Breaking News

Daily Archives: 31/03/2017

ປູນາ ນາງເອກ MV ເພງທີ່ກຳລັງມາແຮງທີ່ສຸດໃນຕອນນີ້!!!

ປູນາ ອາລິນ່າ ສີວົງໄຊ ນາງເອກ Music Video ເພງ “ຍອມ” ຂອງໜຸ່ມ Tou Hero ທີ່ພໍແຕ່ປ່ອຍເພງກໍສ້າງປະກົດການມີຄົນເວົ້າເຖິງເພງນີ້ເປັນຈຳນວນຫຼວງຫຼາຍ ເພາະນອກຈາກເນື້ອຮ້ອງທີ່ກິນໃຈຄົນໃນສັງຄົມປັດຈຸບັນແລ້ວ ຍັງມີອີກໜຶ່ງຢ່າງທີ່ສາມາດດຶງດູດຜູ້ຄົນເຂົ້າໄປເບິ່ງເພງນີ້ກໍຄື ນ້ອງ ປູນາ ນາງເອກ MV  ເພາະສາວຄົນນີ້ມີດີກຼີເປັນເຖິງນັກຮ້ອງສາວສຽງດີຢູ່ທີ່ຮ້ານບັນເທິງຊື່ດັງແຖວສີຫອມ ແລະ ຍັງເປັນເນັດໄອດໍ້ສາວທີ່ມີຄົນຕິດຕາມເປັນຈຳນວນຫຼວງຫຼາຍ ແລະ ພໍແຕ່ນາງໄດ້ມາສະແດງເພງດັ່ງກ່າວກໍບອກເລີຍວ່າເຮັດໄດ້ດີຫຼາຍ ຫຼາຍໆຄົນຕ່າງພາກັນຍ້ອງວ່ານາງສະແດງໄດ້ດີ ເຖິງໃຈເຖິງອາລົມ ເຮັດໃຫ້ມີຄວາມອິນໄປຕາມໆກັນ, ຈົນຫຼາຍໆຄົນບອກເປັນສຽງດຽວກັນວ່າ ປູນາ ນິແຫຼະທີ່ເປັນນາງເອກ MV ທີ່ມາແຮງທີ່ສຸດໃນຕອນນີ້!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດແລະຄວາມໜ້າຮັກຂອງສາວລາວ ຮູບພາບຈາກ: Alina Sivongxay

Read More »

ຊີ້ແຈງ! ເລື່ອງພະນັກງານ 96 ຄົນລາອອກ

ບັນດາພະນັກງານ ຈຳນວນ 96 ຄົນ ຂອງບໍລິສັດຣາຊ-ລາວ ບໍລິການ​ ຈຳກັດ ທີ່​ເຮັດໜ້າທີ່​ຮັບຜິດຊອບ​ເດີນ​ເຄື່ອງ ​ແລະ ບຳລຸງ​ຮັກສາ ໂຮງໄຟຟ້າພະລັງ​ຄວາມ​ຮ້ອນ ຖ່ານຫີນ ເປັນໜຶ່ງໃນບໍລິສັດທີ່ຮັບເໝົາ​ຍ່ອຍໃນໂຄງການໄຟຟ້າຟ້າຫົງສາ ເຊິ່ງບໍ່ໄດ້ກ່ຽວກັບບໍລິສັດອື່ນໆທີ່ເຮັດວຽກຢູ່ໂຄງການດຽວກັນນີ້.  ໄດ້ພ້ອມກັນ ຂຽນໃບລາອອກ ທັງໝົດ 96 ຄົນ ໃນວັນທີ 28 ມີນາ 2017 ຜ່ານມາ, ​ເນື່ອງ​ຈາກ​ບໍ່ພໍ​ໃຈ ທີ່ໄດ້ສະເໜີ ຂໍໃຫ້ພິຈາລະນາ ປັບ​ຂຶ້ນເງິນເດືອນ ແລະ ສະຫວັດດີການຕ່າງໆ ​ໃຫ້​ມີ​ຄວາມເໝາະສົມ ​ແຕ່ບໍ່ໄດ້ຮັບການແກ້ໄຂ. ​ໃນ​ຂະນະ​ທີ່ ບໍລິສັດ ຣາຊ-ລາວ ລະບຸ​ວ່າ​ມີ​ຄວາມ​ຍິນ​ດີ​ຮັບ​ຂໍ້​ສະ​ເໜີ ດັ່ງກ່າວ ​ແລະ ພ້ອມ​ທີ່​ຈະຮ່ວມ​ກັນ​ປຶກສາ​ຫາລື ກັບ​ທຸກ​ຝ່າຍ ​ເພື່ອ​ຫາ​ທາງ​ອອກ​ທີ່​ດີກ​ວ່າ​ນີ້. ໜຶ່ງ​ໃນຕົວ​ແທນ​ຜູ້​ອອກ​ແຮງ​ງານ ​ເປີດ​ເຜີຍ​ວ່າ: ກ່ອນທີ່ພະນັກງານທັງ 96 ຄົນຈະພ້ອມກັນສະໝັກໃຈຂຽນໃບລາອອກ ​ເກີດ​ຂຶ້ນ​ພາຍຫຼັງ​ທີ່​ໄດ້​ຍື່ນ​ຂໍ້​ສະ​ເໜີ ຮຽກຮ້ອງ​ໃຫ້ບໍລິສັດ ຣາຊ-ລາວ ​ເພື່ອ​ຂໍ​ປັບ​ຂຶ້ນເງິນເດືອນ …

