ຫຼັງຈາກທີ່ທາງໝໍແນ່ງໄດ້ໂພດສລົງ Facebook ສ່ວນຕົວຂອງໂຕເອງກ່ຽວກັບການວາງແຜນທີ່ຈະຊື້ໜ້າກາກທາງການແພດຂອງແທ້ໃຫ້ແພດລາວທີ່ກໍາລັງເຮັດໜ້າທີ ຊ່ວຍເຫຼືອຄົນລາວທີ່ມີກໍລະນີສົງໄສຕິດເຊື້ອໂຄວິດເຊິ່ງໜ້າກາກແມ່ນມີຄວາມສໍາຄັນຫຼາຍໃນການປ້ອງກັນການຕິດເຊື້ອທີ່ທາງແພດຕ້ອງໄດ້ໃສ່ ຫຼື ຄົນປ່ວຍກໍ່ເຊັ່ນດຽວກັນເລີຍເຮັດໃຫ້ໝໍແນ່ງສ້າງໂຄງການຂໍຄວາມຊ່ວຍເຫຼືອຈາກແອັບ BCEL One ເຊິ່ງພາຍໃນມື້ດຽວຄົນບໍລິຈາກເຕັມຕາມຈໍານວນທີ່ຄາດການໄວ້ຄື 16,000,0000 ກີບ… ໃນນີ້ບວກກັບໝໍແນ່ງເປັນຄົນສັງຄົມແລະມັກເຮັດບຸນຢູ່ແລ້ວເລີຍມີໝູ່ຄູ່ແຟນຄຣັບໃຫ້ຄວາມຮ່ວມມືເປັນຈໍານວນຫຼວງຫຼາຍ ທາງທ໋ອກທູທີນເຮົາກໍ່ໄດ້ຮ່ວມບໍລິຈາກ ແລະ ກໍ່ໄດ້ໂພດສໃຫ້ Fanpage ຮູ້ແລະກໍ່ເຫັນບາງຄົນໂອນຊ່ວຍເຫຼືອສົມທົບທຶນທາງທ໋ອກທູທີນຢາກຂອບໃຈທາງໝໍແນ່ງທີ່ເຮັດໂຄງການດີໆແບບນີ້ຂຶ້ນມາ ແລະ ຂອບໃຈທຸກຄົນແທນແພດລາວທີ່ຊ່ວຍເຫຼືອກັນຢ່າງເຕັມທີເຮັດໃຫ້ເປົ້າໝາຍຮອດໄວກ່ອນທີ່ຄິດ. ຂອບໃຈຂໍ້ມູນຈາກ TalkToTeen ໄວລຸ້ນລາວ
Read More »Kuanjaitaem Kuanjai page
ເທຣນໃໝ່ມາແຮງ! ຊຸດແຕ່ງດອງ 2020 ຍຸກ COVID-19 ລະບາດ ງາມໄດ້ເຖິງຈະໃ່ສ່ຜ້າປິດປາກ…
ໃນຊ່ວງທີ່ COVID-19 ຫຼື ໂຄໂຣນາໄວຣັສ ກຳລັງລະບາດໜັກສົ່ງຜົນກະທົບຕໍ່ການໃຊ້ຊີວິດປະຈໍາວັນ, ກິດຈະກຳຕ່າງໆ ລວມເຖິງງານແຕ່ງດອງ ສັງສັນຕ່າງໆ ຈໍາເປັນຕ້ອງງົດໄປ… ແຕ່ສໍາຫຼັບຄູ່ຮັກທີ່ຫາມື້ຫາເລິກງາມຍາມດີກັນໄວ້ແລ້ວ ຈໍາເປັນຕ້ອງເຂົ້າປະຕູວິວາໃນຊ່ວງນີ້ເທົ່ານັ້ນ ກໍຕ້ອງຍອມຮັບວ່າສ່ຽງຫຼາຍ ເນື່ອງຈາກແຂກທີ່ມາຮ່ວມງານແຕ່ງມາຈາກຫຼາກຫຼາຍທີ່ ແຕ່ເມື່ອຫຼີ້ກລ່ຽງບໍ່ໄດ້ກໍຕ້ອງມີມາດຕະການປ້ອງກັນຢ່າງເຄັ່ງຄັດ ເຊໍັ່ນ ມີການກວດໄຂ້, ວາງເຈວລ່າງມືໄວ້ຕາມຈຸດຕ່າງໆ ແຈກຜ້າປິດປາກ ລວມເຖິງຄູ່ບ່າວສາວເອງກໍຕ້ອງໃ່ສ່ຜ້າປິດປາກ ສໍາຫຼັບເຈົ້າສາວຫຼາຍຄົນຄົງຈະຄິດຫຼາຍ ແລະ ເສຍດາຍບໍ່ໜ້ອຍຫາກຈໍາເປັນຕ້ອງໃສ່ຜ້າປິດປາກທີ່ປິດບັງໃບໜ້າງາມໆໃນມື້ສໍາຄັນຂອງຕົນເອງ ແຕ່ຢ່າຟ້າວຮູ້ສຶກເສຍໃຈໄປກ່ອນ ເພາະມື້ນີ້ ຂວັນໃຈ ໄດ້ນໍາເອົາ Idea ຊຸດແຕ່ງດອງພ້ອມຜ້າປິດປາກສຸດເກ໋ທີ່ບັນນານັກອອກແບບ ແລະ ແບຣນຊຸດແຕ່ງດອງຕ່າງໆທີ່ໄດ້ອອກແບບຂຶ້ນມາເພື່ອເຈົ້າສາວໃນຊ່ວງໂຄໂຣນ່າໄວຣັສກຳລັງລະບາດມາຝາກກັນ ບອກເລີຍວ່າທັງງາມ ແລະ ປ້ອງກັນຕົວເອງໄປໄດ້ໃນຕົວ ຖືວ່າເປັນ Trend ຊຸດແຕ່ງດອງ 2020 ທີ່ນ່າຈັບຕາເບິ່ງເລີຍທີດຽວ…ພະຍາດລະບາດ COVID-19 ກຳລັງລະບາດໜັກ ເຈົ້າສາວທີ່ຈະເຂົ້າພິທີແຕ່ງດອງໃນຊ່ວງນີ້ກໍຕ້ອງປັບຕົວ ໃຫ້ເຂົ້າກັບສະຖານະການກັນຈັກໜ້ອຍເນາະ! ໄປເບິ່ງນໍາກັນວ່າຊຸດແຕ່ງດອງທີ່ມາພ້ອມກັບຜ້າປິດປາກຂອງເຈົ້າສາວນັ້ນຈະເກ໋ໄກ໋ພຽງໃດ໋! ພາບຈາກ: Instagram samo_hagras ຊຸດແຕ່ງດອງເກ໋ໆ ຂອງແບຣນ Samo Hagras ຈາກປະເທດອີຢິບ …
Read More »ຕັ້ງສະຕິແລ້ວອ່ານໃຫ້ຈົບ!! ຜູ້ຕິດເຊື້ອ Covid-19 ເລົ່າເຖິງວິທີການປິ່ນປົວ ພ້ອມແນະນໍາ “ຢ່າແຕກຕື່ນຈົນສ້າງຄວາມເດືອດຮ້ອນໃຫ້ຄົນອື່ນ ພຽງແຕ່ດູແລຕົວເອງ ເປັນໄດ້ກະເຊົາໄດ້”
ໃນຕອນບ່າຍຂອງວັນທີ 24 ມີນາ 2020 (ມື້ວານນີ້) ທາງກະຊວງສາທາລະນະສຸກ ໄດ້ອອກມາຖະແຫຼງຂ່າວຢ່າງເປັນທາງການແລ້ວວ່າ ພົບຜູ້ຕິດເຊື້ອ Covid-19 2 ຄົນທໍາອິດໃນ ສປປ.