Breaking News

Daily Archives: 13/03/2017

ຮ້ານອາຫານ DAO The High Tea

ສະບາຍດີ! ສາວໆຂວັນໃຈ  ມື້ນີ້ Kuanjai foodie ຂໍແນະນຳຮ້ານອາຫານທີ່ຮັບຮອງວ່າຖືກໃຈສາວໆນັກຊີມ, ນັກຖ່າຍຮູບຫຼາຍຄົນແນ່ນອນເປັນຮ້ານອາຫານຫວຽດນາມທີ່ຄົນລາວເຮົາມັກກິນເປັນປະຈຳ ນັ້ນກໍຄືຮ້ານອາຫານ “DAO The High Tea” ເຊິ່ງເປັນ Franchise ຂອງກາເຟດາວ. ແຮງບັນດານໃຈໃນການສ້າງຮ້ານແມ່ນ ການຢາກມີ Dao Coffee ທີ່ເປັນສິນຄ້າຜະລິດຕະພັນຂອງຄົນລາວ ຢູ່ໃຈກາງເມືອງ ເຊິ່ງແຂກທັງພາຍໃນ ແລະ ຕ່າງປະເທດສາມາດຊອກຫາຊື້ຜະລິດຕະພັນຂອງດາວໄດ້ງ່າຍ ແລະ ສະດວກສະບາຍ ນອກຈາກ ຈະມາກິນອາຫານແຊບໆຈາກທາງຮ້ານແລ້ວ ກໍຍັງສາມາດຊື້ຂອງຝາກຂອງຕ້ອນທີ່ເປັນຜະລິດຕະພັນຂອງຄົນລາວເຮົາເປັນຂອງທີ່ລະນຶກໄດ້ອີກບໍ່ວ່າຈະເປັນ ຊາ, ກາເຟ, ນໍ້າຕານ, ໝາກໄມ້ອົບແຫ້ງ… ເຊິ່ງຖ້າຄິດຢາກໄດ້ສິນຄ້າຜະລິດຕະພັນຂອງກາເຟດາວ ຕ້ອງຮ້ານ DAO The High Tea ເທົ່ານັ້ນ. ຈຸດເດັ່ນຂອງຮ້ານ ນອກຈາກມີອາຫານທີ່ສະອາດ, ແຊບ ແລະ ມີຜະລິດຕະພັນຂອງກາເຟດາວທຸກຢ່າງແລ້ວອີກຢ່າງກໍຄືສະຖານທີ່ ທີ່ຢູ່ໃຈກາງເມືອງ ຊຶ່ງຊອກເຫັນງ່າຍ, ເປັນຕຶກສີຂາວ ຕົກແຕ່ງທາງນອກເບິ່ງແລ້ວອອກແບບ Style …

Read More »

ຫາດຊາຍ White Beach

ອາກາດຮ້ອນຮ້ອນໆໆ!! ແນວນີ້ ຫຼາຍຄົນຄືຊິຄິດຢາກໄປລອຍນໍ້າ, ໄປຫຼິ້ນນໍ້າແມ່ນບໍ? ມື້ນີ້ ທີມງານເຮົາໄດ້ນໍາເອົາ ຮູບພາບຂອງຫາດຊາຍແຫ່ງໜຶ່ງທີ່ຢູ່ ປະເທດຟີລິບປິນ ມາຝາກ ຫາດຊາຍ White Beach ເປັນຫາດຊາຍທີ່ມີຊື່ສຽງຫຼາຍທີ່ສຸດແຫ່ງໜຶ່ງຂອງເກາະ Boracay ແຂວງ Aklan ປະເທດຟີລິບປິນ ຂີ້ຊາຍຢູ່ເກາະແຫ່ງນີ້ ເປັນສີຂາວສວຍສົດງົດງາມ ແລະ ຍັງມີຕົ້ນໝາກພ້າວຢູ່ຕາມແຄມຝັ່ງ ບວກກັບນໍ້າທະເລທີ່ເປັນສີຟ້າ ຍິ່ງມີຄວາມງົດງາມຫຼາຍ ເຊິ່ງເໝາະສົມແກ່ການມາທ່ຽວມາພັກຜ່ອນຢ່ອນໃຈ ຂອງຊາວເມືອງ ແລະ ນັກທ່ອງທ່ຽວ ທີ່ມາເຮັດກິດຈະກໍາ ຈະງົດງາມປານໃດນັ້ນເຮົາໄປຊົມຮູບພາບພ້ອມໆກັນເລີຍ! ເຄຼດິດຮູບພາບ: google.com

Read More »

