ສະແດງຄວາມຍິນດີ!!! ໃບເຕີຍ ນັກຮ້ອງຄ່າຍດັງ (ປະເທດໄທ) ເຂົ້າພິທີແຕ່ງດອງກັບ ດີເຈແມນ ຫຼັງຄົບກັນເປັນແຟນ 7 ປີ. ກັບງານແຕ່ງສຸດອາລັງການ!!! ສະບາຍດີວັນຈັນ ກັບແອັດມິ້ນເພຈຂວັນໃຈຄົນເກົ່າຄົນເດີມ ເລີ່ມຕົ້ນອາທິດດ້ວຍຂ່າວໜ້າຍິນດີຂອງນັກຮ້ອງສາວສຸດເຊັກຊີ່ (ປະເທດໄທ) ໃບເຕີຍ ອາສະຫຍາມ ທີ່ຕັດສິນໃຈສະຫຼະຄວາມໂສດ (ແຕ່ບໍ່ຖີ້ມຄວາມແຊ໋ບ) ກັບແຟນໜຸ່ມຫວານໃຈ ດີເຈແມນ ຫຼັງຈາກທີ່ທັງສອງຖືສະຖານະແຟນ ສຶກສາເບິ່ງໃຈກັນເປັນເວລາດົນເຖິງ 7 ປີ. ແລະ ໄດ້ຈູງມືກັນເຂົ້າປະຕູວິວາໄປເມື່ອວັນເສົາທີ 5 ຕຸລາ ທີ່ຜ່ານມານີ້ ດ້ວຍງານແຕ່ງທີ່ຫຼູຫຼາອະລັງການສົມກຽດ ຄ່າດອງລວມໆ 45 ລ້ານບາດ ແລະ ຄ່າໃຊ້ຈ່າຍຈັດງານປະມານ 10 ລ້ານບາດ (ເງິນກີບຄຸນເອົາເອງເດີ່ ແອັດບໍ່ໄດ້ເຊັກເລດ 555) ພ້ອມເຊີນແຂກທັງໃນ ແລະ ນອກວົງການນັບ 1000 ຄົນມາຮ່ວມສະແດງຄວາມຍິນດີ. ຟັງກໍຮູ້ແລ້ວວ່າຕ້ອງອາລັງການງານສ້າງແຮງແນ່ນອນເລີຍ ມື້ນີ້ແອັດໄດ້ນໍາເອົາພາບບັນຍາກາດມາໃຫ້ເບິ່ງນໍາກັນ!!! ໄປເບິ່ງວ່າ ຊຸດເຈົ້າສາວແຕ່ລະຊຸດຂອງ ໃບເຕີຍ …
Read More »Kuanjaitaem Kuanjai page
ເຕັມ 10 ໃຫ້ໃຜເທົ່າໃດ? ງາມກິນກັນບໍ່ລົງ 3 ສາວງາມຈາກເວທີດຽວກັນ “MISS GRAND INTERNATIONAL LAOS”
ເຕັມ 10 ໃຫ້ໃຜເທົ່າໃດ? ງາມກິນກັນບໍ່ລົງ 3 ສາວງາມຈາກເວທີດຽວກັນ “MISS GRAND INTERNATIONAL LAOS” ສະບາຍດີຕອນວັນສຸກເດີ່ສາວໆ ແລະ ແຟນນາງງາມທັງຫຼາຍ ແລງວັນສຸກທ້າຍອາທິດ (ຂອງການເຮັດວຽກ) ກັບອາກາດເຢັນຈັກເລັກໜ້ອຍ ບວກກັບຝົນຕົກແບບເບົາໆ ເໝາະແກ່ການພັກຜ່ອນ (ນອນ) ເປັນທີ່ສຸດ!!! ແຕ່ກ່ອນຊິເລີກວຽກກັບບ້ານໄປນອນ ແອັດກໍມີແນວງາມໆມາໃຫ້ຕອບມ່ວນຊື່ນ ກັບການໃຫ້ຄະແນນນາງງາມ ທີ່ງາມແບບກືນກັນບໍ່ລົງ ເພາະທຸກຄົນນັ້ນມີຕໍາແໜ່ງເປັນເຖີງ “MISS GRAND INTERNATIONAL