງປະດິດເຫຼົ່ານັ້ນຍັງບໍ່ສາມາດຕອບສະໜອງຂອງຕະຫຼາດໄດ້ດີເທົ່າທີ່ຄວນ. ດ້ວຍຄວາມທີ່ຂ້າພະເຈົ້າເຮັດວຽກກ່ຽວກັບການພົວພັນກັບຕ່າງປະເທດຫຼາຍ ຈຶ່ງໄດ້ຍິນເຂົ້າຫູເລື້ອຍໆວ່າ ປະເທດລາວເປັນປະເທດທີ່ມີເອກະລັກຫຼາຍຢ່າງບໍ່ວ່າຈະເປັນອາຫານ, ເຄື່ອງປະດິດຕ່າງກໍບໍ່ຄືຊາດໃດ ແຖມຍັງມິຄວາມງາມບໍ່ຄືຊາດໃດອີກ ແຕ່ຊອກຊື້ໄດ້ຍາກຫຼາຍ ເຮົາເລີຍມາຄິດວ່າຖ້າເຮົາມີ້ຮ້ານທີ່ເປັນຕົວແທນຈໍາໜ່າຍສິ່ງປະດິດເຫຼົ່ານັ້ນຄືຊິດີ ເພາະມັນເປັນວິທີໜຶ່ງທີ່ຈະດຶງດູດນັກທ່ອງທ່ຽວເຂົ້າມາໃນປະເທດເຮົາ …

Read More »