Breaking News

pou peng

ຄົນບັນເທິງຮ່ວມງານເປີດໂຕຮູບເງົາ “ວັນຄົບຮອບ” ໃນຮອບສື່ມວນຊົນຢ່າງຫຼວງຫຼາຍ!!!

ເປີດໂຕຢ່າງເປັນທາງການໄປເປັນທີ່ຮຽບຮ້ອຍແລ້ວສຳລັບຮູບເງົາເລື່ອງ “ວັນຄົບຮອບ” ເຊິ່ງກຳກັບໂດຍຜູ້ກຳກັບຄົນເກັ່ງຄື JoJo Miracle ແລະ ຍັງມີບັນດາຄົນວົງການບັນເທິງຂອງລາວເຮົາ ເຂົ້າຮ່ວມຈຳນວນຫຼວງຫຼາຍເຊັ່ນ: ໄກ່ ໂອເວີ້ແດ໋ນ, ເຈ້ຍ ປາຊີຟິກ, ລູກນໍ້າ ທິດາລັດ, ຕ້າ Apacts, ນຸຖາ ລາດສະວົງເລົາ, ໂອລ່າ ຄຳປະສົງ, ແອນນິຕ້າ,  ອະເລັກ LOG, ປ໋ອກ ແສງມະນີ, Dj ອາມມີ່, ຄຣິດຕິນ້າ, ແລະ ຍັງມີອີກຫຼາຍໆທ່ານທີ່ເຂົ້າຮ່ວມງານໃນຄັ້ງນີ້, ສ່ວນບັນຍາກາດພາຍໃນງານຈະເປັນຢ່າງໃດ ລອງໄປເບິ່ງຮູບພາບທີ່ທາງທີມງານເຮົາໄດ້ລວບລວມມາຝາກແຟນໆກັນເລີຍ. ຂໍຂອບໃຈຮູບພາບຈາກ: Tar Apacts Thavixay, Kai Overdance, Annita Chanthrasomboune, Khampasong Thirasack, Maminé Pockyy, Jear Pacific,  Pj Nutha, Aleqs Log

Read More »

ມີໂຄງການດີໆມາບອກໝູ່ເພື່ອນ ເປີດຮັບສະໝັກນັກສຶກສາໄປຮຽນຕໍ່ USA

  ທ່ານສົນໃຈຢາກໄປຮຽນແລກປ່ຽນທີ່ສະຫະລັດອາເມລິກາບໍ່? ໂຄງການ YSEALI Professional Fellow 2017 ເປີດຮັບສະຫມັກແລ້ວ! ຢ່າລືມກົດໄລ້ ກົດແຊຣ ໃຫ້ໝູ່ເພື່ອນໄດ້ຮູ້ນຳກັນເດີ້! ຖ້າໝູ່ເພື່ອນທ່ານໃດມີອາຍຸລະຫວ່າງ 25-35 ປີ, ສະໝັກເລີຍເພື່ອຮຽນຮູ້ ແລະ ສຶກສາໃນຂົງເຂດເສດຖະກິດ ຢູ່ທີ່ສະຫະລັດອາເມລິກາ ເປັນໄລຍະເວລາ 5 ອາທິດ ໃນວັນທີ່ 10 ຕຸລາ ຫາ ວັນທີ່ 17 ພະຈິກ. ທ່ານສາມາດອ່ານລາຍລະອຽດເພີ່ມຕື່ມໄດ້ທີ່  https://goo.gl/XdCQMY ແລະ ສາມາດສະໝັກອອກລາຍໄດ້ຕາມລິ້ງນີ້ເລີຍ https://ais.americancouncils.org/pfp. ຢ່າພາດໂອກາດດີໆແບບນີ້ເດີ້! ປິດຮັບສະຫມັກວັນທີ່ 7 ເມສາ 2017 ນີ້! ຂໍຂອບໃຈຂໍ້ມູນ ແລະ ຮູບພາບຈາກ: U.S. Embassy Vientiane

Read More »

ບົດເພງ: “ຍອມ” ຈາກ Tou Hero

  Update ເພງສະຕຣິງລາວໃໝ່ຫຼ້າສຸດກັນແດ່ກັບບົດເພງ  “ຍອມ” ຂອງໝຸ່ມ Tou Hero ເຊິ່ງບົດເພງນີ້ເປັນບົດເພງທີ່ບອກໄດ້ຄຳດຽວເລີຍເພາະວ່າຍອມ… ສົມກັບຊື່ເພງ ເພາະວ່າພໍແຕ່ປ່ອຍເພງນີ້ໄດ້ບໍ່ເຖິງອາທິດກໍມີແຟນເພງຂອງໝຸ່ມ Tou Hero ເຂົ້າມາກົດໄລ້ກົດແຊຣ ຄອມເມັ້ນ ກັນຢ່າງລົ້ນເຫຼືອ, ສ່ວນເນື້ອຫາ ແລະ MV ຂອງເພງດັ່ງກ່າວກໍເຖິງໃຈເຖິງອາລົມແທ້ໆ ບໍ່ເຊື່ອແຟນໆລອງມາເບິ່ງກັນວ່າຈະສົມກັບຄຳວ່າ “ຍອມ” ສົມກັບຊື່ເພງແທ້ບໍ່? #ກົດໄລ້ກົດແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ   https://www.youtube.com/watch?v=NQWwtAyWUUk&feature=youtu.be   ທີ່ມາຈາກ: HERO MUSIC Official

