Breaking News

Fitness

ລວມທ່າອອກກໍາລັງກາຍທີ່ເຮັດທ່າດຽວໄດ້ທັງຕົ້ນຂາ ແລະ ໜ້າທ້ອງໃຫ້ແບນລຽບ

 ລວມທ່າອອກກໍາລັງກາຍທີ່ເຮັດທ່າດຽວໄດ້ທັງຕົ້ນຂາ ແລະ ໜ້າທ້ອງໃຫ້ແບນລຽບ ທ່າທີ່ 1 Split Squat ເລີ່ມດ້ວຍທ່າຢືນຢືດຂາອອກໄປທາງໜ້າ ຍົກສົ້ນຕີນຂຶ້ນຈາກພື້ນ ຍໍ້ເຂົ່າທັງສອງຂ້າງລົງເລັກນ້ອຍ ມືຄໍ້າແອວ ຫຼັງຢຽດຊື່. ຍໍ້ຕົວລົງໃຫ້ຕົ້ນຂາຂວາຂະໜານກັບພື້ນ ພະຍາຍາມໃຫ້ຫຼັງຢຽດຊື່ຢູ່ຕະຫຼອດ ຈາກນັ້ນຢືດຕົວກັບສູ່ທ່າເລີ່ມຕົ້ນ ເຮັດຊໍ້າ 15 ເທື່ອແລ້ວຈຶ່ງປ່ຽນຂ້າງ ເຮັດທັງໝົດ 3 ຮອບ.  ທ່າທີ່ 2 Bench Dips   ເລີ່ມດ້ວຍທ່ານັ່ງປິ່ນຫຼັງໃສ່ຕັ່ງ ໃຊ້ມືທັງສອງຂ້າງຈັບຂອບຕັ່ງໄວ້ ຢຽດແຂນຊື່ ງໍເຂົ່າໃຫ້ກົ້ນຍັບອອກຈາກຕັ່ງ(ຕາມຮູບພາບ). ຍໍ້ຕົວລົງ ງໍສອກໄປດ້ານຫຼັງຈົນຮູ້ສຶກວ່າແຂນເຄັ່ງ ຈາກນັ້ນດັນຕົວຂຶ້ນກັບສູ່ທ່າເລີ່ມຕົ້ນ ເຮັດຊໍ້າ 15 ເທື່ອ ເຮັດທັງໝົດ 3 ຮອບ. ທ່າທີ່ 3  Flutter Kicks ເລີ່ມດ້ວຍທ່ານອນຫງາຍ ມື້ທັງສອງຂ້າງວາງໄວ້ຂ້າງລໍາຕົວ ຍົກຂາທັງສອງຂ້າງໃຫ້ຂຶ້ນຈາກພື້ນ. ເຕະຂາສະລັບຂ້າງກັນຂຶ້ນລົງ ເຮັດຂ້າງລະ 15 ເທື່ອ …

Read More »

