Breaking News

Daily Archives: 20/04/2017

ຈະຮາໄປໃສ? ມາເບິ່ງວິທີໂທໄປລົມສາວແບບໃໝ່ (ຄລິບ)

ຈະຮາໄປໃສ? ມາເບິ່ງວິທີໂທໄປລົມສາວແບບໃໝ່ ບອກເລີຍຖ້າສາວໆຄົນໃດເຈິແບບນີ້ ເຊື່ອເລີຍຕ້ອງຮີບວາງສາຍໂທລະສັບຢ່າງດ່ວນ 555   https://www.facebook.com/gentlemen.tou/videos/1289321267787988/   ຄລິບຈາກ: Tou Hero

Read More »

ມາພົບກັບ… ແຮງບັນດານໃຈໃນການລ້ຽງລູກຄົນດຽວ ທີ່ຊອກໃສບໍ່ໄດ້ ກັບ 4 ສາວ Single Mom

ຄໍລໍາ: Specail Scoop ມາພົບກັບແຮງບັນດານໃຈທີ່ຊອກໃສບໍ່ໄດ້ ໃນການເປັນ Single Mom ໃຜວ່າການເປັນ Single Mom ເປັນເລື່ອງທີ່ໜ້າອາຍໃນສັງຄົມ ຖ້າໃຜທີ່ກໍາລັງຢູ່ໃນສະຖານະການແບບນີ້ ລອງມາອ່ານ ຄໍລໍານີ້ເລີຍ ໃນນັ້ນຈະມີ 4 ສາວ Single Mom ທີ່ຈະມາໃຫ້ຂໍ້ຄິດດີໆ ໃນການສ້າງແຮງບັນດານໃຈ ໃຫ້ກັບແມ່ທີ່ຕ້ອງລ້ຽງລູກຄົນດຽວ ບໍ່ວ່າຈະດ້ວຍບັນຫາໃດກໍຕາມ ຮັບຮອງວ່າ ສາມາດສ້າງແຮງບັນດານໃຈໃຫ້ກັບສາວ Single Mom ບໍ່ຫຼາຍກໍໜ້ອຍ ແລະ ທີ່ສໍາຄັນຢາກໃຫ້ສັງຄົມໄດ້ຮັບຮູ້ ພ້ອມທັງປ່ຽນມຸມມອງການເບີ່ງ Single Mom ແລະ ໃຫ້ໂອກາດເຂົາເຈົ້າພ້ອມ. ສຸຂະຣະພອນ ພິມມະສອນ (ປູເປ້) ບອກວ່າ “ເອົາຜົວຜິດຄິດຮອດມື້ປະກໍພໍ, ຢ່າໃຫ້ລູກຕົກຢູ່ໃນສະພາບການຂັດແຍ່ງເຫັນພໍ່ແມ່ປະທະກັນ ຕ້ອງຮອງຮັບອາລົມຂອງພໍ່ແມ່ ເຊິ່ງກະທົບຕໍ່ຈິດໃຈຢ່າງແຮງ” ຟ້າລຸ້ງທິບ ໄຊສະຫວັດ (ຟ້າ) ແມ່ຟ້າ ນາງຟ້າຕົວຈີງຂອງລູກ ນາງອຸ້ມລູກຕິດເອິກ ມືໜຶ່ງຂັບລົດໄປເຮັດວຽກ …

Read More »

ລະຄອນ “ຮັກນີ້ສີບົວ” ຈະເລີ່ມອອກອາກາດກາງເດືອນ ມິຖຸນານີ້

  ເມື່ອວັນທີ 19 ເມສາ 2017 ທີ່ບໍລິສັດ Mind Media ໄດ້ມີການຈັດພິທີເປີດກ້ອງຖ່າຍລະຄອນເລື່ອງ “ຮັກນີ້ສີບົວ” (on your side the series) ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ອາທິດໄຊ ບວນດາວເຮືອງ ຜູ້ອຳນວຍການບໍລິສັດມາຍມີເດຍ, ທ່ານ ໄຊສົງຄາມ ອິນດວງຈັນທີ ຜູ້ກຳກັບ ພ້ອມດ້ວຍນັກສະແດງ ທັງຍິງ-ຊາຍເຂົ້າຮ່ວມ. ຮັກນີ້ສີບົວ (on your side the series) ເປັນເລື່ອງລາວຊີວິດ ແລະຄວາມຮັກຂອງສາວຈາກຊົນນະບົດ ກໍຄື: ບົວສີ (ນາງເອກ) ຊຶ່ງໄດ້ເດີນທາງມາຮຽນຕໍ່ທີ່ຕົວເມືອງໃຫຍ່ ເຮັດໃຫ້ບົວສີໄດ້ພົບພໍ້ກັບຫຼາຍສິ່ງຫຼາຍຢ່າງທີ່ທ້າທາຍ ທີ່ສຳຄັນໄດ້ເຮັດໃຫ້ນາງຮູ້ຈັກເຖິງຄວາມຮັກ ແລະມິດຕະພາບຈາກຊາຍໜຸ່ມທັງ 4 ຄົນທີ່ພ້ອມຈະຢູ່ຄຽງຂ້າງ ແລະຊ່ວຍເຫຼືອນາງໃຫ້ປະສົບຜົນສຳເລັດໃນສິ່ງທີ່ໄຝ່ຝັນ. ທ່ານ ໄຊສົງຄາມ ອິນດວງຈັນທີ ຜູ້ກຳກັບກ່າວວ່າ: ຮູບເງົາເລື່ອງ “ຮັກນີ້ສີບົວ” …