Read More »

ງາມເດ! ເບິ່ງແລ້ວງາມສົມຄຳລືຊ່າ ນູ່ນີ່ ສາວລາວຖ່າຍຮູບຕ້ອນຮັບສົງການ

  ເປັນຮູບພາບທີ່ເບິ່ງແລ້ວມີຄວາມໝາຍ ນູ່ນີ່ ກຸມພົນພັກດີ ສາວລາວທີ່ໄປໂດ່ງດັງຮອດປະເທດເພື່ອນບ້ານໄດ້ຮ່ວມຖ່າຍຮູບໃນຫົວຂໍ້ ສົງການສານສຳພັນລາວ-ໄທ ແລະ ໃນຮູບພາບທີ່ ນູ່ນີ່ ໄດ້ຖ່າຍແຕ່ລະຮູບກໍມີຄວາມງົດງາມຫຼາຍ ໂດຍນາງຈະໃສ່ຊຸດໄໝລາວອັນເປັນເອກະລັກຂອງລາວເຮົາມາແຕ່ບູຮານ ເບິ່ງແລ້ວມີຄວາມງາມອ່ອນຊ້ອຍ ເປັນຕາສະອອນສາວລາວທີ່ມີຄວາມງົດງາມທັງກິຣິຍາທ່າທາງ ໂດຍການສື່ສານອອກມາຈາກຮູບພາບ. #ແຊຣໄປໃຫ້ໂລກຮູ້ເຖິງຄວາມງົດງາມຂອງແມ່ຍິງລາວ ຮູບພາບຈາກ: Pramote Polyamate , Peerayoot Kusol , สมชาย สมชาย แสนวงชัยยา , Tanaporn Ditsayaboot ,  Lee Una  

Read More »

ຄວາມງົດງາມຂອງດອກໄມ້ທີ່ທ່ານບໍ່ເຄີຍເຫັນມາກ່ອນ!!

ແຟນຂວັນໃຈທ່ານໃດທີ່ຈະໄປທ່ຽວປະເທດຍີ່ປຸ່ນໃນໄລຍະເດືອນ ເມສາ ຫາເດືອນ ພຶດສະພາ ກໍຢ່າລືມໄປທ່ຽວງານ The Great Wisteria Festival 2017 ທີ່ສວນດອກໄມ້ອາຊິຄາງະ (Ashikaga Flower Park) ເມືອງ ອາຊິຄາງະ ແຂວງ ໂທະຊິງິ (Tochigi) ປະເທດຍີ່ປຸ່ນ ດອກ Wisteria ຈະມີຫຼາຍສີບໍ່ວ່າຈະເປັນສີເຫຼືອງ, ສີຂາວ, ສີບົວອ່ອນ ແລະ ສີມ່ວງ ເຊິ່ງມັນມີຄວາມງົດງາມຫຼາຍ ແຕ່ຈະມີຄວາມງົດງາມປານໃດນັ້ນໄປຊົມຮູບພາບເລີຍ. ເຄຼດິດຮູບພາບ: google.com

Read More »

ດ່ວນ! ເກີດເຫດໄຟໃໝ້ທີ່ບ້ານ ທົ່ງຂັນຄຳ (ມີຄລິບຖ່າຍທອດສົດ)

ໃນວັນທີ 31 ມີນາ 2017 ເວລາ 10:50 ນາທີ ເກີດເຫດໄຟໃໝ້ຂຶ້ນທີ່ບ້ານ ທົ່ງຂັນຄຳ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຊິ່ງເພີງໄດ້ໃໝ້ລາມບ້ານເຮືອນປະຊາຊົນໄປແລ້ວກວ່າ 5 ຫຼັງຄາເຮືອນ , ຢ່າງໃດກໍຂໍສະແດງຄວາມເສຍໃຈມາຍັງພໍ່ແມ່ປະຊາຊົນ ຂໍເປັນກຳລັງໃຈໃຫ້ ສູ້ໆ… (ມີຄລິບຖ່າຍທອດສົດ) ທົ່ງຂັນຄຳ ສົດໆ31/03/2017ເວລາ10:50 โพสต์โดย ໜ່ວຍກູ້ໄພມູນນິທິຈີນ ແຈ້ງເຫດສຸກເສີນໂທ 1628 บน 30 มีนาคม 2017 ຍັງລາມຕໍ່ ໄຟໄໝ້ໄປແລ້ວຈຳນວນ5ຫຼັງຄາເຮືອນ โพสต์โดย ໜ່ວຍກູ້ໄພມູນນິທິຈີນ ແຈ້ງເຫດສຸກເສີນໂທ 1628 บน 30 มีนาคม 2017   ທີ່ມາ: ໜ່ວຍກູ້ໄພມູນນິທິຈີນ ແຈ້ງເຫດສຸກເສີນໂທ 1628

Read More »