Breaking News

Daily Archives: 24/04/2017

ຊົມເຊີຍຜົນງານ ທີ່ສາມາດຍາດໄດ້ຫຼຽນຄຳໃຫ້ກັບປະເທດລາວ

ຂໍສະແດງຄວາມຊົມເຊີຍ, ຄວາມພາກພູມໃຈ ແລະ ຄວາມຍິນດີກັບນ້ອງ ມະໄລພອນ ເພັດດາວເຮືອງ ທີ່ສາມາດຍາດໄດ້ຫຼຽນຄໍາໃຫ້ກັບປະເທດຊາດລາວ ພາຍໃນງານການແຂ່ງຂັນ Bangkok Young Smart Karate Even ໃນວັນທີ 23 ເມສາ 2017 ນະຄອນຫຼວງບາງກອກ ປະເທດໄທ. ທີ່ມາ  ແລະ ຮູບພາບ: Tonamcha news

Read More »

ວ້າວໆໆໆໆ! ມາແລ້ວ! ວາລະສານຂວັນໃຈສະບັບໃໝ່ຫຼ້າສຸດ ປະຈຳເດືອນ ເມສາ ສາວໆຈະໄດ້ພົບກັບ fashion Cover ຈາກ Net Idol ທີ່ເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມ

ວ້າວ! ວ້າວ! ວ້າວໆໆໆໆ ມາແລ້ວ! ມາແລ້ວ! ວາລະສານຂວັນໃຈສະບັບໃໝ່ຫຼ້າສຸດ ປະຈຳເດືອນ ເມສາ ເດືອນຂອງປີໃໝ່ລາວເຮົານີ້ ທີ່ມາພ້ອມກັບເລື່ອງລາວທີ່ໜ້າສົນໃຈຕ່າງໆ ໃນແຕ່ລະຄໍລໍ່າ (Colum) ທີ່ອັດແໜ້ນມາພ້ອມກັບສາລະໜ້າຮູ້່ດີໆ ທີ່ຄັດມາເພື່ອສາວໆແຟນຂວັນໃຈໂດຍສະເພາະ ພິເສດໃນສະບັບນີ້ ສາວໆຈະໄດ້ພົບກັບ fashion Cover ຈາກ Net Idol ທີ່ເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມກັບສາວ ຝົນພະນາ ໄຕມະນີ (ແພນດ້າ) ທີ່ຈະມາເຜີຍຄວາມລັບວ່າ ການເປັນເປັນ Net Idol ນັ້ນຕ້ອງງາມ, ຫຸ່ນດີ, ນ້າຕາດີແທ້ ຫຼືບໍ່? ສາວໆຮີບໄປຊອກມາອ່ານດວ່ນເລີຍ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »

ວ້າວ… ນີ້ຫວາ? ສາວລາວຄົນທໍາອິດທີ່ໄດ້ໃຊ້ Smart Phone Huawei P 10 Plus ເປັນຄົນທໍາອິດ ກ່ອນເປີດຕົວຢ່າງເປັນທາງການ.

ວ້າວວວ… ເອີ້ນໄດ້ວ່າບໍ່ທໍາມະດາອີ່ຫຼີສໍາລັບສາວຄົນນີ້ ເພາະວ່າໂທລະສັບມືຖື Huawei P 10 Plus ນັ້ນຫາກໍເປີດຕົວໄປເມື່ອວັນທີ 22 ເມສາ 2017 ນີ້ ແຕ່ສາວຄົນນີ້ໄດ້ບອກວ່າ ນາງໄດ້ທົົດລອງໃຊ້ໂທລະສັບມືຖື Huawei P 10 Plus ມາກ່ອນແລ້ວ 2 ອາທິດ ແລະ ກໍເປັນຄົນລາວຄົນທໍາອິດທີ່ໄດ້ຊົມໃຊ້ໂທລະສັບມືຖືລຸ້ນນີ້ວ່າຊັ້ນ Oh my got ຢາກຮູ້ກັນແລ້ວບໍ່ວ່າສາວທີ່ກ່າວເຖິງນັ້ນແມ່ນໃຜ ແລະ ສາວຄົນນັ້ນກໍຄືສາວງາມ ດາລາ, ນັກຮ້ອງແຖວໜ້າຂອງປະເທດລາວ ທີ່ຫຼາກຫຼາຍຄວາມສາມາດຄົນນີ້ ສາວ Annita Thivaphone ຫຼື ແອນນີ່ຕ່າ ທີ່ເຮົາຮູ້ຈັກກັນດີນັ້ນເອງ. ສ່ວນເຫດຜົນທີ່ນາງໄດ້ຮັບກຽດໃຫ້ຊົມໃຊ້ Huawei P 10P lus ເປັນຄົນທໍາອິດຂອງລາວກໍເນື່ອງຈາກວ່າ ສາວ ແອນນີຕ່າ ນັ້ນໄດ້ຮັບກຽດເປັນ Presenter ໃຫ້ກັບທາງ Huawei …

Read More »