Breaking News

Daily Archives: 30/03/2017

ແອນນິຕ້າ ທິວາພອນ ເຖິງຈະມີລູກແລ້ວຍັງງາມ!!!

  ແອນນິຕ້າ ທິວາພອນ ດາລາ-ນັກຮ້ອງ ຜູ້ມີຄວາມສາມາດຫຼາກຫຼາຍຢ່າງ ເວົ້າໄດ້ເລີຍວ່າເປັນ Superstar ແຖວໜ້າຂອງບ້ານເຮົາເລີຍກໍວ່າໄດ້ ແຕ່ແຟນໆຮູ້ບໍ່ວ່າສາວຄົນນີ້ນາງມີຄອບຄົວທີ່ອົບອຸ່ນ ແລະ ມີລູກສາວໜ້າຮັກໆເຖິງ 2 ຄົນຄືນ້ອງ Nora ແລະ ນ້ອງ Elsa ແຕ່ກ່ອນກໍບໍຄ່ອຍທີ່ຈະເຫັນສາວ ແອນນິຕ້າ ພາລູກໆອອກສື່ພໍເທົ່າໃດ ແຕ່ບໍ່ດົນມານີ້ນາງກໍໄດ້ພາລູກສາວອອກງານຕ່າງໆ ແລະ ລູກໆຂອງ ແອນນິຕ້າ ກໍໜ້າຮັກຫຼາຍ ມີຄວາມຄ້າຍຄືຜູ້ເປັນແມ່, ຈົນ ຊະນີIndy ອົດບໍ່ໄດ້ທີ່ຈະນຳເອົາຮູບພາບໜ້າຮັກໆລະຫວ່າງ ແມ່ແລະລູກ ມາຝາກແຟນໆ. ປາດດດດ!!! ມີລູກ 2 ຍັງງາມພຽງນີ້ ຫວ່າງໆຝາກສາວ ແອນນິຕ້າ ມາບອກເຄັດລັບຄວາມງາມດີໆໃຫ້ ຊະນີIndy ແລະ ແຟນເພສ ເວັບໄຊ້ ຂວັນໃຈ ແດ່ເດີ້!!!  ຮູບພາບຈາກ: Annita Thivaphone

Read More »

ປະສົບການທີ່ແປກໃໝ່ ກັບອາຫານຈາກທົ່ວທຸກມຸມໂລກ ທີ່ເຫຼົ່າສາວໆນັກປາຕີ້, ນັກເລາະ, ນັກກິນພາດບໍ່ໄດ້!!

ຄໍລໍາ: Delicous Guide ສໍາລັບສາວໆນັກປາຕີ້, ນັກເລາະ, ນັກກິນຫ້າມພາດ ກັບປະສົບການທີ່ແປກໃໝ່ ສໍາລັບຮ້ານອາຫານສຸດ Chic ໃນໂຮງແຮມຫຼູລະດັບ 5 ດາວທີ່ຂວັນໃຈເອົາມາຕ້ອນກັນໃນຄໍລໍານີ້ ກັບຮ້ານອາຫານໂມເສກ (Mosaic Restaurant) ເພາະວ່າໃນຮ້ານມີອາຫານຈາກທົ່ວທຸກມຸມໂລກມານໍາສະເໜີໃຫ້ກັບສາວໆ ພ້ອມກັບບັນຍາກາດທີ່ອອກແບບຢ່າງພິຖີພິຖັນຈາກແກ້ວສີນ້ອຍໆຫຼາຍໆຊິ້ນ, ເຄື່ອງດື່ມທີ່ເຂົ້າກັບອາຫານທີ່ສຸດສໍາລັບບຸບເຟ້ອາຫານແລງ ກັບອາຫານນາໆຊາດ ລົດຊາດດີທີ່ສຸດ ນອກນັ້ນຍັງມີອາຫານຕາມສັ່ງ ແລະ ພິເສດຍັງມີ Chef ຄົນລາວສໍາລັບສາວໆທີ່ມັກອາຫານລາວນໍາອີກ. ສໍາລັບລາຍລະອຽດຕ່າງໆ ສາວໆສາມາດຊອກອ່ານໄດ້ໃນ ວາລະສານ ຂັວນໃຈ ສະບັບເດືອນ ມີນາ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »

