Breaking News

Daily Archives: 19/04/2017

6 ວິທີເບິ່ງແຍງຜິວພັນທີ່ຖືກແດດເຜົາ ແລະ ອາການແພ້ ຈາກການຫຼີ້ນປີໃໝ່

ຫຼັງຈາກທີ່ຫຼີ້ນນໍ້າ ຕາກແດດກັນມາໜັກໃນໄລຍະປີໃໝ່ລາວນີ້ ເຊື່ອວ່າສາວໆຄົງຈະໜີບໍ່ພົ້ນເລື່ອງຂອງ ຜິວໜັງທີ່ທັງ ແຫ້ງເສຍ, ດໍາຄໍ້າຕ່າງໆ ເພາະມົວແຕ່ຫຼີ້ນສົງການກັນແບເຕັມທີ່ເລີຍລືມທີ່ຈະເບິ່ງແຍງຜິວໄປພ້ອມນັ້ນເອງ ແຕ່ບັນຫາເຫຼົ່ານີ້ຈະໝົດໄປເມື່ອສາວໆໄດ້ທົດລອງ 6 ວິທີ ຫຼືເຄັດລັບທີ່ BeautyGuru ຈະເອົາມາຕ້ອນສາວໆໃນມື້ນີ້ ເອີ້ນໄດ້ວ່າ ຜິວຂອງສາວໆຈະຖືກເຜົາໄໝ້ຮຸນແຮງປານໃດກໍກັບມາຂາວໃສໄດ້ຢ່າງແນ່ນອນເລີຍລະ. ວ່າແລ້ວເຮົາກໍໄປເບີ່ງພ້ອມກັນເລີຍ!!! ນໍ້າເກືອ ຊ່ວຍບັນເທົາອາການແພ້ ສາວໆຫຼາຍຄົນຫຼີ້ນປີໃໝ່ ອາດຈະຖືກທັງແປ້ງເດັກ, ແປ້ງເຢັນ, ນໍ້າອົບ, ນໍ້າຫອມຕ່າງໆ ຈົນເຮັດໃຫ້ຜິວບໍ່ສາມາດຮັບສິ່ງເຫຼົ່ານັ້ນໄດ້ ແລະ ອາດຈະເຮັດໃຫ້ເກີດອາການແພ້ຕາມມາ ເຊິ່ງອາການດັ່ງກ່າວແມ່ນ ສາວໆຈະຮູ້ສຶກແສບຮ້ອນ, ມີຜືນແດງຂື້ນ ເຊິ່ງສາວໆກໍສາມາດແກ້ດ້ວຍນໍ້າເກືອດ້ວຍການ ໃຊ້ນໍ້າເກືອລ້າງຜືນທີ່ຂື້ນໃຫ້ສະອາດ ເຊັດເບົາໆໃຫ້ທົ່ວບໍລິເວນທີ່ເກີດຜືນແດງ ແລ້ວໃຊ້ນໍ້າສະອາດລ້າງອີກເທື່ອໜຶ່ງ ຫຼັງຈາກເຮັດວິທີນີ້ແລ້ວຍັງບໍ່ດີຂື້ນກໍແນະນໍາໃຫ້ໄປພົບແພດເພື່ອກວດໃຫ້ລະອຽດເດີ້ສາວໆ ເລືອກໃຊ້ໂຟມລ້າງໜ້າສູດອ່ອນໂຍນ ຜິວທີ່ຖືກເຜົາໄໝ້ຈາກແສງແດດ ຈະຄ່ອນຂ້າງບອບບາງ ສະນັ້ນຄວນງົດໃຊ້ຄຼີມລ້າງໜ້າທີ່ມີສະຄຼັບ ຫຼືເມັດບີດໄປກ່ອນ ຈະໄດ້ບໍ່ເກີດການອັກເສບຂອງຜິວ ໃນລະຫວ່າງນີ້ຄວນເລືອກໃຊ້ໂຟມລ້າງໜ້າທີ່ອ່ອນໂຍນຕໍ່ຜິວ ແລະ ລ້າງໜ້າດ້ວຍນໍາເຢັນໄປກ່ອນຈັກ 2-3 ມື້ກ່ອນ ເພື່ອໃຫ້ຜິວແຂງແນງຂື້ນຈຶ່ງກັຍມາໃຊ້ໂຟມລ້າງໜ້າແບບປົກກະຕິ ງົດແຕ່ງໜ້າ, ງົດທາຄຼີມບໍາລຸງຜິວຈັກໄລຍະໜຶ່ງ ຫຼັງຈາກທີ່ຜິວໜັງຜະເຊີນໜ້າກັບແສງແດດມາເປັນເວລາດົນ ຈົນເຮັດໃຫ້ຜິວໄໝ້ແດດ …

Read More »