Breaking News

pou peng

ປະເທດລາວສົ່ງ “ຊຸດເຜົ່າມົ້ງມ່ວນຊື່ນ” ເພື່ອຊິງຊຸດປະຈຳຊາດດີເດັ່ນໃນເວທີ Miss Intercontinental  ທີ່ປະເທດຟິລິປິນ!!!

ເປັນປີທຳອິດທີ່ປະເທດລາວເຮົາໄດ້ສົ່ງຕົວແທນສາວງາມເຂົ້າປະກວດໃນເວທີລະດັບໂລກອີກໜຶ່ງເວທີນັ້ນກໍຄື Miss Intercontinental ປີນີ້ຈັດຂຶ້ນທີ່ ປະເທດ ຟິລິປິນ, ເຊິ່ງກ່ອນໜ້ານີ້ແຟນໆກໍໄດ້ຮູ້ກັນໄປແລ້ວວ່າ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ໄດ້ຖືກແຕ່ງຕັ້ງໃຫ້ເປັນສາວງາມເພື່ອໄປປະກວດໃນເວທີໂລກໃນຄັ້ງນີ້ ແລະ ນາງກໍໄດ້ມີການກຽມຄວາມພ້ອມຢ່າງເຕັມທີ່ ເພື່ອເດີນໜ້າກຽມໄປສ້າງຊື່ສຽງໃຫ້ປະເທດລາວໃນຖານະສາວງາມຕົວແທນປະເທດລາວໃນເວທີ Miss Intercontinental ທີ່ປະເທດ ຟິລິປິນ. ແລະ ສິ່ງທີ່ແຟນໆຊາວລາວເຮົາລໍຖ້າ ແລະ ກຽມລຸ້ນ ກຽມເຊຍ ແລະ ມັກເວົ້າເຖິງກັນຫຼາຍທີ່ສຸດກໍຄືຊຸດປະຈຳຊາດ ທີ່ຫຼ້າສຸດກໍໄດ້ມີການເປີດເຜີຍໃຫ້ໄດ້ເຫັນກັນແລ້ວເດີ້ ສຳລັບຊຸດປະຈຳຊາດລາວທີ່ ນ້ອງ ຢາດຟ້າ ຈະໄດ້ສວມໃສ່ເພື່ອສົ່ງເອກະລັກລາວກ້າວສູ່ສາຍຕາຊາວໂລກໃນເວທີ Miss Intercontinental  ຂໍບອກເດີ້ວ່າເທື່ອນີ້ມາແປກໄປຈາກເວທີອື່ນໆກ່ອນໜ້າ ເອີ້ນໄດ້ວ່າເປັນຊຸດທີ່ງົດງາມອີກໜຶ່ງຊຸດ ມີເອກະລັກ ບົ່ງບອກເຖີງຮີດຄອງປະເພນີລາວໄດ້ດີ ມາໃນຊື່ “ຊຸດເຜົ່າມົ້ງມ່ວນຊື່ນ” (ລອງມາເບິ່ງ!!!) ເປັນແນວໃດໄດ້ເຫັນ “ຊຸດເຜົ່າມົ້ງມ່ວນຊື່ນ” ທີ່ ນ້ອງ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ຈະສວມໃສ່ໃນເວທີ່ໂລກແລ້ວ ແຟນໆວ່າແນວໃດ ປະເທດລາວເຮົາພໍສູຸ້ໄດ້ບໍ່? #ເຊຍລາວສຸດໃຈ ??  ??  ??   ເອົາເປັນວ່າຢ່າງໃດແຟນໆກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາຄົນນີ້ກັນຫຼາຍໆເດີ້ ແລະ ກຽມອັບເດດຄວາມຄືບໜ້າການປະກວດຂອງສາວລາວໃນເວທີໂລກໃນເທື່ອນີ້ໄດ້ເລີຍ ການປະກວດ …

Read More »

ຮືຮາ! ສາວງາມຈາກ ແຂວງໄຊຍະບູລີ ຄວ້າມົງກຸດ Miss Hmong Laos 2019  (ຂໍສະແດງຄວາມຍິນດີນຳຫຼາຍໆ)