LAO” ແຕ່ລະປີນັ້ນເອງ ແລະ ແຕ່ລະຄົນກໍເປັນຕົວແທນປະເທດລາວໃນການໄປເຜີຍແຜ່ວັດທະນະທໍາ, ຄວາມຮູ້ຄວາມສາມາດຂອງແມ່ຍິງລາວ ໃນເວທີລະດັບສາກົນມາແລ້ວ (ມີສາວງາມຄົນ 1 ທີ່ກຽມຕົວກໍາລັງໄປ) ເປັນຕາມ່ວນກັນບໍ່ລະ? ຄັ້ນຊັ້ນເຮົາມາເບິ່ງນໍາກັນເລີຍ! ວ່າມີໃຜແດ່??? ເລີ່ມຈາກນາງງາມລຸ້ນເອຶ້ອຍ Miss Grand Laos ຄົນທໍາອິດ ນັ້ນກໍຄື ຟ້າໄສ ຈິນນາລີ ນໍລະສິງ Miss Grand …
Read More »ຍອດຄົນລົງທະບຽນງານ RUN FOR HER 2019 ຢຽບຫຼັກ 1.000 ກວ່າ ໃນເປົ້າໝາຍ 1.500 ກ່ອນມື້ງານຖະແຫຼງຂ່າວ…
ຍອດຄົນລົງທະບຽນແລ່ນໃນງານ RUN FOR HER 2019 ຢຽບຫຼັກ 1.000 ໃນເປົ້າໝາຍ 1.500 ກ່ອນມື້ງານຖະແຫຼງຂ່າວ… ກິດຈະກໍາແລ່ນຊຸບເປີມິນິມາຣາທອນ Run for Her ຄັ້ງທໍາອິດ ໄດ້ເປີດພິທີຖະແຫຼງຂ່າວຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 2 ຕູລາ 2019 ຢູ່ທີ່ໂຮງແຮມ ຄຣາວພຣາຊ່າ ໂດຍ ທ່ານ ນາງ ເກດສະຫວັນ ປັນຍາທິບ ຮອງຜູ້ອໍານວຍການສ້າງ ວາລະສານຂວັນໃຈ ໃນນາມຜູ້ຈັດ ເປັນປະທານ ຮ່ວມກັບທ່ານ ນາງ ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງລາວ ແລະ ທ່ານ ຈັນດີ ພົມມະບຸດ ປະທານສະຫະພັນແລ່ນ-ລານແຫ່ງຊາດລາວ ພ້ອມດ້ວຍຜູ້ສະໜັບສະໜູນ, ນັກກິລາແລ່ນ-ລານທີມຊາດ ພ້ອມດ້ວຍແຂກທີ່ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ… ງານແລ່ນ Run …
Read More »ຊວນສາວແທ້ສາວທຽມມາຟີນ!!! ກັບພາບບັນຍາກາດການເກັບຕົວຂອງໜຸ່ມໆ Mister International Laos 2019…
ຊວນສາວແທ້ສາວທຽມມາຟີນ!!! ກັບພາບບັນຍາກາດການເກັບຕົວຂອງໜຸ່ມໆ Mister International Laos 2019… ກ່ອນຈະອ່ານບົດຄວາມຕໍ່ໄປນີ້ ແອັດຂໍໄວ້ຢ່າງໜຶ່ງວ່າ “ຢ່າຄອມເມັ້ນວ່າແອັດຫື່ນເດີ່ 555” ເພາະຄວາມຈິງແອັດບໍ່ໄດ້ຢາກໄປສອດສ່ອງຫຍັງດອກເລື່ອງຂອງຜູ້ຊາຍເຂົາ (ຄ້ອນຂ້າງສຽງສູງ) ແຕ່ກໍເພື່ອແຟນໆຂວັນໃຈ ບໍ່ວ່າຈະເປັນສາວແທ້ສາວທຽມທີ່ຮຽກຮ້ອງມາວ່າ ໂຄງການປະກວດ Mister International Laos 2019 ໄປຮອດໃນແລ້ວ ເຊິ່ງກໍຂໍຕອບໄວ້ບ່ອນນີ້ເລີຍວ່າ ຕອນນີ້ໜູ່ມທັງ 20 ຄົນຂອງເຮົາແມ່ນຢູ່ໃນຂັ້ນຕອນການເກັບຕົວຢູ່ ສ່ວນສະຖານທີ່ເກັບຕົວນັ້ນກໍຄື ວັງວຽງແດນງາມນັ້ນເອງ ແລະ ມື້ນີ້ແອັດກໍໄດ້ເສຍສະຫຼະຕົວເອງໄປສ່ອງພາບບັນຍາກາດການເກັບຕົວ ຂອງໜຸ່ມໆ Mister International Laos 2019 ມາໃຫ້ສາວໆໄດ້ຟີນກັນກ່ອນມື້ຕັດສິນ ເຊິ່ງຂໍບອກກ່ອນວ່າ ສາວໆຈະບໍ່ເສຍດາຕ່າຟຣີຖ້າເລື່ອນເບິ່ງຮູບຈົນຈົບ 555+ ມາເບິ່ງພາບບັນຍາກາດກັນເລີຍ!!!
Read More »ສຸດຍອດ!!! ໜຸ່ມລາວຍອດກະຕັນຍູໄປໂຊຄວາມສາມາດ “ກາຍຍະສິນ” ໃນລາຍການດັງ (ປະເທດໄທ) ເພື່ອຂໍຄວາມຝັນໃຫ້ແມ່…
ສຸດຍອດ!!! ໜຸ່ມລາວຍອດກະຕັນຍູໄປໂຊຄວາມສາມາດ “ກາຍຍະສິນ” ໃນລາຍການດັງ ປະເທດໄທ ເພື່ອຂໍຄວາມຝັນໃຫ້ແມ່… ເບິ່ງແລ້ວນໍ້າຕາໄຫຼ… ໜູ່ມລາວໃຈສູ້ ໃຈສະຫວັນ ອາຍຸ 26 ປີ ຜູ້ທີ່ມີຄວາມຝັນຢາກເຫັນແມ່ມີຄວາມສຸກ ຍ້ອນຊີວິດຜ່ານມາພົບແຕ່ຄວາມທຸກ ແລະ ຍ້ອນຄວາມມຸ່ງມານະບໍ່ຍອມແພ້ຕໍ່ໂຊກຊະຕາ ຈຶ່ງໄດ້ຫອບເອົາຄວາມສາມາດໄປແລກຄວາມຝັນເພື່ອແມ່ ໃນລາຍການດັງ (ປະເທດໄທ) ລາຍການ Super 100 ເຊິ່ງເປັນລາຍການແຂ່ງຂັນໂຊຄວາມສາມາດ ແລະ ໜຸ່ມລາວໃຈສູ້ຄົນນີ້ກໍໄດ້ໄປໂຊຄວາມສາມາດ ການສະແດງ ກາຍຍະສິນ ຈົນສາມາດເອົາຊະນະໃຈກໍາມະການ ແລ້ວໄດ້ຄວາມຝັນກັບມາໃຫ້ແມ່ຄື ພາແມ່ໄປທ່ອງທ່ຽວວັດລ່ອງຂຸນ ເຊິ່ງເປັນວັດທີ່ສວຍງາມທີ່ສຸດໃນປະເທດໄທ!!! ແອັດຂໍສະແດງຄວາມຍິນດີນໍາໜຸ່ມໃຈຫຼາຍໆ ແລະ ເປັນກໍາລັງໃຈໃຫ້ສູ້ຕໍ່ໄປເພື່ອແມ່ເດີ່… ເຮົາມາເບິ່ງ VDO ການສະແດງ ກາຍຍະສິນ ຂອງໜຸ່ມໃຈຂອງເຮົາກັນເລີຍ!!!
Read More »
Kuanjai Magazine
