ເປັນກະແສ ດຮ່າມ່າ ຮ້ອນແຮງກັນອີ່ຫລີ ເມື່ອຄູ່ຮັກມາລາທອນ ເຈ້ຍ ປາຊີຟິກ ແລະ ໄຊ ທະວີໄຊ (ແຟນສາວ) ໄດ້ອອກມາໂພສທາງ ເຟສບຸກ ຂອງທັງສອງພ້ອມໆກັນວ່າ ທັງ ເຈ້ຍ ແລະ ໄຊ ໄດ້ເລີກກັນແລ້ວ ດ້ວຍຄວາມຮັກ ແລະ ຄວາມເຂົ້າໃຈ ແລະ ພ້ອມທີ່ຈະເປີດຮັບຄົນໃໝ່ເຂົ້າມາໃນຊີວິດ ຈົນເຮັດໃຫ້ມີກະແສ ຮ້ອນແຮງ ບາງຄົນກໍຍັງງົງໆວ່າແມ່ນເລື່ອງແທ້ຫຼືບໍ່? ເພາະວ່າທັງສອງຄົບຫາເບິ່ງໃຈກັນເປັນເວລາເຖິງ 16 ປີແລ້ວ ຈົນເຮັດໃຫ້ເລື່ອງນີ້ຖືກເວົ້າເຖິງຈາກຄົນໃນວົງການບັນເທິງ ແລະ ແຟນຄລັບຢ່າງຫຼວງຫຼາຍ. ໂດຍ ອ້າຍ ເຈ້ຍ ປາຊີຟິກ ເອງກໍໄດ້ໂພສຮູບ ແລະ ຂຽນຄຳອະທິບາຍວ່າ: “ເຈ້ຍ ກັບ ໄຊ ຕໍ່ໄປນີ້ ເຮົາເລີກກັນແລ້ວ ດ້ວຍຄວາມຮັກ ແລະ ຄວາມເຂົ້າໃຈພວກເຮົາຕົກລົງເຫັນດີ ແຍກທາງກັນ ບໍ່ແມ່ນຍ້ອນເຮົາ 2 ຄົນຜິດກັນ …
Read More »pou peng
2 ນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ເຊັກອິນທີ່ຫຼວງພະບາງ ແຖມນຸ່ງຊຸດໄໝລາວ ງາມຫຼາຍ!!!
ຈອຍ ລິນລະນີ ແລະ ເຕີ ສັນທະວິດ 2 ນັກສະແດງ-ພິທີກອນຊື່ດັງ ຈາກປະເທດເພື່ອນບ້ານ ເດີນທາງມາຢ້ຽມຢາມປະເທດລາວ ໂດຍທັງ 2 ໄດ້ເດີນທາງໄປທີ່ ແຂວງ ຫຼວງພະບາງ ໃນວັນທີ 15 ພະຈິກ 2017 ແລະ ຍັງມີໂອກາດໄດທ່ອງທ່ຽວພາຍໃນຕົວເມືອງ ຫຼວງພະບາງ ພ້ອມຍັງໃສ່ຊຸດໄໝລາວ ອັນເປັນເຊິ່ງເອກະລັກປະເພນີຂອງລາວ ແລະ ຍັງໄຫວ້ພະຂໍພອນຕາມວັດວາທີ່ສັກສິດ ແລະ ຍັງມີໂອກາດໄດ້ເຮັດບຸນຕັກບາດທີ່ແຂວງຫຼວງພະບາງອີກດ້ວຍ. ການມາປະເທດລາວໃນເທື່ອນີ້ ຈອຍ ລິນລະນີ ແລະ ເຕີ ສັນທະວິດ ແມ່ນໄດ້ມາຖ່າຍທຳລາຍການກ່ຽວກັບອາຫານທີ່ທັງສອງໄດ້ເປັນພິທີກອນ ແລະ ນອກຈາກນັ້ນ ພວກເຂົາຍັງໄດ້ຖ່າຍຮູບ ແລະ ຍັງໄດ້ໂພສລົງໃນ ອິນສະຕາແກຼມ ແຖມຍັງຂຽນອະທິບາຍວ່າ “ເມືອງ ຫຼວງພະບາງຊ່າງດີ ມີວັດຢ່າງຫຼວງຫຼາຍ ໄຫ້ວພະແບບສະບາຍໃຈ ດ້ວຍເຄື່ອງແຕ່ງກາຍແບບຊາວລາວ” https://www.instagram.com/p/BbhD2BvBu3X/?taken-by=terchantavit ຢ່າງໃດກໍຂໍຕ້ອນຮັບ ຈອຍ ລິນລະນີ ແລະ ເຕີ ສັນທະວິດ ເຂົ້າສູ່ປະເທດລາວເດີ້…!!! …
Read More »ຮືຮາກັນສຸດໆ! ມິມີ່ ພູນຊັບ ນາງງາມຕົວແທນປະເທດລາວເຂົ້າເຖິງຮອບ 8 ຄົນສຸດທ້າຍໃນການປະກວດ Miss International 2017 (ມີຄລິບ)
ຕື່ນເຕັ້ນ ຕື່ນຕາ ຕື່ນໃຈ…!!! ເປັນກະແສຮືຮາ ຮ້ອນແຮງ ກັນສຸດໆເມື່ອ ມິມີ່ ພູນຊັບ ພົນໂຍທາ Miss International Laos 2017 ທີ່ເດີນທາງໄປເປັນຕົວແທນປະເທດລາວເພື່ອເຂົ້າປະກວດນາງງາມເວທີລະດັບສາກົນ Miss International 2017 ຈັດຂຶ້ນທີ່ ປະເທດ ຍີ່ປຸ່ນ ແລະ ຕັດສິນກັນໃນວັນທີ 14 ພະຈິກ 2017 ທີ່ຜ່ານມາ ແລະ ກໍ່ບໍ່ເຮັດໃຫ້ຄົນລາວທຸກຄົນຜິດຫວັງເລີຍ ເພາະ ມິມີ່ ພູນຊັບ ສາມາດເຂົ້າໄປເຖິງຮອບ 