ເປີດຕົ້ນປີ 2019 ກັບເວທີນາງງາມໃນລາວເຮົາອີກໜຶ່ງເວທີ Miss Hmong Laos 2019 ເຊິ່ງຫຼ້າສຸດໃນວັນທີ 4 ມັງກອນ 2019 ທີ່ຜ່ານມາກໍໄດ້ປະກວດຮອບຕັດສິນ ແລະ ປະກາດຜົນໃຫ້ໄດ້ຮູ້ກັນໄປເປັນທີ່ຮຽບຮ້ອຍວ່າ ສາວງາມທີ່ມີຄວາມເໝາະສົມ ສາມາດຄວ້າມົງກຸດໄປແບບສະຫງ່າງາມກໍຄື ນາງ ຈັນມະລີ ທໍ່ ໄດ້ຮັບຕຳແໜ່ງ Miss Hmong Laos 2019 ໄປຄອງໃນປີນີ້ (ຂໍສະແດງຄວາມຍິນດີ) ສຳລັບສາວງາມທີ່ໄດ້ຕຳແໜ່ງ Miss Hmong Laos 2019 ທັງໝົດມີດັ່ງນີ້: -ໝາຍເລກ M19 Chanhmaly Thor ສາວງາມຈາກ ແຂວງ ໄຊຍະບູລີ ໄດ້ຕຳແໜ່ງ ເປັນນາງສາວມົ້ງລາວປະຈຳປີ2019 (Miss Hmong Laos 2019 ) -ໝາຍເລກ M09 Pajnyiag LIS ສາວງາມຈາກ ແຂວງ ຫົວພັນ​ ຮອງອັນດັບໜື່ງ …

Read More »

ກຳລັງໃຈດີ! ວູດດີ້ ອອກມາຂອບໃຈແຟນໆ ຫຼັງຈາກລົດຖີບລົ້ມທີ່ນະຄອນຫຼວງພະບາງ ປະເທດລາວ

ມາອັບເດດ ອາການບາດເຈັບຂອງ ວູດດີ້ ມິລິນຈິນດາ ພິທີກອນຊື່ດັງປະເທດເພື່ອນບ້ານ ທີ່ເດີນທາງມາພັກຜ່ອນ ແລະ ເຮັດບຸນໃສ່ບາດທີ່ ນະຄອນຫຼວງພະບາງ ປະເທດລາວ ແຕ່ໄດ້ເກີດເຫດບໍ່ຄາດຄິດ  ເກີດອຸບັດເຫດລົດຖີບລົ້ມ ເນື່ອງຈາກມີແມວຕັດໜ້າ ເຮັດໃຫ້ມີບາດແຜທີ່ບໍລິເວນຫົວເຂົ່າທັງສອງເບື້ອງ ເຮັດໃຫ້ມີອາການບວມ ບໍ່ສາມາດພັບຂາ ແລະ ຍ່າງໄດ້ ຈົນໄດ້ມີທີມແພດ ແລະ ກູ້ໄພຈາກປະເທດລາວ ເຂົ້າຊ່ວຍເຫຼືອໃນເບື້ອງຕົ້ນໃນຊ່ວງວັນທີ 2 ມັງກອນ 2019 ທີ່ຜ່ານມາ… ຫຼ້າສຸດ ວູດດີ້ ໄດ້ເດີນທາງກັບສູ່ປະເທດໄທ ເພື່ອຮັກສາຕົວເປັນທີ່ຮຽບຮ້ອຍແລ້ວ, ເນື່ອງຈາກມີກຳລັງໃຈຈາກຄອບຄົວ ໝູ່ເພື່ອນ ແລະ ບັນດາແຟນໆ ເຮັດໃຫ້ອາການດີຂຶ້ນ ແລະ ປອດໄພ. (ອອກມາຂອບໃຈແຟນໆແບບນີ້…) https://www.instagram.com/p/BsIKzgEA__z/ ສຳລັບ ວຸູດດີ້ ໄດ້ເດີນທາງມານະຄອນຫຼວງພະບາງເລື້ອຍໆຈົນເຖິງຂັ້ນບອກວ່າມັກ ແລະ ຮັກຫຼວງພະບາງຫຼາຍຖືເປັນບ້ານຫຼັງທີສອງ ເນື່ອງຈາກມັກໃນວັດທະນະທຳຮີດຄອງປະເພນີ ແລະ ທຳມະຊາດທີ່ຍັງຄົງຄວາມສວຍສົດງົດງາມ. (ຢ່າງໃດ! ກໍຂໍໃຫ້ ອ້າຍ ວູດດີ້ …

Read More »

ມາຮູ້ຈັກກັບ! ລົດອາເນກປະສົງ ນິດສັນ ເທີຣາ ລຸ້ນໃໝ່ (All-New Nissan TERRA )