ລາວ ເຊິ່ງໄດ້ສ້າງຄວາມກັງວົນ ແລະ ແຕກຕື່ນໃຫ້ກັບປະຊາຊົນລາວເປັນຈໍານວນຫຼວງຫຼາຍ ເພາະບໍ່ຮູ້ວ່າຕ້ອງປ້ອງກັນຕົວເອງດີຂະໜາດໃດຈຶ່ງບໍ່ເປັນຜູ້ຕີດເຊື້ອ ແລ້ວຖ້າຕິດເຊື້ອຈະໝັ້ນໃຈໄດ້ແນວໃດວ່າ ສາມາດປິ່ນປົວໃຫ້ເຊົາໄດ້??? ມື້ນີ້ ຂວັນໃຈ ຈຶ່ງຢາກຂໍໃຫ້ທຸກຄົນຕັ້ງສະຕິ ແລະ ມາອ່ານເລື່ອງລາວທີ່ແອັດມິ້ນນໍາມາຝາກໃນມື້ນີ້… ເລື່ອງລາວເຜີຍແຜ່ຈາກຜູ້ໃຊ້ Facebook ຊື່ Tong Muaythai ໜຶ່ງໃນຜູ້ຕິດເຊື້ອ Covid-19 (ປະເທດໄທ) ທີ່ກໍາລັງເຂົາປິ່ນປົວຕົນເອງຢູ່ໂຮງໝໍ ໂດຍໂພສດັ່ງກ່າວໄດ້ລະບຸວ່າ “ໃຜທີ່ກໍາລັງຕິດເຊື້ອ ໂຄວິດ ຂ້ອຍມີຄໍາແນະນໍາ” ສໍາຫຼວດຕົວເອງວ່າມີຄວາມສ່ຽງບໍ່ ໝາຍເຖິງຄົນທີ່ຢູ່ໃກ້ຊິດຕ້ອງຕິດເຊື້ອແລ້ວຈຶ່ງເອີ້ນວ່າຄວາມສ່ຽງແທ້ ຍໍ້າວ່າໃກ້ຊິດແທ້ໆ ປະເພດທີ່ວ່າຫາຍໃຈໃສ່ໜ້າກັນ, ກິນເຂົ້າຈານດຽວກັນ, ກິນນໍ້າຈອກດຽວກັນ, ກອດ, ຈູບກັນ… ສ່ວນການສໍາພັດແບບວ່າ ເຄີຍຍ່າງກາຍກັນ, ຢືນລົມກັນ, ກິນເຂົ້າຄົນລະຈານ, ນໍ້າຄົນລະຈອກ, ເຕະບານ, ແລ່ນຫຼິ້ນ, ໄປຫຼິ້ນກິລາ ບໍ່ໄດ້ສໍາພັດຮ່າງກາຍກັນ ແບບນີ້ບໍ່ນັບ. …
Read More »ຊົມເຊີຍ! ຕົວແທນນັກກິລາລາວ “ມຸທິຕາ ພົມມະຫານ” ອາຍຸພຽງ 13 ປີ ຄວ້າແຊັມການແຂ່ງຂັນຂີ່ມ້າ ທີ່ປະເທດໄທ…
ວົງການກິລາຢູ່ບ້ານເຮົາໃນປັດຈຸບັນມີຫລາຍປະເພດທີ່ໄດ້ມີໂອກາດກ້າວເຂົ້າສູ່ການແຂ່ງຂັນລະດັບພາກພື້ນ ແລະ ສາກົນ ເຊິ່ງຫຼ້າສຸດມີອີກໜື່ງປະເພດກິລາທີ່ໄດ້ມີໂອກາດສົ່ງຕົວແທນນັກກິລາລາວໄປແຂ່ງຂັນຢູ່ປະເທດເພື່ອນບ້ານ ທີ່ຈັດຂຶ້ນໃນຕົ້ນເດືອນມີນາ ຢູ່ແຂວງຣະຢອງ ປະເທດໄທປະເທດໄທ ນັ້ນກໍຄື ການແຂ່ງຂັນຂີ້ມ້າ… ນັກກິລາທີ່ເປັນຕົວແທນໄປແຂ່ງຂັນກິລາໃນຄັ້ງນີ້ແມ່ນ ນາງມຸທິຕາ ພົມມະຫານ ສາວນ້ອຍອາຍຸພຽງ 13 ປີ ຕາງໜ້າຈາກ ສປປ ລາວ ທີ່ໄດ້ສ້າງປະຫວັດສາດ ໃນວົງການກິລາຂີ່ມ້າລາວ ໂດຍສາມາດຍາດໄດ້ແຊັມການແຂ່ງຂັນຂີ່ມ້າຂ້າມສິ່ງກີດຂວາງ ຫຼື ລາຍການ “PONY THAILAND CHAMPION SHIP 2020” ໃນຮຸ່ນອາຍຸ 20 ປີ ເຂົ້າຮ່ວມ ຈາກນັກກິລາທັງໝົດຈໍານວນ 50 ຄົນ ໃນຂອບເຂດທົ່ວປະເທດໄທ. https://www.facebook.com/ponlawit.hotrawaisaya/videos/4273516099340963/?t=51 ຂວັນໃຈ ຂໍຊົມເຊີຍ ແລະ ສະແດງຄວາມຍິນດີນໍາສາວນ້ອຍຄົນເກັ່ງຄົນນີ້ ມຸທິຕາ ພົມມະຫານ ຖືໄດ້ວ່າເປັນອີກໜື່ງຕົວແທນຂອງນັກກິລາລຸ້ນເຍົາວະຊົນລາວທີ່ໄດ້ສ້າງຊື່ສຽງໃຫ້ກັບວົງການກິລາບ້ານເຮົາ!!! ຂອບໃຈຮູບພາບຈາກ Somphone Sengsouly
Read More »ອັບເດດຫຼ້າສຸດ! ອາການປ່ວຍຂອງ ແມັດທິວ ແລະ ລີເດຍ ເຂົ້າຮັກສາຕົວ ຫຼັງຕິດເຊື້ອ COVID-19…
ຫຼັງຈາກທີ່ຄູ່ຜົວເມຍຄົນດັງ ວົງການບັນເທິງໄທ “ແມັດທິວ ດິນ ແລະ ລີເດຍ” ໄດ້ອອກມາໂພສຜ່ານອິນສະແກຣມສ່ວນຕົວວ່າທັ້ງຄູ່ໄດ້ຕິດເຊື້ອໄວຣັສ COVID-19… ທັງສອງກໍໄດ້ເຂົ້າຮັບການຮັກສາຕົວຢູ່ທີ່ໂຮງໝໍດຽວກັນແຕ່ແຍກຫ້ອງກັນ ເປັນເວລາເກືອບອາທິດກວ່າແລ້ວ ເຊິ່ງຫຼ້າສຸດ ສາວລີເດຍ ກໍໄດ້ອອກມາອັບເດດອາການຂອງຕົນ ແລະ ສາມີກ່ຽວກັບອາການຕິດເຊື້ອໃນຊ່ວງເວລາທີ່ຮັກສາຕົວຢູ່ໂຮງໝໍຜ່ານອິນສະຕາແກຣມສ່ວນຕົວວ່າ: ຫຼັງຈາກທີ່ຕ້ອງແຍກກັນຢູ່ເປັນອາທິດກວ່າແລ້ວ ຕອນນີ້ ລີເດຍກັບແມັດໄດ້ມາຮັກສາຕົວຢູ່ນາກັນແລ້ວ! ຂວັນໃຈ ຂໍໃຫ້ທັ້ງຄູ່ຮັກສາຕົວດີໄວໆ ແລະ ໄດ້ກັບມາຢູ່ກັບຄອບຄົວຢ່າງພ້ອມໜ້າພ້ອມຕາກັບຄອບຄົວທີ່ນ່າຮັກ ແລະ ອົບອຸ່ນໄວໆເດີ້! ຂອບໃຈຮູບພາບຈາກ: lydiasarunrat
Read More »
Kuanjai Magazine