Read More »

ມາແລ້ວ! ເມນູໃໝ່ປະຈຳໜ້າຮ້ອນ “ໝາກມ່ວງອົກລ້ອງທອງ ຊັນເດ” ຈາກຮ້ານ Swensen’s Laos

ເປີດໂຕຢ່າງເປັນທາງການແລ້ວ ສຳລັບກະແລັມລົດຊາດໃໝ່ຫຼ້າສຸດ “ໝາກມ່ວງອົກລ້ອງທອງ ຊັນເດ” ຈາກຮ້ານກະແລັມຍອດນິຍົມ Swensen’s Laos ເຊິ່ງໃນໜ້າຮ້ອນປີນີ້ຈະມີ 2 ລົດຊາດໃໝ່ຄື ແມງໂກ້ ອົກລ້ອງທອງ ແລະ ແມງໂກ້ ຊອດເບທ໌ ແລະ ຈະເສີບມາເປັນເມນູເຖິງ 6 ເມນູເຊັ່ນ: ແມງໂກ ດີໄລ້ (Mango Delight), ແມງໂກ້ໂບດ (Mango Boat),​ ແມງໂກ້ ເຮີລີເຄນ (Mango Hurricane), ແມງໂກ້ ສະມູດຕີ້ (Mango Smoothie), ແມງໂກ້ ເຄຣັບ (Mango Crepe), ແມງໂກ້ ທີໂອ້ (Mango Trio) ແລະ ລາຄາກໍເລີ່ມຕົ້ນຕັ້ງແຕ່ 28.000 ພັນກີບໄປຈົນເຖິງ 65.000 ພັນກີບ ຈາກການສຳພາດ ທ່ານ ນິກອນ ທ່ຽງທຳ …

Read More »

ມາເບິ່ງ! Life Style ຂອງ ຫຼິງຫຼິງ ປິຍະດາ ສາວປະເພດສອງອັນດັບໜຶ່ງ!

  ບໍ່ວ່າຈະເບິ່ງຍາມໃດສາວ ຫຼິງຫຼິງ ປິຍະດາ ສາວປະເພດສອງອັນດັບໜຶ່ງຂອງລາວເຮົາກໍມີຄວາມງາມ ໜ້າຮັກ ມີຄວາມລຽບຫຼູດູດີຢູ່ຕະລອດເວລາ, ໃນມື້ນີ້ ຊະນີIndy ກໍມີໂອກາດໄດ້ໄປສ່ອງ IG ຂອງດາລາ-ນັກສະແດງສາວຄົນນີ້ ເລີຍເຫັນ Life Style ສຸດເລີດ…ຂອງນາງ ບໍ່ວ່າຈະເປັນການໃຊ້ຊີວິດເພາະນາງມັກໂພສຮູບພາບໄປທ່ອງທ່ຽວໃນສະຖານທີ່ ແລະ ປະເທດຕ່າງໆ ແຖມເສື້ອຜ້າໜ້າຜົມນາງກໍມີຄວາມງາມຄົບເຄື່ອງຢູ່ຕະຫຼອດເວລາ ບອກໄດ້ເລີຍວ່າສາວຄົນນີ້ນອກຈາກຈະມັກຄວາມສວຍຄວາມງາມສົມກັບເປັນສາວປະເພດສອງອັນດັບໜຶ່ງຂອງບ້ານເຮົາແລ້ວ ນາງຍັງມັກການທ່ອງທ່ຽວເປັນຊີວິດຈິດໃຈ #ແຊຣໄປໃຫ້ໂລກຮູ້ວ່າສາວສອງບ້ານເຮົາເລີດ…ສຸດໆ https://instagram.com/p/BR7GCvujGEF/ https://instagram.com/p/BR5y5QFjnLh/ https://instagram.com/p/BR5eVMHDOKn/ https://instagram.com/p/BR5TAUxjRRu/ https://instagram.com/p/BR5DLaoDLye/ https://instagram.com/p/BR2ZWh2jFUG/ https://instagram.com/p/BRzUOMxDA3o/ https://instagram.com/p/BRkRWAqjfDC/ https://instagram.com/p/BRjxiVajthf/ https://instagram.com/p/BRh3LBHDBmA/ https://instagram.com/p/BRhx12NjHEm/ https://instagram.com/p/BRK0v2Tjfwn/ https://instagram.com/p/BRKNFeyjR-Q/ https://instagram.com/p/BRIzlrfDKVs/ https://instagram.com/p/BQ9zBLsjdf_/ https://instagram.com/p/BQ2CXFqDBqp/ https://instagram.com/p/BQ2YwggDUny/ https://instagram.com/p/BQ4x1vzDHBq/ https://instagram.com/p/BQArPRSgXDr/ ຂໍຂອບໃຈຮູບພາບຈາກ: IG/lingpiyadar

Read More »