ດັ່ງທີ່ແຟນໆໄດ້ຮູ້ໄປແລ້ວວ່າ ບອຍ ໄຊຍະເວດ ພັນປະເສດ ຕົວແທນໜຸ່ມລາວທີ່ໄປແຂ່ງຂັນໃນເວທີລະດັບໂລກ ແຖມຍັງບໍ່ເຮັດໃຫ້ພໍ່ແມ່ພີ່ນ້ອງຊາວລາວເຮົາຜິດຫວັງເດີ້ ຖືວ່າເປັນຄັ້ງປະຫວັດສາດເລີຍກໍ່ວ່າໄດ້ ເພາະສາມາດຄວ້າລາງວັນ Mister United Asia 2018 ມາຝາກຄົນລາວເຮົາ ແລະ ຍັງບໍ່ໝົດເພາະຍັງກວດລາງວັນພິເສດໃນຊ່ວງເກັບຕົວປະກວດມາໄດ້ເຖິງ 4 ລາງວັນ ສຳລັບລາງວັນທີ່ ບອຍ ໄຊຍະເວດ ໄດ້ຮັບໃນເວທີ Mister United Asia ມີ: Mister United Asia 2018 The winner – Inspiration & Smart The winner – Best man of Korat (Most Popular Candidate in Korat province) The winner – Mister United …
Read More »pou peng
ຮ້າຍແຮງ! ຂົວ ແລະ ເຮືອນຈົມຫາຍໄປຕໍ່ໜ້າຕໍ່ຕາປະຊາຊົນ ແຂວງ ຫຼວງນໍ້າທາ
ໃນວັນທີ 30 ກໍລະກົດ 2018 ທີ່ຜ່ານມາໄດ້ມີຜູ້ໃຊ້ເຟສບຸກລາຍໜຶ່ງໄດ້ລາຍງານຂ່າວສານ ທີ່ ເມືອງ ລອງ ແຂວງ ຫຼວງນໍ້າທາ ວ່າໄດ້ມີນໍ້າພັດແຮງເຮັດໃຫ້ບ້ານເຮືອນພໍ່ແມ່ປະຊາຊົນ ແລະ ຂົວຂ້າມນໍ້າໄຫຼຫາຍໄປຕໍ່ໜ້າຕໍ່ຕາ. (ມີຄລິບ) https://www.facebook.com/tatar.phonesavanh/videos/501297740324117/ https://www.facebook.com/tatar.phonesavanh/videos/501307136989844/ ສຳລັບໂພສດັ່ງກ່າວເຮັດໃຫ້ມີຄົນເຂົ້າໄປກົດໄລ້ ກົດແຊຣ ແລະ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ, ຢ່າງໃດກໍ່ລະມັດລະວັງກັນແດ່ເດີ້ພໍ່ແມ່ພີ່ນ້ອງ ເຫັນແລ້ວເປັນຕາຢ້ານຫຼາຍ!!! ຄລິບຈາກ: Tatar Phonesavanh
Read More »ປະທານສະພາແຫ່ງຊາດ ລົງພື້ນທີ່ຢ້ຽມຢາມພໍ່ແມ່ປະຊາຊົນທີ່ປະສົບໄພພິບັດ
ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ຢ້ຽມຢາມພໍ່ແມ່ປະຊາຊົນຊາວ ເມືອງ ສະໜາມໄຊ ແຂວງ ອັດຕະປື ທີ່ປະສົບໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ, ເມື່ອວັນທີ 28 ກໍລະກົດ 2018. ຂໍຂອບໃຈທີ່ມາຈາກ: ສກຂ ແຂວງອັດຕະປື
Read More »Dj ມະຕູມ ພົບເຈິບັນຫາລະຫວ່າງການເດີນທາງຊ່ວຍພີ່ນ້ອງຊາວລາວ ຕົ້ນຫອມໝູ່ສະໜິດໂພສໃຫ້ກຳລັງໃຈ!!!
ເປັນອີກໜຶ່ງທ່ານທີ່ເດີນທາງລົງຊ່ວຍພີ່ນ້ອງຊາວລາວຜູ້ປະສົບໄພຈາກເຫດເຂື່ອນແຕກທີ່ ມ.ສະໜາມໄຊ ແຂວງ ອັດຕະປື, ມະຕູມ ດີເຈຊື່ດັງຈາກປະເທດເພື່ອນບ້ານ (ປະເທດໄທ) ພົບເຈິບັນຫາລະຫວ່າງການເດີນທາງລົງພື້ນທີ່ຊ່ວຍພີ່ນ້ອງຊາວລາວ ເຊິ່ງຈາກການໂພສເປີດເຜີຍຜ່ານ ອິນສະຕາແກຣມ ເຮັດໃຫ້ແຟນໆໄດ້ຮູ້ວ່າ ການເດີນທາງຂອງ Dj ມະຕູມ ບໍ່ສະດວກ ພົບເຈິບັນຫາລະຫວ່າງທາງຫຼາຍຢ່າງ ບໍ່ເປັນໄປຕາມແຜນ ຈາກການໂພສດັ່ງກ່າວເຮັດໃຫ້ມີແຟນໆທັງ ລາວ ແລະ ໄທ ເຂົ້າໄປໃຫ້ກຳລັງໃຈ ລວມທັງ Dj ຕົ້ນຫອມ ສະກຣຸນຕະລາ ໝູ່ສະໜິດກໍ່ບໍ່ພາດທີ່ຈະໂພສຮູບໃຫ້ກຳລັງໃຈ. (ຂໍ້ຄວາມທີ່ Dj ມະຕູມ ໄດ້ໂພສໃນ ອິນສະຕາແກຣມ) “ເຄື່ອງລົງຕອນເຊົ້າ ຕາມຫາເຂົ້າຂອງໝົດມື້ 3-4ແຫ່ງ ເຄື່ອງຍັງຂາດຫຼາຍເຊັ່ນ: ໄຟສາຍ ເຂົ້າສານ ເຂົ້າໜຽວ ຕິດຕໍ່ໂຮງສີ ໄປຂົນມາ 200ເປົາ ລະຫວ່າງທາງຢາງລົດແຕກ ຝົນຕົກໜັກ ບໍ່ມີຄົນຊ່ວຍຂົນ ໄດ້ເອີ້ນກູ້ໄພມາຊ່ວຍ ຝົນເລີ່ມຕົກແຮງ ຕ້ອງຫາລົດມາລຳລຽງໄປທີ່ໝູ່ບ້ານຜູ້ປະສົບໄພ ຕ້ອງອອກກ່ອນ 6 ໂມງເຊົ້າ ຕອນນີ້ 1ໂມງກໍ່ຍັງຂົນບໍ່ໝົດ ແອບແວະມາປ່ຽນຊຸດທີ່ໂຮງແຮມ …
Read More »ຊຶ້ງກິນໃຈ! ບົດເພງ ”ສາຍນໍ້າຕາຈາກອັດຕະປື” ຈາກ ໄກ່ ໂອເວີ້ແດ້ນ.
ໄກ່ ໂອເວີ້ແດ້ນ ໂຕແມ່ແຫ່ງວົງການບັນເທີງບ້ານເຮົາ ໄດ້ປ່ອຍຊິງເກີ້ນ ”ສາຍນໍ້າຕາຈາກອັດຕະປື” ເຊິ່ງເປັນບົດເພງທີ່ເລົ່າເລື່ອງລາວເຫດ ເຂື່ອນແຕກ ເຮັດໃຫ້ນໍ້າໄຫຼເຂົ້າຖ້ວມບ້ານເຮືອນພໍ່ແມ່ພີ່ນ້ອງປະຊາຊົນຊາວແຂວງ ອັດຕະປື, ບອກເລີຍຟັງແລ້ວຂົນລຸກ ຊຶ້ງ ແລະ ນໍ້າຕາໄຫຼ… (ມາຟັງເພງ ”ສາຍນໍ້າຕາຈາກອັດຕະປື”) https://www.facebook.com/440462802821188/videos/890062504527880/ ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງລາວເຮົາທີ່ປະສົບໄພທຸກໆຄົນ ເຮົາຈະຜ່ານໄພພິບັດສຸກເສີນລະດັບຊາດທີ່ເກີດຂຶ້ນໃນເທື່ອນີ້ໄປພ້ອມໆກັນ!!! ຄລິບຈາກ: KaiOverdance Fanpage
Read More »
Kuanjai Magazine