ມອບມຸ້ງເພື່ອປ້ອງກັນມາເລເຣຍຢູ່ ສປປ ລາວ

  ພິທີມອບ-ຮັບໄດ້ຈັດຂຶ້ນທີ່ນະຄອນຫລວງວຽງຈັນ ໃນວັນອາທິດຜ່ານມານີ້, ທ່ານ ໄມໂຄ ຄຣາຍ, ຮອງທູດສາຫະລັດອາເມລິກາປະຈຳລາວໄດ້ມອບມຸ້ງຈຳນວນ 120.000 ດາງໃຫ້ແກ່ ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກເພື່ອໄປແຈກຢາຍໃຫ້ແກ່ປະຊາຊົນໃນເຂດຫ່າງໃກສອກຫລີກໃນແຂວງຕ່າງໆທົ່ວປະເທດ ເຊັ່ນ: ບໍລິຄຳໄຊ, ຄຳມ່ວນ, ອຸດົມໄຊ, ຜົ້ງສາລີ, ສາລະວັນ, ໄຊຍະບູລີ ແລະ ສະຫວັນນະເຂດເພື່ອປ້ອງກັນປະຊາຊົນບໍ່ໃຫ້ມີຄວາມສ່ຽງຕໍ່ພະຍາດມາເລເຣຍ. ເພື່ອເປັນການຕອບໂຕ້, ອົງການ USAID ໂດຍຜ່ານໂຄງການລິເລີ່ມມາເລເຣຍຂອງປະທານາທິບໍດີສະຫະລັດອາເມລິກາ ຫລື President’s Malaria Initiative (USAID/PMI) ໄດ້ໃຫ້ການສະໜັບສະໜຸນແກ່ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ພາຍໃຕ້ ກະຊວງສາທາລະນະສຸກໂດຍການມອບອຸປະກອນຊ່ວຍຊີວິດຈຳນວນໜຶ່ງເຊັ່ນ: ມຸ້ງເຄືອບຢາ, ເຄື່ອງມືບົ່ງມະຕິ ແລະ ຢາປິ່ນປົວມາເລເຣຍທີ່ມີຄຸນະພາບເຊິ່ງອຸປະກອນເຫຼົ່ານີ້ໄດ້ຊ່ວຍຄວບຄຸມການລະບາດ. ມາຮອດປັດຈຸບັນນີ້ ລັດຖະບານອາເມລິກາເຮັດວຽກຢ່າງໃກ້ຊິດກັບກະຊວງສາທະລະນະສຸກເພື່ອຊອກຫາ ແລະ ຕອບສະໜອງສິ່ງທີ່ຍັງບໍ່ພຽງພໍ ເຖິງປັດຈຸບັນນີ້ໄດ້ມອບ ແລະ ແຈກຢາຍມຸ້ງເຄືອບຢາທັງໝົດ 445.000 ດາງ, …

Read More »

ຕະລຶງ! ສາວຈີນກິນໝາກເຜັດຢ່າງແຊບຊ້ອຍ!!! (ມີ Clip)

  ກາຍເປັນຄລິບດັງໄປແລ້ວ! ສຳລັບຄລິບທີ່ມີສາວຈີນຄົນໜຶ່ງອັດຄລິບນັ່ງກິນໝາກເຜັດຢ່າງແຊບຊ້ອຍ ມີທັງໝາກເຜັດແຫ້ງ ແລະ ໝາກເຜັດດິບ ໂດຍຄລິບດັ່ງກ່າວໂພສໂດຍເພສເຟັກບຸກຊື່ດັງຂອງຈີນ ຈົນມີຄົນເຂົ້າໄປເບິ່ງຄລິບສາວຈີນກິນໝາກເຜັດນີ້ເປັນຈຳນວນຫຼວງຫຼາຍ ແລະ ກໍມີຄົນວິພາກວິຈານກັນຕ່າງໆນາໆວ່າ ສາວຄົນນີ້ອາດຈະກິນໝາກເຜັດທີ່ບໍ່ມີຄວາມເຜັດຫຼາຍກໍເປັນໄດ້.   https://www.facebook.com/GuaGuaEnt/videos/390940744607835/   ເຖິງຢ່າງໃດກໍຕາມ ກໍບໍ່ຄວນເອົາແບບຢ່າງເດີ້ ເພາະມັນອາດຈະເຮັດໃຫ້ເສຍສຸຂະພາບ #ຢ່າລືມກົດໄລ້ກົດແຊຣຫຼືຄອມເມັ້ນບອກກັນແດ່ວ່າຄິດຢ່າງໃດກັບຄລິບນີ້ via: GuaGuaEnt

Read More »

Dvis Fashion Show 2017 ການເດີນແບບທີ່ບໍ່ເຄີຍມີຢູ່ໃສມາກ່ອນ ໃນປະເທດລາວ

ງານ ດີວີສ ແຟຊັນໂຊ 2017 ທີ່ວຽງຈັນເຊັນເຕີ ໃນຕອນແລງຂອງວັນທີ 11 ມີນາ 2017 ຢູ່ທີ່ວຽງຈັນເຊັນເຕີໄດ້ມີງານ ການເດີນແຟຊັ່ນທີ່ແປກທີ່ສຸດ ແລະ ຫາກໍຈັດຂຶ້ນເປັນຄັ້ງທໍາອິດໃນປະເທດລາວ ໂດຍເກີດຈາກການຮ່ວມມືຂອງ ເຄື່ອງດື່ມ Singha ແລະ ຜະລິດຕະພັນ Nadeara ຮ່ວມກັນຈັດງານ ດີວິສ ແຟຊັນໂຊ 2017 (Dvis Fashion Show 2017) ໂດຍມີທ່ານ ສົມສະນຸກ ມີໄຊ ປະທານສະມາຄົມນັກຂ່າວແຫ່ງປະເທດລາວ, ທ່ານ ສົມບັດ ສິຣິພອນວິທະຍາ ຜູ້ອໍານວຍການ ສູນການຄ້າວຽງຈັນເຊັນເຕີ, ທ່ານ ດີວີສ ປານນະພົນ ດີຊາຍເນີຊື່ດັງເຈົ້າຂອງແບຼນດີວີສ ແລະ ດີວິສຄິດ (Dvis and Dviskide) ຕົວແທນແທນຈໍາໜ່າຍເຄື່ອງດື່ມສິງປະຈໍາລາວ, ຕົວແທນຈາກຜະລິດຕະພັນ ນາເດຍຣາ ພ້ອມດ້ວຍແຂກ ແລະ …

Read More »