All-New Nissan TERRA SUV:All You Need To Know ບໍລິສັດ ຕັນຈົງມໍເຕີ (ລາວ) ຈຳກັດຜູ້ດຽວ (“TCML”), ຊຶ່ງເປັນບໍລິສັດໃນເຄືອທີ່ເປັນເຈົ້າຂອງໂດຍບໍລິສັດ Tan Chong Motor Holdings Bhd (ປະເທດມາເລເຊຍ), ແລະ ໄດ້ຮັບສິດເປັນຜູ້ຈັດຈໍາໜ່າຍ ລົດຍົນຍີ່ຫໍ້ນິດສັນ ແຕ່ພຽງຜູ້ດຽວໃນ ສປປ ລາວ; ຊຶ່ງໄດ້ເປີດຕົວ ລົດອາເນກປະສົງນິດສັນເທີຣາ ຂະໜາດ 7 ທີ່ນັ່ງ ລຸ້ນໃໝ່ ຢ່າງເປັນທາງການ. ຕໍ່ໄປນີ້ຄືສິ່ງທີ່ທ່ານຕ້ອງຮູ້ກ່ຽວກັບລົດອາເນກປະສົງນິດສັນເທີຣາ ລຸ້ນໃໝ່ ລົດອາເນກປະສົງນິດສັນເທີຣາລຸ້ນໃໝ່ ມາພ້ອມກັບໂຄງສ້າງແບບຂັ້ນໃດອາເນກປະສົງແບບເຕັມຄວາມຍາວເຕັມຮູບແບບ ແລະ ໂດຍໄດ້ພື້ນຖານມາຈາກລົດກະບະບັນທຸກ (Nissan Navara) ນິດສັນນາວາຣາ ແລະ ລົດທີ່ສ້າງຂຶ້ນມາເປັນເວລາດົນນານຫຼາຍກ່ວາ 60 ປີ ທີ່ສືບທອດກັນມາຂອງລົດອະເນກປະສົງນິດສັນ, ຊຶ່ງລວມເຖີງຮູບແບບສັນຍາລັກທີ່ມີຄວາມໂດດເດັ່ນ ເຊັ່ນວ່າ: Nissan Patrol, …

Read More »

ເກີດເຫດບໍ່ຄາດຄິດ! ວູດດີ້ ພິທີກອນດັງປະເທດເພື່ອນບ້ານ ເກີດອຸບັດເຫດລົດຖີບລົ້ມອາການສາຫັດ ທີ່ນະຄອນຫຼວງພະບາງ!!!

ເກີດເຫດບໍ່ຄາດຄິດໃນຊ່ວງສະຫຼອງປີໃໝ່ 2019 ທີ່ຜ່ານມາ ວູດດີ້ ມິລິນຈິນດາ ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ໄດ້ເດີນທາງມາພັກຜ່ອນ ເຮັດບຸນໃສ່ບາດຕ້ອນຮັບປີໃໝ່ ທີ່ ນະຄອນຫຼວງພະບາງ ປະເທດລາວ ແຕ່ໄດ້ເກີດເຫດບໍ່ຄາດຄິດ ເມື່ອພິທີກອນຊື່ດັງໄດ້ໂພສຮູບພາບບາດແຜຜ່ານອິນສະຕາແກຣມ ເຊິ່ງບາດແຜດັ່ງກ່າວມີຢູ່ທີ່ຫົວເຂົ່າ ບໍລິເວນຂາທັງສອງເບື້ອງ ສາເຫດມາຈາກຂີ່ລົດຖີບລົ້ມ ເນື່ອງຈາກມີແມວຕັດໜ້າ… https://www.instagram.com/p/BsF5xbjg6bx/ https://www.instagram.com/p/BsHTyWQAUUu/ ຈາກເຫດການດັ່ງກ່າວ ໄດ້ເຮັດໃຫ້ ວູດດີ້ ມີອາການບາດເຈັບສາຫັດ ຈົນເຖິງພັບຂາ ແລະ ຍ່າງບໍ່ໄດ້ ບາດແຜມີອາການບວມ ຈົນໄດ້ມີທີມກູ້ໄພຈາກປະເທດລາວເຂົ້າຊ່ວຍເຫຼືອ ປະຖົມພະຍາບານໃນເບື້ອງຕົ້ນ ໂດຍການໃສ່ເຝືອກ ແລະ ຕໍ່ຈາກນັ້ນກໍໄດ້ມີທີມແພດຈາກປະເທດໄທນຳເຮືອບິນໄປຮັບທີ່ຫຼວງພະບາງກັບສູ່ປະເທດເພື່ອປິ່ນປົວອາການຂອງວູດດີ້ຢ່າງຮີບດ່ວນ. (ຢ່າງໃດ! ກໍຂໍໃຫ້ ອ້າຍ ວູດດີ້ ເຊົາຈາກອາການບາດເຈັບໄວໆ ແຟນໆຊາວລາວທຸກໆຄົນເປັນຫ່ວງ ແລະ ຍິນດີຕ້ອນຮັບເຂົ້າສູ່ປະເທດລາວສະເໝີເດີ້!!!) ຮູບພາບ: ig/woodytalk

Read More »