ງານສະເຫຼີມສະຫຼອງວັນຄຣິສມາສ Wonderland ໄດ້ຖືກຈັດຂຶ້ນເປັນຄັ້ງທໍາອິດ, ຈັດຂຶ້ນໂດຍທາງສະພານັກຮຽນຊັ້ນມັດທະຍົມຕອນປາຍຂອງ ໂຮງຮຽນ ນານາຊາດ ປັນຍາທິບ, ໃນວັນທີ 7 ທັນວາ ທີ່ ໂຮງຮຽນ ນານາຊາດ ປັນຍາທິບ, ວິທະຍາເຂດຊັ້ນມັດທະຍົມ, ສະພານທອງ, ນະຄອນຫຼວງວຽງຈັນ ໃນເວລາ 6 ໂມງແລງ, ໄດ້ມີ ‘ການສະເຫຼີມສະຫຼອງງານດັ່ງກ່າວໂດຍການເປີດໄຟແສງສີ’ ຢ່າງເປັນທາງການ, ກ່າວເປີດງານໂດຍທ່ານນາງ ປາດຖະໜາ ປັນຍາທິບ, ຜູ້ອໍານວຍການ ແລະ ຜູ້ກໍ່ຕັ້ງໂຮງຮຽນ ນານາຊາດ ປັນຍາທິບ ເປັນຜູ້ເປີດໄຟຕົ້ນຄຣິສມາສທີ່ມີຄວາມສູງ 10 ແມັດ ແລະ ໄຟແສງສີອື່ນໆທີ່ມີຄວາມຍາວ 6.5 ກິໂລ ທົ່ວງານ. ມີຜູ້ເຂົ້າຮ່ວມງານຫຼາຍກ່ວາ 1,400 ຄົນ. ງານຄັ້ງນີ້, ຈັດຂຶ້ນກໍເນື່ອງໃນໂອກາດວັນຄຣິສມາສ ທີ່ກໍາລັງຈະມາຮອດມາເຖິງນີ້, ໄດ້ມີຕະຫຼາດນັດ ມີສິນຄ້າຫຼາກຫຼາຍຢ່າງມາວາງສະແດງໃຫ້ເລືອກຊົມ ແລະ ເລືອກຊື້. ງານດັ່ງກ່າວໄດ້ກາຍເປັນບ່ອນທ່ຽວຊົມທີ່ໜ້າສົນໃຈຫຼາຍສໍາລັບຄອບຄົວ ລວມທັງມີຕະຫຼາດຄຣິສມາສ, …
Read More »Kuanjaitaem Kuanjai page
ກໍາລັງເປັນຂ່າວດັງ!!! ນາຍົກລັດຖະມົນຕີ (ຍິງ) ຄົນໃໝ່ຂອງ ຟີນແລນ ເປັນນາຍົກທີ່ອາຍຸນ້ອຍທີ່ສຸດໃນໂລກ ດ້ວຍອາຍຸພຽງ 34 ປີ… ສະແດງໃຫ້ເຫັນເຖິງ “ຄວາມເທົ່າທຽມຢ່າງແທ້ຈິງ”
ກໍາລັງເປັນຂ່າວດັງ!!! ນາຍົກລັດຖະມົນຕີ (ຍິງ) ຄົນໃໝ່ຂອງ ຟີນແລນ ເປັນນາຍົກທີ່ອາຍຸນ້ອຍທີ່ສຸດໃນໂລກ ດ້ວຍອາຍຸພຽງ 34 ປີ… ສະແດງໃຫ້ເຫັນເຖິງ “ຄວາມເທົ່າທຽມຢ່າງແທ້ຈິງ” ເມື່ອຄວາມເທົ່າທຽມລະຫວາງຍິງ-ຊາຍ ຖືກນໍາອອກມາໃຊ້ຢ່າງແທ້ຈິງ ແມ່ຍິງກໍສາມາດສະແດງຄວາມສາມາດຂອງຕົນເອງໄດ້ຢ່າງເຕັມທີ່ ໃຫ້ສັງຄົມ ແລະ ໂລກໄດ້ເຫັນເຖິງສັກກະນາພາບ ແລະ ຄວາມສາມາດທີ່ບໍ່ໄດ້ດ້ອຍໄປກວ່າຜູ້ຊາຍໃນທຸກເລື່ອງ ຄືດັ່ງຍິງສາວ ຊາວຟີນແລນຄົນນີ້ ທີ່ໄດ້ຂຶ້ນຊື່ວ່າເປັນ ນາຍົກລັດຖະມົນຕີທີ່ອາຍຸນ້ອຍທີ່ສຸດໃນໂລກ… ເຊິ່ງຍິງສາວຄົນນັ້ນ ທ່ານມີຊື່ວ່າ ທ່ານ ນາງ ຊານນາ ມາຣິນ ອາຍຸ 34 ປີ ຈາກພັກສັງຄົມປະຊາທິປະໄຕ ໄດ້ຮັບການສະເໜີຊື່ເມື່ອວັນອາທິດທີ 8 ທີ່ຜ່ານມາ ໃຫ້ເປັນນາຍົກລັດຖະມົນຕີຄົນໃໝ່ຂອງ ປະເທດ ຟີນແລນ ເຊິ່ງທ່ານໄດ້ເປັນນາຍົກທີ່ອາຍຸນ້ອຍທີ່ສຸດໃນໂລກ. ໂດຍທ່ານໄດ້ກ່າວວ່າ “ຂ້ອຍບໍ່ເຄີຍຄິດເຖິງເລື່ອງອາຍຸ ຫຼືເພດ, ຂ້ອຍຄິດເຖິງແຕ່ເຫດຜົນທີ່ເຂົ້າມາສູ່ວົງການ ການເມືອງ ແລະ ສິ່ງຕ່າງໆທີ່ໄດ້ຮັບຄວາມເຊື່ອຖືຈາກຜູ້ມີສິດເລຶອກຕັ້ງ. ພວກເຮົາຕ້ອງເຮັດວຽກຢ່າງໜັກໃນການສ້າງຄວາມເຊື່ອໝັ້ນຂອງລັດຖະບານໃຫ້ກັບຄືນມາ” ແລະ ໃນຂະນະດຽວກັນ ທ່ານ …
Read More »ນໍ້າຕາຊຶມ!!! ນາທີເພງຊາດລາວດັງກ້ອງເທິງເວທີໂລກ ຫຼັງນັກກິລາລາວຄວ້າຫຼຽນຄໍາເປັນຄັ້ງປະຫວັດສາດ ໃນກິລາຊີເກມ ປະເທດ ຟີລິບປີນ…
ນໍ້າຕາຊຶມ!!! ນາທີເພງຊາດລາວດັງກ້ອງເທິງເວທີໂລກ ຫຼັງນັກກິລາລາວຄວ້າຫຼຽນຄໍາເປັນຄັ້ງປະຫວັດສາດ ໃນກິລາຊີເກມ ປະເທດ ຟີລິບປີນ… ຖຸືເປັນຂ່າວດີທີ່ສຸດສາລັບຄົນລາວທັງປະເທດໃນຕອນນີ້ ແລະ ທັງເປັນຂ່າວດີໃນວົງການກິລາລາວເຮົາ ເມື່ອນັກກິລາ ຄິກບ໊ອກຊິ້ງ (Kickboxing) ທີມຊາດລາວ ນ້ອງໂອ ສຸກັນ ໄຕປັນຍາວົງ ໄປແຂ່ງຂັນໃນງານ ມະຫະກໍາກິລາຊີເກມ ທີ່ປະເທດ ຟີລິບປີນ ແລະ ສາມາດຍາດໄດ້ຫຼຽນຄໍາມາໄດ້ ເປັນຄັ້ງທໍາອິດ ແລະ ຄັ້ງປະຫວັດສາດຂອງວົງການກິລາບ້ານເຮົາ!!! ແລະ ນາທີທີ່ເພງຊາດລາວດັງກ້ອງກັງວານເທິງເວທີໂລກ ທຸກຄົນຕ່າງນໍ້າຕາຊຶມດ້ວຍຄວາມດີໃຈທີ່ຫາໃສປຽບບໍ່ໄດ້ ເພາະມັນເປັນການສະແດງໃຫ້ເຫັນເຖິງຄວາມສາມາດຂອງນັກກິລາວ ກໍຄືຄົນລາວເຮົາທີ່ບໍ່ໄດ້ດ້ອຍໄປກວ່າຊາດອື່ນເລີຍ… https://www.facebook.com/tholakhong/videos/589104431900653/?t=45 ເຊິ່ງນັກກິລາລາວ ໄດ້ລົງແຂ່ງຂັນໃນຮອບຮອງຊະນະເລີດ 4 ຄົນ, ໃນນັ້ນ ມີຄົນໜຶ່ງຜ່ານເຂົ້າສູ່ຮອບຊິງຊິນະເລີດ (ຊິງຫຼຽນຄໍາ) ແລະ ສາມາດຍາດໄດ້ຫຼຽນຄໍາໄດ້ໃນຄັ້ງນີ້ ແນວໃດກໍຂໍສະແດງຄວາມຍິນດີ ແລະ ເປັນກໍາລັງໃຈໃຫ້ນັກກິລາລາວທຸກຄົນ ທັງຜູ້ທີ່ຍາດໄດ້ຫຼຽນ ແລະ ຜູ້ທີ່ບໍ່ສາມາດຍາດໄດ້ ເພາະທຸກຄົນປະຕິບັດໜ້າທີ່ຕົນເອງໄດ້ດີທີ່ສຸດແລ້ວ!!! ຂອບໃຈຮູບພາບ ແລະ ວີດີໂອຈາກ: …
Read More »ຍິ່ງຮູ້ຈັກຍິ່ງຮັກນາງ!!! Zozibini Tunzi ນາງງາມຈັກກະວານຄົນທີ 68 ຂອງໂລກ! ສາວງາມຕົວແທນຈາກປະເທດ ອາຟຣິກາໃຕ້…
ຍິ່ງຮູ້ຈັກຍິ່ງຮັກນາງ!!! Zozibini Tunzi ນາງງາມຈັກກະວານຄົນທີ 68 ຂອງໂລກ! ສາວງາມຕົວແທນຈາກປະເທດ ອາຟຣິກາໃຕ້… ກໍາລັງເປັນຂ່າວດັງ ແລະ ເປັນກະແສຢູ່ໃນຕອນນີ້ ຫຼັງຈາກການປະກວດ Miss Universe 2019 ສິ້ນສຸດລົງ; ຜົນການຕັດສິນອອກມາຢ່າງເປັນທາງການວ່າ ຜູ້ທີ່ໄດ້ຮັບຕໍາແໜ່ງ Miss Universe ປະຈໍາປີ 2019 ຫຼຶ້ນາງງາມຈັກກະວານຄົນທີ 68 ຂອງໂລກນັ້ນໄດ້ແກ່ Zozibini Tunzi ເປັນສາວຜິວສີຕົວແທນຈາກ ປະເທດ ອາຟຣິກາໃຕ້… ເຊິ່ງຫຼັງຈາກພິທີກອນປະກາດຊື່ຂອງນາງກ້ອງຂຶ້ນເທິງເວທີ ທຸກຄົນທົ່ວໂລກຕ່າງເວົ້າເປັນສຽງດຽວກັນວ່າ “ເໝາະສົມແລ້ວກັບຕໍາແໜ່ງນາງງາມຈັກກະວານ” ເພາະຟັງຈາກການຕອບຄໍາຖາມໃນຮອບຕັດສິນບອກໄດ້ເລີຍວ່າ ບໍ່ມີໃຜເໝາະສົມເທົ່າກັບນາງອີກແລ້ວ! ນອກຈາກນັ້ນນາງຍັງເປັນນາງງາມອີກຄົນໜຶ່ງທີ່ມີຄວາມສາມາດອີກຄົນໜຶ່ງເລີຍແຫຼະ!!! ເຊີິ່ງມື້ນີ້ ຂວັນໃຈ ກໍຈະພາສາວໆໄປທໍາຄວາມຮູ້ຈັກກັບ Zozibini Tunzi ຫຼາຍຂຶ້ນ ແລ້ວທຸກຄົນຈະຮັກນາງຂຶ້ນໄປອີກຢ່າງແນ່ນອນ… Zozibini Tunzi ເກີດເມື່ອວັນທີ 18 ກັນຍາ 1993 ໄວ 26 ປີ …
Read More »ຍັງເປັນທີ່ 1 ໃນໃຈຄົນລາວສະເໝີ!!! ເມ ວິຈິດຕາ MISS UNIVERSE LAOS 2019 ພູມໃຈທີ່ໄດ້ນໍາສະເໜີຄວາມເປັນລາວ ສູ່ເວທີໂລກ…
ຍັງເປັນທີ່ 1 ໃນໃຈຄົນລາວສະເໝີ!!! ເມ ວິຈິດຕາ MISS UNIVERSE LAOS 2019 ພູມໃຈທີ່ໄດ້ນໍາສະເໜີຄວາມເປັນລາວ ສູ່ເວທີໂລກ… ຈົບລົງໄປເປັນທີ່ຮຽບຮ້ອຍແລ້ວ ສໍາລັບການປະກວດ MISS UNIVERSE ນາງງາມຈັກກະວານໂລກ ທີ່ມີນາງງາມຕົວແທນເກືອບ 100 ປະເທດເຂົ້າຮ່ວມປະກວດໃນຮອບຕັດສິນ ວັນທີ 9 ທັນວາ 2019 ທີ່ປະເທດ ສະຫະລັດອາເມຣິກາ ເຊິ່ງຜົນການຕັດສິນກໍໄດ້ອອກມາຢ່າງເປັນເອກະສັນແລ້ວວ່າ ສາວງາມຜູ້ຄວ້າມຸງກຸດອັນຊົງກຽດຈາກເວທີໂລກ MISS UNIVERSE ປະຈໍາປີ 2019 ນີ້ແມ່ນໄດ້ແກ່ Miss Zozibini Tunzi ຕົວແທນຈາກ ອາຟຣິກກາໃຕ້ ເຊິ່ງຫຼັງຈາກທີ່ໄດ້ຮັບຕໍາແໜ່ງ ທຸກຄົນທຸກປະເທດທົ່ວໂລກ ກໍສະແດງຄວາມຍິນດີ ແລະ ເວົ້າເປັນສຽງດຽວກັນວ່າ “ເໝາະສົມທີ່ສຸດແລ້ວ” ລວມທັງແອັດມິ້ນເອງກໍໄດ້ຮ່ວມສະແດງຄວາມຍິນດີນໍາກັບນາງຫຼາຍໆເດີ້!!! ສ່ວນທາງດ້ານ ສາວເມ ວິຈິດຕາ ພອນວິໄລ ນາງງາມຕົວແທນປະເທດລາວເຮົາທີ່ໄດ້ເດີນທາງໄປປະກວດໃນເວທີລະດັບໂລກນີ້ ເຊິ່ງຄົນລາວເຮົາທັງປະເທດກໍໄດ້ສົ່ງກໍາລັງໃຈໄປເຊຍແບບສຸດໃຈ ແລະ ສາວເມ ເອງກໍໄດ້ປະຕິບັດໜ້າທີ່ຂອງຕົນເອງໄດ້ດີທີ່ສຸດໃນການນໍາສະເໜີຄວາມເປັນລາວ ສູ່ເວທີສາກົນໃນຄັ້ງນີ້ ແລະ …
Read More »
Kuanjai Magazine
