Breaking News

Fitness

3 ທ່າອອກກໍາລັງກາຍຍອດຮິດ ທີ່ມັກເຮັດຜິດກັນມາແຕ່ດົນ

3 ທ່າອອກກໍາລັງກາຍຍອດຮິດ ທີ່ມັກເຮັດຜິດກັນມາແຕ່ດົນ ທີ່ແທ້ຕ້ອງເຮັດແບບນີ້ ຊິດອັບ (Sit up). ທ່າຜິດ: ຄໍໂນ້ມໄປທາງໜ້າ ເຊິ່ງແປໄດ້ວ່າສຸມໃສ່ທີ່ການຍົກຫົວ ແລະ ລໍາຕົວພາກສ່ວນເທິ່ງຫຼາຍກວ່າໜ້າທ້ອງ ຄ້າຍຄືກັບວ່າບໍ່ໄດ້ອອກແຮງໃນພາກສ່ວນທີ່ຕ້ອງການ ແລະ ຍັງອາດສ່ຽງຕໍ່ອາການບາດເຈັບທີ່ຄໍ ແລະ ບ່າໄຫຼ່. ທ່າທີ່ຖືກຕ້ອງ: ຍົກລໍາຕົວຂຶ້ນໂດຍອອກແຮງເກັງໜ້າທ້ອງ ແລະ ລໍາຕົວພາກສ່ວນເທິ່ງຄວນຢູ່ແນວດຽວກັນກັບໜ້າທ້ອງ ເກັງໜ້າທ້ອງເລັກນ້ອຍ.   ດັນພື້ນ (Push-up). ທ່າຜິດ: ເອົາໜ້າລົງໄປຈົນເກືອບຈະຕິດພື້ນ ແຕ່ກົ້ນງໍຂຶ້ນ ແລະ ບໍ່ເກັງໜ້າທ້ອງໃດໆ ຫຼື ພຸງ ແລະ ກາງລໍາຕົວແນບຕິດກັບພື້ນ. ທ່າທີ່ຖືກຕ້ອງ: ຕັ້ງທ່າໃນລັກສະນະດຽວກັບທ່າແພລງ ແລ້ວອອກແຮງຍົກທັງລໍາຕົວຈົນແຂນຢຽດເຄັ່ງ ລໍາຕົວຕັ້ງແຕ່ພາກສ່ວນບ່າໄຫຼ່ໄປເຖິງປາຍຕີນຕ້ອງຢູ່ໃນແນວດຽວກັນ. ແລ່ນ (Run). ທ່າຜິດ: ແລ່ນເອົາສົ້ນຕີນລົງເຕັມໆ ຫຼື ແລ່ນໂດຍອອກແຮງກະທົບໃສ່ສົ້ນຕີນ ເຊິ່ງອາດຈະເຮັດໃຫ້ຫົວເຂົ່າສ່ຽງຕໍ່ອາການບາດເຈັບ ພ້ອມກັບອາການເຈັບຫຼັງອາດຈະຖາມຫາ. ທ່າທີ່ຖືກຕ້ອງ: ສົ້ນຕີນຄວນຈະສໍາຜັດກັບພື້ນດິນຄ່ອຍໆກ່ອນທີ່ທັງພື້ນຕີນຈະຕາມລົງມາ ແລະ ເມື່ອປາຍຕີ້ນແຕະພື້ນ …

Read More »