5 ທ່າໂຍຄະຫຼຸດໄຂມັນໃຫ້ໝົດໄປ

5 ທ່າໂຍຄະຫຼຸດໄຂມັນໃຫ້ໝົດໄປ ທ່າກົງລໍ້ (Chakrasana – Wheel pose). ທ່າກົງລໍ້ເປັນທ່າໂຍຄະທີ່ຊ່ວຍເສີມສ້າງການເຮັດວຽກຂອງຕັບ ເຊິ່ງຕັບທີ່ເຮັດວຽກງານໄດ້ເຕັມປະສິດທິພາບຈະຜະລິດຄໍເລດເຕີຣອນຊະນິດທີ່ດີຂຶ້ນມາກໍາຈັດຄໍເລດເຕີຣອນຊະນິດທີ່ບໍ່ດີໄດ້ຫຼາຍຂຶ້ນ. ວິທີເຝິກ: ເລີ່ມຕົ້ນດ້ວຍທ່ານອນຫງາຍຕັ້ງເຂົ່າຂຶ້ນ ແລ້ວຍົກມືວາງໄວ້ຂ້າງຫູ ຫຼັງມືປິ່ນອອກໄປທາງດ້ານເໜືອຫົວ ( ດັ່ງໃນຮູບພາບ) ຍົກສະໂພກຂຶ້ນ ແລ້ວຄ່ອຍໆຍົກເອິກຂຶ້ນຕາມ ໂດຍທີ່ແຂນຍັງງໍ ແລະ ຫົວປິ່ນລົງທາງລຸ່ມ ຄ່ອຍໆແອ່ນລໍາຕົວຂຶ້ນຈົນສຸດໃຫ້ແຂນເຄັ່ງ ຖີ້ມນໍ້າໜັກລົງທີ່ຝາມືທັງສອງຂ້າງ ແລະ ສາມາດວາງຕີນໄວ້ກັບພື້ນໄດ້ ຄ້າງທ່ານີ້ໄວ້ 5 ລົມຫາຍໃຈແລ້ວກັບສູ່ທ່າເລີ່ມຕົ້ນ ທ່າບິດຕົວ (ArdhaMatsyendrasana – Sitting Half Spinal Twist). ຮ່າງກາຍທີ່ຜ່ອນຄາຍຈະຊ່ວຍໃຫ້ສານຜິດຕ່າງໆທີ່ສະສົມຢູ່ພາຍໃນຮ່າງກາຍຖືກກໍາຈັດໄດ້ງ່າຍຂຶ້ນ ທ່າບິດຕົວນອກຈາກຈະຊ່ວຍຢືດເສັ້ນສາຍແລ້ວກໍຍັງໄປກະຕຸ້ນການເຮັດວຽກຂອງລະບົບອະໄວຍະວະຕ່າງໆ. ວິທີເຝິກ: ເລີ່ມຕົ້ນດ້ວຍທ່ານັ່ງ ຢຽດຕີນຊ້າຍຕັ້ງພື້ນຕີນຂຶ້ນ ຕີນຂວາວາງໄຂ່ວເຂົ່າຊ້າຍ ຢຽດຫຼັງໃຫ້ຊື່ ຍົກແຂນຊ້າຍຂຶ້ນເໜືອຫົວ ແຂ້ວຍົກແຂນຊ້າຍຂັດເຂົ່າຂວາ ອ້ອມມືມາຈັບພື້ນຕີນດ້ານນອກ ຫາກຈັບບໍ່ເຖິງໃຫ້ໃຊ້ມືຊ້າຍ ກອດເຂົ່າຂວາແນບເອິກ ຍົກແຂນຂວາມາດ້ານໜ້າແລ້ວບິດຕົວໄປດ້ານຂວາ ຍົກມືຂວາວາງດ້ານຫຼັງ ບິດແອວໃຫ້ໄດ້ຫຼາຍທີ່ສຸດໂດຍໃຫ້ຫຼັງຊື່ສາຍຕາເບິ່ງຂ້າມບ່າໄຫຼ່ ຄ້າງທ່ານີ້ໄວ້ປະມານ …

Read More »

ທ່າອອກກໍາລັງກາຍຫຼຸດໜ້າທ້ອງ 5 ນາທີ

 ທ່າອອກກໍາລັງກາຍຫຼຸດໜ້າທ້ອງ 5 ນາທີ ທ່າອອກກໍາລັງກາຍເພື່ອຫຼຸດໜ້າທ້ອງທ່ານສາມາດເຮັດໄດ້ງ່າຍໆ ແລະ ແຕ່ລະທ່າອອກກໍາລັງກາຍພຽງ 50 ວິນາທີ ອີກ 10 ວິນາທີ ໃຫ້ພັກຜ່ອນແລ້ວຈຶ່ງເລີ່ມທ່າຕໍ່ໄປ. ທ່າທີ່ 1. ນອນຢຽດຊື່ ຢຽດແຂນຢູ່ເທິງຫົວ ອອກແຮງຢັນໂຕຂຶ້ນມາກອດເຂົ່າ ຢຽດໂຕລົງນອນສູ່ທ່າເລີ່ມຕົ້ນ ແລະ ຢັນຂຶ້ນມາກອດເຂົ່າອີກເທື່ອຈົນຄົບ 50 ວິນາທີ ພັກ 10 ວິນາທີ ທ່າທີ່ 2. ນອນລຽບລົງກັບຕຽງ ແຂນວາງຂ້າງລໍາຕົວ ເກ໋ງລໍາຕົວສ່ວນໜ້າທ້ອງ ຍົກຂາຂຶ້ນແລ້ວເອົາຂາໄຂ່ວໄປມາດັ່ງໃນຮູບ ສະລັບໄຂ່ວຂາຕໍ່ໄປຈົນຄົບ 50 ວິນາທີ ພັກຜ່ອນ 10 ວິນາທີ ທ່າທີ່ 3. ນອນອ້າຂາຢຽດຊື່ ດັນໂຕຂຶ້ນມາເອົາມືແຕະປາຍຕີນຂ້າງຊ້າຍ ລົ້ມຕົວລົງນອນສູ່ທ່າເລີ່ມຕົ້ນ ດັນຕົວຂຶ້ນມາເອົາມືແຕະປາຍຕີນຂ້າງຂວາ ສະລັບປ່ຽນໄປມາດັ່ງໃນຮູບຈົນຄົບ 50 ວິນາທີ ແລ້ວພັກຜ່ອນ 10 ວິນາທີ ທ່າທີ່ 4. …

Read More »