60 ບໍລິສັດ ຕຣີເພັດ ອີຊູຊຸ ເຊວ໌ ຈໍາກັດ

ໃນວັນທີ 23 ມີນາ 2017 ຄະນະສື່ມວນຊົນຈໍານວນ 28 ຄົນຈາກ ສປປ ລາວໄດ້ເດີນໄປຢ້ຽມຢາມ ສໍານັກງານໃຫຍ່ ຂອງບໍລິສັດ ຕຣີເພັດ ອີຊູຊຸ ເຊວ໌ ຈໍາກັດ ທີ່ກຸງເທບ ປະເທດໄທ ໂດຍການໃຫ້ກຽດຕ້ອນຮັບໂດຍທ່ານ ໂທຊິອາກິ ມາເອຄາວະ ປະທານ ບໍລິສັດ ຕຣີເພັດ ອີຊູຊຸ ເຊວ໌ ຈໍາກັດ, ທ່ານ ນາງ ປະນັດດາ ເຈນນະວາສິນ ກໍາມະການຮອງຜູ້ຈັດການ ບໍລິສັດ ຕຣີເພັດ ອີຊູຊຸ ເຊວ໌ ຈໍາກັດ. ບໍລິສັດ ຕຣີເພັດ ອີຊູຊຸ ເຊວ໌ ຈໍາກັດ ເປັນບໍລິສັດຮ່ວມມືການຄ້າຄົບວົງຈອນ ລະຫວ່າງ ບໍລິສັດ ມິດຊູບິຊິ ຄໍປໍເຣຊັນ ແລະ ບໍລິສັດ ອີຊູຊຸ ມໍເຕີ …

Read More »

ວ້າວ! ໃກ້ຈະຮ້ອນບຸນປີໃໝ່ລາວແລ້ວ ຄິດອອກແລ້ວບໍ່ວ່າຈະໄປທ່ຽວໃສ

ສາວໆປີໃໝ່ໃກ້ຈະຮອດແລ້ວ ສາວໆໄດ້ວາງແຜນໄວ້ແລ້ວບໍວ່າຈະໄປທ່ຽວໃສ ຖ້າຍັງບໍ່ຮູ້ ເຮົາແນະນໍາສະຖານທີ່ນີ້ເລີຍ ທີ່ເປັນສະຖານທີ່ເປີດໃໝ່ ນັ້ນກໍຄື ນໍ້າຕົກຕາດ ພັກຊອຍວອຍ ນັ້ນເອງ ທີ່ຕັ້ງຢູ່ບ້ານ ນາຄັນທຸງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງສະຖານທີ່ນີ້ກໍບໍ່ໄດ້ຢູ່ໄກປານໃດ ຖ້າປີໃໝ່ນີ້ບໍ່ຮູ້ຈະໄປໃສລອງໄປຫຼິ້ນນໍ້າເຢັນໆໆໆ! ຢູ່ນໍ້າຕົກຕາດ ພັກຊອຍວອຍ ນີ້ລອງເບິ່ງເດີ້ ຮັບຮອງທ່ານຈະຮູ້ສຶກສົດຊື່ນຢ່າງແນ່ນອນ. ເຄຼດິດຮູບພາບ: google.com

Read More »

ແຈ້ງການໃຫ້ຢຸດເຊົາການເກັບຄ່າທໍານຽມ ແລະ ຄ່າບໍລິການ

ແຈ້ງການເລື່ອງ : ການຮຽກເກັບຄ່າທໍານຽມ ຂອງເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າເມືອງດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ່ 2 ແຂວງສະຫວັນນະເຂດ. ໃຫ້ຢຸດເຊົາການເກັບຄ່າທໍານຽມ ແລະ ຄ່າບໍລິການ ທີ່ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າເມືອງໄດ້ເກັບຄ່າໃນປັດຈຸບັນເພາະບໍ່ສອດຄ່ອງ ກັບລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ.   ຂໍຂອບໃຈ ຂໍ້ມູນຈາກ: ປະເທດລາວ

Read More »