5 ທ່າງ່າຍໆ ຟິດໜ້າທ້ອງໃຫ້ປັງໄດ້ໃນ 5 ນາທີ

5 ທ່າອອກກໍາລັງກາຍຫຼຸດພຸງໃຫ້ແບນລຽບງ່າຍໆ ຟິດໜ້າທ້ອງໃຫ້ປັງໄດ້ໃນ 5 ນາທີ ສໍາລັບໃຜທີ່ຢາກຫຼຸດພຸງ ມື້ນີ້ ວາລະສານຂັວນໃຈ ໄດ້ນໍາເອົາເຄັດລັບໃນການຫຼຸດພຸງມາຝາກ ແລະ ວິທີເຮັດກໍງ່າຍໆດັ່ງນີ້: ທ່າທີ 1 Basic Crunches. ນອນຕັ້ງເຂົ່າເທິ່ງເສື່ອໂຍຄະ. ຢຽດແຂນຊື່ໃຫ້ຂະໜານກັບຕົ້ນຂາທີ່ຕັ້ງໄວ້. ອອກແຮງຍົກບ່າໄຫຼ່ທັງສອງຂ້າງໃຫ້ພົ້ນຈາກພື້ນ ເກັງໜ້າທ້ອງແລ້ວເອົາມືທັງສອງໄປແຕະຫົວ ຈາກກັບກັບສູ່ທ່າເລີ່ມຕົ້ນ ແລະ ເຮັດຊໍ້າໄປມາຈົນຄົບ 40 ວິນາທີແລ້ວພັກ 20 ວິນາທີ ກ່ອນເລີ່ມທ່າໃໝ່. ທ່າທີ 2 Toe Dip. ນອນຕັ້ງເຂົ່າເທິ່ງເສື່ອໂຍຄະ ແຂນທັງສອງວາງຂ້າງລໍາຕົວ. ອອກແຮງຍົກຂາຂຶ້ນພ້ອມກັນທັງສອງຂ້າງ ບ່ອນນີ້ຈະຢຽດຂາໃຫ້ຊື່ ຫຼື ບໍ່ກໍໄດ້. ຄ່ອຍໆປ່ອຍຂາກັບສູ່ທ່າເກົ່າ ແລະ ເຮັດຕໍ່ໄປຈົນຄົບ 40 ວິນາທີແລ້ວພັກ 20 ວິນາທີ. ທ່າທີ 3 Hand to Toe Touch. …

Read More »

5 ວິທີຫຼຸດດ່ວນ ສໍາລັບຄົນຕຸ້ຍລົງພຸງ

5 ວິທີຫຼຸດດ່ວນ ສໍາລັບຄົນຕຸ້ຍລົງພຸງ ມື້ນີ້ ວາລະສານຂັວນໃຈ ຈະມາແນະນໍາໃຫ້ຮູ້ກ່ຽວກັບ ພະຍາດຕຸ້ຍລົງພຸງ ຫຼື Metabolic syndrome ເປັນພາວະທີ່ຕຸ້ຍສະເພາະສ່ວນແອວ ແລະ ເຮັດໃຫ້ເກີດຜົນເສຍຕໍ່ຮ່າງກາຍຫຼາຍດັ່ງນີ້: ຜົນຈາກການວິນິດໄສ: ເພາະການວິນິດໄສພາວະຕຸ້ຍລົງພຸງຕາມເກນຂອງ Adult treatment Panel III ແລະ ດັດແປງມາໃຊ້ກັບຄົນອາຊີ ຜູ້ທີ່ເຈັບປ່ວຍຈະຕ້ອງມີລັກສະນະ 3 ໃນ 5 ຂໍ້ດັ່ງຕໍ່ໄປນີ້: ຈະຕ້ອງຕຸ້ຍຊະນິດລົງພຸງ ຄືມີເສັ້ນຮອບແອວຫຼາຍກວ່າ 90 cm ແລ 80 cm ໃນເພດຊາຍ ແລະ ເພດຍິງຕາມລໍາດັບ. ມີຄວາມດັນເລືອດຫຼາຍກວ່າ 130/85 ມິນລີແມັດບາລອດ(mmHg) ຫຼື ໄດ້ຮັບຢາປິ່ນປົວຄວາມດັນເລືອດ. ມີລະດັບ triglycerides ຫຼາຍກວ່າ 150 ມິນລີກຼາມ / ເດຊີລິດ(deciliter) ຫຼື ເປັນຜູ້ທີ່ມີໄຂມັນສູງ ແລະ …

Read More »