Read More »

ອຸ້ຍ ໜ້າຮັກ!!! ແອັບເປີ້ນເຮັດໃຈປໍ້າ Surprise ເອື້ອຍດ້ວຍສິ່ງນີ້ (ຄລິບ)

ອຸ້ຍ ໜ້າຮັກ!!! ແອັບເປີ້ນ ສີສະຫງຽນ ສີຫາລາດ ນອກຈາກຈະມີອໍລ້າວ່າທີ່ເຈົ້າສາວຈັບແລ້ວ ນາງຍັງມີຄວາມໜ້າຮັກຈັດ Surprise  ເອື້ອຍສຸດທີ່ Love ຂອງນາງດ້ວຍການຊື້ໄອໂຟນສີແດງ ລຸ້ນໃໝ່ຫຼ້າສຸດ ໂດຍແອັບເປີ້ນໄດ້ໂພສຄລິບໜ້າຮັກໆທີ່ຕົນ ແລະ ແຟນໜຸ່ມ ຟຸກ ຈິຣະ ແລະ ຍັງມີນ້ອງສາວຂອງແອັບເປີ້ນອີກໜຶ່ງຄົນທີ່ໄດ້ພາກັນລວມເງິນຊື້ໄອໂຟນລຸ່ນນີ້ໃຫ້ເອື້ອຍສຸດທີ່ຮັກ. โพสต์โดย Appleple Sihalath บน 19 เมษายน 2017 ຂໍຂອບໃຈຮູບພາບ:Appleple Sihalath

Read More »

ງາມຫຼາຍ… ທຽບກັນເລີຍ! ນາງສັງຂານ ຫຼວງພະບາງ, ນະຄອນຫຼວງ, ຄໍາມ່ວນ ປະຈໍາປີ 2017 ນີ້

ສະບາຍດີສາວໆແຟນຂັວນໃຈທີ່ໜ້າຮັກທັງຫຼາຍ ປີໃໝ່ກໍຜ່ານມາແລ້ວ ຫຼີ້ນປີໃໝ່ດໍາສໍ່າໃດກໍຄົງຮູ້ຕົວເອງດີແລ້ວ (ແອດບໍ່ຢາກຈະເວົ້າຫຼາຍເລື່ອງນີ້ ມັນຊໍ້າໃຈ) ທີ່ສໍາຄັນ ນາງສັງຂານ ຂອງແຕ່ລະແຂວງເຮົາກໍຮູ້ໄປໝົດແລ້ວ ແຕ່ເຊື່ອວ່າສາວໆຄົງຍັງບໍ່ເຄີຍເຫັນທີ່ວ່າ ຖ້າທຽບກັນແລ້ວ ລະຫວ່າງ ນາງສັງຂານ ຫຼວງພະບາງ, ນາງສັງຂານ ນະຄອນຫຼວງ ແລະ ນາງສັງຂານ ແຂວງຄໍາມ່ວນນັ້ນ ໃຜຈະງາມກວ່າກັນ (ຄວາມຈິງກະງາມກວ່າແອດໝົດທຸກຄົນຫັ່ນລະ) ມື້ນີ້ ແອດເລີຍເອົາຄວາມງາມທັງ 3 ສາວມາປະທະກັນ ເອີ້ນໄດ້ວ່ານະບ່ອນນີ້ເພສ ຂວັນໃຈ ຂອງເຮົາຈະງາມ ແລະ ມີສີສັນຂື້ນຕຶ່ມຫຼາຍດ້ວຍຮູບຂອງ 3 ສາວ ນາງສັງຂານ ຈາກ 3 ແຂວງນີ້ເອງ ວ່າແລ້ວເຮົາກໍໄປເບິ່ງພ້ອມກັນເລີຍວ່າໃຜຈະງາມໄປແນວໃດ? ແມ່ນໃຜຈະຖືກຕາເຮົາຫຼາຍກວ່າ ແລະ ເມື່ອເຫັນແລ້ວກໍຢ່າລືມ Comment like and Share ສາວລາວທີ່ງາມບໍ່ແພ້ຊາດໃດກັນແດ່ເດີ້ແຟນໆຂວັນໃຈເຮົາ!!! ນາງສັງຂານ ຫຼວງພະບາງ ນາງສັງຂານ ນະຄອນຫຼວງ ນາງສັງຂານ ແຂວງຄໍາມ່ວນ …

Read More »