Breaking News

Daily Archives: 06/04/2017

ງາມຫຼາຍ! ນັກສະແດງປະເທດໄທນຸ່ງຊຸດໄໝລາວໃນລະຄອນ “ແຕ່ປາງກ່ອນ”

ຄວາມໜ້າຮັກຂອງ ວິວ ວັນນະຣົດ ນັກສະແດງຍິງຈາກປະເທດໄທ ໃນບົດບາດ ເຈົ້າຍິງມ່ານແກ້ວ ກັບເຄື່ອງແຕ່ງກາຍຊຸດໄໝລາວ ທີ່ມີຄວາມປານີດ ເບິ່ງແລ້ວງາມຫຼາຍ ໃນລະຄອນເລື່ອງ “ແຕ່ປາງກ່ອນ” ທີ່ກຳລັງດຳເນີນໄປຢ່າງເຂັ້ມຂຸ້ນ, ສຳລັບຊຸດໄໝລາວແລ້ວ ເປັນຊຸດປະຈຳຊາດ ເປັນເອກະລັກປະເພນີລາວຂອງຊາດລາວເຮົາ ບໍ່ວ່າຈະເປັນຄົນລາວ ຫຼື ຕ່າງຊາດໄດ້ນຸ່ງ ຊຸດໄໝລາວນັ້ນກໍຍັງຊົງຄຸນຄ່າບົ່ງບອກເຖິງເອກະລັກຄວາມເປັນລາວທີ່ງົດງາມສືບທອດມາແຕ່ບູຮານນະການ. #ແຊຣໄປໃຫ້ໂລກຮູ້ເຖິງຄວມງົດງາມຂອງຊຸດໄໝລາວ ສຳລັບລະຄອນ “ແຕ່ປາງກ່ອນ” ແຟນໆສາມາດຕິດຕາມທຸກໆວັນ ພຸດ-ພະຫັດ ເວລາ 20:30 ທາງຊ່ອງ One (ປະເທດໄທ) ຂໍຂອບໃຈຮູບພາບຈາກ: google

Read More »

ຖາງສວນກ້ວຍຖິ້ມແລ້ວ 1.000 ເຮັກຕາ

ໃນວັນທີ 6 ເມສາ 2017 ອໍານາດການປົກຄອງແຂວງບໍ່ແກ້ວຢືນຢັນອາທິດນີ້ວ່າ: ຕົນເອງສາມາດທໍາລາຍ ແລະ ຖາງສ່ວນກ້ວຍຫອມຈໍານວນ 1.000 ເຮັກຕາ ພາຍຫລັງພົບວ່າມີນັກລົງທຶນຕ່າງປະເທດໄດ້ໃຊ້ສານເຄີມີບໍ່ຖືກຕ້ອງ, ການລົງທຶນບໍ່ໄດ້ຮັບອະນຸຍາດຈາກພາກລັດ ໂດຍສ່ວນໃຫຍ່ແມ່ນລົງທຶນກັບປະຊາຊົນເວົ້າກັນເອງ ແລະ ເກີດມີການໂອນການສໍາປະທານໃຫ້ຄົນອື່ນໆແບບເລື່ອນລອຍ. ປັດຈຸບັນນີ້ ທົ່ວແຂວງຍັງເຫລືອສວນກ້ວຍຫອມທີ່ສໍາປະທານໂດຍຄົນຕ່າງປະເທດປະມານ 20 ກວ່າບໍລິສັດ ເນື້ອທີ່ທັງໝົດ 5.000 ກວ່າເຮັກຕາ. ການປູກກ້ວຍໃນແຂວງບໍ່ແກ້ວເລີ່ມປີ 2010 ເປັນຕົ້ນມາ ໂດຍມີເນື້ອທີ່ທັງໝົດ 6.000 ເຮັກຕາ ແຕ່ປັດຈຸບັນນີ້ຍັງເຫລືອພຽງ 5.000 ເຮັກຕາ. ຂໍຂອບໃຈແຫຼ່ງທີ່ມາ: ຂປລ ແລະ ຮູບຈາກ: Biby Vilinthone.

Read More »

ເທຼນໃໝ່ ກັບການເລືອກໃສ່ແວ່ນຕາ ໃຫ້ກາຍເປັນສາວ Hot ຕ້ອນຮັບ Summer ນີ້!!!

ສາວໆ Summer ນີ້ມີແຜນໄປຫຼີ້ນສົງການຢູ່ໃສແລ້ວບໍ່? ຖ້າໄປໃສກໍຢ່າລືມຊວນແອດນໍາເດີ້ ເພາະແອດບໍ່ມີບ່ອນຈະໄປ (ນ້ອຍໃຈແປ໊ບບ) ຈັ່ງໃດກໍຕາມສາວໆ ເຖິງຈະໄປໃສກໍພາດບໍ່ໄດ້ທີ່ຈະຕ້ອງເນັ້ນເລື່ອງຄວາມສວຍຄວາມງາມມາກ່ອນແມ່ນບໍ່ສາວໆ ແລະ ແນ່ນອນວ່າສິ່ງທີ່ຂາດບໍ່ໄດ້ສໍາລັບສົງການນີ້ ເວລາໄປຫຼີ້ນໃສ ກໍຕ້ອງມີແວ່ນຕາກັນແດດ ຫຼືອາດຈະເປັນແວ່ນຕາທໍາມະດາກໍຕາມ ກໍເພື່ອຄວາມສວຍງາມອີກຢ່າງໜຶ່ງນັ້ນເອງ ມື້ນີ້ແອດເລີຍຈະມາແນະນໍາສາວໆກ່ຽວກັບວິທີິໃສ່ແວ່ນຕາຫຼີ້ນປີໃໝ່ ຫຼືແວ່ນຕາກັນແດດໃຫ້ສາວໆກາຍເປັນສາວ Hot ຂື້ນມານັ້ນເອງ ຢາກຮູ້ກັນແລ້ວແມ່ນບໍ່ສາວໆ ຖ້າຢາກຮູ້ແລ້ວເຮົາໄປເບີ່ງກັນເລີຍ!!   By: BeautyGuru ເຄຼດິດຮູບພາບຈາກ: www.pinterest.com

Read More »