Breaking News

Daily Archives: 27/04/2017

ໄປທ່ອງທ່ຽວ ເມືອງມໍລະດົກໂລກ ທັ້ງທີ ຕ້ອງໄປໃສແດ່? ໃຫ້ຄຸ້ມຄ່າ…

ຄໍລໍາ: Traval ພົບກັບສະຖານທີ່ທ່ອງທ່ຽວທີ່ງົດງາມຈົນຕ້ອງຕະລຶງຫຼາຍໆແຫ່ງ ຈາກເມືອງ ມໍລະດົກໂລກ ແຂວງຫຼວງພະບາງ, ເມື່ອທ່ານໄປຫຼວງພະບາງຫ້າມພາດສໍາລັບສະຖານທີ່ ທີ່ຂວັນໃຈເອົາມາແນະນໍາໃນສະບັບນີ້ ແລ້ວທ່ານຈະບໍ່ພາດຈາກການໄດ້ສໍາພັດກັບສະຖານທີ່ທ່ອງທ່ຽວທີ່ງົດງາມ ແລະ ໜ້າປະທັບໃຈທີ່ສຸດ ແລະ ທີ່ສໍາຄັນເປັນການເອົາໃຈເປັນພິເສດສໍາລັບນັກທ່ອງທ່ຽວສາຍປະຢັດກັບການແນະນໍາຮ້ານອາຫານບຸບເຟລາຄາຖືກ ພຽງແຕ່ 15,000 ກີບ ເທົ່ານັ້ນວ່າຊັ້ນ!!. ຫ້າມພາດເລີຍ ສໍາລັບຂໍ້ມູນດີໆແບບນີ້ຊອກອ່ານເລີຍ ວາລະສານຂວັນໃຈ ສະບັບເດືອນ ເມສາ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »

ຂໍເຊີນຊວນ ສັດທາຍາດໂຍມທັງຫຼາຍ ເຮັດບຸນດ້ວຍການແຍກປຶ້ມເຂົ້າຫ້ອງສະໝຸດທົ່ວປະເທດ

  ຂໍເຊີນຊວນ ສັດທາຍາດໂຍມທັງຫຼາຍ ເຮັດບຸນດ້ວຍການແຍກປຶ້ມເຂົ້າຫ້ອງສະໝຸດທົ່ວປະເທດ ສົງການລາວມາແຕ່ໃສ? ໂດຍ ພະອາຈານ ໄພວັນ ມາລາວົງ

Read More »

10 Idea ແຕ່ງຕົວໃຫ້ “ສູງຂຶ້ນ” ສໍາລັບສາວຕົວນ້ອຍ (ຕ້ອງອ່ານ)

ເລື່ອງການແຕ່ງຕົວນີ້ເປັນຫຍັງທີ່ສາວໆທຸກຄົນຕ້ອງຄິດຫຼາຍຢູ່ຢ່າງແນ່ນອນ ໃນທຸກໆຄັ້ງກ່ອນອອກຈາກເຮືອນໄປໃສ ກໍຕ້ອງຄິດແລ້ວຄິດອີກວ່າຈະແຕ່ງຕົວແບບໃດ ໂດຍສະເພາະສາວໆທີ່ຕົວນ້ອຍ ບໍ່ຄ່ອຍສູງ ເຮັດໃຫ້ຕ້ອງຄິດຫຼາຍໜ້ອຍໜຶ່ງ ບໍ່ວ່າຈະໃສ່ຊຸດໃດກໍຕ້ອງຄໍານຶງເຖິງແຕ່ວ່າ ຈະເຮັດໃຫ້້ເຮົາເຕ້ຍລົງຕຶ່ມບໍ່ ແຕ່ບັນຫາເຫຼົ່ານີ້ຈະໝົດໄປ ເມື່ອສາວໆໄດ້ອ່ານສິ່ງທີ່ຂັວນໃຈເອົາມາຕ້ອນກັນໃນມື້ ນັ້ນກໍຄື 10 Idea ໃນການແຕ່ງຕົວໃຫ້ສູງຂຶ້ນສໍາລັບສາວຕົວນ້ອຍ ຫຼືເຕ້ຍນັ້ນເອງ ໄປເບີ່ງເລີຍ! 1. ຊຸດອ້ຽມແບບກະໂປງສັ້ນ 2. Mini Skirt ແຍກສ່ວນກັບເສື້ອ 3. ໃສ່ຖົງຕີນຍາວຄຸມຮອດຫົວເຄົ່າ 4. Dresses ສີສັນສົດໄສ 5. ກະໂປງຢີນສັ້ນແບບຊື່ 6. ໂສ້ງຂາສັ້ນ 7. ໂສ້ງຢີນຂາຍາວສີອ່ອນ 8. ເສື້ອຜ້າສີອ່ອນ 9. ເສື້ອຄຸມສີເຂັ້ມ 10. ໃສ່ໝວກ By: BeautyGuru ເຄຼດິດຮູບຈາກ: Sprice

Read More »

ຕະລຶງ! ເມື່ອມີສາວລາວໄປໂຊພະລັງສຽງໃນລາຍການ “I CAN SEE YOUR VOICE” (ຄລິບ)

ເປັນທີ່ຮືຮາເມື່ອມີສາວລາວຄົນງາມນາມວ່າ ນາງ ຄອນມີໄຊ ພາໄຊສີສຸນົນ (ລູກໝີ) ອາຍຸ 25 ປີ ໄປຮ່ວມໃນລາຍການ “I CAN SEE YOUR VOICE” (ປະເທດໄທ) ເຊິ່ງເປັນລາຍການເພງທີ່ມີຄົນນິຍົມອີກລາຍການໜຶ່ງ ແລະສາວລາວຄົນນີ້ກໍຍັງໄດ້ໂຊພະລັງສຽງທີ່ສຸດຍອດໃນບົດເພງ ເມຍເກົ່າ ເຊິ່ງເປັນບົດເພງບ້ານນາຂອງໄທ ຈົນເຮັດໃຫ້ທັງກຳມະການ ແລະຜູ້ຊົມຕະລຶງໄປພ້ອມໆກັນ, ນອກຈາກນັ້ນ ລູກໝີ ຍັງໄດ້ແນະນຳຕົວເປັນພາລາວ ແລະ ແນະນຳເຖິງຊຸດປະຈຳຊາດທີ່ນາງໄດ້ນຸ່ງໄປ ແລະຍັງໄດ້ອະທິບາຍຄວາມໝາຍຂອງ ດອກຈຳປາ ວ່າເປັນດອກໄມ້ປະຈຳຊາດຂອງລາວເຮົາ ມີຄລິບລາຍການມາຝາກແຟນໆນຳເດີ້ ມາເບິ່ງກັນເລີຍ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ທີມງານເຮົາຍັງນຳເອົາຮູບພາບທີ່ໜ້າຮັກຂອງສາວ ລູກໝີ ມາຝາກນຳເດີ້!!! ຮູບພາບ:Khonmisay Phasaysisounone. ຂໍຂອບໃຈຄລິບຈາກ: WorkpointOfficial

Read More »