Breaking News

Daily Archives: 15/03/2017

ສາວໄທຕະລຶງ! ພິທີແຕ່ງດອງໃນປະເທດລາວ (ມີ Clip)

  ເຟັກບຸກຂອງສາວໄທຄົນໜຶ່ງໂພສຄລິບງານແຕ່ງດອງໃນປະເທດລາວ ພ້ອມຂຽນຄຳອະທິບາຍວ່າ “ຕະລຶງ!!! ພິທີງານແຕ່ງໃນລາວມີແບບນີ້ນຳ” ແລະ ມີການອະທິບາຍໃນຄລິບວ່າ: ພາບທີ່ເຫັນນີ້ແມ່ນທຸກຄົນຢ່າງອອກມາເຕັ້ນເອງ ເປັນການເຕັ້ນສະຫຼອງ ແລະ ຈະມີການລຽນແຖວເປັນລະບຽບຮຽບຮ້ອຍ ເຊິ່ງການເຕັ້ນ ບັດສະລົບ ນີ້ເປັນການເຕັ້ນໃນພິທີງານແຕ່ງຂອງ ສປປ ລາວ ເຊິ່ງໃນ ປະເທດ ໄທ ບໍ່ເຄີຍມີແບບນີ້.   ตะลึง!!! พิธีงานแต่งที่ลาวมีแบบนี้ด้วย!! โพสต์โดย Jin Kanansinee Khongmaklum บน 12 มีนาคม 2017   ຂໍຂອບໃຈຄລິບຈາກ: Jin Kanansinee Khongmaklum

Read More »

ໂຄງການບ້ານມິດຕະພາບ ຊາວໜຸ່ມຊາຍແດນ ລາວ-ຫວຽດນາມ

ລັດຖະບານ ​ແຫ່ງ ສປປ ລາວ ​ແລະ ລັດຖະບານ ສສ ຫວຽດນາມ ​ໄດ້​ສ້າງໂຄງການບ້ານມິດຕະພາບ ຊາວໜຸ່ມຊາຍແດນ ລາວ-ຫວຽດນາມ ເຂດໜອງກອກ ຢູ່ທີ່ເມືອງຄຳເກີດ, ແຂວງ ບໍລິຄຳໄຊ ເພື່ອເປັນບ່ອນຝຶກອົບຮົມວິຊາຊີບ, ສ້າງວຽກເຮັດງານທຳໃຫ້ກັບຊາວໜຸ່ມ, ປະຊົນບັນດາເຜົ່າ ໃນບໍລິເວນໃກ້ຄຽງ ກໍຄື ການສົ່ງເສີມວຽກເຮັດງານທຳ ໃຫ້ຊາວໜຸ່ມລາວ ບັນດາເຜົ່າໃນ ຂອບເຂດທົ່ວປະເທດ. ​ໂຄງການດັ່ງກ່າວ ໄດ້​ເລີ່​ມກໍ່ສ້າງ​ຕັ້ງ​ແຕ່ເດືອນສິງຫາ ປີ 2012  ມາຮອດວັນທີ 9 ມີນາ 2017 ຈຶ່ງໄດ້ມີພິທີມອບ-ຮັບ  ​ແລະ ​ເລິ່ມຈັດ​ຕັ້ງ​ປະຕິບັດ ໂຄງການຢ່າງ​ເປັນ​ທາງ​ການ. ໂຄງການດັ່ງກ່າວ ໄດ້ຮັບການຊ່ວຍເຫຼືອລ້າ ຈາກລັດຖະບານ ສສ ຫວຽດນາມ ລວມມູນຄ່າທັງໝົດ 75,2 ຕື້ດົ້ງ, ທຶນສົມທົບຂອງ ລັດຖະບານ ສປປ ລາວ 3 ຕື້ກີບ. …

Read More »

ວັດໂພໄຊຊະນະຣາມ ມິ່ງຂວັນຂອງແຂວງຫົວພັນ

ສະບາຍດີແຟນໆຂວັນໃຈທັງຫຼາຍ ມື້ນີ້ ທີມງານ ເວັບໄຊ໌ຂວັນໃຈ ຈະມາແນະນໍາໃຫ້ແຟນໆຂວັນໃຈ  ໄດ້ຮູ້ຈັກສະຖານທີ່ທ່ອງທ່ຽວທີ່ສໍາຄັນຂອງຊາວແຂວງຫົວພັນ ນັ້ນກໍຄື: ວັດໂພໄຊຊະນະຣາມ ນັ້ນເອງ ເຊິ່ງຕັ້ງຢູ່ບ້ານຊໍາເໜືອ ເມືອງຊໍາເໜືອ ,ຫ່າງຈາກໃຈກາງເມືອງໄປປະມານ 1 ກິໂລແມັດ ແຕ່ກ່ອນວັດນີ້ເຄີຍເປັນບ່ອນປະດິດສະຖານຂອງພຣະອົງຕື້ ອັນເປັນມິ່ງຂວັນຂອງແຂວງຫົວພັນ. ສໍາລັບການເດີນທາງໄປທ່ຽວແຂວງ ຫົວພັນ ກໍໄປສະດວກສະບາຍ ສາມາດໄປນໍາລົດເມກໍໄດ້ ຫຼື ໄປນໍາເຮືອບິນກໍດີ ແລະ ທ່ານໃດທີ່ສະດວກໄປນໍາສ່ວນຕົວເລີຍກໍຍິ່ງເປັນການດີ ເຊິ່ງສາຍການບິນທີ່ເດີນທາງໄປ ແຂວງ ຫົວພັນແມ່ນສາຍການບິນ Lao Skyway ຫຼື ລາວເດີນອາກາດ ມີແຕ່ວັນຈັນ ຫາ ວັນເສົາ ຖ້ຽວບິນເວລາ 1:30 ໂມງ ແລະ ລາຄາປົກກະຕິຈາກວຽງຈັນ ຫາ ແຂວງຫົວພັນ ໄປກັບແມ່ນ 1.699.000 ກີບ, ຖ້າມີແຕ່່ໄປລາຄາ 899.000 ກີບ ແລະ ສ່ວນລົດເມແມ່ນມີທຸກມື້ ມື້ໜຶ່ງມີ …