ສູດເດັດຫຼຸດນໍ້າໜັກ 3 ກິໂລພາຍໃນ 7 ມື້

ສູດຫຼຸດນໍ້າໜັກ 3 ກິໂລພາຍໃນ 7 ມື້ ປັດຈຸບັນມີຫຼາຍໆຄົນທີ່ຢາກຈະຫຼຸດຄວາມຕຸ້ຍແບບຮີບດ່ວນ ເລີຍມັກໄປເພິ່ງພາອາໄສຢາຫຼຸດຄວາມຕຸ້ຍ, ອາຫານເສີມຫຼຸດນໍ້າໜັກ, ຢາກໍາຈັດໄຂມັນ ແລະ ຢາຕ່າງໆ, ແຕ່ຖ້າຢາກຈ່ອຍແທ້ມັນມີເງື່ອນໄຂຢູ່ 2 ຢ່າງຄື: ການຄວບຄຸມອາຫານ ແລະ ການອອກກໍາລັງກາຍ ຖ້າເຮັດໄດ້ເທົ່ານີ້ກໍສາມາດຈ່ອຍໄດ້ ບໍ່ຈໍາເປັນຕ້ອງໄປເສຍເງິນກັບຢາຫຼຸດຄວາມຕຸ້ຍຕ່າງໆທັງສ່ຽງຕໍ່ສຸຂະພາບ, ມື້ນີ້ເວັບໄຊ້ ວາລະສານ ຂັວນໃຈ ຈະມາບອກສູດໃນການຄວບຄຸມອາຫານໃຫ້ສາວໆຮູ້ກັນວ່າ: ວິທີຫຼຸດຄວາມຕຸ້ຍ 3 ໂລພາຍໃນ 7 ມື້ນັ້ນມີຢ່າງໄດແດ່ ຮີບເບິ່ງດ່ວນເລີຍ.   ມື້ທີໜຶ່ງ. ຕອນເຊົ້າ: ນໍ້າຊາ ຫຼື ການເຟບໍ່ໃສ່ນໍ້າຕານ. ຕອນສວາຍ: ໄຂ່ຕົ້ມ 2 ໜ່ວຍ ແລະ ຜັກຕົ້ມບໍ່ຈໍາກັດຈໍານວນ ໃສ່ເກືອນ້ອຍໆ. ຕອນແລງ: ສະເຕັກໝູ ຫຼືປາ ຜັກ – ໝາກໄມ້ສົດ. ມື້ທີສອງ. ຕອນເຊົ້າ: …

Read More »

4 ທ່າຢືດຢຽດແກ້ເຈັບຫຼັງພາກສ່ວນລຸ່ມ ພະນັກງານ Office ນັ່ງດົນໆຕ້ອງ!!!

  4 ທ່າຢືດຢຽດແກ້ເຈັບຫຼັງພາກສ່ວນລຸ່ມ ພະນັກງານ Office ນັ່ງດົນໆຕ້ອງລອງ ໃຜທີ່ເປັນບ່າວສາວ Office ທີ່ນັ່ງດົນໆແລ້ວມີອາການເຈັບຫຼັງ ລອງນໍາເອົາເຄັດລັບນີ້ລອງໄປນໍາໃຊ້ ແລະ ວິທີກໍ່ງ່າຍໆດັ່ງນີ້: ທ່າຂົວໂຄ້ງ ນອນຫງາຍ ຕັ້ງເຂົ່າທັງສອງຂ້າງຂຶ້ນ ມືທັງສອງວາງຂ້າງລໍາຕົວ ຍົກຕົວໃຫ້ກົ້ນລອຍພົ້ນພື້ນ ເກັງທ່າຄ້າງໄວ້ ນັບ 1-10 ແລ້ວຄ່ອຍໆກັບສູ່ທ່າເກົ່າ ເຮັດຊໍ້າປະມານ 2-3 ເທື່ອ   ທ່າຢືນກົ້ມຕົວ ຢືນຊື່ ຕີນແປະກັນ ປາຍຕີນຂະໜານກັບບ່າໄຫຼ່ ຄ່ອຍໆກົ້ມຕົວໄປດ້ານໜ້າ, ເຂົ່າເຄັ່ງ ແລ້ວຢຽດແຂນໄປແຕະປາຍຕີນ ( ຫາກແຕະບໍ່ເຖິງໃຫ້ກົ້ມຫຼາຍສຸດເທົ່າທີ່ຈະເຮັດໄດ້ ) ຄ້າງທ່າໄວ້ 10 ວິນາທີ ຈາກນັ້ນກັບສູ່ທ່າຢືນປົກກະຕິ ເຮັດຊໍ້າອີກປະມານ 5-10 ເທື່ອ     ທ່ານັ່ງພື້ນ ກົ້ມຕົວ ນັ່ງຫຼັງຊື່ ອ້າຂາອອກເປັນວົງແຫວນໃຫ້ພື້ນຕີນເຂົ້າຫາກັນ ກົ້ມຕົວໄປດ້ານໜ້າ ໃຫ້ຫົວກົ້ມລົງຕິດພື້ນຫຼາຍທີ່ສຸດ …

Read More »