8 ຄົນສຸດທ້າຍໃນການປະກວດ Miss International 2017 ຈົນສ້າງກະແສຄວາມຮືຮາທັງຄົນລາວ ແລະ ຄົນຕ່າງຊາດໄດ້ເປັນຢ່າງດີ ເພາະວ່າໃນປີນີ້ປະເທດລາວຂອງເຮົາເປັນປີທຳອິດທີ່ສົ່ງຕົວແທນນາງງາມໄປປະກວດໃນເວທີລະດັບໂລກ ແລະ ກໍຍັງສາມາດເຂົ້າໄປໄດ້ເຖິງຮອບເລິກ ຖືວ່າເປັນຂ່າວດີຂອງຄົນລາວເຮົາທຸກຄົນກັນເລີຍ (ຊົມເຊີຍເດີ້). https://www.facebook.com/seua.panyasakssz/videos/1567700253337820/ #ແຊຣໄປໃຫ້ໂລກຮູ້ ?????? ຂໍຂອບໃຈສຳລັບຮູບພາບ
Read More »ນຸ້ຍ ສຸພາພອນ ເດີນທາງຮອດ USA ແລ້ວ ພ້ອມເຂົ້າຮ່ວມເຮັດກິດຈະກຳກັບກອງປະກວດ Miss Universe 2017 ມື້ທຳອິດ!!!
ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ໄດ້ເດີນທາງໄປເປັນຕົວແທນສາວງາມຈາກປະເທດລາວເພື່ອໄປປະກວດໃນເວທີລະດັບໂລກ ນາງງາມຈັກກະວານ (Miss Universe 2017) ເຊິ່ງປີນີ້ຈັດຂຶ້ນທີ່ Las Vegas (USA) ຕັ້ງແຕ່ວັນທີ 11 ພະຈິກ 2017 ປັດຈຸບັນແມ່ນເຖິງທີ່ໝາຍແລ້ວ ດ້ວຍຄວາມປອດໄພ ແລະ ຍັງມີຄວາມພ້ອມເລີ່ມເຮັດກິດຈະກຳກັບກອງປະກວດ ນາງງາມຈັກກະວານ ເປັນທີ່ຮຽບຮ້ອຍ. ນອກຈາກນັ້ນ ນຸ້ຍ ສຸພາພອນ Miss Universe Laos ຍັງໄດ້ມີການໂພສຮູບພາບກັບບັນດາສາວງາມຈາກຫຼາກຫຼາຍປະເທດທີ່ເຂົ້າປະກວດດ້ວຍສີໜ້າທີ່ຍິ້ມແຍ້ມແຈ່ມໃສ (ສູ້ສູ້…ເດີ້ Miss Universe Laos) #ແຊຣໄປໃຫ້ໂລກຮູ້ ?? (ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້) ຮູບພາບ: Nui Soupphaphone Somvichit , Miss Universe Laos ມີສຢູນີເວີຣສ ລາວ
Read More »ເຊຍລາວສຸດໃຈ! ມາຮ່ວມສົ່ງກຳລັງໃຈໃຫ້ ມິມີ່ ພູນຊັບ ນາງງາມຕົວແທນປະເທດລາວໃນການປະກວດ Miss International 2017 ທີ່ ປະເທດ ຍີ່ປຸ່ນ
ມາອີກແລ້ວກັບອີກໜຶ່ງເວທີວົງການຂາອ່ອນ ກັບການປະກວດນາງສາວງາມເວທີລະດັບອິນເຕີຢ່າງ Miss International 2017 ຈັດຂຶ້ນທີ່ ເມືອງ ໂຕກຽວ ປະເທດ ຍີ່ປຸ່ນ ແລະ ໃນປີນີ້ປະເທດລາວຂອງເຮົາກໍມີສ່ວນເຂົ້າຮ່ວມໂດຍການສົ່ງຕົວແທນສາວງາມຄື ພູນຊັບ ພົນໂຍທາ (ມິມີ່) Miss International Laos ອາຍຸ 19 ປີ ສາວໜ້າຫວານຜູ້ມີຄວາມໝັ້ນໃຈ ແລະ ຄວາມພຽບພ້ອມລ້ານເປີເຊັນ. ຕື່ນເຕັ້ນ ຕື່ນຕາ ຕື່ນໃຈ… ມາຮ່ວມສົ່ງກຳລັງໃຈໃຫ້ ນ້ອງ ມິມີ່ ພູນຊັບ ພົນໂຍທາ Miss International Laos ໃນການປະກວດ Miss International 2017 ທີ່ປະເທດ ຍີ່ປຸ່ນ ແລະ ຈະຕັດສິນໃນວັນທີ 14 ພະຈິກ 2017, ດັ່ງນັ້ນຈຶ່ງຂໍແຮງເຊຍ ແຮງໃຈຈາກຄົນລາວທົ່ວປະເທດມາຮ່ວມເປັນກຳລັງໃຈໃຫ້ ມິມີ່ ພູນຊັບ ນຳແດ່. ແຟນໆສາມາດຕິດຕາມການປະກວດໃນມື້ Final show ຂອງ Miss International …
Read More »
Kuanjai Magazine