Read More »

ນະໂຍບາຍອຸດໜູນເກີດລູກ-ປິ່ນປົວເດັກນ້ອຍໂດຍບໍ່ເສຍຄ່າ

  ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ຮ່ວມກັບ ສູນແມ່ ແລະ ເດັກ ແລະ ຂະແໜງການກ່ຽວຂ້ອງ ຈັດກອງປະຊຸມປຶກສາຫາລືຊີ້ແຈງການຈັດຕັ້ງປະຕິບັດນະໂຍບາຍອຸດໜູນເກີດລູກ ແລະ ປິ່ນປົວເດັກນ້ອຍອາຍຸລຸ່ມ 5 ປີ ໂດຍບໍ່ເສຍຄ່າ ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນໃນ ວັນທີ 9 ມີນາ 2017 ທີ່ຜ່ານມາ ເຂົ້າຮ່ວມໂດຍຫົວໜ້າພະແນກສາທາລະນາສຸກນະຄອນຫຼວງວຽງຈັນ, ຜູ້ຕາງໜ້າສູນແມ່ ແລະ ເດັກ, ຫ້ອງການສາທາລະນະສຸກເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ. ທ່ານ ຫົວໜ້າພະແນກສາທາລະນາສຸກນະຄອນຫຼວງວຽງຈັນໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອໃຫ້ພະນັກງານແພດໝໍແຕ່ລະຂັ້ນເຂົ້າໃຈ ແລະ ກໍາໄດ້ການຄຸ້ມຄອງປະຕິບັດນະໂຍບາຍອຸດໜູນເກີດລູກ ແລະ ປິ່ນປົວເດັກນ້ອຍອາຍຸລຸ່ມ 5 ປີ ໂດຍບໍ່ເສຍຄ່າ ໃຫ້ທຸກພາກສ່ວນກໍາໄດ້ການຂຶ້ນແຜນ, ການຄຸ້ມຄອງລະບົບການເງິນ, ເຮັດໃຫ້ແມ່ຍິງຖືພາ ແລະ ເດັກນ້ອຍອາຍຸລຸ່ມ 5 ປີ ໃນຂອບເຂດທົ່ວປະເທດກໍຄືນະຄອນຫຼວງວຽງຈັນທີ່ມາເກີດລູກ ແລະ ປິ່ນປົວຢູ່ສຸກສາລາ, ໂຮງໝໍເມືອງ, ໂຮງໝໍແຂວງ ແລະ ໂຮງໝໍສູນກາງໄດ້ຮັບການຍົກເວັ້ນທຸກຄ່າໃຊ້ຈ່າຍທີ່ພົວພັນກັບການເກີດລູກ …

Read More »

ມາຮູ້ຈັກກັບບັນດາ ນາງສາວນະຄອນຫຼວງ ປີ 2016 (Miss Vientiane)

  ມື້ນີ້ຈະມາແນະນຳໃຫ້ຮູ້ຈັກກັບບັນດາ ສາວງາມນະຄອນຫຼວງວຽງຈັນ ປີ 2016, ມີທັງໝົດ 7 ສາວ ແລະ ແຕ່ລະສາວກໍມີຄວາມງາມ ແລະ ບຸກຂະລິກທີ່ງາມ ໂດດເດັ່ນ ແຖມມີຄວາມສາມາດແຕກຕ່າງກັນໄປ ຈະມີຄວາມງາມສົມກັບທີມງານເຮົາຍ້ອງແທ້ບໍ່ ບໍ່ລໍຊ້າມາຮູ້ຈັກກັບພວກເຂົາກັນເລີຍ: #ຢ່າລືມກົດໄລ້-ກົດແຊຣໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ ນາງ ນະຄະລີ ພາມີສິດ (ແຄັດດີ້), ນາງສາວນະຄອນຫຼວງວຽງຈັນ 2016 2. ນາງ ສຸພາພອນ ສົມວິຈິດ (ນຸ້ຍ), ຮອງອັນດັບ 1 ນາງສາວນະຄອນຫຼວງ 2016 3. ນາງ ຊູລິນດາ ໄຊຍະເພັດ (ເປົ້າ), ຮອງອັນດັບ 2 ນາງສາວນະຄອນຫຼວງ 2016 4. ນາງ ຈັນທະລີ ວິໄລ (ນາງ), ຮອງອັນດັບ 2 ນາງສາວນະຄອນຫຼວງ 2016 4. ນາງ ປະທຸມພອນ …

Read More »